bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Corinthians 16
1 Corinthians 16
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
1
ບັດນີ້ ກ່ຽວກັບການແຜ່ຊັບເພື່ອບັນດາຄົນຂອງອົງພຣະຜູ້ເປັນເຈົ້ານັ້ນ ຂໍໃຫ້ປະຕິບັດຕາມທີ່ເຮົາໄດ້ບອກໃຫ້ຄຣິສຕະຈັກຕ່າງໆໃນຄາລາເຕຍປະຕິບັດນັ້ນ.
2
ໃນມື້ທີໜຶ່ງຂອງທຸກໆອາທິດ, ພວກເຈົ້າແຕ່ລະຄົນຄວນແຍກເງິນຈຳນວນໜຶ່ງທີ່ເໝາະສົມກັບລາຍໄດ້ຂອງຕົນ ເກັບສະສົມເງິນນີ້ໄວ້ ເພື່ອວ່າເມື່ອເຮົາມາຈະບໍ່ມີການແຜ່ຊັບອີກ.
3
ແລ້ວເມື່ອເຮົາມາເຖິງ ເຮົາກໍຈະມອບຈົດໝາຍແນະນຳຕົວໃຫ້ແກ່ບັນດາຜູ້ຊາຍທີ່ພວກເຈົ້າເຫັນສົມຄວນ ແລະ ສົ່ງພວກເຂົາໄປຍັງເຢຣູຊາເລັມພ້ອມກັບເງິນຖວາຍຂອງພວກເຈົ້າ.
4
ຖ້າເຫັນສົມຄວນສຳລັບເຮົາທີ່ຈະໄປນຳດ້ວຍ, ພວກເຂົາກໍຈະໄປພ້ອມກັບເຮົາ.
5
ຫລັງຈາກເຮົາຜ່ານແຂວງມາເກໂດເນຍແລ້ວ ເຮົາຈະມາຫາພວກເຈົ້າ ເພາະເຮົາຈະເດີນທາງຜ່ານໄປທີ່ມາເກໂດເນຍ.
6
ບາງທີເຮົາອາດພັກຢູ່ນຳພວກເຈົ້າໄລຍະໜຶ່ງ ຫລື ແມ່ນແຕ່ຢູ່ຈົນໝົດລະດູໜາວກໍເປັນໄດ້, ເພື່ອວ່າພວກເຈົ້າຈະຊ່ວຍເຫລືອເຮົາໃນການເດີນທາງ ບໍ່ວ່າເຮົາຈະໄປທີ່ໃດກໍຕາມ.
7
ເພາະເວລານີ້ເຮົາຍັງບໍ່ຢາກພົບກັບພວກເຈົ້າເທື່ອ ແລະ ພຽງແຕ່ແວ່ຢ້ຽມຢາມເທົ່ານັ້ນ; ຖ້າວ່າອົງພຣະຜູ້ເປັນເຈົ້າອະນຸຍາດ ເຮົາຫວັງວ່າຈະໄດ້ໃຊ້ເວລາຢູ່ກັບພວກເຈົ້າດົນສົມຄວນ.
8
ແຕ່ເຮົາຈະຢູ່ທີ່ເມືອງເອເຟໂຊຕໍ່ໄປຈົນເຖິງເທສະການເພັນເຕຄໍສະເຕ,
9
ເພາະວ່າ ປະຕູໄດ້ເປີດກວ້າງໃຫ້ເຮົາເຮັດວຽກຢ່າງເກີດຜົນ ແລະ ຄົນທີ່ຕໍ່ຕ້ານເຮົາກໍມີຫລາຍ.
10
ເມື່ອຕີໂມທຽວມາ ຂໍໃຫ້ພວກເຈົ້າຊ່ວຍເບິ່ງແຍງບໍ່ໃຫ້ລາວຢ້ານກົວຕໍ່ສິ່ງໃດໃນຂະນະທີ່ລາວຢູ່ນຳພວກເຈົ້າ, ເພາະລາວກໍເຮັດວຽກຂອງອົງພຣະຜູ້ເປັນເຈົ້າເໝືອນກັນກັບເຮົາ.
11
ດັ່ງນັ້ນ ຢ່າໃຫ້ຜູ້ໃດປະຕິບັດຕໍ່ລາວດ້ວຍການດູຖູກ. ແຕ່ສົ່ງລາວໃຫ້ເດີນທາງຕໍ່ໄປຢ່າງສັນຕິເພື່ອວ່າລາວຈະໄດ້ກັບມາຫາເຮົາ. ເຮົາກຳລັງຄອຍຖ້າລາວກັບພວກພີ່ນ້ອງຢູ່.
