bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Zechariah 10
Zechariah 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 11 →
1
ຈົ່ງຂໍຝົນປາຍລະດູຈາກພຣະເຈົ້າຢາເວ. ແມ່ນພຣະເຈົ້າຢາເວທີ່ສົ່ງພະຍຸຝົນກັບຫ່າຝົນລົງມາໃຫ້ແກ່ປະຊາຊົນ, ທັງໃຫ້ທົ່ງໄຮ່ທົ່ງນາຂຽວງາມສຳລັບທຸກຄົນ.
2
ປະຊາຊົນປຶກສາກັບບັນດາຮູບເຄົາຣົບ ແລະໝໍດູໝໍມໍ ແຕ່ພວກມັນໃຫ້ຄຳຕອບທີ່ຕົວະ ແລະຫລອກລວງ. ບາງຄົນກໍແກ້ຄວາມຝັນ ແຕ່ເປັນຄຳຫລອກລວງພວກເຈົ້າເທົ່ານັ້ນ; ຄຳເລົ້າໂລມທີ່ພວກມັນໃຫ້ພວກເຈົ້ານັ້ນບໍ່ມີປະໂຫຍດ. ເພາະສະນັ້ນ ປະຊາຊົນຈຶ່ງຊັດເຊພະເນຈອນໄປດັ່ງຝູງແກະ. ພວກເຂົາຕົກຢູ່ໃນຄວາມເດືອດຮ້ອນຍ້ອນບໍ່ມີຜູ້ນຳພາ.
3
ເຮົາໂກດຮ້າຍຊາວຕ່າງດ້າວເຫຼົ່ານັ້ນ ຄືຜູ້ທີ່ປົກຄອງປະຊາຊົນຂອງເຮົາ ແລະເຮົາກຳລັງຈະລົງໂທດພວກເຂົາ. ປະຊາຊົນຢູດາເປັນຂອງເຮົາ ແລະພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະເບິ່ງແຍງພວກເຂົາ. ພວກເຂົາຈະເປັນມ້າເສິກທີ່ແຂງແຮງຂອງເຮົາ.
4
ຈາກທ່າມກາງພວກເຂົານັ້ນຈະມີບັນດາຜູ້ປົກຄອງ, ບັນດາຜູ້ນຳ ແລະບັນດາຜູ້ບັນຊາການທະຫານປົກຄອງປະຊາຊົນຂອງເຮົາ.
5
ປະຊາຊົນຢູດາຈະມີໄຊຊະນະດັ່ງທະຫານທີ່ຢຽບຢໍ່າເຫຼົ່າສັດຕູລົງໃນຂີ້ຕົມ ຕາມທ້ອງຖະໜົນຫົນທາງ. ພວກເຂົາຈະຕໍ່ສູ້ເຫຼົ່າສັດຕູ ເພາະພຣະເຈົ້າຢາເວຢູ່ກັບພວກເຂົາ ແລະພວກເຂົາຈະເອົາຊະນະແມ່ນແຕ່ກອງທະຫານມ້າຂອງເຫຼົ່າສັດຕູດ້ວຍ.
6
ເຮົາຈະເຮັດໃຫ້ປະຊາຊົນຢູດາເຂັ້ມແຂງ ເຮົາຈະຊ່ວຍປະຊາຊົນອິດສະຣາເອນໃຫ້ພົ້ນ. ເຮົາຈະມີຄວາມເມດຕາແກ່ພວກເຂົາ ແລະນຳພວກເຂົາທຸກຄົນກັບມາບ້ານ. ພວກເຂົາຈະເປັນຄືກັບວ່າເຮົາບໍ່ເຄີຍປະຖິ້ມພວກເຂົາເລີຍ ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ; ເຮົາຈະຕອບຄຳພາວັນນາອະທິຖານ ທຸກໆປະການຂອງພວກເຂົາເຈົ້າ.
7
ປະຊາຊົນອິດສະຣາເອນຈະເຂັ້ມແຂງດັ່ງນັກຮົບ ສົດຊື່ນດັ່ງຄົນທີ່ກຳລັງໄດ້ດື່ມເຫຼົ້າອະງຸ່ນ. ເຊື້ອສາຍຂອງພວກເຂົາຈະຈົດຈຳໄຊຊະນະນີ້ ແລະຈະປິຕິຍິນດີໃນສິ່ງທີ່ພຣະເຈົ້າຢາເວໄດ້ເຮັດ.
8
ເຮົາຈະເອີ້ນເອົາປະຊາຊົນຂອງເຮົາ ແລະທ້ອນໂຮມພວກເຂົາເຂົ້າມາຫາກັນໄວ້. ເຮົາຈະໄຖ່ເອົາພວກເຂົາ ເຮັດໃຫ້ພວກເຂົາມີຈຳນວນຫລາຍຄືດັ່ງແຕ່ກ່ອນ.
9
ເຖິງແມ່ນເຮົາໄດ້ກະຈັດກະຈາຍພວກເຂົາໄປກໍຕາມ ໃນທ່າມກາງບັນດາຊົນຊາດທັງຫລາຍນັ້ນ ແຕ່ຈາກທີ່ຫ່າງໄກພຸ້ນພວກເຂົາຍັງຈະລະນຶກຄິດເຖິງ ແລະຈົດຈຳເຮົາໄດ້ຢູ່. ພວກເຂົາຈະລອດຊີວິດມາໄດ້ພ້ອມດ້ວຍລູກໆຂອງພວກເຂົາ ແລະຕ່າງກໍຈະຫັນຕ່າວຄືນມາບ້ານ.
10
ຈາກປະເທດເອຢິບ ແລະອັດຊີເຣຍເຮົາຈະນຳພວກເຂົາກັບມາ ແລະໃຫ້ຕັ້ງຖິ່ນຖານຢູ່ໃນປະເທດຂອງພວກເຂົາ. ເຮົາຍັງຈະໃຫ້ຕັ້ງທີ່ຢູ່ໃນກີເລອາດ ແລະເລບານອນ ດິນແດນທັງໝົດກໍຈະເຕັມໄປດ້ວຍປະຊາຊົນທັງນັ້ນ.
11
ເມື່ອພວກເຂົາຜ່ານທະເລທີ່ໃຫ້ຄວາມເດືອດຮ້ອນໃຈ ພຣະອົງຈະຕີຄື້ນໃຫ້ສະຫງັດງຽບ ສ່ວນທ້ອງນໍ້າເລິກຂອງແມ່ນໍ້ານິນ ກໍຈະບົກລົງ ແລະເຫືອດແຫ້ງໄປຈົນກ້ຽງ. ອັດຊີເຣຍຜູ້ທີ່ຈອງຫອງຈະອ່ອນນ້ອມຖ່ອມຕົວ ແລະປະເທດເອຢິບຜູ້ທີ່ມີກຳລັງກໍຈະສູນເສຍອຳນາດ.
12
ເຮົາຈະເຮັດໃຫ້ພວກເຂົາເຂັ້ມແຂງໃນພຣະເຈົ້າຢາເວ ພວກເຂົາຈະເຊື່ອຟັງ ແລະນະມັດສະການ ເຮົາດ້ວຍ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14