bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
1 Corinthians 10
1 Corinthians 10
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 11 →
1
ພີ່ນ້ອງທັງຫລາຍເອີຍ, ເຮົາຢາກໃຫ້ພວກເຈົ້າຮັບຮູ້ຄວາມຈິງທີ່ວ່າບັນພະບຸລຸດຂອງພວກເຮົາທຸກຄົນນັ້ນໄດ້ຢູ່ພາຍໃຕ້ເມກ ແລະ ພວກເພິ່ນໄດ້ຜ່ານທະເລໄປທຸກຄົນ.
2
ພວກເພິ່ນທຸກຄົນໄດ້ຮັບບັບຕິສະມາເຂົ້າສ່ວນໃນໂມເຊ ໃນເມກ ແລະ ໃນທະເລ.
3
ພວກເພິ່ນໄດ້ກິນອາຫານຝ່າຍວິນຍານຄືກັນ
4
ແລະ ໄດ້ດື່ມນໍ້າທິບຝ່າຍວິນຍານຄືກັນ, ພວກເພິ່ນໄດ້ດື່ມນ້ຳຈາກສີລາຝ່າຍວິນຍານທີ່ຮ່ວມເດີນທາງມາກັບພວກເພິ່ນ ແລະ ສີລານັ້ນກໍຄືພຣະຄຣິດເຈົ້າ.
5
ແຕ່ເຖິງຢ່າງໃດກໍຕາມ ພຣະເຈົ້າບໍ່ໄດ້ພໍໃຈກັບຄົນສ່ວນຫລາຍໃນພວກເພິ່ນ; ຊາກສົບຂອງພວກເພິ່ນຈຶ່ງຖືກກະຈັດກະຈາຍໄວ້ໃນຖິ່ນແຫ້ງແລ້ງກັນດານ.
6
ສິ່ງເຫລົ່ານີ້ໄດ້ເກີດຂຶ້ນເປັນຕົວຢ່າງເພື່ອຮັກສາພວກເຮົາຈາກການຕັ້ງໃຈຂອງພວກເຮົາໃສ່ສິ່ງຊົ່ວຮ້າຍເໝືອນດັ່ງທີ່ພວກເພິ່ນໄດ້ເຮັດ.
7
ຢ່າເປັນຜູ້ຂາບໄຫວ້ຮູບເຄົາລົບ ເໝືອນດັ່ງບາງຄົນໃນພວກເຂົາເປັນ; ດັ່ງທີ່ມີຖ້ອຍຄຳຂຽນໄວ້ວ່າ: “ປະຊາຊົນນັ່ງລົງເພື່ອກິນ ແລະ ດື່ມ ແລ້ວລຸກຂຶ້ນມ່ວນຊື່ນລື່ນເລີງໃນງານລ້ຽງເໝືອນຄົນນອກສາສະໜາ”.
8
ພວກເຮົາບໍ່ຄວນເຮັດຜິດສິນທຳທາງເພດ ເໝືອນດັ່ງບາງຄົນໃນພວກເຂົາໄດ້ເຮັດ ແລ້ວພວກເຂົາກໍລົ້ມຕາຍລົງຊາວສາມພັນຄົນໃນມື້ດຽວ.
9
ພວກເຮົາບໍ່ຄວນທົດລອງພຣະຄຣິດເຈົ້າ, ເໝືອນດັ່ງທີ່ພວກເຂົາບາງຄົນໄດ້ເຮັດ ແລ້ວພວກເຂົາກໍຖືກຂ້າດ້ວຍງູ.
10
ແລະ ຢ່າຈົ່ມ ເໝືອນດັ່ງທີ່ບາງຄົນໃນພວກເຂົາໄດ້ເຮັດ ແລ້ວພວກເຂົາກໍຖືກຂ້າດ້ວຍເທວະດາແຫ່ງການທຳລາຍ.
11
ສິ່ງເຫລົ່ານີ້ໄດ້ເກີດຂຶ້ນແກ່ພວກເຂົາກໍເພື່ອເປັນຕົວຢ່າງ ແລະ ໄດ້ບັນທຶກໄວ້ເພື່ອເປັນການເຕືອນພວກເຮົາ ຜູ້ທີ່ຢູ່ໃນຈຸດສູງສຸດຂອງຍຸກທີ່ໄດ້ມາເຖິງແລ້ວ.
12
ດັ່ງນັ້ນ ຖ້າພວກເຈົ້າຄິດວ່າຕົນເອງຕັ້ງໝັ້ນຄົງແລ້ວ ກໍຈົ່ງລະວັງໃຫ້ດີເພື່ອພວກເຈົ້າຈະບໍ່ລົ້ມລົງ!
