bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Zechariah 2
Zechariah 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 3 →
1
ໃນນິມິດຢ່າງອື່ນອີກ ຂ້າພະເຈົ້າໄດ້ເຫັນຊາຍຄົນໜຶ່ງຖືເຊືອກແທກໃນມື.
2
ຂ້າພະເຈົ້າຖາມວ່າ, “ທ່ານກຳລັງຈະໄປໃສ?” ຊາຍຄົນນັ້ນຕອບວ່າ, “ໄປແທກນະຄອນເຢຣູຊາເລັມວ່າຍາວແລະກວ້າງເທົ່າໃດ.”
3
ແລ້ວຂ້າພະເຈົ້າກໍໄດ້ເຫັນເທວະດາຕົນທີ່ໄດ້ກ່າວແກ່ຂ້າພະເຈົ້ານັ້ນ ກ້າວຍ່າງອອກໄປແລະມີເທວະດາຕົນອື່ນອີກ ເຂົ້າມາພົບເທວະດາຕົນນີ້.
4
ເທວະດາຕົນທຳອິດໄດ້ກ່າວຕໍ່ເທວະດາຕົນອື່ນວ່າ, “ຈົ່ງແລ່ນໄປບອກຊາຍໜຸ່ມທີ່ຖືເຊືອກແທກນັ້ນວ່າ ຢູ່ໃນນະຄອນເຢຣູຊາເລັມຈະມີຄົນກັບສັດຢ່າງຫລວງຫລາຍ ຈົນຈະກໍ່ກຳແພງເມືອງຂຶ້ນບໍ່ໄດ້.
5
ພຣະເຈົ້າຢາເວໄດ້ສັນຍາວ່າ ພຣະອົງເອງຈະເປັນກຳແພງໄຟອ້ອມເພື່ອປົກປ້ອງນະຄອນນີ້ໄວ້ ແລະພຣະອົງຈະສະຖິດຢູ່ໃນທີ່ນັ້ນ ດ້ວຍສະຫງ່າຣາສີອັນຮຸ່ງເຮືອງຂອງພຣະອົງ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
6
ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ກະຈັດກະຈາຍພວກເຈົ້າໄປທົ່ວທຸກທິດທຸກທາງ. ແຕ່ບັດນີ້ ພວກເຈົ້າຜູ້ທີ່ເປັນຊະເລີຍໃນຕ່າງຖິ່ນເອີຍ ຈົ່ງປົບໜີຈາກບາບີໂລນ ແລະກັບຄືນມາທີ່ນະຄອນເຢຣູຊາເລັມເຖີດ. ພຣະເຈົ້າຢາເວກ່າວດັ່ງນັ້ນແຫລະ
8
ຜູ້ໃດຜູ້ໜຶ່ງທີ່ຕົບຕີພວກເຈົ້າ ກໍສໍ່າກັບຕົບຕີແກ້ວຕາຂອງເຮົາ.” ດັ່ງນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຈຶ່ງໄດ້ໃຊ້ຂ້າພະເຈົ້າພ້ອມນຳຖ້ອຍຄຳນີ້ໄປບອກຊົນຊາດຕ່າງໆ ທີ່ໄດ້ປຸ້ນຈີ້ປະຊາຊົນຂອງພຣະອົງວ່າ,
9
“ພຣະອົງເອງຈະຕໍ່ສູ້ພວກເຈົ້າ ແລະພວກເຈົ້າຈະຖືກປຸ້ນຈີ້ໂດຍປະຊາຊົນ ທີ່ຄັ້ງໜຶ່ງເຄີຍເປັນຂ້ອຍໃຊ້ຂອງພວກເຈົ້າ. ເມື່ອເຫດການນີ້ເກີດຂຶ້ນ ທຸກຄົນຈະຮູ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາ.”
10
ພຣະເຈົ້າຢາເວກ່າວວ່າ, “ໂອ ລູກສາວຊີໂອນເອີຍ ຈົ່ງຮ້ອງເພງດ້ວຍຄວາມຊົມຊື່ນຍິນດີເຖີດ ເຮົາກຳລັງມາຢູ່ທ່າມກາງພວກເຈົ້າ.”
11
ໃນເວລານັ້ນຈະມີຫລາຍຊົນຊາດມາຫາພຣະເຈົ້າຢາເວ ແລະກາຍເປັນປະຊາຊົນຂອງພຣະອົງ. ພຣະອົງຈະຢູ່ທ່າມກາງພວກເຈົ້າ ແລະພວກເຈົ້າກໍຈະຮູ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາຫາພວກເຈົ້າ.
12
ອີກເທື່ອໜຶ່ງ ຢູດາຍຈະເປັນສ່ວນມໍຣະດົກຂອງພຣະເຈົ້າຢາເວໃນດິນແດນອັນສັກສິດຂອງພຣະອົງ ແລະນະຄອນເຢຣູຊາເລັມກໍຈະເປັນນະຄອນທີ່ພຣະອົງຮັກຫຼາຍທີ່ສຸດ.
13
ທຸກໆຄົນຈົ່ງງຽບສະຫງົບຢູ່ຊ້ອງໜ້າພຣະເຈົ້າຢາເວ ເພາະພຣະອົງກຳລັງມາແຕ່ສະຖານທີ່ຢູ່ອັນບໍຣິສຸດຂອງພຣະອົງ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14