bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Corinthians 13
1 Corinthians 13
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 14 →
1
ຖ້າຫາກວ່າເຮົາເວົ້າພາສາແປກໆ ໄດ້ຈະເປັນພາສາມະນຸດ ຫລື ພາສາເທວະດາ, ແຕ່ບໍ່ມີຄວາມຮັກ ເຮົາກໍເປັນພຽງຄ້ອງ ຫລື ແຊ່ງທີ່ກຳລັງສົ່ງສຽງເທົ່ານັ້ນ.
2
ຖ້າຫາກວ່າເຮົາມີຂອງປະທານໃນການທຳນວາຍ ສາມາດເຂົ້າໃຈໃນຂໍ້ລັບເລິກ ແລະ ຄວາມຮູ້ທັງໝົດ, ແລະ ຖ້າເຮົາມີຄວາມເຊື່ອທີ່ສາມາດເຄື່ອນພູເຂົາໄດ້, ແຕ່ບໍ່ມີຄວາມຮັກ ເຮົາກໍບໍ່ມີຄ່າອັນໃດ.
3
ຖ້າຫາກວ່າເຮົາຈະບໍລິຈາກຊັບສິນທັງໝົດທີ່ເຮົາມີໃຫ້ແກ່ຄົນຍາກຈົນ ແລະ ຍອມໃຫ້ເອົາຮ່າງກາຍຂອງເຮົາໄປສູ່ຄວາມຍາກລຳບາກເພື່ອເຮົາຈະໂອ້ອວດໄດ້, ແຕ່ບໍ່ມີຄວາມຮັກ, ເຮົາກໍບໍ່ໄດ້ປະໂຫຍດຫຍັງ.
4
ຄວາມຮັກຄືຄວາມອົດທົນ, ຄວາມຮັກຄືຄວາມເມດຕາ, ຄວາມຮັກບໍ່ອິດສາ, ບໍ່ໂອ້ອວດ, ບໍ່ຈອງຫອງ,
5
ບໍ່ດູຖູກຄົນອື່ນ, ບໍ່ເຫັນແກ່ຕົວ, ບໍ່ໃຈຮ້າຍງ່າຍ, ບໍ່ຈົດຈຳຄວາມຜິດ.
6
ຄວາມຮັກບໍ່ຍິນດີໃນຄວາມຊົ່ວ ແຕ່ຍິນດີກັບຄວາມຈິງ.
7
ຄວາມຮັກປົກປ້ອງຄຸ້ມຄອງສະເໝີ, ວາງໃຈສະເໝີ, ມີຄວາມຫວັງສະເໝີ ແລະ ອົດທົນສະເໝີ.
8
ຄວາມຮັກບໍ່ມີວັນສູນສິ້ນໄປ ເຖິງວ່າການເຜີຍພຣະຄຳຈະຖືກຍົກເລີກ, ການເວົ້າພາສາແປກໆຈະງຽບໄປ, ຄວາມຮູ້ຈະສູນຫາຍໄປ.
9
ເພາະພວກເຮົາຮູ້ພຽງແຕ່ບາງສ່ວນ ແລະ ພວກເຮົາກໍເຜີຍພຣະຄຳພຽງແຕ່ບາງສ່ວນ,
10
ແຕ່ເມື່ອຄວາມສົມບູນມາເຖິງແລ້ວ, ສິ່ງທີ່ເປັນບາງສ່ວນນັ້ນກໍຈະສູນຫາຍໄປ.
11
ເມື່ອເຮົາຍັງເປັນເດັກນ້ອຍຢູ່ນັ້ນ, ເຮົາກໍເວົ້າຄືເດັກນ້ອຍ, ເຮົາກໍຄິດຄືເດັກນ້ອຍ, ເຮົາກໍໃຊ້ເຫດຜົນຄືເດັກນ້ອຍ. ແຕ່ເມື່ອເຮົາກາຍເປັນຜູ້ໃຫຍ່ແລ້ວ, ເຮົາກໍຖິ້ມວິຖີຊີວິດໄວເດັກນ້ອຍໄວ້ເບື້ອງຫລັງເຮົາ.
12
ເພາະວ່າເວລານີ້ ພວກເຮົາເຫັນແຕ່ເງົາສະທ້ອນເໝືອນເບິ່ງໃນແວ່ນ; ໃນເວລານັ້ນພວກເຮົາຈະເຫັນກັນໜ້າຕໍ່ໜ້າ. ໃນເວລານີ້ເຮົາຮູ້ຈັກພຽງບາງສ່ວນ; ໃນເວລານັ້ນເຮົາຈະຮູ້ຈັກທຸກສິ່ງ, ແຕ່ເໝືອນດັ່ງເຮົາເປັນທີ່ຮູ້ຈັກຢ່າງສົມບູນແລ້ວ.
13
ແລະ ບັດນີ້ ຍັງຕັ້ງຢູ່ສາມສິ່ງຄື: ຄວາມເຊື່ອ, ຄວາມຫວັງ, ແລະ ຄວາມຮັກ, ແຕ່ສິ່ງທີ່ໃຫຍ່ທີ່ສຸດຂອງສິ່ງເຫລົ່ານີ້ແມ່ນຄວາມຮັກ.
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16