bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Revelation 15
Revelation 15
Lao Bible 2012 (ພຣະຄຳພີສັກສິ)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 16 →
1
ແລ້ວຂ້າພະເຈົ້າໄດ້ເຫັນໝາຍສຳຄັນອັນໃຫຍ່ຫລວງ ແລະໜ້າອັດສະຈັນໃນສະຫວັນອີກຢ່າງໜຶ່ງ ຄືມີເທວະດາເຈັດຕົນຖືໄພອັນຕະລາຍເຈັດຢ່າງ ເປັນໄພອັນຕະລາຍຄັ້ງສຸດທ້າຍ ເພາະວ່າຄວາມໂກດຮ້າຍຂອງພຣະເຈົ້າກໍເປັນການສິ້ນສຸດລົງ.
2
ແລ້ວຂ້າພະເຈົ້າກໍໄດ້ເຫັນສິ່ງໜຶ່ງ ຄືທະເລແກ້ວປົນໄຟ, ຂ້າພະເຈົ້າຍັງໄດ້ເຫັນບັນດາຜູ້ທີ່ມີໄຊຊະນະເໜືອສັດຮ້າຍແລະຮູບຂອງມັນ ແລະເໜືອຜູ້ທີ່ມີຕົວເລກໝາຍຊື່ຂອງມັນ ຄົນເຫຼົ່ານີ້ໄດ້ຢືນຢູ່ແຄມທະເລແກ້ວນັ້ນ ພວກເຂົາຖືພິນທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ.
3
ພວກເຂົາຮ້ອງເພງຂອງໂມເຊຜູ້ຮັບໃຊ້ຂອງພຣະເຈົ້າ ແລະເພງຂອງພຣະເມສານ້ອຍນັ້ນວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ຊົງຣິດທານຸພາບສູງສຸດ ພຣະຣາຊກິດຂອງພຣະອົງກໍໃຫຍ່ຫລວງ ແລະ ໜ້າອັດສະຈັນ ຂ້າແດ່ພຣະມະຫາກະສັດ ແຫ່ງປະຊາຊາດທັງປວງ ວິຖີທາງຂອງພຣະອົງກໍຍຸດຕິທຳ ແລະທ່ຽງແທ້.
4
ຂ້າແດ່ອົງພຣະຜູ້ເປັນເຈົ້າ ໃຜໜໍຈະບໍ່ຢຳເກງພຣະອົງ ແລະຈະບໍ່ຖວາຍກຽດແດ່ພຣະນາມຂອງພຣະອົງ ເພາະພຣະອົງຜູ້ດຽວຊົງເປັນຜູ້ບໍຣິສຸດ. ປະຊາຊາດທັງປວງຈະມານະມັດສະການ ຕໍ່ພຣະພັກພຣະອົງ ເພາະກິດຈະການອັນຍຸດຕິທຳຂອງພຣະອົງ ກໍປາກົດແຈ້ງແລ້ວ.”
5
ຫລັງຈາກນັ້ນແລ້ວ ຂ້າພະເຈົ້າໄດ້ເຫັນພຣະວິຫານໃນສະຫວັນ ຄືຫໍເຕັນສັກສິດແຫ່ງຄຳພະຍານໄດ້ເປີດອອກ.
6
ແລ້ວເທວະດາເຈັດຕົນ ທີ່ຖືໄພພິບັດເຈັດຢ່າງນັ້ນ ໄດ້ອອກມາຈາກພຣະວິຫານ ທຸກຕົນນຸ່ງຜ້າປ່ານເນື້ອລະອຽດເສາະໃສ ແລະໃສ່ສາຍຮັດໜ້າເອິກທີ່ເຮັດດ້ວຍຄຳ.
7
ແລ້ວກໍມີສິ່ງທີ່ມີຊີວິດຕົນໜຶ່ງໃນສີ່ຕົນນັ້ນ ເອົາຂັນຄຳເຈັດໜ່ວຍໃຫ້ແກ່ເທວະດາເຈັດຕົນນັ້ນ ເປັນຂັນທີ່ເຕັມໄປດ້ວຍຄວາມໂກດຮ້າຍຂອງພຣະເຈົ້າ ອົງຊົງພຣະຊົນຢູ່ຊົ່ວນິຣັນດອນ.
8
ພຣະວິຫານເຕັມໄປດ້ວຍຄວັນແຫ່ງສະຫງ່າຣາສີແລະຣິດອຳນາດຂອງພຣະເຈົ້າ. ບໍ່ມີຜູ້ໃດເຂົ້າໄປໃນພຣະວິຫານນັ້ນໄດ້ ຈົນກວ່າໄພພິບັດທັງເຈັດ ຂອງເທວະດາທັງເຈັດຕົນນັ້ນ ຈະໄດ້ສິ້ນສຸດລົງ.
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22