bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Zechariah 4
Zechariah 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 5 →
1
ເທວະດາຕົນທີ່ມີໜ້າທີ່ກ່າວແກ່ຂ້າພະເຈົ້ານັ້ນ ໄດ້ກັບຄືນມາຫາຂ້າພະເຈົ້າອີກ ແລະປຸກຂ້າພະເຈົ້າໃຫ້ຕື່ນຂຶ້ນ ດັ່ງກັບວ່າຂ້າພະເຈົ້າໄດ້ນອນຫລັບໄປ.
2
ເພິ່ນຖາມຂ້າພະເຈົ້າວ່າ, “ເຈົ້າໄດ້ເຫັນຫຍັງແດ່?” ຂ້າພະເຈົ້າຈຶ່ງຕອບວ່າ, “ເຫັນຕີນຮອງຕະກຽງທີ່ເປັນຄຳ ເທິງຈອມນັ້ນມີອ່າງໜ່ວຍໜຶ່ງສຳລັບໃສ່ນໍ້າມັນ. ທີ່ເທິງຕີນຮອງຕະກຽງນັ້ນມີຕະກຽງເຈັດໜ່ວຍ ແລະແຕ່ລະໜ່ວຍມີໄສ້ເຈັດອັນ.
3
ທີ່ແຕ່ລະຂ້າງຂອງຕີນຮອງຕະກຽງນັ້ນມີຕົ້ນໝາກກອກເທດສອງຕົ້ນ ຂ້າງລະຕົ້ນ.”
4
ແລ້ວຂ້າພະເຈົ້າກໍຖາມເທວະດາຕົນທີ່ກ່າວກັບຂ້າພະເຈົ້າວ່າ, “ທ່ານເອີຍ ສິ່ງເຫຼົ່ານີ້ໝາຍເຖິງຫຍັງ?”
5
ເທວະດາຕົນທີ່ກ່າວກັບຂ້າພະເຈົ້າຖາມຂ້າພະເຈົ້າຄືນວ່າ, “ເຈົ້າບໍ່ຮູ້ຈັກບໍ?” ຂ້າພະເຈົ້າຕອບວ່າ, “ທ່ານເອີຍ ຂ້ານ້ອຍບໍ່ຮູ້ຈັກ.” ເທວະດາຕົນນັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຕະກຽງທັງເຈັດໜ່ວຍນັ້ນແມ່ນຕາທັງເຈັດຂອງພຣະເຈົ້າຢາເວ ຊຶ່ງສອດສ່ອງເບິ່ງທົ່ວທັງໂລກນີ້.”
6
ເທວະດາຕົນນັ້ນໄດ້ສັ່ງຂ້າພະເຈົ້າໃຫ້ມອບຖ້ອຍຄຳຈາກພຣະເຈົ້າຢາເວແກ່ເຊຣຸບບາເບນ. ຖ້ອຍຄຳນັ້ນມີດັ່ງນີ້: “ເຈົ້າຈະພົບຄວາມສຳເລັດ ບໍ່ແມ່ນໂດຍກຳລັງທາງທະຫານ ຫລືໂດຍກຳລັງຂອງເຈົ້າເອງ ແຕ່ໂດຍພຣະວິນຍານຂອງເຮົາ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.
7
ອຸບປະສັກໃຫຍ່ທໍ່ພູຜາ ກໍຈະເຫືອດຫາຍໄປຕໍ່ໜ້າເຈົ້າ. ເຈົ້າຈະສ້າງວິຫານຂອງເຮົາຂຶ້ນໃໝ່ ແລະເມື່ອເຈົ້າວາງຫີນກ້ອນສຸດທ້າຍລົງໃນບ່ອນນັ້ນແລ້ວ ປະຊາຊົນກໍຈະຮ້ອງຂຶ້ນວ່າ, ‘ງາມແທ້ ງາມແທ້!”’
8
ຂ້າພະເຈົ້າຍັງໄດ້ຮັບຖ້ອຍຄຳຢ່າງອື່ນອີກຈາກພຣະເຈົ້າຢາເວ.
9
ກ່າວວ່າ, “ເຊຣຸບບາເບນໄດ້ວາງຮາກຖານຂອງພຣະວິຫານແລ້ວ ແລະລາວຈະສ້າງຕຶກໃຫ້ສຳເລັດ. ເມື່ອເຫດການນີ້ເກີດຂຶ້ນ ປະຊາຊົນຂອງເຮົາຈະຮູ້ວ່າແມ່ນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ທີ່ໄດ້ໃຊ້ເຈົ້າໄປຫາພວກເຂົາ. ພວກເຂົາຜິດຫວັງກໍເພາະວ່າວຽກງານບໍ່ກ້າວໜ້າ. ແຕ່ພວກເຂົາຈະເຫັນເຊຣຸບບາເບນສືບຕໍ່ສ້າງພຣະວິຫານ ແລະພວກເຂົາກໍຈະຊົມຊື່ນຍິນດີ.”
11
ແລ້ວຂ້າພະເຈົ້າກໍໄດ້ຖາມເພິ່ນວ່າ, “ຕົ້ນໝາກກອກເທດສອງຕົ້ນທີ່ຢູ່ແຕ່ລະຂ້າງນັ້ນ ໝາຍເຖິງຫຍັງ?
12
ສ່ວນກິ່ງໝາກກອກເທດສອງກິ່ງ ຊຶ່ງຢູ່ທີ່ຂ້າງຂອງທໍ່ຄຳ ສຳລັບຖອກນໍ້າມັນໝາກກອກເທດນັ້ນ ໝາຍເຖິງຫຍັງ?”
13
ເພິ່ນຖາມຂ້າພະເຈົ້າຄືນວ່າ, “ເຈົ້າບໍ່ຮູ້ຈັກບໍ?” ຂ້າພະເຈົ້າຕອບວ່າ, “ທ່ານເອີຍ ຂ້ານ້ອຍບໍ່ຮູ້ຈັກ.”
14
ແລ້ວເພິ່ນກໍໄດ້ກ່າວວ່າ, “ສິ່ງເຫຼົ່ານັ້ນໝາຍເຖິງຊາຍສອງຄົນ ທີ່ພຣະເຈົ້າໄດ້ເລືອກເອົາແລະຫົດສົງແຕ່ງຕັ້ງໃຫ້ຮັບໃຊ້ ອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງໝົດ.”
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14