bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Revelation 5
Revelation 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 6 →
1
ໃນມືຂວາຂອງພຣະອົງ ຜູ້ຊົງນັ່ງຢູ່ເທິງບັນລັງນັ້ນ ຂ້າພະເຈົ້າໄດ້ເຫັນໜັງສືມ້ວນອັນໜຶ່ງ ທີ່ມີຄຳຂຽນໄວ້ທັງຂ້າງໃນແລະຂ້າງນອກ ທີ່ມີຕາປະທັບໄວ້ເຈັດດວງ.
2
ແລະຂ້າພະເຈົ້າໄດ້ເຫັນເທວະດາຜູ້ມີຣິດຕົນໜຶ່ງ ປະກາດດ້ວຍສຽງອັນດັງວ່າ, “ຜູ້ໃດໜໍ ເປັນຜູ້ສົມຄວນທີ່ຈະແກະຕາປະທັບ ແລະມາຍໜັງສືມ້ວນນັ້ນອອກ?”
3
ແຕ່ບໍ່ມີຜູ້ໃດໃນສະຫວັນ ຫລືແຜ່ນດິນໂລກ ຫລືໃຕ້ພື້ນໂລກ ມາຍໜັງສືມ້ວນນັ້ນອອກແລະເບິ່ງໄດ້.
4
ຂ້າພະເຈົ້າໄດ້ຮ້ອງໄຫ້ຢ່າງຂົມຂື່ນ ເພາະບໍ່ມີຜູ້ໃດສົມຄວນຈະມາຍໜັງສືມ້ວນນັ້ນອອກເບິ່ງໄດ້.
5
ແລ້ວມີທ່ານຜູ້ໜຶ່ງໃນພວກອາວຸໂສນັ້ນ ບອກຂ້າພະເຈົ້າວ່າ, “ຢ່າຮ້ອງໄຫ້ເລີຍ ເບິ່ງແມ! ສິງຈາກເຜົ່າຢູດາ ໜໍ່ແໜງແຫ່ງເຊື້ອສາຍຂອງດາວິດ ເປັນຜູ້ມີໄຊຊະນະແລ້ວ ຈຶ່ງສາມາດແກະຕາປະທັບທັງເຈັດ ແລະມາຍໜັງສືມ້ວນນັ້ນອອກໄດ້.”
6
ແລ້ວຂ້າພະເຈົ້າກໍໄດ້ເຫັນພຣະເມສານ້ອຍ ຢືນຢູ່ທ່າມກາງບັນລັງອ້ອມຮອບດ້ວຍສິ່ງທີ່ມີຊີວິດທັງສີ່ຕົນແລະພວກອາວຸໂສ. ພຣະເມສານ້ອຍນີ້ເບິ່ງຄືວ່າໄດ້ຖືກຂ້າແລ້ວ. ພຣະເມສານ້ອຍນັ້ນ ມີເຂົາເຈັດອັນ ມີຕາເຈັດໜ່ວຍ ຊຶ່ງເປັນວິນຍານທັງເຈັດຂອງພຣະເຈົ້າ ທີ່ຊົງໃຊ້ໃຫ້ອອກໄປທົ່ວແຜ່ນດິນໂລກ.
7
ແລະພຣະເມສານ້ອຍໄດ້ຮັບເອົາໜັງສືມ້ວນນັ້ນຈາກມືຂວາຂອງພຣະອົງ ຜູ້ຊົງນັ່ງເທິງບັນລັງນັ້ນ.
8
ເມື່ອຮັບເອົາໜັງສືມ້ວນນັ້ນແລ້ວ ສິ່ງທີ່ມີຊີວິດທັງສີ່ພ້ອມກັບພວກຜູ້ອາວຸໂສຊາວສີ່ທ່ານ ກໍກົ້ມຂາບລົງແທບຕີນພຣະເມສານ້ອຍນັ້ນ ແຕ່ລະຄົນຖືພິນແລະຂັນຄຳທີ່ເຕັມດ້ວຍເຄື່ອງຫອມ ຊຶ່ງເປັນຄຳພາວັນນາອະທິຖານແຫ່ງໄພ່ພົນທັງປວງຂອງພຣະເຈົ້າ.
