bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Zechariah 14
Zechariah 14
Lao Bible 2012 (ພຣະຄຳພີສັກສິ)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
1
ວັນທີ່ພຣະເຈົ້າຢາເວຈະນັ່ງຕັດສິນມາໃກ້ແລ້ວ. ນະຄອນເຢຣູຊາເລັມຈະຖືກປຸ້ນ ແລະພວກເຂົາຈະແບ່ງປັນຂອງທີ່ປຸ້ນມາໄດ້ນັ້ນຕໍ່ໜ້າພວກເຈົ້າ.
2
ແລະເຮົາຈະນຳຊົນຊາດທັງໝົດມາເຕົ້າໂຮມກັນ ເພື່ອເຮັດເສິກຕໍ່ສູ້ກັບນະຄອນເຢຣູຊາເລັມ. ນະຄອນຈະຖືກຢຶດ, ເຮືອນຈະຖືກປຸ້ນ ແລະພວກແມ່ຍິງກໍຈະຖືກຂົ່ມຂືນ. ປະຊາຊົນເຄິ່ງນະຄອນຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ ແຕ່ປະຊາຊົນເຄິ່ງໜຶ່ງຈະມີເຫຼືອຢູ່ໃນນະຄອນ.
3
ແລ້ວພຣະເຈົ້າຢາເວກໍຈະອອກໄປຕໍ່ສູ້ກັບຊົນຊາດເຫຼົ່ານັ້ນ ດັ່ງທີ່ພຣະອົງໄດ້ຕໍ່ສູ້ມາແລ້ວໃນອະດີດ.
4
ໃນເວລານັ້ນ ພຣະອົງຈະຢືນຢູ່ທີ່ເທິງພູເຂົາໝາກກອກເທດ ທີ່ທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ. ແລ້ວພູເຂົາໝາກກອກເທດກໍຈະຍະອອກ ເປັນສອງສ່ວນຈາກທິດຕາເວັນອອກຫາທິດຕາເວັນຕົກ ໂດຍມີຮ່ອມພູອັນກວ້າງຂວາງຢູ່ຫວ່າງກາງ. ພູເຂົາເຄິ່ງໜຶ່ງຈະເຄື່ອນໄປທາງທິດເໜືອ ແລະອີກເຄິ່ງໜຶ່ງຈະເຄື່ອນໄປທາງທິດໃຕ້.
5
ພວກເຈົ້າຈະປົບໜີໄປທາງຮ່ອມພູນີ້ ຊຶ່ງແຍກພູເຂົາເປັນສອງໜ່ວຍ. ພວກເຈົ້າຈະໜີໄປດັ່ງປູ່ຍ່າຕາຍາຍຂອງພວກເຈົ້າໄດ້ໜີ ຄາວແຜ່ນດິນໄຫວໃນສະໄໝຂອງກະສັດອຸດຊີຢາແຫ່ງຢູດາຍນັ້ນ. ພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ ຈະມາພ້ອມດ້ວຍຝູງເທວະດາທັງໝົດຂອງພຣະອົງ.
6
ເມື່ອວັນນັ້ນມາເຖິງ ຈະບໍ່ມີໜາວຫລືມີນໍ້າກ້າມ
7
ທັງຈະບໍ່ມີມືດອີກດ້ວຍ. ຈະມີແຕ່ແສງສະຫວ່າງແມ່ນແຕ່ຕອນກາງຄືນກໍດີ. ມີແຕ່ພຣະເຈົ້າຢາເວເທົ່ານັ້ນທີ່ຮູ້ຈັກ ເມື່ອເຫດການນີ້ຈະເກີດຂຶ້ນ.
8
ເມື່ອວັນນັ້ນມາເຖິງ ນໍ້າພຸຈະໄຫລອອກມາຈາກນະຄອນເຢຣູຊາເລັມ. ເຄິ່ງໜຶ່ງຂອງນໍ້ານັ້ນຈະໄຫລໄປສູ່ທະເລຕາຍ ແລະອີກເຄິ່ງໜຶ່ງຈະໄຫລໄປສູ່ທະເລເມດີແຕຣາເນ. ມັນຈະໄຫລຢູ່ຕະຫລອດປີ ທັງໃນລະດູແລ້ງແລະລະດູຝົນ.
9
ແລ້ວພຣະເຈົ້າຢາເວກໍຈະເປັນກະສັດ ປົກຄອງແຜ່ນດິນໂລກນີ້ທັງໝົດ; ໃນວັນນັ້ນ ຈະມີພຣະເຈົ້າຢາເວແຕ່ອົງດຽວ ແລະມີນາມຊື່ຂອງພຣະອົງແຕ່ນາມດຽວເທົ່ານັ້ນ.
10
ຂົງເຂດທັງໝົດ ແຕ່ເກບາທາງທິດເໜືອຫາຣິມໂມນທາງທິດໃຕ້ ຈະເປັນບ່ອນຮາບພຽງ. ນະຄອນເຢຣູຊາເລັມຈະສູງເດັ່ນໃນດິນແດນທີ່ອ້ອມຮອບນັ້ນ; ນະຄອນນີ້ຈະມີອານາເຂດຢຽດອອກໄປ ແຕ່ປະຕູເບັນຢາມິນຈົນຮອດປະຕູແຈ ບ່ອນທີ່ປະຕູເມືອງແຕ່ກ່ອນຕັ້ງຢູ່ ແລະຈາກຫໍຄອຍຮານາເນນ ເຖິງບ່ອນບີບເຫຼົ້າອະງຸ່ນຂອງກະສັດ.
