bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Revelation 16
Revelation 16
Lao Bible 2012 (ພຣະຄຳພີສັກສິ)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 17 →
1
ແລ້ວຂ້າພະເຈົ້າກໍໄດ້ຍິນສຽງແຮງດັງອອກມາຈາກພຣະວິຫານ ກ່າວຕໍ່ເທວະດາເຈັດຕົນນັ້ນວ່າ, “ຈົ່ງໄປສາ ເອົາຂັນທັງເຈັດໜ່ວຍທີ່ເຕັມໄປດ້ວຍຄວາມໂກດຮ້າຍຂອງພຣະເຈົ້າ ໄປຖອກໃສ່ແຜ່ນດິນໂລກ.”
2
ເທວະດາຕົນທຳອິດໄດ້ໄປຖອກຂັນຂອງຕົນໃສ່ແຜ່ນດິນໂລກ. ຕຸ່ມຝີອັນຮ້າຍແຮງ ແລະເຮັດໃຫ້ເຈັບປວດ ໄດ້ເກີດຂຶ້ນຕາມຕົນຕົວຂອງພວກທີ່ມີເຄື່ອງໝາຍຂອງສັດຮ້າຍ ແລະພວກທີ່ຂາບໄຫວ້ຮູບຂອງມັນ.
3
ແລ້ວເທວະດາຕົນທີສອງ ກໍໄດ້ຖອກຂັນຂອງຕົນໃສ່ທະເລ ແລະນໍ້າທະເລກໍໄດ້ກາຍເປັນເໝືອນດັ່ງເລືອດຂອງຄົນຕາຍ ແລະທຸກສິ່ງທີ່ມີຊີວິດຢູ່ໃນທະເລກໍໄດ້ຕາຍໄປໝົດ.
4
ແລ້ວເທວະດາຕົນທີສາມ ກໍໄດ້ຖອກຂັນຂອງຕົນໃສ່ແມ່ນໍ້າແລະນໍ້າພຸທັງຫລາຍ ແລະແມ່ນໍ້າກັບນໍ້າພຸເຫຼົ່ານັ້ນກໍໄດ້ກາຍເປັນເລືອດ.
5
ແລ້ວຂ້າພະເຈົ້າໄດ້ຍິນເທວະດາແຫ່ງນໍ້ານັ້ນຮ້ອງວ່າ, “ຂ້າແດ່ພຣະອົງເຈົ້າ ຜູ້ບໍຣິສຸດ ຜູ້ຊົງດຳລົງຢູ່ບັດນີ້ ແລະຜູ້ຊົງດຳລົງຢູ່ໃນຄາວກ່ອນ ພຣະອົງຊົງເປັນຜູ້ຍຸດຕິທຳ ເພາະພຣະອົງຊົງພິພາກສາເຫດການເຫຼົ່ານີ້.
6
ເພາະຄົນເຫຼົ່ານັ້ນໄດ້ເຮັດໃຫ້ເລືອດໄພ່ພົນຂອງພຣະເຈົ້າ ແລະຂອງຜູ້ປະກາດພຣະທຳໄຫລອອກ ແລະພຣະອົງໄດ້ຊົງປະທານເລືອດໃຫ້ພວກເຂົາດື່ມ ກໍສົມຄວນກັບການກະທຳຂອງພວກເຂົາແລ້ວ.”
7
ແລະຂ້າພະເຈົ້າໄດ້ຍິນແທ່ນບູຊາຮ້ອງວ່າ, “ຈິງຢູ່ແລ້ວ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ຊົງຣິດທານຸພາບສູງສຸດ ການພິພາກສາຂອງພຣະອົງກໍທ່ຽງແທ້ແລະຍຸດຕິທຳ.”
8
ແລ້ວເທວະດາຕົນທີສີ່ ກໍໄດ້ຖອກຂັນຂອງຕົນໃສ່ດວງຕາເວັນ ແລະດວງຕາເວັນກໍໄດ້ຮັບອະນຸຍາດໃຫ້ເຜົາໄໝ້ຄົນທັງຫລາຍດ້ວຍຄວາມຮ້ອນອັນແຮງກ້າ.
9
ພວກເຂົາໄດ້ຖືກເຜົາໄໝ້ດ້ວຍແສງແດດກ້າ ແລະພວກເຂົາກໍໄດ້ສາບແຊ່ງພຣະນາມຂອງພຣະເຈົ້າ ອົງທີ່ມີສິດອຳນາດເໜືອໄພພິບັດນັ້ນ ແລະພວກເຂົາບໍ່ຖິ້ມໃຈເກົ່າເອົາໃຈໃໝ່ ເພື່ອຖວາຍພຣະກຽດແກ່ພຣະອົງ.
10
ແລ້ວເທວະດາຕົນທີຫ້າ ກໍໄດ້ຖອກຂັນຂອງຕົນໃສ່ບັນລັງຂອງສັດຮ້າຍ ຄວາມມືດຈຶ່ງຕົກໃສ່ອານາຈັກຂອງສັດຮ້າຍ ແລະຄົນເຫຼົ່ານັ້ນກໍກັດລີ້ນຂອງຕົນເພາະຄວາມເຈັບປວດ
11
ແລະພວກເຂົາໄດ້ສາບແຊ່ງພຣະເຈົ້າແຫ່ງສະຫວັນ ຍ້ອນຄວາມເຈັບປວດແລະຕຸ່ມຝີ ທີ່ເກີດຕາມຕົນຕົວຂອງພວກເຂົານັ້ນ ແຕ່ພວກເຂົາບໍ່ໄດ້ກັບໃຈຈາກການກະທຳຂອງຕົນ.
