bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Revelation 12
Revelation 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 13 →
1
ມີໝາຍສຳຄັນອັນໃຫຍ່ປາກົດຂຶ້ນໃນສະຫວັນ ຄືຍິງຜູ້ໜຶ່ງ ມີດວງອາທິດປົກຄຸມຕົວເໝືອນນຸ່ງເສື້ອຜ້າ ມີດວງເດືອນຢູ່ໃຕ້ຕີນ ແລະມີດາວສິບສອງດວງເປັນມົງກຸດສວມຢູ່ເທິງຫົວ.
2
ຍິງນັ້ນມີທ້ອງແລະຮ້ອງຄາງເຈັບປວດຢູ່ ກຳລັງຈະເກີດລູກ.
3
ມີໝາຍສຳຄັນອີກຢ່າງໜຶ່ງປາກົດໃນສະຫວັນດັ່ງນີ້: ມີພະຍານາກໃຫຍ່ສີແດງໂຕໜຶ່ງ ມີເຈັດຫົວ ສິບເຂົາ ຢູ່ເທິງຫົວນັ້ນມີມົງກຸດເຈັດອັນ.
4
ຫາງພະຍານາກ ໄດ້ຟາດດວງດາວໃນທ້ອງຟ້າ ໜຶ່ງສ່ວນສາມລົງໃສ່ແຜ່ນດິນໂລກ ແລະພະຍານາກໂຕນັ້ນ ຢືນຢູ່ຕໍ່ໜ້າຜູ້ທີ່ກຳລັງຈະເກີດລູກ ເພື່ອຈະກິນລູກນັ້ນເມື່ອເກີດແລ້ວ.
5
ແມ່ຍິງນັ້ນ ໄດ້ເກີດລູກຊາຍ ຜູ້ຊຶ່ງຈະປົກຄອງປະຊາຊາດທັງປວງດ້ວຍຄ້ອນເຫລັກ ແລະລູກນັ້ນໄດ້ຖືກຊົງຍົກຂຶ້ນເມືອເຖິງພຣະເຈົ້າ ແລະເຖິງພຣະຣາຊບັນລັງຂອງພຣະອົງ.
6
ຝ່າຍແມ່ຍິງນັ້ນ ໄດ້ປົບໜີເຂົ້າໄປອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ ມາສູ່ບ່ອນທີ່ພຣະເຈົ້າໄດ້ຈັດຕຽມໄວ້ໃຫ້ນາງ ເພື່ອວ່ານາງຈະໄດ້ຮັບການລ້ຽງດູຢູ່ທີ່ນັ້ນ ໃນລະຫວ່າງພັນສອງຮ້ອຍຫົກສິບວັນ.
7
ຂະນະນັ້ນ ໄດ້ເກີດສົງຄາມຂຶ້ນໃນສະຫວັນ ມີຄາເອນແລະຝູງເທວະດາຝ່າຍຕົນ ໄດ້ຕໍ່ສູ້ກັບພະຍານາກ ຝ່າຍພະຍານາກແລະຝູງບໍລິວານຂອງມັນກໍໄດ້ຕໍ່ສູ້ຄືນ,
8
ແຕ່ພະຍານາກໄດ້ປະລາໄຊ. ສະນັ້ນ ມັນກັບຝູງບໍລິວານຂອງມັນຈຶ່ງບໍ່ມີບ່ອນຢູ່ໃນສະຫວັນອີກຕໍ່ໄປ.
9
ພະຍານາກໃຫຍ່ ຊຶ່ງເປັນງູແຕ່ດຶກດຳບັນທີ່ເຂົາເອີ້ນວ່າ ມານຮ້າຍ ແລະມານຊາຕານ ຜູ້ຫລອກລວງມະນຸດທັງໂລກ ກໍຖືກຊັດຖິ້ມລົງເສຍ ມັນກັບບໍລິວານຂອງມັນ ກໍຖືກຊັດຖິ້ມລົງເທິງແຜ່ນດິນໂລກ.
