bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Corinthians 14
1 Corinthians 14
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 15 →
1
ຈົ່ງດໍາເນີນໃນວິຖີທາງແຫ່ງຄວາມຮັກ ແລະ ສະແຫວງຫາຂອງປະທານຝ່າຍພຣະວິນຍານຢ່າງກະຕືລືລົ້ນ ໂດຍສະເພາະຄຳທຳນວາຍ.
2
ເພາະຜູ້ໃດທີ່ເວົ້າພາສາແປກໆ ກໍບໍ່ໄດ້ເວົ້າຕໍ່ມະນຸດ ແຕ່ເວົ້າຕໍ່ພຣະເຈົ້າ. ແທ້ຈິງແລ້ວ, ບໍ່ມີຜູ້ໃດເຂົ້າໃຈສິ່ງທີ່ພວກເຂົາເວົ້າ, ພວກເຂົາກຳລັງເວົ້າຂໍ້ເລິກລັບໂດຍທາງພຣະວິນຍານ.
3
ແຕ່ຜູ້ທີ່ເຜີຍພຣະຄຳກໍກ່າວກັບຄົນທັງຫລາຍເພື່ອເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນ, ເປັນການເຕືອນສະຕິ ແລະ ການເລົ້າໂລມໃຈ.
4
ຜູ້ໃດທີ່ເວົ້າພາສາແປກໆກໍເວົ້າເພື່ອເສີມສ້າງຕົນເອງ, ແຕ່ຜູ້ທີ່ທຳນວາຍກໍເສີມສ້າງຄຣິສຕະຈັກ.
5
ເຮົາຢາກໃຫ້ທຸກໆຄົນໃນພວກເຈົ້າເວົ້າພາສາແປກໆ ໄດ້, ແຕ່ຫລາຍກວ່ານັ້ນ ເຮົາຢາກໃຫ້ພວກເຈົ້າທຳນວາຍໄດ້. ຜູ້ທີ່ທຳນວາຍນັ້ນກໍຍິ່ງໃຫຍ່ກວ່າຜູ້ທີ່ເວົ້າພາສາແປກໆ, ເວັ້ນໄວ້ແຕ່ຜູ້ໃດຜູ້ໜຶ່ງແປພາສານັ້ນໄດ້, ເພື່ອວ່າຄຣິສຕະຈັກຈະໄດ້ຮັບການເສີມສ້າງ.
6
ບັດນີ້, ພີ່ນ້ອງທັງຫລາຍເອີຍ, ຖ້າເຮົາມາຫາພວກເຈົ້າ ແລະ ເວົ້າພາສາແປກໆ, ພວກເຈົ້າຈະໄດ້ຮັບປະໂຫຍດອັນໃດຈາກເຮົາ? ນອກຈາກວ່າ ເຮົາຈະນໍາເອົາການເປີດເຜີຍ ຫລື ຄວາມຮູ້ ຫລື ການເປີດເຜີຍພຣະຄຳ ຫລື ຄຳສັ່ງສອນມາໃຫ້ພວກເຈົ້າ.
7
ແມ່ນແຕ່ໃນກໍລະນີຂອງສິ່ງທີ່ບໍ່ມີຊີວິດທີ່ເປັ່ງສຽງໄດ້ເຊັ່ນ ປີ່ ຫລື ພິນ, ຜູ້ໃດຈະຮູ້ໄດ້ຢ່າງໃດວ່າເຂົາກຳລັງເປົ່າ ຫລື ດີດຈັງຫວະໃດ ຖ້າບໍ່ຫລິ້ນຕາມໂນດ?
8
ອີກເທື່ອໜຶ່ງ ຖ້າແກບໍ່ສົ່ງສຽງເອີ້ນຢ່າງຊັດເຈນຜູ້ໃດຈະຕຽມພ້ອມເພື່ອສູ້ຮົບ?
9
ພວກເຈົ້າທັງຫລາຍກໍເປັນຢ່າງນັ້ນ. ເວັ້ນເສຍແຕ່ພວກເຈົ້າເວົ້າດ້ວຍຖ້ອຍຄຳທີ່ຄົນເຂົ້າໃຈໄດ້ ຜູ້ໃດຈະຮູ້ວ່າພວກເຈົ້າກຳລັງເວົ້າຫຍັງ? ພວກເຈົ້າກໍພຽງແຕ່ເວົ້າລອຍໄປຕາມລົມເທົ່ານັ້ນ.