12
ແລ້ວເທວະດາຕົນທີຫົກ ກໍໄດ້ຖອກຂັນຂອງຕົນໃສ່ແມ່ນໍ້າໃຫຍ່ເອີຟຣັດ ແມ່ນໍ້ານັ້ນໄດ້ແຫ້ງໄປ ເພື່ອຕຽມຫົນທາງໄວ້ໃຫ້ບັນດາກະສັດ ທີ່ມາຈາກທິດຕາເວັນອອກ.
13
ຕໍ່ມາ ຂ້າພະເຈົ້າໄດ້ເຫັນວິນຍານຊົ່ວຮ້າຍສາມດວງ ມີລັກສະນະເໝືອນໂຕກົບ ວິນຍານນັ້ນໄດ້ອອກມາຈາກປາກຂອງພະຍານາກ, ປາກຂອງສັດຮ້າຍ ແລະປາກຂອງຜູ້ປະກາດພຣະທຳປອມ.
14
ດ້ວຍວ່າ, ວິນຍານເຫຼົ່ານັ້ນເປັນຜີມານຮ້າຍ ທີ່ເຮັດໝາຍສຳຄັນ ມັນອອກໄປຫາກະສັດທັງຫລາຍທົ່ວພິພົບໂລກ ເພື່ອໃຫ້ກະສັດເຫຼົ່ານັ້ນມາຮ່ວມກັນສຳລັບການສົງຄາມ ໃນວັນອັນໃຫຍ່ຫລວງຂອງພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ. (
15
“ເບິ່ງແມ! ເຮົາຈະມາເໝືອນຂະໂມຍມາ ຄວາມສຸກເປັນຂອງຜູ້ທີ່ເຝົ້າລະວັງ ແລະຮັກສາເສື້ອຜ້າຂອງຕົນໄວ້ ເພື່ອວ່າຕົນຈະບໍ່ໄດ້ເປືອຍກາຍ ແລະເປັນທີ່ອັບອາຍໃນທ່າມກາງຄົນທັງຫລາຍ.”)
16
ແລະວິນຍານເຫຼົ່ານັ້ນ ໄດ້ພາກະສັດທັງຫລາຍມາຊຸມນຸມກັນໃນບ່ອນໜຶ່ງ ຕາມພາສາເຮັບເຣີເອີ້ນວ່າ, “ອາມາເຄໂດນ.”
17
ແລ້ວເທວະດາຕົນທີເຈັດ ກໍໄດ້ຖອກຂັນຂອງຕົນໃນອາກາດ ມີສຽງໜຶ່ງດັງແຮງມາຈາກບັນລັງໃນພຣະວິຫານ ກ່າວວ່າ, “ສຳເລັດແລ້ວ.”
18
ແລ້ວກໍມີຟ້າແມບເຫຼື້ອມ, ມີສຽງແຕກດັງສະໜັ່ນ, ຟ້າຮ້ອງຢ່າງບໍ່ຂາດສາຍ ແລະແຜ່ນດິນກໍໄຫວຢ່າງແຮງ. ຕັ້ງແຕ່ມະນຸດໄດ້ຖືກສ້າງຂຶ້ນມາໃນໂລກ ບໍ່ເຄີຍມີແຜ່ນດິນຫວັ່ນໄຫວອັນໃຫຍ່ ແລະຮ້າຍແຮງຂະໜາດນີ້ຈັກເທື່ອ ນີ້ແມ່ນແຜ່ນດິນໄຫວຄັ້ງຍິ່ງໃຫຍ່ທີ່ສຸດ
19
ມະຫານະຄອນໄດ້ແຍກອອກເປັນສາມສ່ວນ ແລະເມືອງທັງຫລາຍໃນທຸກປະເທດໄດ້ຖືກທຳລາຍ. ພຣະເຈົ້າບໍ່ໄດ້ລືມມະຫານະຄອນບາບີໂລນ ແລະໄດ້ຊົງໃຫ້ນະຄອນນີ້ດື່ມເຫຼົ້າອະງຸ່ນ ແຫ່ງຄວາມໂກດຮ້າຍຂອງພຣະອົງ.
20
ເກາະທຸກແຫ່ງໄດ້ສູນຫາຍໄປ, ພູທຸກໜ່ວຍກໍຊອກຫາບໍ່ພົບ.
21
ມີໝາກເຫັບໃຫຍ່ ໜັກກ້ອນລະຫ້າສິບກິໂລກຼາມ ຕົກຈາກທ້ອງຟ້າຖືກຄົນທັງປວງ, ພວກເຂົາໄດ້ປ້ອຍດ່າພຣະເຈົ້າ ຍ້ອນໄພພິບັດທີ່ເກີດຈາກໝາກເຫັບນັ້ນ. ດ້ວຍວ່າ ເປັນໄພພິບັດອັນຮ້າຍແຮງເຫລືອເກີນ.
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 17 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
Recommended Reading
Commentary
Revelation Commentaries
→
Devotional
Revelation Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→