bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Zechariah 12
Zechariah 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 13 →
1
ຕໍ່ໄປນີ້ແມ່ນຖ້ອຍຄຳທີ່ມາຈາກພຣະເຈົ້າຢາເວ ເຖິງຊາດອິດສະຣາເອນ: ພຣະເຈົ້າຢາເວອົງໄດ້ກາງຈັກກະວານອອກ ໄດ້ນິຣະມິດສ້າງແຜ່ນດິນໂລກ ແລະໄດ້ໃຫ້ຊີວິດແກ່ມວນມະນຸດ. ພຣະອົງກ່າວວ່າ,
2
“ເຮົາຈະເຮັດໃຫ້ນະຄອນເຢຣູຊາເລັມເປັນດັ່ງຈອກເຫຼົ້າອະງຸ່ນ; ບັນດາຊົນຊາດທີ່ຢູ່ອ້ອມຮອບນະຄອນເຢຣູຊາເລັມນີ້ ຈະດື່ມຈົນເມົາແລະຍ່າງໂຊເຊ. ເມື່ອພວກເຂົາປິດລ້ອມນະຄອນເຢຣູຊາເລັມນັ້ນ ເມືອງຕ່າງໆທີ່ຍັງເຫລືອຢູ່ໃນດິນແດນຢູດາ ກໍຈະຖືກປິດລ້ອມເຊັ່ນດຽວກັນ.
3
ແຕ່ເມື່ອເວລານັ້ນມາເຖິງ ເຮົາຈະເຮັດໃຫ້ນະຄອນເຢຣູຊາເລັມເປັນດັ່ງຫີນໜັກກ້ອນໜຶ່ງ ຊົນຊາດໃດທີ່ພະຍາຍາມຍົກຫີນກ້ອນນີ້ຂຶ້ນກໍຈະໄດ້ຮັບບາດເຈັບ. ຊົນຊາດທັງໝົດຢູ່ໃນໂລກນີ້ ຈະໂຮມກຳລັງກັນໂຈມຕີນະຄອນນີ້.
4
ພຣະເຈົ້າຢາເວກ່າວວ່າ ໃນເວລານັ້ນ ເຮົາຈະເຮັດໃຫ້ມ້າຂອງພວກເຂົາທຸກໂຕສະທ້ານຢ້ານກົວ ແລະທັງຈະເຮັດໃຫ້ຄົນຂີ່ມ້າທຸກຄົນເປັນບ້າ. ເຮົາຈະເຝົ້າເບິ່ງແຍງປະຊາຊົນຢູດາ ແຕ່ເຮົາຈະເຮັດໃຫ້ບັນດາມ້າເຫຼົ່າສັດຕູຂອງພວກເຂົາຕາບອດ.
5
ແລ້ວຕະກຸນຕ່າງໆຂອງເຜົ່າຢູດາກໍຈະເວົ້າຕໍ່ກັນແລະກັນວ່າ ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງພວກເຂົາໃຫ້ກຳລັງແກ່ພວກເຂົາທີ່ຢູ່ໃນນະຄອນເຢຣູຊາເລັມ.’
6
ໃນເວລານັ້ນ ເຮົາຈະເຮັດໃຫ້ຕະກຸນຕ່າງໆໃນເຜົ່າຢູດາ ເປັນດັ່ງກອງໄຟຢູ່ໃນປ່າແລະຢູ່ຕາມທົ່ງນາທີ່ມີເຂົ້າສຸກເຕັມຢູ່ ເພາະພວກເຂົາຈະທຳລາຍຊົນຊາດທັງໝົດທີ່ຢູ່ອ້ອມແອ້ມນັ້ນ. ສ່ວນປະຊາຊົນເຢຣູຊາເລັມນັ້ນຈະຢູ່ໃນນະຄອນຢ່າງປອດໄພ.
