bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Zechariah 1
Zechariah 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 2 →
1
ໃນເດືອນແປດ ຂອງຣາຊການປີທີສອງ ຂອງເຈົ້າດາຣິອຸດຈັກກະພັດແຫ່ງເປີເຊຍ ພຣະເຈົ້າຢາເວໄດ້ມອບຖ້ອຍຄຳດັ່ງຕໍ່ໄປນີ້ ໃຫ້ຜູ້ທຳນວາຍເຊກາຣີຢາລູກຊາຍຂອງເບເຣກີຢາແລະຫລານຊາຍຂອງອິດໂດວ່າ,
2
“ພຣະເຈົ້າຢາເວ ໂກດຮ້າຍປູ່ຍ່າຕາຍາຍຂອງພວກເຈົ້າເຫຼືອຫລາຍ.
3
ແລະບອກພວກເຂົາວ່າ, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ‘ຈົ່ງກັບຄືນມາຫາເຮົາ,’ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ‘ແລະເຮົາຈະກັບຄືນໄປຫາພວກເຈົ້າ.’ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.
4
‘ຢ່າສູ່ເປັນດັ່ງປູ່ຍ່າຕາຍາຍຂອງພວກເຈົ້າ ນານມາແລ້ວບັນດາຜູ້ທຳນວາຍໄດ້ບອກວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ບອກພວກເຈົ້າບໍ່ໃຫ້ດຳເນີນຊີວິດໃນທາງຊົ່ວຊ້າແລະໃນທາງບາບຕໍ່ໄປ.’ ແຕ່ພວກເຂົາບໍ່ໄດ້ເຊື່ອຟັງຫລືເຮັດຕາມສິ່ງທີ່ເຮົາໄດ້ບອກ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
5
ປູ່ຍ່າຕາຍາຍຂອງພວກເຈົ້າແລະຜູ້ທຳນວາຍເຫຼົ່ານັ້ນ ບໍ່ໄດ້ມີຊີວິດຢູ່ຕໍ່ໄປແລ້ວ.
6
ແຕ່ໂດຍຜ່ານທາງພວກຜູ້ທຳນວາຍຄືຄົນຮັບໃຊ້ຂອງເຮົາ ເຮົາໄດ້ມອບຖ້ອຍຄຳແລະຄຳຕັກເຕືອນຕ່າງໆ ໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າ; ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ ຈຶ່ງໄດ້ຮັບໂທດກຳ ແລ້ວພວກເຂົາກໍໄດ້ກັບໃຈໃໝ່ແລະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ລົງໂທດພວກເຮົາ ສົມກັບທີ່ພວກເຮົາສົມຄວນໄດ້ຮັບ ຕາມທີ່ພຣະອົງໄດ້ຕັດສິນໃຈເຮັດເຊັ່ນນັ້ນ.”’
7
ໃນປີທີສອງ ທີ່ເຈົ້າດາຣິອຸດເປັນຈັກກະພັດ ອັນກົງກັບວັນທີຊາວສີ່ ເດືອນສິບເອັດ (ເດືອນເຊບັດ) ພຣະເຈົ້າຢາເວໄດ້ມອບຖ້ອຍຄຳໃຫ້ຂ້າພະເຈົ້າ ໃນນິມິດຕອນກາງຄືນ.
8
ຂ້າພະເຈົ້າໄດ້ເຫັນຜູ້ໜຶ່ງຂີ່ມ້າສີແດງໂຕໜຶ່ງ. ຜູ້ນັ້ນໄດ້ຢຸດຢູ່ທ່າມກາງຕົ້ນໄມ້ຫອມ ໃນຮ່ອມພູແຫ່ງໜຶ່ງ ແລະທາງເບື້ອງຫລັງຂອງຜູ້ນັ້ນມີມ້າໂຕອື່ນອີກ ເປັນມ້າສີແດງ, ສີດ່າງ ແລະສີຂາວ.
9
ຂ້າພະເຈົ້າໄດ້ຖາມວ່າ, “ທ່ານເອີຍ ມ້າເຫຼົ່ານັ້ນໝາຍເຖິງຫຍັງ?” ເທວະດາທີ່ກ່າວກັບຂ້າພະເຈົ້າໄດ້ຕອບຂ້າພະເຈົ້າວ່າ, “ເຮົາຈະສະແດງໃຫ້ເຈົ້າເຫັນວ່າໝາຍເຖິງຫຍັງ?”
10
ດັ່ງນັ້ນ ຊາຍທີ່ຢືນຢູ່ທ່າມກາງຕົ້ນໄມ້ຫອມຈຶ່ງຕອບວ່າ, “ພຣະເຈົ້າຢາເວໄດ້ໃຊ້ພວກມັນໄປກວດກາເບິ່ງແຜ່ນດິນໂລກ.”
11
ພວກເຂົາໄດ້ມາລາຍງານຕໍ່ເທວະດາຂອງພຣະເຈົ້າຢາເວວ່າ, “ພວກເຮົາໄດ້ໄປທົ່ວໂລກແລະໄດ້ພົບວ່າ ໂລກທັງໝົດມີແຕ່ຄວາມສິ້ນຫວັງແລະຄວາມງຽບເຫງົາ.”
