bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Corinthians 1
1 Corinthians 1
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 2 →
1
ຈົດໝາຍສະບັບນີ້ຈາກເຮົາໂປໂລ ຜູ້ທີ່ໄດ້ຮັບການເອີ້ນໃຫ້ເປັນອັກຄະສາວົກຂອງພຣະຄຣິດເຈົ້າເຢຊູຕາມຄວາມປະສົງຂອງພຣະເຈົ້າ ແລະ ໂຊຊະເຖນ ພີ່ນ້ອງຂອງພວກເຮົາ,
2
ເຖິງຄຣິສຕະຈັກຂອງພຣະເຈົ້າໃນເມືອງໂກຣິນໂທ ຜູ້ໄດ້ຮັບການຊຳລະໃຫ້ບໍລິສຸດໃນພຣະຄຣິດເຈົ້າເຢຊູ ແລະ ໄດ້ຮັບການເອີ້ນໃຫ້ເປັນຄົນທີ່ບໍລິສຸດຂອງພຣະອົງດ້ວຍກັນກັບຄົນທັງໝົດໃນທຸກແຫ່ງຫົນທີ່ຮ້ອງອອກນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້ເປັນອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແລະ ຂອງພວກເຮົາ:
3
ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາເຈົ້າຂອງພວກເຮົາ ແລະ ຈາກພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງມີແກ່ພວກເຈົ້າທັງຫລາຍ.
4
ເຮົາຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢູ່ສະເໝີ ເພາະພຣະຄຸນຂອງພຣະອົງທີ່ໄດ້ມອບໃຫ້ແກ່ພວກເຈົ້າໃນພຣະຄຣິດເຈົ້າເຢຊູ.
5
ເພາະໃນພຣະອົງນັ້ນພວກເຈົ້າໄດ້ຮັບຄວາມຈະເລີນຂຶ້ນໃນທຸກດ້ານ ຄືດ້ວຍວາຈາທຸກປະເພດ ແລະ ດ້ວຍຄວາມຮູ້ທຸກຢ່າງຂອງພວກເຈົ້າ
6
ດັ່ງນັ້ນພຣະເຈົ້າຈຶ່ງຢືນຢັນຄຳພະຍານຂອງພວກເຮົາກ່ຽວກັບພຣະຄຣິດເຈົ້າໃນທ່າມກາງພວກເຈົ້າ.
7
ເຫດສະນັ້ນ ພວກເຈົ້າຈຶ່ງບໍ່ຂາດຂອງປະທານຝ່າຍວິນຍານໃດໆໃນຂະນະທີ່ພວກເຈົ້າລໍຄອຍຢ່າງຈົດຈໍ່ເພື່ອການມາປາກົດຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
8
ພຣະອົງຈະຮັກສາພວກເຈົ້າໃຫ້ຕັ້ງໝັ້ນຄົງຢູ່ຈົນເຖິງວັນສຸດທ້າຍ, ເພື່ອວ່າພວກເຈົ້າຈະບໍ່ມີຕຳໜິໃນວັນແຫ່ງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
9
ພຣະເຈົ້າສັດຊື່ ຜູ້ທີ່ໄດ້ເອີ້ນພວກເຈົ້າທັງຫລາຍໃຫ້ເຂົ້າຮ່ວມສາມັກຄີທຳກັບພຣະບຸດຂອງພຣະອົງ ຄືພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
10
ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຮ້ອງພວກເຈົ້າໃນນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາວ່າ, ຂໍໃຫ້ພວກເຈົ້າທຸກຄົນຍອມຮັບກັນແລະກັນໃນສິ່ງທີ່ພວກເຈົ້າເວົ້າ ແລ້ວຈຶ່ງຈະບໍ່ມີການແຕກແຍກເກີດຂຶ້ນໃນທ່າມກາງພວກເຈົ້າ, ແຕ່ເພື່ອພວກເຈົ້າຈະເປັນນໍ້າໜຶ່ງໃຈດຽວກັນຢ່າງສົມບູນໃນຄວາມຄິດ ແລະ ຈິດໃຈ.
11
ພີ່ນ້ອງທັງຫລາຍຂອງເຮົາເອີຍ, ມີບາງຄົນໃນຄອບຄົວຂອງນາງຂະໂລເອໄດ້ບອກເຮົາວ່າເກີດມີການຜິດຖຽງກັນໃນທ່າມກາງພວກເຈົ້າ.