13
ບໍ່ມີການທົດລອງໃດໆເກີດຂຶ້ນກັບພວກເຈົ້າທັງຫລາຍ ນອກຈາກການທົດລອງທີ່ເກີດຂຶ້ນກັບມະນຸດທົ່ວໄປ. ແລະ ພຣະເຈົ້າສັດຊື່; ພຣະອົງຈະບໍ່ປ່ອຍໃຫ້ພວກເຈົ້າຖືກທົດລອງເກີນກວ່າສິ່ງພວກເຈົ້າຈະທົນໄດ້. ແຕ່ເມື່ອພວກເຈົ້າຖືກທົດລອງ ພຣະອົງຈະໃຫ້ພວກເຈົ້າມີທາງອອກດ້ວຍ ເພື່ອພວກເຈົ້າຈະສາມາດອົດທົນຕໍ່ການທົດລອງນັ້ນໄດ້.
14
ເຫດສະນັ້ນ ເພື່ອນທີ່ຮັກຂອງເຮົາເອີຍ, ຈົ່ງຫລີກໜີຈາກການຂາບໄຫວ້ຮູບເຄົາລົບ.
15
ເຮົາເວົ້າກັບຄົນທີ່ມີສະຕິ; ຈົ່ງພິຈາລະນາສິ່ງທີ່ເຮົາເວົ້ານັ້ນໂດຍພວກເຈົ້າເອງ.
16
ຈອກແຫ່ງການໂມທະນາຂອບພຣະຄຸນທີ່ເຮົາໄດ້ໂມທະນາຂອບພຣະຄຸນນັ້ນຄືການເຂົ້າຮ່ວມໃນເລືອດຂອງພຣະຄຣິດເຈົ້າບໍ່ແມ່ນບໍ? ແລະ ເຂົ້າຈີ່ທີ່ເຮົາໄດ້ຫັກນັ້ນຄືການເຂົ້າຮ່ວມໃນກາຍຂອງພຣະຄຣິດເຈົ້າບໍ່ແມ່ນບໍ?
17
ເນື່ອງຈາກມີເຂົ້າຈີ່ກ້ອນດຽວ ພວກເຮົາຜູ້ມີຫລາຍຄົນຈຶ່ງເປັນກາຍດຽວກັນ ເພາະພວກເຮົາທຸກຄົນຮ່ວມກິນເຂົ້າຈີ່ກ້ອນດຽວກັນ.
18
ຈົ່ງພິຈາລະນາເບິ່ງຊົນຊາດອິດສະຣາເອນ: ຜູ້ທີ່ກິນເຄື່ອງຖວາຍບູຊາກໍມີສ່ວນຮ່ວມໃນແທ່ນບູຊາບໍ່ແມ່ນບໍ?
19
ຖ້າເປັນຢ່າງນັ້ນ ເຮົາໝາຍຄວາມວ່າອາຫານທີ່ບູຊາໃຫ້ແກ່ຮູບເຄົາລົບນັ້ນມີຄວາມສຳຄັນຢ່າງນັ້ນບໍ?
20
ບໍ່ແມ່ນດອກ, ແຕ່ເຄື່ອງບູຊາຂອງຄົນທີ່ບໍ່ເຊື່ອພຣະເຈົ້ານັ້ນໄດ້ບູຊາແກ່ຜີມານຮ້າຍແລ້ວ ບໍ່ແມ່ນຖວາຍແກ່ພຣະເຈົ້າ ແລະ ເຮົາບໍ່ຢາກໃຫ້ພວກເຈົ້າເຂົ້າຮ່ວມກັບພວກຜີມານຮ້າຍເຫລົ່ານັ້ນ.
21
ພວກເຈົ້າບໍ່ສາມາດຈະດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າ ແລະ ຈາກຈອກຂອງຜີມານຮ້າຍດ້ວຍກັນ; ພວກເຈົ້າບໍ່ສາມາດຈະຮ່ວມໂຕະຂອງອົງພຣະຜູ້ເປັນເຈົ້າ ແລະ ໂຕະຂອງພວກຜີມານຮ້າຍ.
22
ພວກເຮົາກຳລັງພະຍາຍາມຍຸຍົງໃຫ້ອົງພຣະຜູ້ເປັນເຈົ້າອິດສາບໍ? ພວກເຮົາເຂັ້ມແຂງກວ່າພຣະອົງບໍ?
