bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Zechariah 11
Zechariah 11
Lao Bible 2012 (ພຣະຄຳພີສັກສິ)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 12 →
1
ຈົ່ງໄຂປະຕູເມືອງຂອງເຈົ້າອອກ ເລບານອນເອີຍ ເພື່ອວ່າໄຟຈະໄດ້ໄໝ້ບັນດາຕົ້ນແປກຂອງເຈົ້າ
2
ຈົ່ງຮ້ອງໄຫ້ແລະໄວ້ທຸກເຖີດ ຕົ້ນແປກເທດເອີຍ ເພາະຕົ້ນແປກທັງຫລາຍໄດ້ລົ້ມລົງເສຍແລ້ວ; ຄືຕົ້ນໄມ້ຕ່າງໆທີ່ມີກຽດເຫຼົ່ານັ້ນນາ ຕ່າງກໍຖືກທຳລາຍລົງຢ່າງໝົດສິ້ນເສຍແລ້ວ ຈົ່ງຮ້ອງໄຫ້ໄວ້ທຸກເຖີດ ຕົ້ນໂອກແຫ່ງບາຊານເອີຍ ເພາະປ່າທີ່ເຕັມໄປດ້ວຍໄມ້ກໍຖືກປໍ້າລົງເສຍແລ້ວ
3
ບັນດານັກປົກຄອງຄວນຄາງຢ່າງທຸກລະທົມໃຈ ເພາະກຽດສັກສີຂອງພວກເຂົາສູນສິ້ນໄປເສຍແລ້ວ ຈົ່ງຟັງສຽງຄຳຣາມຮ້ອງຂອງຝູງສິງໜຸ່ມ ປ່າທີ່ມັນຢູ່ຕາມແມ່ນໍ້າຈໍແດນໄດ້ຖືກທຳລາຍລົງ.
4
ພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າໄດ້ກ່າວຕໍ່ຂ້າພະເຈົ້າວ່າ, “ຈົ່ງເຮັດເປັນຄືຄົນລ້ຽງແກະ ຊຶ່ງຝູງແກະກຳລັງຈະຖືກນຳໄປຂ້າ.
5
ບັນດາເຈົ້າຂອງໄດ້ຂ້າແກະເຫຼົ່ານັ້ນ ແລະໜີໄປໂດຍບໍ່ໄດ້ຮັບໂທດ. ພວກເຂົາຂາຍຊີ້ນ ແລະເວົ້າວ່າ, ‘ສັນລະເສີນພຣະເຈົ້າຢາເວ ພວກເຮົາຕ່າງກໍຮັ່ງມີ’ ແມ່ນແຕ່ຜູ້ລ້ຽງແກະເອງກໍຍັງບໍ່ເມດຕາສົງສານຝູງແກະນັ້ນ.” (
6
ພຣະເຈົ້າຢາເວກ່າວວ່າ, “ເຮົາຈະບໍ່ເມດຕາຜູ້ໃດເລີຍໃນແຜ່ນດິນໂລກນີ້. ເຮົາເອງຈະເປັນຜູ້ມອບປະຊາຊົນທຸກຄົນ ໃຫ້ຢູ່ໃຕ້ອຳນາດຂອງຜູ້ປົກຄອງພວກເຂົາ. ນັກປົກຄອງເຫຼົ່ານີ້ຈະລ້າງຜານແຜ່ນດິນໂລກ ແລະເຮົາຈະບໍ່ຊ່ວຍຜູ້ໃດໃຫ້ພົ້ນຈາກອຳນາດຂອງພວກເຂົາເລີຍ.”)
7
ຜູ້ຊື້ກັບຜູ້ຂາຍແກະເຫຼົ່ານັ້ນ ໄດ້ຈ້າງຂ້າພະເຈົ້າໃຫ້ເປັນຄົນລ້ຽງແກະ ຊຶ່ງກຳລັງຈະຖືກນຳໄປຂ້າ. ຂ້າພະເຈົ້າໄດ້ຈັບເອົາໄມ້ສອງທ່ອນ: ທ່ອນໜຶ່ງເອີ້ນວ່າ, “ພຣະຄຸນ” ແລະທ່ອນໜຶ່ງອີກເອີ້ນວ່າ, “ນໍ້າໜຶ່ງໃຈດຽວ.” ແລະຂ້າພະເຈົ້າໄດ້ເປັນຜູ້ເບິ່ງແຍງຝູງແກະ.
8
ຂ້າພະເຈົ້າໝົດຄວາມອົດທົນກັບຄົນລ້ຽງແກະອື່ນສາມຄົນ ທີ່ກຽດຊັງຂ້າພະເຈົ້າ; ພຽງເດືອນດຽວເທົ່ານັ້ນ ຂ້າພະເຈົ້າກໍໄດ້ກຳຈັດພວກເຂົາທັງໝົດ.