12
ໃນສິ່ງເຮົາໝາຍເຖິງຄື: ຄົນໜຶ່ງໃນພວກເຈົ້າເວົ້າວ່າ, “ຂ້ອຍຕິດຕາມໂປໂລ”; ຜູ້ໜຶ່ງອີກເວົ້າວ່າ, “ຂ້ອຍຕິດຕາມອາໂປໂລ”; ຜູ້ໜຶ່ງອີກເວົ້າວ່າ, “ຂ້ອຍຕິດຕາມເກຟາ ” ແລະ ຍັງມີຜູ້ໜຶ່ງອີກເວົ້າວ່າ, “ຂ້ອຍຕິດຕາມພຣະຄຣິດເຈົ້າ”.
13
ພຣະຄຣິດເຈົ້າຖືກແບ່ງແຍກແລ້ວບໍ? ໂປໂລຖືກຄຶງເທິງໄມ້ກາງແຂນເພື່ອພວກເຈົ້າບໍ? ພວກເຈົ້າໄດ້ຮັບບັບຕິສະມາເຂົ້າໃນ ນາມຂອງ ໂປໂລ ຊັ້ນບໍ?
14
ເຮົາໂມທະນາຂອບພຣະຄຸນພຣະເຈົ້າທີ່ເຮົາບໍ່ໄດ້ໃຫ້ຜູ້ໃດໃນພວກເຈົ້າບັບຕິສະມາຈາກເຮົາ ນອກຈາກທ່ານກີສະໂປ ແລະ ທ່ານໄຄໂຢ.
15
ດັ່ງນັ້ນ ຈຶ່ງບໍ່ມີຜູ້ໃດສາມາດເວົ້າໄດ້ວ່າພວກເຈົ້າໄດ້ບັບຕິສະມາໃນນາມຂອງເຮົາ.
16
(ແມ່ນແທ້, ເຮົາໄດ້ໃຫ້ບັບຕິສະມາແກ່ຄົນໃນຄອບຄົວຂອງສະເຕຟານາດ້ວຍ; ນອກຈາກນັ້ນ ເຮົາຈື່ບໍ່ໄດ້ວ່າເຮົາໄດ້ໃຫ້ບັບຕິສະມາແກ່ຜູ້ໃດອີກ.)
17
ເພາະພຣະຄຣິດເຈົ້າບໍ່ໄດ້ໃຊ້ເຮົາມາເພື່ອໃຫ້ບັບຕິສະມາ, ແຕ່ເພື່ອໃຫ້ປະກາດຂ່າວປະເສີດ ໂດຍບໍ່ໄດ້ໃຊ້ສະຕິປັນຍາ ແລະ ໂວຫານຂອງມະນຸດ, ເພາະຢ້ານວ່າໄມ້ກາງແຂນຂອງພຣະຄຣິດເຈົ້ານັ້ນຈະໝົດລິດອຳນາດໄປ.
18
ເພາະຂໍ້ຄວາມທີ່ກ່ຽວກັບໄມ້ກາງແຂນນັ້ນຖືວ່າເປັນເລື່ອງໂງ່ຕໍ່ຄົນທີ່ກຳລັງຈະຈິບຫາຍ, ແຕ່ຕໍ່ພວກເຮົາທີ່ກຳລັງຈະພົ້ນນັ້ນ ຖືວ່າເປັນລິດອຳນາດຂອງພຣະເຈົ້າ.
19
ເພາະມີຂໍ້ຄວາມໄດ້ຖືກຂຽນໄວ້ໃນພຣະຄຳພີວ່າ: “ເຮົາຈະທຳລາຍສະຕິປັນຍາຂອງຄົນມີປັນຍາ; ເຮົາຈະເຮັດໃຫ້ຄວາມສະຫລາດຂອງຄົນສະຫລາດໄຮ້ຜົນ”.
20
ຄົນມີປັນຍາຢູ່ໃສ? ຫລື ຄູສອນກົດບັນຍັດຢູ່ໃສ? ນັກປັດຊະຍາຂອງຄົນຍຸກນີ້ຢູ່ໃສ? ພຣະເຈົ້າບໍ່ໄດ້ເຮັດໃຫ້ສະຕິປັນຍາຂອງໂລກນີ້ໂງ່ບໍ?
