bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Revelation 4
Revelation 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 5 →
1
ພາຍຫລັງເຫດການເຫຼົ່ານີ້ແລ້ວ ຂ້າພະເຈົ້າກໍໄດ້ເຫັນນິມິດຢ່າງໜຶ່ງ ຄືມີປະຕູໜຶ່ງເປີດຢູ່ໃນສະຫວັນ. ແລະສຽງທຳອິດເໝືອນສຽງແກທີ່ຂ້າພະເຈົ້າໄດ້ຍິນນັ້ນ ກ່າວວ່າ, “ຈົ່ງຂຶ້ນມາທີ່ນີ້ ແລະເຮົາຈະສຳແດງໃຫ້ເຈົ້າເຫັນເຫດການທີ່ຕ້ອງເກີດຂຶ້ນໃນພາຍໜ້າ.”
2
ໃນທັນໃດນັ້ນ ຂ້າພະເຈົ້າໄດ້ປະກອບໄປດ້ວຍພຣະວິນຍານ ແລະເບິ່ງແມ! ມີຣາຊບັນລັງຕັ້ງຢູ່ໃນສະຫວັນ ມີທ່ານອົງໜຶ່ງປະທັບຢູ່ເທິງບັນລັງນັ້ນ.
3
ໃບໜ້າຂອງພຣະອົງເປັນດັ່ງແກ້ວມະນີໂຊດແລະແກ້ວພິລາ ແລະອ້ອມຮອບບັນລັງນັ້ນ, ມີຮຸ້ງກິນນໍ້າສີຄ້າຍຄືແສງແກ້ວມໍຣະກົດ.
4
ອ້ອມຮອບບັນລັງນັ້ນ ມີບັນລັງອີກຊາວສີ່ບັນລັງ ແລະມີຜູ້ອາວຸໂສຊາວສີ່ທ່ານ ນັ່ງຢູ່ເທິງບັນລັງນັ້ນ ທຸກທ່ານນຸ່ງເຄື່ອງຂາວ ແລະສວມມົງກຸດຄຳທີ່ຫົວ.
5
ຈາກບັນລັງນັ້ນ ມີຟ້າແມບເຫຼື້ອມທັງສຽງຟ້າຮ້ອງດັງສະໜັ່ນຢູ່ບໍ່ຂາດ. ຕໍ່ໜ້າບັນລັງນັ້ນ ມີຕະກຽງໄຕ້ໄວ້ຢູ່ເຈັດໜ່ວຍ ຄືວິນຍານທັງເຈັດຂອງພຣະເຈົ້າ.
6
ຢູ່ຕໍ່ໜ້າບັນລັງນັ້ນ ມີສິ່ງໜຶ່ງເໝືອນທະເລແກ້ວມະນີ. ອ້ອມຮອບບັນລັງທຸກດ້ານມີສິ່ງທີ່ມີຊີວິດສີ່ຕົນ ຊຶ່ງມີຕາເຕັມຢູ່ທັງຂ້າງໜ້າແລະຂ້າງຫລັງ.
7
ຕົນທີໜຶ່ງເໝືອນສິງ, ຕົນທີສອງເໝືອນງົວນ້ອຍ, ຕົນທີສາມມີໜ້າເໝືອນມະນຸດ, ຕົນທີສີ່ເໝືອນນົກອິນຊີທີ່ກຳລັງບິນຢູ່.
8
ສິ່ງທີ່ມີຊີວິດທັງສີ່ຕົນ ທຸກຕົນມີປີກຫົກປີກ ແລະມີຕາເຕັມຂ້າງນອກແລະຂ້າງໃນ. ພວກເພິ່ນຮ້ອງຕະຫລອດວັນຕະຫລອດຄືນບໍ່ຢຸດບໍ່ເຊົາວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງດຳລົງຢູ່ໃນອະດີດ ຜູ້ຊົງດຳລົງຢູ່ໃນປະຈຸບັນ ແລະຜູ້ຈະຊົງສະເດັດມາ.”
9
ເມື່ອສິ່ງທີ່ມີຊີວິດເຫຼົ່ານັ້ນຖວາຍຄຳຍົກຍໍສະຫງ່າຣາສີ ຖວາຍພຣະກຽດ ແລະ ຄຳໂມທະນາຂອບພຣະຄຸນແດ່ພຣະອົງ ຜູ້ປະທັບເທິງຣາຊບັນລັງ ຜູ້ຊົງມີພຣະຊົນດຳລົງຢູ່ຕະຫລອດຊົ່ວນິຣັນດອນ ເມື່ອໃດ,
10
ເມື່ອນັ້ນ ບັນດາຜູ້ອາວຸໂສຊາວສີ່ທ່ານ ກໍຂາບລົງຖວາຍບັງຄົມພຣະອົງ ຜູ້ປະທັບເທິງຣາຊບັນລັງນັ້ນ ນະມັດສະການພຣະອົງ ຜູ້ຊົງພຣະຊົນຢູ່ຕະຫລອດຊົ່ວນິຣັນດອນ ແລ້ວຖອດມົງກຸດອອກວາງລົງຕໍ່ໜ້າຣາຊບັນລັງຮ້ອງວ່າ,
11
“ຂ້າແດ່ອົງພຣະຜູ້ເປັນເຈົ້າ ແລະພຣະເຈົ້າຂອງຂ້ານ້ອຍທັງຫລາຍ ພຣະອົງຊົງສົມຄວນທີ່ຈະໄດ້ຮັບ ສະຫງ່າຣາສີ ກຽດຕິຍົດ ແລະ ຣິດເດດ ເພາະວ່າພຣະອົງໄດ້ຊົງສ້າງ ສັບພະທຸກສິ່ງທັງປວງ. ແລະສັບພະທຸກສິ່ງທັງປວງນັ້ນ ກໍຊົງສ້າງຂຶ້ນແລ້ວ ແລະດຳລົງຢູ່ຕາມຊອບພຣະໄທ ຂອງພຣະອົງ.”
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22