bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Corinthians 5
1 Corinthians 5
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 6 →
1
ແທ້ຈິງແລ້ວໄດ້ມີລາຍງານມາວ່າ ມີການຜິດສິນທຳທາງເພດໃນທ່າມກາງພວກເຈົ້າ, ເຊິ່ງໃນຮູບແບບທີ່ແມ່ນແຕ່ໃນທ່າມກາງຄົນບໍ່ເຊື່ອພຣະເຈົ້າກໍຍັງບໍ່ອະນຸຍາດໃຫ້ເກີດຂຶ້ນຄື: ຊາຍຄົນໜຶ່ງນອນກັບເມຍພໍ່ຂອງຕົນ.
2
ແລະ ພວກເຈົ້າກໍພູມໃຈ! ແທນທີ່ພວກເຈົ້າຄວນຈະໂສກເສົ້າເສຍໃຈ ແລະ ຂັບໄລ່ຄົນທີ່ເຮັດເຊັ່ນນັ້ນອອກຈາກຄວາມສຳພັນຂອງພວກເຈົ້າບໍ່ແມ່ນບໍ?
3
ສຳລັບເຮົາແລ້ວ, ເຖິງແມ່ນວ່າ ກາຍຂອງເຮົາບໍ່ໄດ້ຢູ່ນຳ, ແຕ່ຈິດໃຈຂອງເຮົາກໍຢູ່ກັບພວກເຈົ້າ. ເຮົາໄດ້ຕັດສິນຄົນທີ່ເຮັດຢ່າງນັ້ນໃນນາມຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ເໝືອນກັບວ່າເຮົາໄດ້ຢູ່ນໍາພວກເຈົ້າ.
4
ດັ່ງນັ້ນ ເມື່ອພວກເຈົ້າທັງຫລາຍໄດ້ປະຊຸມກັນ ແລະ ຈິດໃຈຂອງເຮົາກໍຢູ່ຮ່ວມກັບພວກເຈົ້າ ແລະ ລິດອຳນາດຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາກໍຢູ່ນໍາດ້ວຍ,
5
ຈົ່ງມອບຄົນນັ້ນໄວ້ໃຫ້ມານຊາຕານທຳລາຍເນື້ອໜັງ, ເພື່ອວ່າຈິດວິນຍານຂອງລາວຈະໄດ້ພົ້ນໃນວັນຂອງອົງພຣະຜູ້ເປັນເຈົ້າ.
6
ການອວດອ້າງຂອງພວກເຈົ້ານັ້ນບໍ່ດີເລີຍ. ພວກເຈົ້າບໍ່ຮູ້ບໍວ່າເຊື້ອແປ້ງພຽງແຕ່ໜ້ອຍດຽວກໍເຮັດໃຫ້ແປ້ງນວດທັງກ້ອນຟູຂຶ້ນ?
7
ຈົ່ງກຳຈັດເຊື້ອເກົ່າອອກ, ເພື່ອວ່າພວກເຈົ້າຈະໄດ້ເປັນແປ້ງນວດກ້ອນໃໝ່ທີ່ບໍ່ມີເຊື້ອ ດັ່ງທີ່ພວກເຈົ້າເປັນຢູ່ແທ້ຈິງ. ເພາະພຣະຄຣິດເຈົ້າຜູ້ເປັນລູກແກະປັດສະຄາຂອງພວກເຮົານັ້ນ ໄດ້ຖືກຖວາຍບູຊາແລ້ວ.
8
ເຫດສະນັ້ນ, ໃຫ້ພວກເຮົາຖືຮັກສາເທດສະການນີ້ບໍ່ແມ່ນດ້ວຍແປ້ງເຂົ້າຈີ່ເກົ່າທີ່ມີຄວາມອາຄາດບາດໝາງ ແລະ ຄວາມຊົ່ວຮ້າຍ, ແຕ່ດ້ວຍເຂົ້າຈີ່ທີ່ບໍ່ມີເຊື້ອ ຄືເຂົ້າຈີ່ແຫ່ງຄວາມຈິງໃຈ ແລະ ຄວາມຈິງ.
9
ເຮົາໄດ້ຂຽນຈົດໝາຍມາຫາພວກເຈົ້າເພື່ອບໍ່ໃຫ້ຄົບຫາກັບຄົນຜິດສິນທຳທາງເພດ
10
ແຕ່ບໍ່ໄດ້ໝາຍເຖິງປະຊາຊົນຂອງໂລກນີ້ຜູ້ທີ່ຜິດສິນທຳ ຫລື ຜູ້ທີ່ມີຄວາມໂລບ ແລະ ຜູ້ທີ່ສໍ້ໂກງ ຫລື ຜູ້ທີ່ຂາບໄຫວ້ຮູບເຄົາລົບ. ໃນກໍລະນີນີ້ ພວກເຈົ້າຈະຕ້ອງໄດ້ອອກຈາກໂລກນີ້.
11
ແຕ່ບັດນີ້ ເຮົາໄດ້ຂຽນມາເຖິງພວກເຈົ້າວ່າ ພວກເຈົ້າຕ້ອງບໍ່ໄປຄົບຫາກັບຄົນທີ່ອ້າງຕົນເອງວ່າເປັນພີ່ນ້ອງ ແຕ່ຍັງເຮັດຜິດສິນທຳທາງເພດ ຫລື ໂລບ, ເປັນຄົນຂາບໄຫວ້ຮູບເຄົາລົບ ຫລື ເປັນຄົນໃສ່ຮ້າຍປ້າຍສີຄົນອື່ນ, ເປັນຄົນຂີ້ເຫລົ້າ ຫລື ເປັນຄົນສໍ້ໂກງ. ຄົນແບບນີ້ບໍ່ສົມຄວນແມ່ນແຕ່ຈະຮ່ວມຮັບປະທານອາຫານນໍາ.
12
ແມ່ນໜ້າທີ່ຫຍັງຂອງເຮົາທີ່ຈະຕັດສິນຄົນທີ່ຢູ່ພາຍນອກຄຣິສຕະຈັກເຫລົ່ານັ້ນ? ພວກເຈົ້າຈະຕັດສິນຄົນທີ່ຢູ່ພາຍໃນເຫລົ່ານັ້ນບໍ່ແມ່ນບໍ?
13
ພຣະເຈົ້າຈະຕັດສິນຄົນທີ່ຢູ່ພາຍນອກເຫລົ່ານັ້ນ. “ຈົ່ງຂັບໄລ່ຄົນຊົ່ວຮ້າຍອອກໄປຈາກທ່າມກາງພວກເຈົ້າ”.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16