bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Revelation 7
Revelation 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 8 →
1
ຫລັງຈາກນັ້ນ ຂ້າພະເຈົ້າໄດ້ເຫັນເທວະດາສີ່ຕົນ ຢືນຢູ່ໃນທິດທັງສີ່ຂອງແຜ່ນດິນໂລກ ຫ້າມລົມທັງສີ່ທິດບໍ່ໃຫ້ພັດໃສ່ແຜ່ນດິນ ຫລືໃສ່ທະເລ ຫລືໃສ່ຕົ້ນໄມ້ໃດໆ.
2
ແລະຂ້າພະເຈົ້າໄດ້ເຫັນເທວະດາອີກຕົນໜຶ່ງ ປາກົດຂຶ້ນຈາກທິດຕາເວັນອອກ ຖືຕາປະທັບຂອງພຣະເຈົ້າອົງຊົງພຣະຊົນຢູ່. ເທວະດາຕົນນັ້ນ ໄດ້ຮ້ອງສຽງດັງໃສ່ເທວະດາທັງສີ່ ຜູ້ທີ່ພຣະເຈົ້າໃຫ້ມີສິດອຳນາດທຳລາຍແຜ່ນດິນໂລກແລະທະເລນັ້ນ.
3
ເທວະດາຕົນນັ້ນກ່າວວ່າ, “ຢ່າທຳລາຍແຜ່ນດິນ ທະເລ ຫລືຕົ້ນໄມ້ ຈົນກວ່າເຮົາຈະປະທັບຕາ ໃສ່ໜ້າຜາກຂອງບັນດາຜູ້ຮັບໃຊ້ຂອງພຣະເຈົ້າຂອງພວກເຮົາເສຍກ່ອນ.”
4
ແລະຂ້າພະເຈົ້າໄດ້ຍິນວ່າ ຈຳນວນຜູ້ທີ່ໄດ້ຮັບການປະທັບຕາຂອງພຣະເຈົ້າໃສ່ໜ້າຜາກນັ້ນ ມີແສນສີ່ໝື່ນສີ່ພັນຄົນ. ຄົນເຫຼົ່ານີ້ມາຈາກສິບສອງຕະກຸນໃນພວກອິດສະຣາເອນ.
5
ຈາກຕະກຸນຢູດາ ມີໜຶ່ງໝື່ນສອງພັນຄົນ, ຈາກຕະກຸນຣູເບັນ ມີໜຶ່ງໝື່ນສອງພັນຄົນ, ຈາກຕະກຸນກາດ ມີໜຶ່ງໝື່ນສອງພັນຄົນ,
6
ຈາກຕະກຸນອາເຊ ມີໜຶ່ງໝື່ນສອງພັນຄົນ, ຈາກຕະກຸນເນັບທາລີ ມີໜຶ່ງໝື່ນສອງພັນຄົນ, ຈາກຕະກຸນມານາເຊ ມີໜຶ່ງໝື່ນສອງພັນຄົນ,
7
ຈາກຕະກຸນຊີເມໂອນ ມີໜຶ່ງໝື່ນສອງພັນຄົນ, ຈາກຕະກຸນເລວີ ມີໜຶ່ງໝື່ນສອງພັນຄົນ, ຈາກຕະກຸນອິດຊາຄາ ມີໜຶ່ງໝື່ນສອງພັນຄົນ,
8
ຈາກຕະກຸນເຊບູໂລນ ມີໜຶ່ງໝື່ນສອງພັນຄົນ, ຈາກຕະກຸນໂຢເຊັບ ມີໜຶ່ງໝື່ນສອງພັນຄົນ, ຈາກຕະກຸນເບັນຢາມິນ ມີໜຶ່ງໝື່ນສອງພັນຄົນ.
9
ຫລັງຈາກນັ້ນ ຂ້າພະເຈົ້າໄດ້ເຫັນປະຊາຊົນຫລວງຫລາຍຈົນນັບບໍ່ຖ້ວນ, ພວກເຫຼົ່ານີ້ ມາຈາກທຸກປະເທດ, ທຸກເຜົ່າ, ທຸກຊົນຊາດ, ທຸກພາສາ, ຄົນເຫຼົ່ານີ້ນຸ່ງເສື້ອຄຸມສີຂາວ ຖືກ້ານຕານຢືນຢູ່ຕໍ່ໜ້າບັນລັງ ແລະ ຊ້ອງໜ້າພຣະເມສານ້ອຍ.
