bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Zechariah 13
Zechariah 13
Lao Bible 2012 (ພຣະຄຳພີສັກສິ)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 14 →
1
ເມື່ອເວລານັ້ນມາເຖິງຈະມີນໍ້າບໍ່ໜຶ່ງໄຫລອອກມາ ເພື່ອຊຳລະບາບຂອງເຊື້ອສາຍຂອງກະສັດດາວິດ ແລະຂອງປະຊາຊົນເຢຣູຊາເລັມ ເພາະພວກເຂົາຂາບໄຫວ້ບັນດາຮູບເຄົາຣົບ.
2
ພຣະເຈົ້າຢາເວກ່າວວ່າ, ໃນເວລານັ້ນ ເຮົາຈະກຳຈັດບັນດາຮູບເຄົາຣົບໃຫ້ໝົດໄປຈາກດິນແດນ ແລະຈະບໍ່ມີຜູ້ໃດຈົດຈຳພວກມັນໄດ້ອີກເລີຍ. ເຮົາຈະກຳຈັດທຸກໆຄົນທີ່ອ້າງຕົວເອງວ່າເປັນຜູ້ທຳນວາຍ ແລະຈະທຳລາຍຄວາມປາຖະໜາທີ່ຈະຂາບໄຫວ້ບັນດາຮູບນັ້ນ.
3
ແລ້ວຖ້າຜູ້ໃດຜູ້ໜຶ່ງຍັງທຳນວາຍຕໍ່ໄປ ພໍ່ແລະແມ່ຂອງຜູ້ນັ້ນກໍຈະບອກວ່າ, ລາວຈະຖືກປະຫານຊີວິດຍ້ອນລາວເວົ້າຕົວະໃນນາມຂອງພຣະເຈົ້າຢາເວ; ເມື່ອລາວທຳນວາຍນັ້ນ ພໍ່ແມ່ຂອງລາວຈະຕົບຕີລາວຈົນຕາຍ.
4
ເມື່ອເວລາມາເຖິງ ຈະບໍ່ມີຜູ້ທຳນວາຍຄົນໃດອວດອ້າງຈອງຫອງວ່າ ຕົນໄດ້ເຫັນນິມິດ ຫລືສະແດງຕົນເປັນຜູ້ທຳນວາຍ ຫລືນຸ່ງເສື້ອຄຸມຂອງຜູ້ທຳນວາຍຫາຫລອກລວງປະຊາຊົນ.
5
ແຕ່ລາວຈະເວົ້າວ່າ, ‘ຂ້ອຍບໍ່ແມ່ນຜູ້ທຳນວາຍ ຂ້ອຍເປັນພໍ່ນາເພາະຂ້ອຍເຮັດນາມາຕະຫລອດຊີວິດ.’
6
ຖ້າມີຄົນຖາມວ່າ, ‘ບາດແຜຫຍັງທີ່ໜ້າເອິກຂອງເຈົ້າ?’ ລາວກໍຈະຕອບວ່າ, ‘ຂ້ອຍໄດ້ຮັບບາດເຈັບທີ່ເຮືອນຂອງໝູ່ຂ້ອຍ.”’
7
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ດາບເອີຍ ຈົ່ງຕື່ນຂຶ້ນແລະໂຈມຕີຄົນລ້ຽງແກະ ທີ່ເຮັດວຽກໃຫ້ເຮົາ ຈົ່ງຂ້າລາວເສຍ ແລະຝູງແກະຂອງເຮົາກໍຈະກະຈັດກະຈາຍໄປ. ເຮົາຈະໂຈມຕີປະຊາຊົນຂອງເຮົາ.”
8
ພຣະເຈົ້າຢາເວກ່າວວ່າ, “ແລະສອງສ່ວນສາມຂອງປະຊາຊົນທົ່ວປະເທດຈະຕາຍໄປ.
9
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14