bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Corinthians 12
1 Corinthians 12
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 13 →
1
ພີ່ນ້ອງທັງຫລາຍເອີຍ, ບັດນີ້ເຮົາຢາກໃຫ້ພວກເຈົ້າຮູ້ກ່ຽວກັບຂອງປະທານຝ່າຍພຣະວິນຍານ.
2
ພວກເຈົ້າກໍຮູ້ຢູ່ວ່າເມື່ອພວກເຈົ້າຍັງບໍ່ເຊື່ອພຣະເຈົ້ານັ້ນ, ໂດຍທາງໃດໜຶ່ງ ຫລື ໂດຍທາງອື່ນໆ ພວກເຈົ້າໄດ້ຖືກຊັກຈູງ ແລະ ຖືກນຳໃຫ້ຫລົງຜິດໄປເພິ່ງຮູບເຄົາລົບທີ່ປາກບໍ່ເປັນ.
3
ເຫດສະນັ້ນ, ເຮົາຢາກໃຫ້ພວກເຈົ້າຮູ້ວ່າບໍ່ມີຜູ້ໃດທີ່ກຳລັງກ່າວໂດຍພຣະວິນຍານຂອງພຣະເຈົ້າຈະເວົ້າວ່າ, “ຂໍໃຫ້ພຣະເຢຊູເຈົ້າຖືກສາບແຊ່ງ” ແລະ ບໍ່ມີຜູ້ໃດສາມາດເວົ້າວ່າ, “ພຣະເຢຊູເຈົ້າເປັນອົງພຣະຜູ້ເປັນເຈົ້າ”, ນອກຈາກຜູ້ທີ່ກ່າວໂດຍພຣະວິນຍານບໍລິສຸດເຈົ້າ.
4
ຂອງປະທານມີຫລາຍຢ່າງແຕກຕ່າງກັນ, ແຕ່ມີພຣະວິນຍານອົງດຽວກັນເປັນຜູ້ມອບໃຫ້.
5
ງານຮັບໃຊ້ມີຫລາຍຢ່າງແຕກຕ່າງກັນ, ແຕ່ຮັບໃຊ້ອົງພຣະຜູ້ເປັນເຈົ້າອົງດຽວກັນ.
6
ມີການງານຫລາຍຢ່າງແຕກຕ່າງກັນ ແຕ່ແມ່ນພຣະເຈົ້າອົງດຽວກັນກະທຳການທັງໝົດໃນຄົນທັງປວງ.
7
ບັດນີ້ການສະແດງຂອງພຣະວິນຍານກໍໄດ້ມີໃຫ້ແຕ່ລະຄົນເພື່ອຜົນປະໂຫຍດຮ່ວມກັນ.
8
ໃຫ້ຄົນໜຶ່ງໄດ້ຮັບຖ້ອຍຄຳແຫ່ງສະຕິປັນຍາໂດຍທາງພຣະວິນຍານ, ໃຫ້ຄົນໜຶ່ງໄດ້ຮັບຖ້ອຍຄຳແຫ່ງຄວາມຮູ້ໂດຍພຣະວິນຍານອົງດຽວກັນ,
9
ໃຫ້ຄົນໜຶ່ງໄດ້ຮັບຂອງປະທານແຫ່ງຄວາມເຊື່ອໂດຍພຣະວິນຍານອົງດຽວກັນ, ໃຫ້ຄົນໜຶ່ງມີຂອງປະທານໃນການປິ່ນປົວພະຍາດໂດຍພຣະວິນຍານອົງດຽວກັນນັ້ນ,
10
ໃຫ້ຄົນໜຶ່ງໄດ້ຮັບລິດອຳນາດອັນອັດສະຈັນ, ໃຫ້ຄົນໜຶ່ງທຳນວາຍໄດ້, ໃຫ້ຄົນໜຶ່ງຈຳແນກລະຫວ່າງວິນຍານຕ່າງໆໄດ້, ໃຫ້ຄົນໜຶ່ງສາມາດເວົ້າພາສາແປກໆ ແລະ ໃຫ້ຄົນໜຶ່ງແປພາສາແປກໆໄດ້.