10
ພວກເຂົາເປັ່ງສຽງຮ້ອງວ່າ, “ຄວາມລອດພົ້ນຂຶ້ນຢູ່ກັບພຣະເຈົ້າຂອງພວກເຮົາ ຜູ້ຊົງປະທັບຢູ່ເທິງພຣະຣາຊບັນລັງ ແລະ ຂຶ້ນກັບພຣະເມສານ້ອຍ.”
11
ແລະເທວະດາທັງໝົດທີ່ຢືນອ້ອມພຣະຣາຊບັນລັງ ອ້ອມພວກອາວຸໂສ ອ້ອມສິ່ງທີ່ມີຊີວິດທັງສີ່ນັ້ນ ໄດ້ພາກັນກົ້ມຂາບລົງຊ້ອງໜ້າພຣະບັນລັງ ແລະນະມັດສະການພຣະເຈົ້າ
12
ໂດຍກ່າວວ່າ, “ອາແມນ ຄຳສັນລະເສີນ, ສະຫງ່າຣາສີ, ສະຕິປັນຍາ, ຄຳໂມທະນາຂອບພຣະຄຸນ, ກຽດຕິຍົດ, ຣິດອຳນາດ ແລະຣິດເດດ ຈົ່ງເປັນຂອງພຣະເຈົ້າຂອງພວກຂ້ານ້ອຍຕະຫລອດຊົ່ວນິຣັນດອນເທີ້ນ ອາແມນ.”
13
ແລ້ວຜູ້ໜຶ່ງໃນພວກອາວຸໂສ ໄດ້ຖາມຂ້າພະເຈົ້າວ່າ, “ພວກທີ່ນຸ່ງເສື້ອຄຸມສີຂາວນັ້ນແມ່ນໃຜ ແລະມາຈາກໃສ?”
14
ຂ້າພະເຈົ້າໄດ້ຕອບຜູ້ນັ້ນວ່າ, “ທ່ານເອີຍ, ທ່ານເອງກໍຮູ້ຢູ່ແລ້ວ.” ຜູ້ນັ້ນຈຶ່ງບອກຂ້າພະເຈົ້າວ່າ, “ຄົນເຫຼົ່ານີ້ ແມ່ນພວກທີ່ໄດ້ຜ່ານການຖືກຂົ່ມເຫັງຢ່າງໜັກ ພວກເຂົາໄດ້ຊຳລະເສື້ອລ່າມຂອງພວກເຂົາໃຫ້ຂາວສະອາດ ດ້ວຍເລືອດຂອງພຣະເມສານ້ອຍ.
15
ດັ່ງນັ້ນ ພວກເຂົາຈຶ່ງໄດ້ຢືນຢູ່ຕໍ່ໜ້າພຣະຣາຊບັນລັງຂອງພຣະເຈົ້າ ແລະບົວລະບັດຮັບໃຊ້ພຣະອົງໃນພຣະວິຫານ ທັງກາງເວັນແລະກາງຄືນ ແລະພຣະອົງຜູ້ທີ່ປະທັບຢູ່ເທິງພຣະຣາຊບັນລັງນັ້ນ ຈະຊົງສະຖິດຢູ່ນຳແລະປົກປ້ອງຄຸ້ມຄອງພວກເຂົາ.
16
ພວກເຂົາຈະບໍ່ອຶດເຂົ້າຢາກນໍ້າອີກຕໍ່ໄປຈັກເທື່ອ, ຕາເວັນຫລືແສງແດດອັນຮ້ອນກ້າ ຈະບໍ່ເຜົາໄໝ້ພວກເຂົາ,
17
ເພາະພຣະເມສານ້ອຍທີ່ປະທັບຢູ່ທ່າມກາງພຣະຣາຊບັນລັງນັ້ນ ຈະເປັນພຣະຜູ້ລ້ຽງຂອງພວກເຂົາ. ພຣະອົງຈະຊົງນຳພວກເຂົາໄປເຖິງບໍ່ນໍ້າພຸແຫ່ງຊີວິດ. ແລະພຣະເຈົ້າຈະຊົງເຊັດນໍ້າຕາທຸກຢົດຈາກຕາຂອງພວກເຂົາ.”
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22