bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Corinthians 11
1 Corinthians 11
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 12 →
1
ຈົ່ງເຮັດຕາມແບບຢ່າງຂອງເຮົາ, ເໝືອນດັ່ງເຮົາເຮັດຕາມແບບຢ່າງຂອງພຣະຄຣິດເຈົ້າ.
2
ເຮົາຂໍຊົມເຊີຍພວກເຈົ້າທັງຫລາຍທີ່ລະນຶກເຖິງເຮົາໃນທຸກສິ່ງ ແລະ ຢຶດຖືທຳນຽມຕ່າງໆຕາມທີ່ເຮົາໄດ້ຖ່າຍທອດທຳນຽມເຫລົ່ານັ້ນໃຫ້ແກ່ພວກເຈົ້າ.
3
ແຕ່ເຮົາຢາກໃຫ້ພວກເຈົ້າໄດ້ຮັບຮູ້ວ່າ ພຣະຄຣິດເຈົ້າເປັນຫົວຂອງຜູ້ຊາຍທຸກຄົນ ແລະ ຜູ້ຊາຍກໍເປັນຫົວຂອງແມ່ຍິງ ແລະ ພຣະເຈົ້າເປັນຫົວຂອງພຣະຄຣິດເຈົ້າ.
4
ຜູ້ຊາຍທຸກຄົນທີ່ອະທິຖານ ຫລື ທຳນວາຍໂດຍມີຜ້າປົກຫົວຢູ່ ກໍເຮັດໃຫ້ຫົວຂອງຕົນເສຍກຽດ,
5
ແຕ່ແມ່ຍິງທຸກຄົນທີ່ອະທິຖານ ຫລື ທຳນວາຍໂດຍບໍ່ມີຜ້າປົກຫົວ ກໍເຮັດໃຫ້ຫົວຂອງນາງເສຍກຽດ ເໝືອນກັບວ່ານາງໄດ້ແຖຫົວ.
6
ເພາະວ່າຖ້າແມ່ຍິງບໍ່ປົກຫົວຂອງຕົນ, ນາງກໍຄວນຕັດຜົມຂອງນາງດ້ວຍ; ແຕ່ເປັນເລື່ອງໜ້າອາຍທີ່ແມ່ຍິງຈະຕັດຜົມ ຫລື ແຖຫົວຂອງນາງ, ດັ່ງນັ້ນ ນາງຄວນປົກຫົວຂອງນາງ.
7
ຜູ້ຊາຍບໍ່ຄວນປົກຫົວຂອງຕົນ, ເນື່ອງຈາກວ່າຜູ້ຊາຍເປັນແບບລັກສະນະ ແລະ ກຽດຕິຍົດຂອງພຣະເຈົ້າ ແຕ່ແມ່ຍິງເປັນກຽດຕິຍົດຂອງຜູ້ຊາຍ.
8
ເພາະຜູ້ຊາຍບໍ່ໄດ້ມາຈາກແມ່ຍິງ, ແຕ່ແມ່ຍິງມາຈາກຜູ້ຊາຍ;
9
ແລະ ບໍ່ໄດ້ສ້າງຜູ້ຊາຍໄວ້ສຳລັບແມ່ຍິງ ແຕ່ສ້າງແມ່ຍິງໄວ້ສຳລັບຜູ້ຊາຍ.
10
ເພາະເຫດຜົນນີ້ທີ່ແມ່ຍິງຈຶ່ງຄວນມີສິດອຳນາດເໜືອຫົວຂອງຕົນ, ເພາະເຫັນແກ່ບັນດາເທວະດາ.
11
ເຖິງຢ່າງໃດກໍຕາມ ໃນອົງພຣະຜູ້ເປັນເຈົ້າ ແມ່ຍິງບໍ່ໄດ້ເປັນອິດສະຫລະຈາກຜູ້ຊາຍ ແລະ ຜູ້ຊາຍບໍ່ໄດ້ເປັນອິດສະຫລະຈາກແມ່ຍິງ.
12
ເພາະວ່າ ແມ່ຍິງມາຈາກຜູ້ຊາຍ, ດັ່ງນັ້ນ ຜູ້ຊາຍກໍເກີດມາຈາກແມ່ຍິງເໝືອນກັນ. ແຕ່ທຸກສິ່ງແມ່ນມາຈາກພຣະເຈົ້າ.
13
ພວກເຈົ້າຈົ່ງພິຈາລະນາຕົນເອງວ່າ: ສົມຄວນ ຫລື ບໍ່ ສຳລັບແມ່ຍິງຈະອະທິຖານຕໍ່ພຣະເຈົ້າໂດຍບໍ່ປົກຫົວຂອງຕົນ?