10
ໃນໂລກນີ້ມີຫລາຍພາສາຢ່າງບໍ່ສົງໄສ ແຕ່ບໍ່ມີພາສາໃດໃນພາສາເຫລົ່ານັ້ນທີ່ບໍ່ມີຄວາມໝາຍ.
11
ຖ້າເຮົາບໍ່ເຂົ້າໃຈຄວາມໝາຍຂອງສິ່ງທີ່ບາງຄົນກຳລັງເວົ້າຢູ່ນັ້ນ, ເຮົາກໍເປັນຄົນຕ່າງດ້າວຕໍ່ຜູ້ເວົ້າ ແລະ ຜູ້ເວົ້າກໍເປັນຄົນຕ່າງດ້າວຕໍ່ເຮົາ.
12
ພວກເຈົ້າທັງຫລາຍກໍເປັນຢ່າງນັ້ນ. ເມື່ອພວກເຈົ້າທັງຫລາຍກະຕືລືລົ້ນຕໍ່ຂອງປະທານຝ່າຍວິນຍານ ກໍຈົ່ງພະຍະຍາມທີ່ຈະເປັນເລີດໃນຂອງປະທານທີ່ເສີມສ້າງຄຣິສຕະຈັກ.
13
ເພາະເຫດຜົນນີ້ ຜູ້ທີ່ເວົ້າພາສາແປກໆໄດ້ ກໍຄວນອະທິຖານຂໍໃຫ້ຕົນເອງແປສິ່ງທີ່ເວົ້າອອກມາໄດ້ດ້ວຍ.
14
ເພາະຖ້າເຮົາອະທິຖານເປັນພາສາແປກໆ ກໍແມ່ນຈິດວິນຍານຂອງເຮົາອະທິຖານ, ແຕ່ບໍ່ມີຜົນຕໍ່ຄວາມຄິດຂອງເຮົາ.
15
ດັ່ງນັ້ນ ເຮົາຄວນຈະເຮັດຢ່າງໃດ? ເຮົາຈະອະທິຖານດ້ວຍຈິດວິນຍານຂອງເຮົາ ແຕ່ເຮົາກໍຈະອະທິຖານດ້ວຍຄວາມເຂົ້າໃຈຂອງເຮົາເໝືອນກັນ; ເຮົາຈະຮ້ອງເພງດ້ວຍຈິດວິນຍານຂອງເຮົາ ແຕ່ເຮົາກໍຈະຮ້ອງເພງດ້ວຍຄວາມເຂົ້າໃຈຂອງເຮົາເໝືອນກັນ.
16
ຖ້າບໍ່ດັ່ງນັ້ນ ເມື່ອພວກເຈົ້າກຳລັງສັນລະເສີນພຣະເຈົ້າດ້ວຍຈິດວິນຍານ, ແລ້ວຄົນອື່ນຜູ້ທີ່ຢູ່ໃນຕຳແໜ່ງຂອງຜູ້ສອບຖາມນັ້ນ ຈະກ່າວວ່າ “ອາແມນ” ຕໍ່ຄຳໂມທະນາຂອບພຣະຄຸນຂອງພວກເຈົ້າໄດ້ຢ່າງໃດ, ເນື່ອງຈາກວ່າພວກເຂົາບໍ່ເຂົ້າໃຈວ່າພວກເຈົ້າກຳລັງເວົ້າຫຍັງ?
17
ພວກເຈົ້າໂມທະນາຂອບພຣະຄຸນໄດ້ຢ່າງດີພໍ ແຕ່ບໍ່ມີຜູ້ໃດໄດ້ຮັບການເສີມສ້າງ.
18
ເຮົາໂມທະນາຂອບພຣະຄຸນພຣະເຈົ້າທີ່ເຮົາເວົ້າພາສາແປກໆໄດ້ຫລາຍກວ່າພວກເຈົ້າທັງໝົດ.
19
ແຕ່ຢູ່ໃນຄຣິສຕະຈັກ ເຮົາຂໍເວົ້າຫ້າຄຳທີ່ຄົນຟັງເຂົ້າໃຈ ເພື່ອສັ່ງສອນຄົນອື່ນຫລາຍກວ່າຈະເວົ້າໝື່ນຄຳເປັນພາສາແປກໆ.