21
ເພາະໂດຍປັນຍາຂອງພຣະເຈົ້ານັ້ນ ໂລກບໍ່ອາດຮູ້ຈັກພຣະອົງດ້ວຍສະຕິປັນຍາຂອງຕົນເອງ. ພຣະເຈົ້າຈຶ່ງພໍໃຈທີ່ຈະຊ່ວຍບັນດາຜູ້ທີ່ເຊື່ອໃຫ້ພົ້ນໂດຍຄຳເທດສະໜາເລື່ອງທີ່ຖືວ່າໂງ່.
22
ຊາວຢິວຮຽກຮ້ອງໝາຍສຳຄັນ ແລະ ຊາວກຣີກກໍສະແຫວງຫາສະຕິປັນຍາ,
23
ແຕ່ພວກເຮົາເທດສະໜາເລື່ອງພຣະຄຣິດເຈົ້າຜູ້ຖືກຄຶງເທິງໄມ້ກາງແຂນ ເຊິ່ງເປັນຫີນທີ່ສະດຸດສຳລັບຊາວຢິວ ແລະ ຖືວ່າເປັນເລື່ອງໂງ່ສຳລັບບັນດາຄົນຕ່າງຊາດ,
24
ແຕ່ສຳລັບບັນດາຜູ້ທີ່ພຣະເຈົ້າເອີ້ນ, ທັງຊາວຢິວ ແລະ ຊາວກຣີກ, ພຣະຄຣິດເຈົ້າຄືລິດອຳນາດ ແລະ ປັນຍາຂອງພຣະເຈົ້າ.
25
ເພາະຄວາມໂງ່ຂອງພຣະເຈົ້າກໍຍັງສະຫລາດກວ່າສະຕິປັນຍາຂອງມະນຸດ ແລະ ຄວາມອ່ອນແອຂອງພຣະເຈົ້າ ກໍຍັງເຂັ້ມແຂງກວ່າກຳລັງຂອງມະນຸດ.
26
ພີ່ນ້ອງທັງຫລາຍເອີຍ, ຈົ່ງພິຈາລະນາເບິ່ງວ່າ ພວກເຈົ້າເຄີຍເປັນຢ່າງໃດເມື່ອພຣະເຈົ້າເອີ້ນພວກເຈົ້າ. ໃນພວກເຈົ້າມີໜ້ອຍຄົນທີ່ສະຫລາດຕາມມາດຕະຖານຂອງມະນຸດ; ມີໜ້ອຍຄົນທີ່ມີອຳນາດ, ມີໜ້ອຍຄົນທີ່ມີການກຳເນີດທີ່ສູງສົ່ງ.
27
ແຕ່ພຣະເຈົ້າໄດ້ເລືອກສິ່ງທີ່ໂລກເຫັນວ່າໂງ່ ເພື່ອໃຫ້ຄົນສະຫລາດອັບອາຍ; ພຣະເຈົ້າໄດ້ເລືອກສິ່ງທີ່ໂລກເຫັນວ່າອ່ອນແອ ເພື່ອໃຫ້ຄົນແຂງແຮງອັບອາຍ,
28
ພຣະເຈົ້າໄດ້ເລືອກສິ່ງທີ່ຕ່ຳຕ້ອຍຂອງໂລກ ແລະ ສິ່ງທີ່ພວກເຂົາດູໝິ່ນ ແລະ ສິ່ງທີ່ບໍ່ສຳຄັນຫຍັງ ເພື່ອລຶບລ້າງສິ່ງທີ່ໂລກຖືວ່າສຳຄັນ,
29
ເພື່ອວ່າຈະບໍ່ມີຜູ້ໃດຈະໂອ້ອວດໄດ້ຕໍ່ໜ້າພຣະອົງ.
30
ເພາະໂດຍພຣະອົງ ພວກເຈົ້າຈຶ່ງຢູ່ໃນພຣະຄຣິດເຈົ້າເຢຊູ ຜູ້ເປັນປັນຍາຈາກພຣະເຈົ້າເພື່ອເຮົາ ນັ້ນຄືເປັນຄວາມຊອບທຳ, ຄວາມບໍລິສຸດ ແລະ ການໄຖ່ຂອງພວກເຮົາ.
31
ເຫດສະນັ້ນ, ດັ່ງທີ່ມີຂໍ້ຄວາມໄດ້ຖືກຂຽນໄວ້ໃນພຣະຄຳພີວ່າ: “ຜູ້ທີ່ອວດ ຈົ່ງອວດອົງພຣະຜູ້ເປັນເຈົ້າ”.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16