11
ສິ່ງທັງໝົດເຫລົ່ານີ້ແມ່ນພຣະວິນຍານອົງດຽວກັນທຳງານ ແລະ ພຣະອົງໃຫ້ສິ່ງເຫລົ່ານີ້ແກ່ແຕ່ລະຄົນຕາມທີ່ພຣະອົງໄດ້ກຳນົດໄວ້.
12
ເຖິງແມ່ນວ່າມີພຽງຮ່າງກາຍດຽວ ກໍຍັງມີອະໄວຍະວະຫລາຍສ່ວນ, ແຕ່ອະໄວຍະວະທັງໝົດເຫລົ່ານັ້ນກໍຍັງປະກອບກັນເປັນກາຍດຽວ, ພຣະຄຣິດເຈົ້າກໍເຊັ່ນກັນ.
13
ເພາະພວກເຮົາທັງໝົດໄດ້ຮັບບັບຕິສະມາໂດຍ ພຣະວິນຍານອົງດຽວເຂົ້າເປັນກາຍດຽວກັນ ບໍ່ວ່າພວກເຮົາຈະເປັນຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ ແລະ ພວກເຮົາທັງໝົດກໍໄດ້ຮັບພຣະວິນຍານອົງດຽວກັນ.
14
ດ້ວຍວ່າ ຮ່າງກາຍນັ້ນບໍ່ໄດ້ປະກອບດ້ວຍອະໄວຍະວະດຽວ ແຕ່ປະກອບດ້ວຍຫລາຍອະໄວຍະວະ.
15
ບັດນີ້ ຖ້າຕີນຈະເວົ້າວ່າ, “ເພາະຂ້ອຍບໍ່ແມ່ນມື ຂ້ອຍຈຶ່ງບໍ່ໄດ້ເປັນຂອງຮ່າງກາຍນັ້ນ”, ບໍ່ແມ່ນເພາະເຫດຜົນນັ້ນທີ່ເຮັດໃຫ້ຕີນຢຸດຕິການເປັນອະໄວຍະວະຂອງຮ່າງກາຍ.
16
ແລະ ຖ້າຫູຈະເວົ້າວ່າ, “ເພາະຂ້ອຍບໍ່ແມ່ນຕາ, ຂ້ອຍຈຶ່ງບໍ່ໄດ້ເປັນຂອງຮ່າງກາຍນັ້ນ”, ນັ້ນບໍ່ແມ່ນເຫດຜົນທີ່ເຮັດໃຫ້ຫູບໍ່ໄດ້ເປັນອະໄວຍະວະຂອງຮ່າງກາຍນັ້ນ.
17
ຖ້າອະໄວຍະວະທັງໝົດໃນຮ່າງກາຍເປັນຕາ ການໄດ້ຍິນຈະຢູ່ໃສ? ຖ້າອະໄວຍະວະທັງໝົດໃນຮ່າງກາຍເປັນຫູ ການດົມກິ່ນຈະຢູ່ໃສ?
18
ແຕ່ທີ່ຈິງແລ້ວ ພຣະເຈົ້າຕັ້ງອະໄວຍະວະຕ່າງໆໄວ້ໃນຮ່າງກາຍ, ທຸກໆສ່ວນຂອງອະໄວຍະວະນັ້ນຕາມທີ່ພຣະອົງຕ້ອງການໃຫ້ເປັນຢູ່.
19
ຖ້າອະໄວຍະວະທັງໝົດເປັນອະໄວຍະວະດຽວກັນ ຮ່າງກາຍຈະມີຢູ່ໃສ?
20
ດັ່ງນັ້ນແຫລະ ມີຫລາຍອະໄວຍະວະ, ແຕ່ເປັນຮ່າງກາຍດຽວ.
21
ຕາບໍ່ສາມາດເວົ້າກັບມືວ່າ, “ຂ້ອຍບໍ່ຕ້ອງການເຈົ້າ!” ແລະ ຫົວບໍ່ສາມາດເວົ້າກັບຕີນວ່າ, “ຂ້ອຍບໍ່ຕ້ອງການເຈົ້າ!”