12
ບັດນີ້ ກ່ຽວກັບອາໂປໂລພີ່ນ້ອງຂອງເຮົານັ້ນ ເຮົາໄດ້ຂໍຮ້ອງລາວໃຫ້ມາຫາພວກເຈົ້າພ້ອມກັບບັນດາພີ່ນ້ອງ. ເວລານີ້ລາວຍັງບໍ່ຢາກໄປ, ແຕ່ລາວຈະໄປເມື່ອລາວມີໂອກາດ.
13
ພວກເຈົ້າທັງຫລາຍຈົ່ງເຝົ້າລະວັງຢູ່; ຈົ່ງຕັ້ງໝັ້ນຢູ່ໃນຄວາມເຊື່ອ; ຈົ່ງກ້າຫານ ແລະ ຈົ່ງເຂັ້ມແຂງ.
14
ຈົ່ງເຮັດທຸກສິ່ງດ້ວຍຄວາມຮັກ.
15
ພວກເຈົ້າທັງຫລາຍກໍຮູ້ຢູ່ວ່າຄອບຄົວຂອງສະເຕຟານາໄດ້ກັບໃຈມາເຊື່ອເປັນກຸ່ມທຳອິດໃນແຂວງອະຂາຢາ ແລະ ພວກເຂົາໄດ້ອຸທິດຕົນເອງຮັບໃຊ້ຄົນຂອງອົງພຣະຜູ້ເປັນເຈົ້າ. ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຮຽກຮ້ອງພວກເຈົ້າ
16
ໃຫ້ຍອມເຊື່ອຟັງຄົນເຫລົ່ານີ້ ແລະ ທຸກຄົນທີ່ເຂົ້າຮ່ວມໃນວຽກງານ ແລະ ທຳງານດ້ວຍຄວາມຍາກລຳບາກ.
17
ເຮົາດີໃຈເມື່ອສະເຕຟານາ, ຟອກຕູນາໂຕ ແລະ ອະຂາອີໂກໄດ້ມາເຖິງ ເພາະວ່າພວກເຂົາໄດ້ຈັດຫາສິ່ງທີ່ພວກເຈົ້າຂາດນັ້ນໃຫ້ແກ່ເຮົາ.
18
ເພາະພວກເຂົາໄດ້ຟື້ນຈິດໃຈຂອງເຮົາຂຶ້ນໃໝ່ ແລະ ຈິດໃຈຂອງພວກເຈົ້າທັງຫລາຍດ້ວຍ. ບັນດາຄົນຢ່າງນີ້ສົມຄວນໄດ້ຮັບການຍອມຮັບ.
19
ຄຣິສຕະຈັກຕ່າງໆໃນແຂວງເອເຊຍກໍຝາກຄວາມຄິດເຖິງມາຍັງພວກເຈົ້າທັງຫລາຍ. ອາກີລາ ແລະ ປີຊະກີລາ ແລະ ຄຣິສຕະຈັກທີ່ພົບກັນໃນເຮືອນຂອງພວກເຂົາກໍຝາກຄວາມຄິດເຖິງຢ່າງອົບອຸ່ນໃນອົງພຣະຜູ້ເປັນເຈົ້າມາຍັງພວກເຈົ້າດ້ວຍ.
20
ພີ່ນ້ອງທຸກຄົນຢູ່ທີ່ນີ້ກໍຝາກຄວາມຄິດເຖິງມາຍັງພວກເຈົ້າ. ຈົ່ງທັກທາຍກັນດ້ວຍການຈູບອັນບໍລິສຸດ.
21
ເຮົາໂປໂລ ຂຽນຄຳທັກທາຍນີ້ດ້ວຍມືຂອງເຮົາເອງ.
22
ຖ້າຜູ້ໃດບໍ່ຮັກອົງພຣະຜູ້ເປັນເຈົ້າ, ຂໍໃຫ້ຜູ້ນັ້ນຖືກສາບແຊ່ງ! ອົງພຣະຜູ້ເປັນເຈົ້າ ໂຜດມາເທີ້ນ!
23
ຂໍໃຫ້ພຣະຄຸນຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຢູ່ກັບພວກເຈົ້າທັງຫລາຍ.
24
ເຮົາຂໍສົ່ງຄວາມຮັກມາຍັງພວກເຈົ້າທຸກຄົນໃນພຣະເຢຊູຄຣິດເຈົ້າ. ອາແມນ.
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
All chapters:
1
2
3
4
5
6
7
8
9
10
11
12
13
14
15
16