20
ພີ່ນ້ອງທັງຫລາຍເອີຍ, ຈົ່ງຢຸດຄິດເໝືອນຢ່າງເດັກນ້ອຍ. ໃນເລື່ອງຄວາມຊົ່ວຈົ່ງເປັນເໝືອນດັ່ງເດັກອ່ອນ ແຕ່ໃນດ້ານຄວາມຄິດຈົ່ງເປັນເໝືອນຜູ້ໃຫຍ່.
21
ໃນກົດບັນຍັດຖ້ອຍຄຳໄດ້ຖືກຂຽນໄວ້ວ່າ: “ອົງພຣະຜູ້ເປັນເຈົ້າກ່າວວ່າ, ‘ເຮົາຈະເວົ້າກັບປະຊາຊົນເຫລົ່ານີ້ຜ່ານທາງຄົນຕ່າງພາສາ ແລະ ຜ່ານທາງຮິມສົບຂອງຄົນຕ່າງຊາດ, ເຖິງປານນັ້ນ ພວກເຂົາກໍຈະບໍ່ຟັງເຮົາ’”.
22
ດັ່ງນັ້ນ, ການເວົ້າພາສາແປກໆຈຶ່ງເປັນໝາຍສຳຄັນ ບໍ່ແມ່ນສຳລັບຄົນທີ່ເຊື່ອ ແຕ່ສຳລັບຄົນທີ່ບໍ່ເຊື່ອ; ເຖິງຢ່າງໃດກໍຕາມ, ການເຜີຍພຣະຄຳນັ້ນ ບໍ່ແມ່ນສຳລັບຜູ້ທີ່ບໍ່ເຊື່ອ, ແຕ່ສຳລັບຜູ້ທີ່ເຊື່ອແລ້ວ.
23
ດັ່ງນັ້ນ ຖ້າຄຣິສຕະຈັກທັງໝົດມາຮ່ວມກັນ ແລະ ທຸກຄົນຕ່າງກໍເວົ້າພາສາແປກໆ ແລ້ວຄົນທີ່ມັກຖາມ ຫລື ຄົນທີ່ບໍ່ເຊື່ອເຂົ້າມາ, ພວກເຂົາຈະບໍ່ເວົ້າວ່າພວກເຈົ້າເສຍສະຕິໄປແລ້ວບໍ?
24
ແຕ່ຖ້າຫາກວ່າ ຜູ້ທີ່ບໍ່ເຊື່ອ ຫລື ຄົນທີ່ມັກຖາມເຂົ້າມາໃນຂະນະທີ່ທຸກຄົນກຳລັງທຳນວາຍຢູ່ນັ້ນ, ພວກເຂົາກໍຈະຖືກຕັດສິນວ່າເຮັດບາບ ແລະ ທຸກຄົນຈະຖືກນຳເຂົ້າສູ່ພາຍໃຕ້ການພິພາກສາ,
25
ດັ່ງທີ່ຄວາມລັບໃນໃຈຂອງພວກເຂົາໄດ້ຖືກເປີດເຜີຍ. ດັ່ງນັ້ນ ພວກເຂົາກໍຈະຂາບລົງ ແລະ ນະມັດສະການພຣະເຈົ້າ ແລະ ຮ້ອງຂຶ້ນວ່າ, “ພຣະເຈົ້າສະຖິດຢູ່ທ່າມກາງພວກເຈົ້າແທ້ຈິງ!”
26
ພີ່ນ້ອງທັງຫລາຍເອີຍ, ພວກເຮົາຈະເວົ້າຢ່າງໃດ? ເມື່ອພວກເຈົ້າມາເຕົ້າໂຮມກັນ ແຕ່ລະຄົນໃນພວກເຈົ້າກໍມີບົດເພງ ຫລື ມີຖ້ອຍຄຳຂອງການສັ່ງສອນ, ມີຄຳເປີດເຜີຍ, ພາສາແປກໆ ຫລື ການແປພາສາແປກໆ. ທຸກສິ່ງນີ້ຕ້ອງໄດ້ເຮັດເພື່ອໃຫ້ຄຣິສຕະຈັກຈະເລີນຂຶ້ນ.
27
ຖ້າຜູ້ໃດຈະເວົ້າພາສາແປກໆ, ຈົ່ງເວົ້າພຽງແຕ່ສອງຄົນ ຫລື ຢ່າງຫລາຍທີ່ສຸດສາມຄົນ ໂດຍໃຫ້ເວົ້າເທື່ອລະຄົນ ແລ້ວຕ້ອງໃຫ້ມີຄົນໜຶ່ງແປ.