11
ປະຊາຊົນຈະຢູ່ໃນທີ່ນັ້ນຢ່າງປອດໄພ ຄືບໍ່ຖືກຄຸກຄາມໂດຍໄພພິບັດອີກຕໍ່ໄປ.
12
ພຣະເຈົ້າຢາເວຈະນຳໂຣກລະບາດມາສູ່ຊົນຊາດທັງໝົດ ຊຶ່ງໄດ້ເຮັດເສິກຕໍ່ສູ້ນະຄອນເຢຣູຊາເລັມ. ເນື້ອໜັງຂອງພວກເຂົາຈະເປື່ອຍເນົ່າ ເມື່ອຍັງມີຊີວິດຢູ່; ຕາແລະລີ້ນຂອງພວກເຂົາຈະເປື່ອຍເນົ່າເຊັ່ນກັນດ້ວຍ.
13
ໃນວັນນັ້ນ ພຣະເຈົ້າຢາເວຈະເຮັດໃຫ້ພວກເຂົາສັບສົນວຸ້ນວາຍໃຫຍ່ ແລະຢ້ານກົວ ຈົນວ່າຈະໂຈມຕີແລະຈັບກຸມຄົນທີ່ຢູ່ໃກ້ຄຽງຕົນ.
14
ພວກຜູ້ຊາຍຊາວຢູດາຈະຕໍ່ສູ້ເພື່ອປ້ອງກັນນະຄອນເຢຣູຊາເລັມ. ພວກເຂົາຈະປຸ້ນເອົາຊັບສົມບັດຂອງບັນດາຊົນຊາດທັງໝົດເຊັ່ນ: ຄຳ, ເງິນ, ທັງເຄື່ອງນຸ່ງຫົ່ມເປັນຈຳນວນຫລວງຫລາຍ.
15
ໂຣກລະບາດອັນຮ້າຍແຮງຍັງຈະຕົກຖືກຝູງມ້າ, ລາ, ອູດ ແລະລໍ ຄືຕົກຖືກສັດທັງໝົດທີ່ຢູ່ໃນຄ້າຍພັກຂອງເຫຼົ່າສັດຕູ.
16
ແລ້ວພວກທີ່ລອດຊີວິດມາໄດ້ຈາກຊົນຊາດຕ່າງໆ ທີ່ໄດ້ໂຈມຕີນະຄອນເຢຣູຊາເລັມນັ້ນ ກໍຈະໄປທີ່ນັ້ນທຸກໆປີ ເພື່ອນະມັດສະການພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຄືອົງຊົງເປັນກະສັດ ແລະເພື່ອສະເຫລີມສະຫລອງເທດສະການປຸກຕູບຢູ່.
17
ຖ້າຊົນຊາດໃດບໍ່ຍອມໄປນະມັດສະການພຣະເຈົ້າຢາເວ ອົງຊົງຣິດອຳນາດຍິ່ງໃຫຍ່ ຄືອົງຊົງເປັນກະສັດແລ້ວ ຝົນກໍຈະບໍ່ຕົກລົງມາສູ່ດິນແດນຂອງພວກເຂົາ.
18
ຖ້າຊາວເອຢິບບໍ່ຍອມສະເຫລີມສະຫລອງເທດສະການປຸກຕູບຢູ່ ພວກເຂົາກໍຈະຖືກທຳລາຍດ້ວຍໂຣກລະບາດ ຊຶ່ງພຣະເຈົ້າຢາເວສົ່ງມາສູ່ທຸກຊົນຊາດ ທີ່ບໍ່ຍອມໄປທີ່ນັ້ນຄືກັນ.
19
ອັນນີ້ຈະເປັນການລົງໂທດ ທີ່ປະເທດເອຢິບແລະຊົນຊາດອື່ນໆທັງໝົດຈະໄດ້ຮັບ ຖ້າພວກເຂົາບໍ່ໄປສະເຫລີມສະຫລອງເທດສະການປຸກຕູບຢູ່.
20
ໃນວັນນັ້ນ ແມ່ນແຕ່ໝາກກະດິງທີ່ມັດຄໍມ້າກໍຈະຂຽນຖ້ອຍຄຳວ່າ, “ບໍຣິສຸດແດ່ພຣະເຈົ້າຢາເວ.” ໝໍ້ຄົວກິນໃນວິຫານຂອງພຣະເຈົ້າຢາເວກໍຈະບໍຣິສຸດ ດັ່ງຖ້ວຍທີ່ວາງໄວ້ຕໍ່ໜ້າແທ່ນບູຊາ.
21
ໝໍ້ຄົວກິນທຸກໆໜ່ວຍໃນນະຄອນເຢຣູຊາເລັມ ແລະໃນຢູດາຍຈະຖືກແຍກໄວ້ຕ່າງຫາກ ເພື່ອໃຊ້ນະມັດສະການພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. ປະຊາຊົນທີ່ຖວາຍບູຊາຈະໃຊ້ສິ່ງຂອງເຫຼົ່ານີ້ ສຳລັບຕົ້ມຊີ້ນທີ່ໄດ້ມາຈາກເຄື່ອງບູຊາ. ເມື່ອເວລານັ້ນມາເຖິງ ຈະບໍ່ມີພໍ່ຄ້າຄົນໃດຢູ່ໃນວິຫານຂອງພຣະເຈົ້າຢາເວອົງ ຊົງຣິດອຳນາດຍິ່ງໃຫຍ່, ໃນວັນນັ້ນ.
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
All chapters:
1
2
3
4
5
6
7
8
9
10
11
12
13
14