14
ທຳມະຊາດຂອງສິ່ງເຫລົ່ານີ້ບໍ່ໄດ້ສອນພວກເຈົ້າບໍວ່າ ຖ້າຜູ້ຊາຍຈົ່ງຜົມຍາວນັ້ນກໍໜ້າອັບອາຍແກ່ຕົນເອງ,
15
ແຕ່ຖ້າແມ່ຍິງຈົ່ງຜົມຍາວນັ້ນ ກໍເປັນສະຫງ່າລາສີຂອງນາງບໍ່ແມ່ນບໍ? ເພາະຜົມຍາວມີໄວ້ໃຫ້ນາງເພື່ອປົກຫົວ.
16
ຖ້າຜູ້ໃດຈະຖົກຖຽງກ່ຽວກັບເລື່ອງນີ້ ພວກເຮົາກັບຄຣິສຕະຈັກຕ່າງໆຂອງພຣະເຈົ້າບໍ່ມີເລື່ອງປະຕິບັດຢ່າງອື່ນ.
17
ໃນຄຳແນະນຳຕໍ່ໄປນີ້ ເຮົາບໍ່ມີຄຳຊົມເຊີຍພວກເຈົ້າດອກ, ເພາະການປະຊຸມຂອງພວກເຈົ້າມີຜົນເສຍຫລາຍກວ່າຜົນດີ.
18
ໃນປະເດັນທຳອິດ ເຮົາໄດ້ຍິນວ່າເມື່ອພວກເຈົ້າມາເຕົ້າໂຮມກັນໃນຖານະຄຣິສຕະຈັກນັ້ນ, ກໍມີການແບ່ງແຍກກັນໃນທ່າມກາງພວກເຈົ້າ ແລະ ເຮົາກໍເຊື່ອເລື່ອງນີ້ຢູ່ແດ່ໃນບາງຂອບເຂດ.
19
ບໍ່ຕ້ອງສົງໄສເລີຍວ່າ ໃນທ່າມກາງພວກເຈົ້າຕ້ອງມີຄວາມແຕກຕ່າງກັນ ເພື່ອຈະສະແດງໃຫ້ເຫັນວ່າຝ່າຍໃດທີ່ພຣະເຈົ້າເຫັນດ້ວຍ.
20
ເຫດສະນັ້ນ ເມື່ອພວກເຈົ້າມາເຕົ້າໂຮມກັນ, ທີ່ພວກເຈົ້າກິນນັ້ນກໍບໍ່ແມ່ນການຮ່ວມໂຕະຂອງອົງພຣະຜູ້ເປັນເຈົ້າ,
21
ເພາະເມື່ອພວກເຈົ້າກຳລັງຮັບປະທານອາຫານຢູ່ນັ້ນ, ບາງຄົນໃນພວກເຈົ້າກໍຮັບປະທານອາຫານຂອງຕົນກ່ອນ. ດ້ວຍເຫດນັ້ນ ຈຶ່ງມີຄົນໜຶ່ງທີ່ຍັງຫິວຢູ່ ແລະ ອີກຄົນໜຶ່ງກໍເມົາແລ້ວ.
22
ພວກເຈົ້າບໍ່ມີເຮືອນເພື່ອນັ່ງກິນ ແລະ ດື່ມບໍ? ຫລື ວ່າພວກເຈົ້າດູໝິ່ນຄຣິສຕະຈັກຂອງພຣະເຈົ້າດ້ວຍການເຮັດໃຫ້ຜູ້ທີ່ຂັດສົນໄດ້ຮັບຄວາມອັບອາຍ? ຈະໃຫ້ເຮົາເວົ້າຢ່າງໃດກັບພວກເຈົ້າ? ຈະໃຫ້ເຮົາຊົມເຊີຍພວກເຈົ້າເພາະສິ່ງນີ້ບໍ? ບໍ່ແມ່ນຢ່າງແນ່ນອນ!
23
ເພາະວ່າສິ່ງທີ່ເຮົາສົ່ງຕໍ່ແກ່ພວກເຈົ້ານັ້ນ ເຮົາໄດ້ຮັບມາຈາກອົງພຣະຜູ້ເປັນເຈົ້າຄື: ໃນຄືນທີ່ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າໄດ້ຖືກທໍລະຍົດນັ້ນ ພຣະອົງໄດ້ຈັບເອົາເຂົ້າຈີ່
24
ແລະ ເມື່ອພຣະອົງໂມທະນາຂອບພຣະຄຸນພຣະເຈົ້າແລ້ວ ພຣະອົງຫັກເຂົ້າຈີ່ນັ້ນ ແລະ ກ່າວວ່າ, “ນີ້ຄືກາຍຂອງເຮົາ, ເຊິ່ງໃຫ້ແກ່ພວກເຈົ້າທັງຫລາຍ; ຈົ່ງເຮັດຢ່າງນີ້ເພື່ອເປັນການລະນຶກເຖິງເຮົາ”.