28
ແຕ່ຖ້າບໍ່ມີຄົນແປ ຜູ້ທີ່ເວົ້ານັ້ນຈະຕ້ອງມິດງຽບຢູ່ໃນຄຣິສຕະຈັກ ແລະ ໃຫ້ເວົ້າກັບຕົນເອງ ແລະ ເວົ້າຕໍ່ພຣະເຈົ້າ.
29
ຝ່າຍຜູ້ທຳນວາຍນັ້ນ ໃຫ້ກ່າວແຕ່ສອງ ຫລື ສາມຄົນ ແລະ ຄົນອື່ນໆຈະຕ້ອງພິຈາລະນາສິ່ງທີ່ກ່າວມານັ້ນໃຫ້ດີ.
30
ແລະ ຖ້າມີການເປີດເຜີຍມາເຖິງບາງຄົນຜູ້ທີ່ກຳລັງນັ່ງຢູ່, ໃຫ້ຜູ້ທີ່ກ່າວຄົນທຳອິດນັ້ນຢຸດຢູ່.
31
ເພາະພວກເຈົ້າທຸກຄົນສາມາດທຳນວາຍໄດ້ເທື່ອລະຄົນ ເພື່ອວ່າໃຫ້ທຸກຄົນໄດ້ຮັບຄຳແນະນຳ ແລະ ຄຳໜູນໃຈ.
32
ຈິດວິນຍານຂອງບັນດາຜູ້ທຳນວາຍນັ້ນກໍຢູ່ໃນການຄວບຄຸມຂອງບັນດາຜູ້ທຳນວາຍ.
33
ເພາະພຣະເຈົ້າບໍ່ແມ່ນພຣະເຈົ້າແຫ່ງຄວາມວຸ້ນວາຍ ແຕ່ເປັນພຣະເຈົ້າແຫ່ງຄວາມສະຫງົບສຸກ ຕາມທີ່ປະຕິບັດກັນໃນຊຸມຊົນຂອງຄົນຂອງພຣະເຈົ້າ.
34
ແມ່ຍິງຄວນມິດງຽບຢູ່ໃນຄຣິສຕະຈັກ. ພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ເວົ້າ, ແຕ່ໃຫ້ພວກເຂົາຍອມຈຳນົນຕາມທີ່ກົດບັນຍັດໄດ້ກ່າວໄວ້ນັ້ນ.
35
ຖ້າພວກເຂົາຢາກຖາມກ່ຽວກັບເລື່ອງໃດ ພວກເຂົາຄວນຖາມຜົວຂອງພວກເຂົາເອງຢູ່ເຮືອນ; ເພາະເປັນເລື່ອງໜ້າອາຍທີ່ແມ່ຍິງຈະເວົ້າຢູ່ໃນຄຣິສຕະຈັກ.
36
ຫລື ພຣະຄຳຂອງພຣະເຈົ້າໄດ້ເກີດມາຈາກພວກເຈົ້າບໍ? ຫລື ພຣະຄຳໄດ້ມີມາເຖິງພວກເຈົ້າແຕ່ເທົ່ານັ້ນບໍ?
37
ຖ້າຜູ້ໃດຄິດວ່າຕົນເອງເປັນຜູ້ທຳນວາຍ ຫລື ມີຂອງປະທານຈາກພຣະວິນຍານ ກໍໃຫ້ພວກເຂົາຍອມຮັບວ່າຂໍ້ຄວາມທີ່ເຮົາຂຽນມາເຖິງພວກເຈົ້າທັງຫລາຍນັ້ນເປັນຄຳສັ່ງຂອງອົງພຣະຜູ້ເປັນເຈົ້າ.
38
ແຕ່ຖ້າຜູ້ໃດບໍ່ຮັບຮູ້ເລື່ອງນີ້, ພວກເຂົາເອງກໍຈະບໍ່ໄດ້ຮັບການຍອມຮັບ.
39
ເຫດສະນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຈົ່ງກະຕືລືລົ້ນທີ່ຈະທຳນວາຍ ແລະ ຢ່າຫ້າມການເວົ້າພາສາແປກໆ.
40
ແຕ່ຄວນເຮັດທຸກສິ່ງຢ່າງເໝາະສົມ ແລະ ໃນທາງທີ່ເປັນລະບຽບ.
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16