10
ແລ້ວຂ້າພະເຈົ້າໄດ້ຍິນສຽງດັງມາຈາກສະຫວັນວ່າ, “ບັດນີ້ຄວາມລອດພົ້ນ ຣິດເດດ ແລະຣາຊອານາຈັກແຫ່ງພຣະເຈົ້າຂອງເຮົາທັງຫລາຍ ກັບທັງຣິດອຳນາດພຣະຄຣິດຂອງພຣະອົງໄດ້ມາເຖິງແລ້ວ ເພາະວ່າຜູ້ທີ່ກ່າວໂທດພວກພີ່ນ້ອງຂອງເຮົາ ຕໍ່ພຣະພັກພຣະເຈົ້າຂອງເຮົາ ທັງກາງເວັນແລະກາງຄືນນັ້ນ ກໍໄດ້ຖືກຖິ້ມລົງເສຍແລ້ວ.
11
ເຂົາເຫຼົ່ານັ້ນໄດ້ຊະນະພະຍານາກແລ້ວ ດ້ວຍພຣະໂລຫິດຂອງພຣະເມສານ້ອຍ ແລະເພາະຄຳພະຍານຂອງພວກເຂົາເອງ ເຖິງແມ່ນວ່າພວກເຂົາຈະຕາຍກໍບໍ່ເສຍດາຍຊີວິດຂອງຕົນ.
12
ເພາະສະນັ້ນ ສະຫວັນກັບບັນດາຜູ້ທີ່ຢູ່ໃນສະຫວັນ ຈົ່ງຊື່ນຊົມຍິນດີ ແຕ່ວິບັດຈະມີແກ່ແຜ່ນດິນໂລກແລະນໍ້າທະເລ ເພາະວ່າມານຮ້າຍໄດ້ລົງມາຫາເຈົ້າດ້ວຍຄວາມຄຽດແຄ້ນອັນໃຫຍ່ ເພາະມັນຮູ້ວ່າເວລາຂອງມັນມີໜ້ອຍ.”
13
ເມື່ອພະຍານາກເຫັນວ່າ ຕົນໄດ້ຖືກຖິ້ມລົງມາທີ່ແຜ່ນດິນໂລກແລ້ວ ມັນກໍເລີ່ມຕາມຫາຍິງທີ່ໄດ້ເກີດລູກຊາຍນັ້ນ.
14
ແຕ່ຍິງຜູ້ນີ້ໄດ້ຮັບປີກສອງອັນຂອງນົກອິນຊີໃຫຍ່ ເພື່ອຈະໄດ້ບິນໜີໄປຫາບ່ອນຂອງນາງໃນຖິ່ນແຫ້ງແລ້ງກັນດານ ບ່ອນທີ່ນາງຈະໄດ້ຮັບການລ້ຽງດູຢູ່ສາມປີເຄິ່ງ ປອດໄພຈາກການໂຈມຕີຂອງພະຍານາກ.
15
ພະຍານາກນັ້ນ ໄດ້ພົ່ນນໍ້າອອກຈາກປາກເໝືອນແມ່ນໍ້າ ໄຫລຕາມຍິງນັ້ນ ເພື່ອຈະໃຫ້ພັດຍິງນັ້ນໄປ,
16
ແຕ່ແຜ່ນດິນໂລກໄດ້ຊ່ວຍນາງໄວ້ ດ້ວຍການຍະອອກກືນກິນນໍ້າ ທີ່ພະຍານາກໄດ້ໃຊ້ປາກພົ່ນອອກມານັ້ນ.
17
ຝ່າຍພະຍານາກກໍຄຽດແຄ້ນຢ່າງໃຫຍ່ໃຫ້ຍິງນັ້ນ ແລະອອກໄປຕໍ່ສູ້ກັບເຊື້ອສາຍຂອງນາງທີ່ເຫຼືອຢູ່ ຄືທຸກຄົນທີ່ປະຕິບັດຕາມກົດບັນຍັດຂອງພຣະເຈົ້າ ແລະຢຶດຖືຄຳພະຍານຝ່າຍພຣະເຢຊູເຈົ້າ.
18
ຝ່າຍພະຍານາກກໍໄດ້ຢືນ ຢູ່ທີ່ຫາດຊາຍແຄມທະເລ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22