9
ແລ້ວຂ້າພະເຈົ້າກໍກ່າວຕໍ່ຝູງແກະວ່າ, “ຂ້າພະເຈົ້າຈະບໍ່ເປັນຜູ້ລ້ຽງຂອງພວກເຈົ້າອີກຕໍ່ໄປ. ພວກທີ່ຕາຍກໍໃຫ້ຕາຍໄປ. ພວກທີ່ຖືກທຳລາຍກໍໃຫ້ຖືກທຳລາຍໄປ. ພວກທີ່ຍັງເຫລືອຢູ່ກໍຈະທຳລາຍກັນເອງ.”
10
ແລ້ວຂ້າພະເຈົ້າກໍຈັບເອົາໄມ້ທ່ອນໜຶ່ງທີ່ເອີ້ນວ່າ, “ພຣະຄຸນ” ນັ້ນມາຫັກຖິ້ມເພື່ອຍົກເລີກພັນທະສັນຍາທີ່ອົງພຣະຜູ້ເປັນເຈົ້າໄດ້ເຮັດໄວ້ກັບບັນດາຊົນຊາດ.
11
ສະນັ້ນ ພັນທະສັນຍາຈຶ່ງໄດ້ຖືກຍົກເລີກໃນມື້ນັ້ນ. ຄົນເຫຼົ່ານັ້ນທີ່ໄດ້ຊື້ແລະຂາຍແກະ ຕ່າງກໍຈ້ອງເບິ່ງຂ້າພະເຈົ້າແລະພວກເຂົາກໍໄດ້ຮູ້ວ່າ ພຣະເຈົ້າຢາເວໄດ້ກ່າວຜ່ານທາງຖ້ອຍຄຳທີ່ຂ້າພະເຈົ້າກ່າວນັ້ນ.
12
ຂ້າພະເຈົ້າໄດ້ກ່າວແກ່ພວກເຂົາວ່າ, “ຖ້າພວກທ່ານເຫັນວ່າເປັນການດີ ຈົ່ງໃຫ້ຄ່າຈ້າງແກ່ຂ້າພະເຈົ້າເຖີດ, ແຕ່ຖ້າບໍ່ເຫັນເປັນການດີກໍຊ່າງເຖາະ.” ດັ່ງນັ້ນ ພວກເຂົາຈຶ່ງເອົາເງິນສາມສິບຫລຽນໃຫ້ເປັນຄ່າຈ້າງແກ່ຂ້າພະເຈົ້າ.
13
ພຣະເຈົ້າຢາເວກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງເອົາເງິນເຫຼົ່ານີ້ ໄປໄວ້ໃນຄັງຂອງພຣະວິຫານ.” ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ເອົາເງິນສາມສິບຫລຽນ ຊຶ່ງພວກເຂົາຄິດວ່າເປັນຄ່າຈ້າງທີ່ງາມສຳລັບຂ້າພະເຈົ້ານັ້ນໄປໄວ້ໃນຄັງຂອງວິຫານຂອງພຣະເຈົ້າຢາເວ.
14
ແລ້ວຂ້າພະເຈົ້າກໍໄດ້ຫັກໄມ້ທ່ອນທີສອງທີ່ມືຊື່ວ່າ, “ນໍ້າໜຶ່ງໃຈດຽວ” ຄວາມເປັນນໍ້າໜຶ່ງໃຈດຽວກັນຂອງຢູດາແລະຂອງອິດສະຣາເອນກໍຫັກສະບັ້ນລົງ.
15
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ບັດນີ້ ຈົ່ງເຮັດເປັນຄືຄົນລ້ຽງແກະທີ່ບໍ່ມີຄ່າ.
16
ເຮົາໄດ້ໃຫ້ຄົນລ້ຽງແກະຜູ້ໜຶ່ງເບິ່ງແຍງຝູງແກະຂອງເຮົາ ແຕ່ລາວບໍ່ໄດ້ຊ່ວຍແກະທີ່ກຳລັງຈະຈິບຫາຍໄປ; ລາວບໍ່ໄດ້ຊອກຫາໂຕທີ່ເສຍໄປ ຫລືປິ່ນປົວໂຕທີ່ຖືກບາດເຈັບ ຫລືລ້ຽງດູໂຕທີ່ລອດຊີວິດຢູ່, ແຕ່ລາວກັບກິນຊີ້ນຂອງແກະໂຕທີ່ຕຸ້ຍພີ ແລະຈີກກີບຕິນຂອງມັນອອກເສຍ.
17
ເຄາະກຳເປັນຂອງຄົນລ້ຽງແກະທີ່ບໍ່ມີຄ່າເສຍແລ້ວ ລາວໄດ້ປະຖິ້ມຝູງແກະຂອງລາວ. ເສິກສົງຄາມຈະທຳລາຍອຳນາດຂອງລາວລົງ. ແຂນຂອງລາວຈະລີບເຂົ້າແລະຕາກໍ້າຂວາຂອງລາວກໍຈະບອດດ້ວຍ.”
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14