9
ພວກເຂົາໄດ້ຮ້ອງເພງບົດໃໝ່ວ່າ, “ພຣະອົງຊົງເປັນຜູ້ສົມຄວນ ທີ່ຈະຮັບເອົາໜັງສືມ້ວນ ແລະ ແກະຕາປະທັບ ມາຍໜັງສືມ້ວນນັ້ນ ດ້ວຍວ່າພຣະອົງຊົງຖືກຂ້າແລ້ວ ແລະ ດ້ວຍເລືອດຂອງພຣະອົງນັ້ນ ພຣະອົງໄດ້ຊົງໄຖ່ມະນຸດທຸກເຜົ່າ, ທຸກຊາດ, ທຸກພາສາ, ທຸກເຊື້ອຊາດ ແລະ ທຸກປະເທດໃຫ້ມາເຖິງພຣະເຈົ້າ.
10
ພຣະອົງໄດ້ເຮັດໃຫ້ພວກເຂົາ ເປັນອານາຈັກແຫ່ງປະໂຣຫິດ ເພື່ອຮັບໃຊ້ພຣະເຈົ້າຂອງພວກເຮົາ ແລະພວກເຂົາເຫຼົ່ານັ້ນ ຈະໄດ້ປົກຄອງເທິງແຜ່ນດິນໂລກ.”
11
ອີກເທື່ອໜຶ່ງ ຂ້າພະເຈົ້າໄດ້ຫລຽວເບິ່ງ ແລະໄດ້ຍິນສຽງຂອງຝູງເທວະດາເປັນຈຳນວນຫລວງຫລາຍນັບເປັນໂກດໆ ແສນໆ ຊຶ່ງຢືນອ້ອມພຣະຣາຊບັນລັງອ້ອມສິ່ງທີ່ມີຊີວິດທັງສີ່ ແລະອ້ອມພວກຜູ້ອາວຸໂສນັ້ນ
12
ແລະຮ້ອງສຽງດັງວ່າ, “ພຣະເມສານ້ອຍທີ່ຖືກຂ້າແລ້ວນັ້ນ ເປັນຜູ້ສົມຄວນທີ່ຈະໄດ້ຮັບຣິດອຳນາດ, ຊັບສົມບັດ, ສະຕິປັນຍາ, ພະລັງອຳນາດ, ກຽດຕິຍົດ, ສະຫງ່າຣາສີ ແລະ ຄຳສັນລະເສີນ.”
13
ແລະຂ້າພະເຈົ້າໄດ້ຍິນສຽງສິ່ງທີ່ມີຊີວິດທັງໝົດທັງໃນສະຫວັນ, ເທິງແຜ່ນດິນໂລກ, ໃຕ້ແຜ່ນດິນໂລກ ແລະໃນມະຫາສະໝຸດ ຄືສິ່ງທັງປວງ ຊຶ່ງຢູ່ໃນທີ່ນັ້ນຮ້ອງວ່າ, “ຂໍໃຫ້ຄຳສັນລະເສີນ ກຽດຕິຍົດ ສະຫງ່າຣາສີ ແລະຣິດທານຸພາບ ຈົ່ງມີແດ່ພຣະອົງ ຜູ້ຊົງປະທັບ ເທິງພຣະຣາຊບັນລັງ ແລະແດ່ພຣະເມສານ້ອຍ ຕະຫລອດຊົ່ວນິຣັນດອນ.”
14
ແລະສິ່ງທີ່ມີຊີວິດທັງສີ່ນັ້ນ ກໍຮ້ອງວ່າ, “ອາແມນ” ແລະພວກຜູ້ອາວຸໂສເຫຼົ່ານັ້ນ ກໍພາກັນຂາບລົງນະມັດສະການ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22