bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Zechariah 6
Zechariah 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 7 →
1
ຂ້າພະເຈົ້າໄດ້ເຫັນນິມິດຢ່າງອື່ນອີກ. ເທື່ອນີ້ຂ້າພະເຈົ້າໄດ້ເຫັນລົດຮົບສີ່ຄັນ ກຳລັງອອກມາຈາກພູເຂົາສອງໜ່ວຍທີ່ເປັນທອງສຳຣິດ.
2
ລົດຮົບຄັນທີໜຶ່ງມີມ້າສີແດງ, ລົດຮົບຄັນທີສອງມີມ້າສີດຳ
3
ລົດຮົບຄັນທີສາມມີມ້າສີຂາວ ແລະລົດຮົບຄັນທີສີ່ມີມ້າສີດ່າງ.
4
ແລ້ວຂ້າພະເຈົ້າກໍຖາມເທວະດາຕົນນັ້ນວ່າ, “ທ່ານເອີຍ ລົດຮົບເຫຼົ່ານີ້ໝາຍເຖິງຫຍັງ?”
5
ເທວະດາຕົນນັ້ນໄດ້ຕອບວ່າ, “ລົດຮົບເຫຼົ່ານີ້ ໝາຍເຖິງລົມທັງສີ່ທິດ ທີ່ຫາກໍມາແຕ່ເຂົ້າເຝົ້າຕໍ່ໜ້າພຣະເຈົ້າຢາເວແຫ່ງແຜ່ນດິນໂລກນີ້ທັງໝົດ.”
6
ລົດຮົບຄັນທີ່ມີມ້າສີດຳນັ້ນ ກຳລັງໄປທາງທິດເໜືອສູ່ບາບີໂລນ, ມ້າສີຂາວນັ້ນກຳລັງໄປທາງທິດຕາເວັນຕົກ ແລະມ້າສີດ່າງກຳລັງໄປສູ່ປະເທດທາງທິດໃຕ້.
7
ເມື່ອມ້າໂຕສີແດງໄດ້ກ້າວອອກໄປ ພວກມັນກໍຮ້ອນໃຈທີ່ຈະກວດກາເບິ່ງແຜ່ນດິນໂລກ. ເທວະດາຕົນນັ້ນຈຶ່ງກ່າວວ່າ, “ຈົ່ງໄປກວດກາເບິ່ງແຜ່ນດິນໂລກສາ” ແລະມ້າເຫຼົ່ານັ້ນກໍອອກໄປ.
8
ແລ້ວເທວະດາຕົນນັ້ນກໍຮ້ອງບອກຂ້າພະເຈົ້າວ່າ, “ມ້າທີ່ໄປທາງທິດເໜືອສູ່ບາບີໂລນນັ້ນ ໄດ້ເຮັດໃຫ້ຄວາມໂກດຮ້າຍຂອງອົງພຣະຜູ້ເປັນເຈົ້າງຽບລົງ.”
9
ພຣະເຈົ້າຢາເວໄດ້ມອບຖ້ອຍຄຳເຫຼົ່ານີ້ໃຫ້ແກ່ຂ້າພະເຈົ້າ.
10
ພຣະອົງກ່າວວ່າ, “ຈົ່ງຮັບເອົາຂອງຂວັນທີ່ເຮນດາອີ, ໂຕບີຢາ ແລະເຢດາອີຢາ ຖວາຍໃນນາມຂອງພວກທີ່ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ. ຈົ່ງໄປທີ່ເຮືອນຂອງໂຢຊີຢາລູກຊາຍຂອງເຊຟານີຢາໃນມື້ນີ້ໂລດ. ຄົນເຫຼົ່ານີ້ໄດ້ກັບຄືນມາຈາກການເປັນຊະເລີຍທີ່ບາບີໂລນ.
11
ຈົ່ງເອົາເງິນແລະຄຳທີ່ພວກເຂົາໄດ້ມອບໃຫ້ນັ້ນເຮັດມົງກຸດ ແລະສຸບມົງກຸດນີ້ໃສ່ຫົວຂອງມະຫາປະໂຣຫິດເຢຊູອາລູກຊາຍຂອງໂຢຊາດັກ.
12
ຈົ່ງບອກລາວວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ‘ຄົນຊື່ວ່າກິ່ງ ຈະຈະເລີນຮຸ່ງເຮືອງຂຶ້ນໃນບ່ອນທີ່ຕົນຢູ່ອາໄສ ແລະລາວຈະສ້າງພຣະວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່.
13
ລາວຈະເປັນຜູ້ສ້າງພຣະວິຫານຂອງພຣະເຈົ້າຢາເວ ແລະຈະໄດ້ຮັບກຽດສົມກັບເປັນກະສັດ ແລະລາວຈະປົກຄອງປະຊາຊົນຂອງຕົນ. ຈະມີປະໂຣຫິດຄົນໜຶ່ງຢືນຢູ່ທີ່ຂ້າງບັນລັງຂອງລາວ ແລະພວກເຂົາຈະປົກຄອງຮ່ວມກັນຢ່າງສັນຕິສຸກ ແລະມີຄວາມເຂົ້າໃຈຊຶ່ງກັນແລະກັນ.’
14
ມົງກຸດນັ້ນຈະເປັນທີ່ລະລຶກໃນພຣະວິຫານຂອງພຣະເຈົ້າຢາເວ ໃຫ້ແກ່ເຮນດາອີ, ໂຕບີຢາ, ເຢດາອີຢາ ແລະໂຢສີຢາ ລູກຊາຍຂອງເຊຟານີຢາ.”
15
ຜູ້ທີ່ຢູ່ຫ່າງໄກກໍຈະມາຊ່ວຍສ້າງພຣະວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່. ແລະເມື່ອສ້າງຂຶ້ນໃໝ່ແລ້ວ ພວກເຈົ້າຈະຮູ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາຫາພວກເຈົ້າ. ເຫດການທັງໝົດນີ້ຈະເກີດຂຶ້ນແທ້ ຖ້າພວກເຈົ້າເຮັດຕາມຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢ່າງຄົບຖ້ວນ.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14