25
ຫລັງຈາກຮັບປະທານອາຫານແລງແລ້ວ ພຣະອົງກໍໄດ້ຈັບເອົາຈອກຂຶ້ນມາເຮັດຢ່າງດຽວກັນ ໂດຍກ່າວວ່າ, “ຈອກນີ້ຄືພັນທະສັນຍາໃໝ່ດ້ວຍເລືອດຂອງເຮົາ, ເມື່ອພວກເຈົ້າດື່ມຈາກຈອກນີ້ເວລາໃດ ຈົ່ງເຮັດຢ່າງນີ້ເພື່ອເປັນການລະນຶກເຖິງເຮົາ”.
26
ເພາະເມື່ອໃດກໍຕາມທີ່ພວກເຈົ້າກິນເຂົ້າຈີ່ນີ້ ແລະ ດື່ມຈາກຈອກນີ້ ພວກເຈົ້າກໍປະກາດເຖິງການຕາຍຂອງອົງພຣະຜູ້ເປັນເຈົ້າຈົນກວ່າພຣະອົງຈະມາ.
27
ເຫດສະນັ້ນ, ຜູ້ໃດກໍຕາມທີ່ກິນເຂົ້າຈີ່ ຫລື ດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າຢ່າງບໍ່ສົມຄວນ ກໍໄດ້ເຮັດຜິດບາບຕໍ່ຮ່າງກາຍ ແລະ ໂລຫິດຂອງອົງພຣະຜູ້ເປັນເຈົ້າ.
28
ແຕ່ລະຄົນຈຶ່ງຄວນພິຈາລະນາເບິ່ງຕົນເອງກ່ອນທີ່ພວກເຂົາກິນເຂົ້າຈີ່ ແລະ ດື່ມຈາກຈອກນີ້.
29
ເພາະຜູ້ທີ່ກິນ ແລະ ດື່ມໂດຍບໍ່ໄດ້ຄຳນຶງເຖິງຮ່າງກາຍຂອງພຣະຄຣິດເຈົ້າກໍກິນ ແລະ ດື່ມສິ່ງທີ່ເປັນເຫດໃຫ້ຕົນເອງຖືກພິພາກສາລົງໂທດ.
30
ດ້ວຍເຫດນີ້ ຈຶ່ງມີຫລາຍຄົນໃນທ່າມກາງພວກເຈົ້າອ່ອນແຮງ ແລະ ເຈັບປ່ວຍ ແລະ ມີຈຳນວນໜຶ່ງໃນພວກເຈົ້າກໍໄດ້ຕາຍໄປ.
31
ແຕ່ຖ້າພວກເຮົາໄດ້ຄຳນຶງຕົນເອງຫລາຍຂຶ້ນແລ້ວ, ພວກເຮົາກໍຈະບໍ່ຕົກຢູ່ພາຍໃຕ້ການພິພາກສາດັ່ງກ່າວນັ້ນ.
32
ເຖິງຢ່າງໃດກໍຕາມ ເມື່ອອົງພຣະຜູ້ເປັນເຈົ້າພິພາກສາພວກເຮົາໃນວິທີນີ້, ພຣະອົງຕີສອນພວກເຮົາ ເພື່ອວ່າໃນທີ່ສຸດພວກເຮົາຈະບໍ່ໄດ້ຖືກຕັດສິນລົງໂທດຮ່ວມກັບໂລກ.
33
ດັ່ງນັ້ນແຫລະ, ພີ່ນ້ອງທັງຫລາຍເອີຍ ເມື່ອພວກເຈົ້າມາເຕົ້າໂຮມກັນເພື່ອຮັບປະທານນັ້ນ, ພວກເຈົ້າຄວນຈະຮັບປະທານຮ່ວມກັນ.
34
ຖ້າຜູ້ໃດຫິວກໍຄວນຮັບປະທານບາງຢ່າງທີ່ເຮືອນຂອງຕົນເສຍ, ເພື່ອວ່າເມື່ອພວກເຈົ້າມາຮ່ວມກັນ ພວກເຈົ້າຈຶ່ງຈະບໍ່ເປັນຕົ້ນເຫດໃນການພິພາກສາ. ແລະ ເມື່ອເຮົາມາ ເຮົາຈະໃຫ້ຂໍ້ແນະນຳເພີ່ມເຕີມ.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16