bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Corinthians 8
1 Corinthians 8
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 9 →
1
ເລື່ອງອາຫານທີ່ໄດ້ບູຊາແກ່ຮູບເຄົາລົບແລ້ວ: ພວກເຮົາຮູ້ວ່າ “ພວກເຮົາທຸກຄົນລ້ວນແຕ່ມີຄວາມຮູ້”. ແຕ່ຄວາມຮູ້ນັ້ນເຮັດໃຫ້ອວດໂຕ ຂະນະທີ່ຄວາມຮັກເສີມສ້າງຂຶ້ນ.
2
ຜູ້ໃດທີ່ຄິດວ່າຕົນເອງຮູ້ບາງສິ່ງແລ້ວ ຜູ້ນັ້ນຍັງບໍ່ຮູ້ຕາມທີ່ຕົນຄວນຈະຮູ້.
3
ແຕ່ຜູ້ທີ່ຮັກພຣະເຈົ້າ ພຣະເຈົ້າກໍຮູ້ຈັກຜູ້ນັ້ນ.
4
ດັ່ງນັ້ນ ເລື່ອງການກິນອາຫານທີ່ໄດ້ບູຊາແກ່ຮູບເຄົາລົບແລ້ວນັ້ນ ພວກເຮົາກໍຮູ້ຢູ່ວ່າ “ຮູບເຄົາລົບນັ້ນບໍ່ມີຄວາມໝາຍຫຍັງໝົດໃນໂລກ” ແລະ “ມີພຣະເຈົ້າແຕ່ອົງດຽວເທົ່ານັ້ນ”.
5
ເພາະເຖິງແມ່ນວ່າຈະມີຫລາຍສິ່ງທີ່ເອີ້ນວ່າພະ, ບໍ່ວ່າຈະຢູ່ໃນສະຫວັນ ຫລື ເທິງແຜ່ນດິນໂລກກໍດີ (ທີ່ຈິງມີ “ພະ” ແລະ “ເຈົ້າ” ຫລາຍແທ້),
6
ແຕ່ສຳລັບພວກເຮົານັ້ນ ມີແຕ່ພຣະເຈົ້າອົງດຽວ ຄືພຣະບິດາເຈົ້າ ແລະ ສິ່ງສາລະພັດທັງປວງກໍມາຈາກພຣະອົງ ແລະ ພວກເຮົາກໍມີຊີວິດຢູ່ເພື່ອພຣະອົງ ແລະ ມີອົງພຣະຜູ້ເປັນເຈົ້າແຕ່ອົງດຽວ ຄືພຣະເຢຊູຄຣິດເຈົ້າ, ສິ່ງສາລະພັດເປັນມາໂດຍພຣະອົງ ແລະ ພວກເຮົາມີຊີວິດຢູ່ໂດຍພຣະອົງ.
7
ແຕ່ບໍ່ແມ່ນທຸກຄົນທີ່ມີຄວາມຮູ້ນີ້. ບາງຄົນຍັງຄຸ້ນເຄີຍກັບຮູບເຄົາລົບ ເມື່ອພວກເຂົາກິນອາຫານນັ້ນຈຶ່ງຖືວ່າເປັນຂອງບູຊາແກ່ພະທຽມນັ້ນ ແລະ ເພາະຈິດສຳນຶກຂອງພວກເຂົາຍັງອ່ອນ, ອາຫານນັ້ນຈຶ່ງເປັນມົນທິນ.
8
ແຕ່ອາຫານບໍ່ໄດ້ນຳພວກເຮົາໃຫ້ເຂົ້າໃກ້ພຣະເຈົ້າ; ຖ້າພວກເຮົາບໍ່ກິນ ພວກເຮົາກໍບໍ່ຊົ່ວລົງກວ່າເກົ່າ ແລະ ຖ້າພວກເຮົາກິນພວກເຮົາກໍບໍ່ໄດ້ດີຂຶ້ນ.
9
ເຖິງຢ່າງໃດກໍຕາມ ຈົ່ງລະວັງໃຫ້ດີ ຢ່າໃຫ້ການໃຊ້ສິດຂອງພວກເຈົ້າກາຍເປັນສິ່ງສະດຸດໃຈຕໍ່ພີ່ນ້ອງທີ່ມີຄວາມເຊື່ອອ່ອນ.
10
ເພາະຖ້າຜູ້ທີ່ມີຈິດສຳນຶກຍັງອ່ອນ ເຫັນພວກເຈົ້າຜູ້ມີຄວາມຮູ້ນັ່ງກິນອາຫານຢູ່ໃນວິຫານຂອງຮູບເຄົາລົບ ຄົນຜູ້ນັ້ນຈະບໍ່ມີໃຈກ້າກິນສິ່ງທີ່ໄດ້ບູຊາແກ່ຮູບເຄົາລົບນັ້ນບໍ?
11
ດັ່ງນັ້ນ ຄວາມຮູ້ຂອງເຈົ້າໄດ້ທຳລາຍພີ່ນ້ອງທີ່ມີຄວາມເຊື່ອອ່ອນເຫລົ່ານີ້ ເຊິ່ງພຣະຄຣິດເຈົ້າໄດ້ຕາຍເພື່ອພວກເຂົາ.
12
ເມື່ອເຈົ້າເຮັດບາບຕໍ່ພວກເຂົາໃນວິທີນີ້ ແລະ ທຳລາຍຈິດສຳນຶກທີ່ອ່ອນແອຂອງພວກເຂົາ, ເຈົ້າກໍເຮັດບາບຕໍ່ພຣະຄຣິດເຈົ້າ.
13
ເຫດສະນັ້ນ, ຖ້າສິ່ງທີ່ເຮົາກິນເປັນຕົ້ນເຫດໃຫ້ພີ່ນ້ອງຕ້ອງລົ້ມລົງໃນຄວາມບາບ, ເຮົາກໍຈະບໍ່ກິນຊີ້ນຕະຫລອດໄປ, ເພື່ອວ່າເຮົາຈະບໍ່ເປັນເຫດໃຫ້ພວກເຂົາລົ້ມລົງ.
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16