bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Zechariah 5
Zechariah 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 6 →
1
ຂ້າພະເຈົ້າໄດ້ຫລຽວເບິ່ງອີກ ແລະໃນເທື່ອນີ້ຂ້າພະເຈົ້າເຫັນໜັງສືມ້ວນ ປິວໄປໃນອາກາດ.
2
ເທວະດາຕົນນັ້ນໄດ້ຖາມຂ້າພະເຈົ້າວ່າ, “ເຈົ້າໄດ້ເຫັນຫຍັງແດ່?” ຂ້າພະເຈົ້າຈຶ່ງຕອບວ່າ, “ເຫັນໜັງສືມ້ວນກຳລັງປິວໄປໃນອາກາດ; ໜັງສືນີ້ຍາວເກົ້າແມັດແລະກວ້າງແມັດເຄິ່ງ.”
3
ແລ້ວເທວະດາຕົນນັ້ນກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ໃນໜັງສືມ້ວນນັ້ນມີຄຳສາບແຊ່ງຖືກຂຽນໄວ້ ທີ່ຈະອອກໄປເຖິງທົ່ວທັງດິນແດນ. ທີ່ສົ້ນໜຶ່ງຂອງໜັງສືນັ້ນກ່າວວ່າ ຄົນຂີ້ລັກທຸກໆຄົນຈະຖືກກວາດອອກໄປຈາກດິນແດນ ແລະທີ່ສົ້ນໜຶ່ງອີກກ່າວວ່າ ທຸກໆຄົນທີ່ເວົ້າຕົວະພາຍໃຕ້ຄຳສາບານ ຈະຖືກກວາດລ້າງອອກໄປຈາກດິນແດນເຊັ່ນກັນ.
4
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ພຣະອົງຈະສົ່ງຄຳສາບແຊ່ງນີ້ອອກໄປ ແລະມັນຈະເຂົ້າໄປໃນເຮືອນຂອງຄົນຂີ້ລັກທຸກຄົນ ຕະຫລອດທັງເຮືອນຂອງຜູ້ເວົ້າຕົວະພາຍໃຕ້ຄຳສາບານທຸກຄົນ. ມັນຈະຢູ່ໃນເຮືອນຂອງພວກເຂົາຈົນກວ່າບ້ານເຮືອນຖືກຮົກຮ້າງເພພັງ.”
5
ເທວະດາຕົນນັ້ນໄດ້ປາກົດຕໍ່ຂ້າພະເຈົ້າອີກ ແລະກ່າວວ່າ, “ເບິ່ງແມ! ສິ່ງໜຶ່ງອີກກຳລັງມາ.”
6
ຂ້າພະເຈົ້າຖາມວ່າ, “ສິ່ງນັ້ນແມ່ນຫຍັງ?” ເທວະດາຕົນນັ້ນຕອບວ່າ, “ແມ່ນກະຕ່າໜ່ວຍໜຶ່ງແລະມັນໝາຍເຖິງບາບ ຂອງດິນແດນນີ້ທັງໝົດ.”
7
ກະຕ່ານັ້ນມີຝາອັດທີ່ເຮັດດ້ວຍຕະກົ່ວ ເມື່ອຂ້າພະເຈົ້າເບິ່ງລົງໃນທີ່ນັ້ນ ຝາມັນກໍໄຂອອກແລະມີຍິງຜູ້ໜຶ່ງນັ່ງຢູ່ໃນກະຕ່ານັ້ນ.
8
ເທວະດາຕົນນັ້ນໄດ້ກ່າວວ່າ, “ຍິງຜູ້ນີ້ເປັນຕົວແທນຂອງຄວາມຊົ່ວຮ້າຍ.” ແລ້ວເທວະຕົນນັ້ນກໍຂົ່ມຫົວນາງລົງແລະອັດກະຕ່າໄວ້ຄືນ.
9
ຂ້າພະເຈົ້າຈຶ່ງເງີຍໜ້າຂຶ້ນ ແລະເຫັນຍິງສອງຄົນບິນມາທາງຂ້າພະເຈົ້າ ດ້ວຍປີກອັນມີກຳລັງຫລາຍເໝືອນດັ່ງນົກຍາງ. ຍິງທັງສອງໄດ້ຍົກກະຕ່ານັ້ນຂຶ້ນແລະບິນໜີໄປ.
10
ຂ້າພະເຈົ້າຈຶ່ງຖາມເທວະດາຕົນນັ້ນວ່າ, “ພວກນາງຈະເອົາກະຕ່ານັ້ນໄປໃສ?”
11
ເທວະດາຕົນນັ້ນຕອບວ່າ, “ໄປບາບີໂລນ ບ່ອນທີ່ພວກນາງຈະສ້າງວິຫານສຳລັບກະຕ່ານັ້ນ. ເມື່ອສ້າງວິຫານສຳເລັດແລ້ວ ກະຕ່ານັ້ນຈະຖືກປະໄວ້ທີ່ນັ້ນໃຫ້ຄົນຂາບໄຫວ້.”
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14