7
ພຣະເຈົ້າຢາເວຈະໃຫ້ກອງທັບຂອງຢູດາໄຊຊະນະກ່ອນ ເພື່ອວ່າກຽດທີ່ເຊື້ອສາຍຂອງກະສັດດາວິດ ແລະປະຊາຊົນເຢຣູຊາເລັມທີ່ຈະໄດ້ຮັບນັ້ນ ຈະບໍ່ເໜືອກວ່າປະຊາຊົນສ່ວນອື່ນໆຂອງຢູດາ.
8
ໃນເວລານັ້ນ ພຣະເຈົ້າຢາເວຈະປົກປ້ອງຜູ້ທີ່ຢູ່ໃນນະຄອນເຢຣູຊາເລັມ ແລະແມ່ນແຕ່ຜູ້ອ່ອນແຮງທີ່ສຸດກໍຈະເຂັ້ມແຂງຄືກະສັດດາວິດ. ເຊື້ອສາຍຂອງກະສັດດາວິດຈະນຳພາພວກເຂົາດັ່ງເທວະດາຂອງພຣະເຈົ້າຢາເວ ຄືເປັນດັ່ງພຣະເຈົ້າເອງ.
9
ໃນເວລານັ້ນ ເຮົາຈະທຳລາຍທຸກຊົນຊາດທີ່ພະຍາຍາມໂຈມຕີນະຄອນເຢຣູຊາເລັມ.
10
ເຮົາຈະເຮັດໃຫ້ເຊື້ອສາຍຂອງກະສັດດາວິດ ແລະຊາວເຢຣູຊາເລັມຄົນອື່ນໆ ເຕັມໄປດ້ວຍຈິດໃຈເມດຕາ ແລະຮັກການພາວັນນາອະທິຖານ. ພວກເຂົາຈະແນມເບິ່ງຜູ້ທີ່ພວກເຂົາແທງຈົນຕາຍ ແລະພວກເຂົາຈະໄວ້ທຸກໃຫ້ເພິ່ນດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍໂທນຂອງຕົນ. ພວກເຂົາຈະໄວ້ທຸກຢ່າງຂົມຂື່ນ ດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍກົກຂອງຕົນ.
11
ໃນເວລານັ້ນ ການໄວ້ທຸກໃນນະຄອນເຢຣູຊາເລັມຈະໜັກຫລາຍ ເທົ່າກັບການໄວ້ທຸກໃຫ້ແກ່ຮາດັດຣິມໂມນ ຢູ່ໃນທົ່ງພຽງຂອງເມກິດໂດ.
12
ແຕ່ລະຄອບຄົວໃນດິນແດນນັ້ນຈະພາກັນໄວ້ທຸກໂດຍຕົນເອງຄື: ຄອບຄົວທີ່ສືບເຊື້ອສາຍມາຈາກດາວິດຕ່າງຫາກ ແລະບັນດາເມຍຂອງພວກເຂົາກໍຕ່າງຫາກ, ຄອບຄົວທີ່ສືບເຊື້ອສາຍມາຈາກນາທານຕ່າງຫາກ ແລະບັນດາເມຍຂອງພວກເຂົາກໍຕ່າງຫາກ,
13
ຄອບຄົວທີ່ສືບເຊື້ອສາຍມາຈາກເລວີຕ່າງຫາກ ແລະບັນດາເມຍຂອງພວກເຂົາກໍຕ່າງຫາກ, ຄອບຄົວທີ່ສືບເຊື້ອສາຍມາຈາກຊີເມອີຕ່າງຫາກ ແລະບັນດາເມຍຂອງພວກເຂົາກໍຕ່າງຫາກ,
14
ແລະບັນດາຄອບຄົວທັງໝົດທີ່ເຫຼືອຢູ່ກໍໄວ້ທຸກຕ່າງຫາກ ແລະບັນດາເມຍຂອງພວກເຂົາກໍໄວ້ທຸກຢູ່ຕ່າງຫາກ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14