23
ພວກເຈົ້າເວົ້າວ່າ: “ເຮົາໄດ້ຮັບອະນຸຍາດໃຫ້ເຮັດທຸກສິ່ງໄດ້” ແຕ່ບໍ່ແມ່ນວ່າທຸກສິ່ງຈະເປັນປະໂຫຍດ. “ເຮົາໄດ້ຮັບອະນຸຍາດໃຫ້ເຮັດທຸກສິ່ງໄດ້” ແຕ່ບໍ່ແມ່ນວ່າທຸກສິ່ງຈະເປັນການເສີມສ້າງຂຶ້ນ.
24
ທຸກຄົນບໍ່ຄວນເຫັນແກ່ຜົນປະໂຫຍດຕົນເອງ ແຕ່ຈົ່ງເຫັນແກ່ຜົນປະໂຫຍດຂອງຜູ້ອື່ນ.
25
ຊີ້ນທີ່ວາງຂາຍຕາມຕະຫລາດນັ້ນກໍກິນໄດ້ໂດຍບໍ່ຕ້ອງຖາມເຖິງຈິດສຳນຶກ,
26
ເພາະວ່າ, “ແຜ່ນດິນໂລກ ແລະ ທຸກສິ່ງໃນໂລກເປັນຂອງອົງພຣະຜູ້ເປັນເຈົ້າ”.
27
ຖ້າຄົນທີ່ບໍ່ເຊື່ອບາງຄົນເຊີນພວກເຈົ້າໄປຮ່ວມຮັບປະທານອາຫານ ແລະ ພວກເຈົ້າຕ້ອງການຈະໄປ ຈົ່ງກິນສິ່ງທີ່ວາງຢູ່ຕໍ່ໜ້າພວກເຈົ້າໂດຍບໍ່ຕ້ອງຖາມເຖິງຈິດສຳນຶກ.
28
ແຕ່ຖ້າມີຜູ້ໃດມາບອກພວກເຈົ້າວ່າ, “ອາຫານນີ້ໄດ້ຖືກມອບໃຫ້ບູຊາແກ່ຮູບເຄົາລົບແລ້ວ”, ກໍຢ່າກິນອາຫານນັ້ນ, ເພື່ອເຫັນແກ່ທັງຄົນທີ່ບອກພວກເຈົ້າ ແລະ ເຫັນແກ່ຈິດສຳນຶກ.
29
ເຮົາກຳລັງໝາຍເຖິງຈິດສຳນຶກຂອງຄົນອື່ນ, ບໍ່ແມ່ນຂອງພວກເຈົ້າ. ເພາະເປັນຫຍັງເສລີພາບຂອງເຮົາຈຶ່ງຖືກຕັດສິນໂດຍຈິດສຳນຶກຂອງຄົນອື່ນ?
30
ຖ້າເຮົາມີສ່ວນຮ່ວມໃນອາຫານນັ້ນດ້ວຍການໂມທະນາຂອບພຣະຄຸນພຣະເຈົ້າແລ້ວ, ເປັນຫຍັງເຮົາຈຶ່ງຖືກຕຳໜິເພາະສິ່ງທີ່ເຮົາໄດ້ໂມທະນາຂອບພຣະຄຸນພຣະເຈົ້າແລ້ວ?
31
ດັ່ງນັ້ນ, ບໍ່ວ່າພວກເຈົ້າຈະກິນ ຫລື ຈະດື່ມ ຫລື ຈະເຮັດສິ່ງໃດກໍຕາມ, ຈົ່ງເຮັດທຸກສິ່ງໃຫ້ເປັນທີ່ຖວາຍກຽດຕິຍົດແດ່ພຣະເຈົ້າ.
32
ຢ່າເປັນຕົ້ນເຫດທີ່ເຮັດໃຫ້ຜູ້ໃດສະດຸດໃຈ ບໍ່ວ່າຈະເປັນຄົນຢິວ, ຄົນກຣີກ ຫລື ຄຣິສຕະຈັກຂອງພຣະເຈົ້າ
33
ເໝືອນດັ່ງເຮົາທີ່ພະຍາຍາມຈະເຮັດໃຫ້ທຸກຄົນພໍໃຈໃນທຸກດ້ານ. ເພາະວ່າເຮົາບໍ່ໄດ້ສະແຫວງຫາຜົນປະໂຫຍດຂອງເຮົາເອງ ແຕ່ເປັນຜົນປະໂຫຍດຂອງຄົນທັງຫລາຍ, ເພື່ອວ່າພວກເຂົາຈະໄດ້ພົ້ນ.
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16