22
ໃນທາງກົງກັນຂ້າມ ອະໄວຍະວະຕ່າງໆຂອງຮ່າງກາຍທີ່ເບິ່ງເໝືອນວ່າອ່ອນແອກວ່າກໍຂາດບໍ່ໄດ້,
23
ແລະ ອະໄວຍະວະທີ່ພວກເຮົາຄິດວ່າມີກຽດໜ້ອຍ ພວກເຮົາກໍຍັງຮັກສາດ້ວຍການໃຫ້ກຽດເປັນພິເສດ. ແລະ ອະໄວຍະວະທີ່ບໍ່ໜ້າເບິ່ງ ພວກເຮົາກໍເບິ່ງແຍງເປັນພິເສດ,
24
ສ່ວນອະໄວຍະວະຂອງພວກເຮົາທີ່ໜ້າເບິ່ງຢູ່ແລ້ວກໍບໍ່ຕ້ອງເບິ່ງແຍງເປັນພິເສດ. ແຕ່ພຣະເຈົ້າໄດ້ຈັດວາງອະໄວຍະວະຕ່າງໆຂອງຮ່າງກາຍເຂົ້າຮ່ວມກັນ, ອະໄວຍະວະທີ່ບໍ່ມີກຽດນັ້ນພຣະອົງໃຫ້ກຽດຫລາຍຂຶ້ນ.
25
ເພື່ອຈະບໍ່ມີການແຕກແຍກກັນໃນຮ່າງກາຍ, ແຕ່ເພື່ອໃຫ້ອະໄວຍະວະຕ່າງໆໃນຮ່າງກາຍຫ່ວງໃຍກັນ.
26
ຖ້າອະໄວຍະວະໜຶ່ງເຈັບ ທຸກອະໄວຍະວະກໍເຈັບດ້ວຍກັນ; ຖ້າອະໄວຍະວະໜຶ່ງໄດ້ຮັບກຽດ ທຸກອະໄວຍະວະກໍຊື່ນຊົມຍິນດີດ້ວຍກັນ.
27
ບັດນີ້ ພວກເຈົ້າທັງຫລາຍເປັນຮ່າງກາຍຂອງພຣະຄຣິດເຈົ້າ ພວກເຈົ້າແຕ່ລະຄົນເປັນອະໄວຍະວະຂອງກາຍນັ້ນ.
28
ແລະ ໃນຄຣິສຕະຈັກ ພຣະເຈົ້າໄດ້ແຕ່ງຕັ້ງອັກຄະສາວົກເປັນອັນດັບທຳອິດ, ອັນດັບທີສອງຄືຜູ້ທຳນວາຍ, ອັນດັບທີສາມຄືອາຈານ, ຈາກນັ້ນກໍຄືຜູ້ເຮັດການອັດສະຈັນຕ່າງໆ, ຜູ້ມີຂອງປະທານໃນການປິ່ນປົວພະຍາດ, ຜູ້ສາມາດຊ່ວຍເຫລືອຜູ້ອື່ນ, ຜູ້ມີຂອງປະທານໃນການບໍລິຫານງານ ແລະ ຜູ້ເວົ້າພາສາແປກໆ.
29
ທຸກຄົນເປັນອັກຄະສາວົກບໍ? ທຸກຄົນເປັນຜູ້ທຳນວາຍບໍ? ທຸກຄົນເປັນອາຈານບໍ? ທຸກຄົນເຮັດການອັດສະຈັນບໍ?
30
ທຸກຄົນມີຂອງປະທານໃນການປິ່ນປົວພະຍາດບໍ? ທຸກຄົນເວົ້າພາສາແປກໆ ບໍ? ທຸກຄົນແປໄດ້ບໍ?
31
ແຕ່ໃຫ້ພວກເຮົາຮ້ອນຮົນສະແຫວງຫາ ຂອງປະທານທີ່ໃຫຍ່ກວ່ານີ້. ແລະ ບັດນີ້ ເຮົາຈະສະແດງຫົນທາງທີ່ດີເລີດທີ່ສຸດແກ່ພວກເຈົ້າ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16