bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Corinthians 2
1 Corinthians 2
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 3 →
1
ພີ່ນ້ອງທັງຫລາຍເອີຍ, ແລະ ດັ່ງນັ້ນເລື່ອງນັ້ນກໍຢູ່ກັບເຮົາແລ້ວ. ເມື່ອເຮົາໄດ້ມາຫາພວກເຈົ້າ, ເຮົາບໍ່ໄດ້ມາດ້ວຍຄຳເວົ້າອັນມີໂວຫານ ຫລື ສະຕິປັນຍາຂອງມະນຸດດັ່ງທີ່ເຮົາປະກາດຄຳພະຍານກ່ຽວກັບພຣະເຈົ້າ ໃຫ້ແກ່ພວກເຈົ້າ.
2
ເພາະເຮົາຕັ້ງໃຈໄວ້ແລ້ວວ່າ ຂະນະທີ່ເຮົາຢູ່ກັບພວກເຈົ້າ ເຮົາຈະບໍ່ໃສ່ໃຈໃນເລື່ອງໃດເລີຍ ນອກຈາກເລື່ອງຂອງພຣະເຢຊູຄຣິດເຈົ້າ ແລະ ການທີ່ພຣະອົງຖືກຄຶງເທິງໄມ້ກາງແຂນ.
3
ເຮົາມາຫາພວກເຈົ້າດ້ວຍຄວາມອ່ອນແອກັບຄວາມຢ້ານກົວທີ່ສຸດຈົນຕົວສັ່ນ.
4
ຄຳເວົ້າ ແລະ ຄຳເທດສະໜາຂອງເຮົາບໍ່ແມ່ນຖ້ອຍຄຳແຫ່ງສະຕິປັນຍາ ແລະ ຖ້ອຍຄຳແຫ່ງການເລົ້າໂລມໃຈ, ແຕ່ເປັນການສະແດງໃຫ້ເຫັນເຖິງລິດອຳນາດຂອງພຣະວິນຍານບໍລິສຸດເຈົ້າ,
5
ເພື່ອວ່າຄວາມເຊື່ອຂອງພວກເຈົ້າຈະບໍ່ອາໄສສະຕິປັນຍາຂອງມະນຸດ, ແຕ່ອາໄສລິດອຳນາດຂອງພຣະເຈົ້າ.
6
ເຖິງຢ່າງໃດກໍຕາມ ພວກເຮົາກ່າວຖ້ອຍຄຳແຫ່ງສະຕິປັນຍາກັບບັນດາຜູ້ທີ່ເປັນຜູ້ໃຫຍ່ແລ້ວ, ແຕ່ບໍ່ແມ່ນສະຕິປັນຍາຂອງຍຸກນີ້ ຫລື ສະຕິປັນຍາຂອງຜູ້ປົກຄອງຂອງຍຸກນີ້, ຜູ້ທີ່ກຳລັງຈະເສື່ອມສູນໄປ.
7
ບໍ່ແມ່ນດອກ, ແຕ່ພວກເຮົາປະກາດເຖິງປັນຍາຂອງພຣະເຈົ້າ, ເປັນຄວາມເລິກລັບທີ່ເຊື່ອງຊ້ອນໄວ້ ແລະ ເຊິ່ງພຣະເຈົ້າໄດ້ກຳນົດໄວ້ເພື່ອເປັນສະຫງ່າລາສີຂອງພວກເຮົາຕັ້ງແຕ່ກ່ອນເລີ່ມສ້າງໂລກ.
8
ບໍ່ມີຜູ້ປົກຄອງຄົນໃດຂອງຍຸກນີ້ ທີ່ເຂົ້າໃຈປັນຍານີ້, ເພາະຖ້າພວກເຂົາເຂົ້າໃຈ ພວກເຂົາກໍຈະບໍ່ຄຶງອົງພຣະຜູ້ເປັນເຈົ້າຜູ້ສະຫງ່າລາສີໄວ້ເທິງໄມ້ກາງແຂນ.