12
ແລ້ວເທວະດາຂອງພຣະເຈົ້າຢາເວກໍກ່າວວ່າ, “ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ເອີຍ ພຣະອົງໄດ້ໂກດຮ້າຍນະຄອນເຢຣູຊາເລັມ ແລະເມືອງຂອງຢູດາຍເຖິງເຈັດສິບປີແລ້ວ. ຈະຍັງອີກດົນນານປານໃດ ກ່ອນທີ່ພຣະອົງຈະໂຜດເມດຕາພວກເຂົາ?”
13
ພຣະເຈົ້າຢາເວໄດ້ຕອບເທວະດາຕົນທີ່ໄດ້ກ່າວກັບຂ້າພະເຈົ້າດ້ວຍຖ້ອຍຄຳເລົ້າໂລມໃຈ
14
ແລະເທວະດາຕົນທີ່ໄດ້ກ່າວກັບຂ້າພະເຈົ້າກໍໄດ້ບອກຂ້າພະເຈົ້າວ່າ, “ຈົ່ງປະກາດວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວວ່າ, ‘ເຮົາມີຄວາມຮັກແລະຄວາມຫ່ວງໃຍອັນເລິກເຊິ່ງ ຕໍ່ນະຄອນເຢຣູຊາເລັມ ແລະຕໍ່ຊີໂອນ
15
ແລະເຮົາກໍໂກດຮ້າຍຢ່າງເຫລືອຫລາຍຕໍ່ຊົນຊາດຕ່າງໆ ທີ່ມ່ວນຊື່ນຢູ່ກັບຄວາມມິດງຽບແລະຄວາມສະຫງົບສຸກ. ດ້ວຍວ່າ, ໃນເມື່ອເຮົາຖອນເອົາຄວາມໂກດຮ້າຍຂອງເຮົາ ທີ່ມີຕໍ່ປະຊາຊົນຂອງເຮົາຄືນນັ້ນ ຊົນຊາດເຫຼົ່ານັ້ນກໍໄດ້ເຮັດໃຫ້ປະຊາຊົນຂອງເຮົາທົນທຸກຍິ່ງຂຶ້ນ.’
16
ເພາະສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວວ່າ, ‘ເຮົາຈະກັບມາທີ່ນະຄອນເຢຣູຊາເລັມອີກ ເພື່ອສຳແດງຄວາມເມດຕາຕໍ່ນະຄອນນີ້. ວິຫານຂອງເຮົາຈະຖືກສ້າງຂຶ້ນໃໝ່ ແລະນະຄອນກໍຈະຖືກສ້າງຂຶ້ນໃໝ່ດ້ວຍ.’ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.
17
ຈົ່ງປະກາດອີກວ່າ: ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ‘ເມືອງທັງຫລາຍຂອງເຮົາຈະຈະເລີນຮຸ່ງເຮືອງຂຶ້ນໃໝ່ ແລະພຣະເຈົ້າຢາເວຈະປອບໃຈຊີໂອນ ແລະຈະເລືອກເອົານະຄອນເຢຣູຊາເລັມອີກເທື່ອໜຶ່ງ.”’
18
ໃນນິມິດຢ່າງອື່ນອີກ ຂ້າພະເຈົ້າໄດ້ເຫັນເຂົາສີ່ເຂົາ.
19
ຂ້າພະເຈົ້າຈຶ່ງຖາມເທວະດາຕົນທີ່ກຳລັງກ່າວແກ່ຂ້າພະເຈົ້າຢູ່ນັ້ນວ່າ, “ເຂົາເຫຼົ່ານັ້ນໝາຍເຖິງຫຍັງ?” ເພິ່ນຕອບວ່າ, “ເຂົາເຫຼົ່ານັ້ນໝາຍເຖິງບັນດາອຳນາດແຫ່ງໂລກນີ້ ທີ່ໄດ້ເຮັດໃຫ້ປະຊາຊົນຢູດາ, ອິດສະຣາເອນ ແລະເຢຣູຊາເລັມ ກະຈັດກະຈາຍໄປ.”
20
ແລ້ວພຣະເຈົ້າຢາເວກໍສຳແດງໃຫ້ຂ້າພະເຈົ້າເຫັນຊ່າງຕີເຫຼັກສີ່ຄົນ.
21
ຂ້າພະເຈົ້າຈຶ່ງຖາມວ່າ, “ຄົນເຫຼົ່ານັ້ນມາເຮັດຫຍັງ?” ເພິ່ນຕອບວ່າ, “ອັນນີ້ແມ່ນເຂົາທີ່ເຮັດໃຫ້ຢູດາພັດພາກຈາກກັນຈົນບໍ່ມີຜູ້ໃດເງີຍໜ້າໄດ້ ແຕ່ພວກຊ່າງນີ້ມາເພື່ອເຮັດໃຫ້ຊົນຊາດຕ່າງໆສະທ້ານຢ້ານກົວ ແລະໂຄ່ນລົ້ມຊົນຊາດທັງຫລາຍທີ່ຢຽບຢໍ່າທຳລາຍດິນແດນຢູດາຍໃຫ້ໝຸ່ນ ແລະເຮັດໃຫ້ພົນລະເມືອງກະຈັດກະຈາຍໄປ.”
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14