9
ຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ: “ສິ່ງທີ່ຕາບໍ່ເຫັນ, ສິ່ງທີ່ຫູບໍ່ໄດ້ຍິນ ແລະ ສິ່ງທີ່ມະນຸດຄິດບໍ່ອອກ ຄືສິ່ງທີ່ພຣະເຈົ້າຈັດຕຽມໄວ້ສຳລັບຄົນເຫລົ່ານັ້ນຜູ້ທີ່ຮັກພຣະອົງ”.
10
ແຕ່ພຣະເຈົ້າໄດ້ເປີດເຜີຍສິ່ງນັ້ນໃຫ້ແກ່ພວກເຮົາໂດຍທາງພຣະວິນຍານຂອງພຣະອົງ. ພຣະວິນຍານຢັ່ງຮູ້ທຸກໆສິ່ງ, ແມ່ນແຕ່ສິ່ງເລິກຂອງພຣະເຈົ້າ.
11
ດ້ວຍວ່າ ຜູ້ໃດນໍຈະຮູ້ຄວາມຄິດຂອງມະນຸດໄດ້ ເວັ້ນໄວ້ແຕ່ຈິດວິນຍານທີ່ຢູ່ໃນມະນຸດຜູ້ນັ້ນ? ໃນວິທີດຽວກັນ ບໍ່ມີຜູ້ໃດຮູ້ຄວາມຄິດຂອງພຣະເຈົ້າໄດ້ ນອກຈາກພຣະວິນຍານຂອງພຣະເຈົ້າ.
12
ພວກເຮົາບໍ່ໄດ້ຮັບວິນຍານຂອງໂລກນີ້, ແຕ່ຮັບພຣະວິນຍານເຊິ່ງມາຈາກພຣະເຈົ້າ, ເພື່ອວ່າພວກເຮົາຈະເຂົ້າໃຈສິ່ງທີ່ພຣະເຈົ້າໄດ້ເຕັມໃຈໃຫ້ພວກເຮົາ.
13
ນີ້ຄືສິ່ງທີ່ພວກເຮົາກ່າວ, ບໍ່ແມ່ນດ້ວຍຖ້ອຍຄຳທີ່ສະຕິປັນຍາຂອງມະນຸດໄດ້ສັ່ງສອນໄວ້, ແຕ່ດ້ວຍຖ້ອຍຄຳທີ່ພຣະວິນຍານໄດ້ສັ່ງສອນໄວ້, ເປັນການສະແດງຄວາມຈິງດ້ານຈິດວິນຍານດ້ວຍຖ້ອຍຄຳຝ່າຍຈິດວິນຍານທີ່ໄດ້ສັ່ງສອນໄວ້.
14
ຄົນທີ່ບໍ່ມີພຣະວິນຍານ ກໍບໍ່ສາມາດຍອມຮັບສິ່ງທີ່ມາຈາກພຣະວິນຍານຂອງພຣະເຈົ້າໄດ້ ແຕ່ພວກເຂົາຖືວ່າສິ່ງເຫລົ່ານີ້ເປັນເລື່ອງໂງ່ ແລະ ພວກເຂົາບໍ່ສາມາດເຂົ້າໃຈສິ່ງເຫລົ່ານັ້ນ ເພາະວ່າຕ້ອງອາໄສການໄຈ້ແຍກຝ່າຍຈິດວິນຍານຈຶ່ງຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້.
15
ບຸກຄົນທີ່ມີພຣະວິນຍານກໍຕັດສິນກ່ຽວກັບທຸກໆສິ່ງໄດ້, ແຕ່ບຸກຄົນດັ່ງກ່າວນັ້ນບໍ່ໄດ້ຂຶ້ນຢູ່ກັບການຕັດສິນຂອງມະນຸດເທົ່ານັ້ນ,
16
ເພາະວ່າ “ຜູ້ໃດນໍ ຮູ້ຈິດໃຈຂອງອົງພຣະຜູ້ເປັນເຈົ້າໄດ້ ເພື່ອວ່າຈະໃຫ້ຄຳແນະນຳແກ່ພຣະອົງໄດ້?” ແຕ່ພວກເຮົາມີຈິດໃຈຂອງພຣະຄຣິດເຈົ້າ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16