bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Luke 1
Luke 1
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 2 →
1
ມີຫລາຍຄົນໄດ້ຮຽບຮຽງເລື່ອງລາວຕ່າງໆທີ່ເກີດຂຶ້ນ ໃນທ່າມກາງພວກເຮົາທັງຫລາຍ,
2
ຕາມທີ່ສົ່ງຕໍ່ມາເຖິງພວກເຮົາຈາກຄົນເຫລົ່ານັ້ນທີ່ໄດ້ເຫັນກັບຕາຕັ້ງແຕ່ຕົ້ນ ແລະ ເປັນຜູ້ຮັບໃຊ້ຖ້ອຍຄຳ.
3
ດັ່ງນັ້ນ ຫລັງຈາກທີ່ຂ້າພະເຈົ້າໄດ້ສືບສວນທຸກສິ່ງຢ່າງລະອຽດມາຕັ້ງແຕ່ຕົ້ນແລ້ວ, ຂ້າພະເຈົ້າຈຶ່ງຕັດສິນໃຈຂຽນລຳດັບເຫດການເພື່ອທ່ານ ເທໂອຟີໂລທີ່ນັບຖື,
4
ເພື່ອທ່ານຈະໄດ້ຮູ້ວ່າສິ່ງຕ່າງໆທີ່ທ່ານໄດ້ຮຽນຮູ້ມານັ້ນເຊື່ອຖືໄດ້ແນ່ນອນ.
5
ໃນສະໄໝຂອງກະສັດເຮໂຣດແຫ່ງຢູດາຍ ມີປະໂລຫິດຄົນໜຶ່ງຊື່ວ່າ ເຊກາຣີຢາ ຢູ່ໃນສັງກັດຂອງປະໂລຫິດອາບີຢາ, ເມຍຂອງເພິ່ນຊື່ ເອລີຊາເບັດ ກໍສືບເຊື້ອສາຍມາຈາກອາໂຣນເໝືອນກັນ.
6
ທັງສອງຄົນເປັນຄົນຊອບທຳໃນສາຍຕາຂອງພຣະເຈົ້າ, ຢຶດຖືຄຳສັ່ງ ແລະ ທຸກຂໍ້ຄຳສັ່ງຂອງອົງພຣະຜູ້ເປັນເຈົ້າຢ່າງບໍ່ມີຕຳໜິ.
7
ແຕ່ພວກເພິ່ນບໍ່ມີລູກເພາະນາງເອລີຊາເບັດເປັນໝັນ ແລະ ທັງສອງກໍເຖົ້າແກ່ແລ້ວ.
8
ຄັ້ງໜຶ່ງເມື່ອກອງເວນຂອງເຊກາຣີຢາຖືກເຂົ້າປະຕິບັດໜ້າທີ່ ແລະ ເພິ່ນກຳລັງປະຕິບັດໜ້າທີ່ໃນຖານະເປັນປະໂລຫິດຕໍ່ໜ້າພຣະເຈົ້າ,
9
ເພິ່ນໄດ້ຮັບເລືອກໂດຍການຈັບສະຫລາກຕາມທຳນຽມຂອງປະໂລຫິດເພື່ອເຂົ້າໄປເຜົາເຄື່ອງຫອມໃນວິຫານຂອງອົງພຣະຜູ້ເປັນເຈົ້າ.
10
ແລະ ເມື່ອເຖິງເວລາເຜົາເຄື່ອງຫອມ ຜູ້ນະມັດສະການທຸກຄົນທີ່ເຕົ້າໂຮມກັນກໍອະທິຖານຢູ່ຂ້າງນອກ.
11
ແລ້ວເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າກໍມາປາກົດແກ່ເພິ່ນໂດຍຢືນຢູ່ເບື້ອງຂວາຂອງແທ່ນເຜົາເຄື່ອງຫອມ.
12
ເມື່ອເຊກາຣີຢາເຫັນເທວະດານັ້ນກໍຕື່ນຕົກໃຈ ແລະ ມີຄວາມຢ້ານກົວ.
13
ແຕ່ເທວະດາຕົນນັ້ນກ່າວກັບເພິ່ນວ່າ: “ເຊກາຣີຢາ, ຢ່າຢ້ານເລີຍ, ພຣະເຈົ້າໄດ້ຍິນຄຳອະທິຖານຂອງເຈົ້າແລ້ວ. ເອລີຊາເບັດເມຍຂອງເຈົ້າຈະເກີດລູກຊາຍ, ຈົ່ງຕັ້ງຊື່ໃຫ້ເພິ່ນວ່າໂຢຮັນ.
14
ເພິ່ນຈະເປັນຄວາມຊື່ນຊົມຍິນດີ ແລະ ຄວາມສຸກໃຈຂອງເຈົ້າ ແລະ ຄົນທັງຫລາຍຈະຍິນດີເມື່ອເພິ່ນເກີດມາ,
15
ເພາະເພິ່ນຈະເປັນຜູ້ຍິ່ງໃຫຍ່ໃນສາຍຕາຂອງອົງພຣະຜູ້ເປັນເຈົ້າ. ເພິ່ນຈະບໍ່ດື່ມເຫລົ້າອະງຸ່ນ ແລະ ຂອງມຶນເມົາ ແລະ ເພິ່ນຈະເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າຕັ້ງແຕ່ກ່ອນທີ່ເພິ່ນເກີດມາ.
16
ເພິ່ນຈະນຳປະຊາຊົນອິດສະຣາເອນຈຳນວນຫລວງຫລາຍກັບຄືນມາຫາອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ.
17
ແລະ ເພິ່ນຈະອອກໜ້າກ່ອນອົງພຣະຜູ້ເປັນເຈົ້າດ້ວຍຈິດວິນຍານ ແລະ ລິດອຳນາດຂອງເອລີຢາ, ເພື່ອໃຫ້ຈິດໃຈຂອງພໍ່ຫັນມາຫາລູກ ແລະ ນຳຄົນບໍ່ເຊື່ອຟັງຫັນມາສູ່ປັນຍາຂອງຄົນຊອບທຳ ເພື່ອຈັດຕຽມຊົນຊາດໜຶ່ງໄວ້ສຳລັບອົງພຣະຜູ້ເປັນເຈົ້າ”.
18
ເຊກາຣີຢາຖາມເທວະດານັ້ນວ່າ, “ຂ້ານ້ອຍຈະແນ່ໃຈໃນເລື່ອງນີ້ໄດ້ແນວໃດ? ຂ້ານ້ອຍເປັນຊາຍທີ່ເຖົ້າແກ່ ແລະ ເມຍຂອງຂ້ານ້ອຍກໍມີອາຍຸຫລາຍແລ້ວ”.
19
ເທວະດານັ້ນໄດ້ກ່າວກັບເພິ່ນວ່າ, “ເຮົາແມ່ນຄັບຣີເອນ. ເຮົາຢືນຢູ່ຕໍ່ໜ້າພຣະເຈົ້າ, ພຣະອົງສົ່ງເຮົາມາເວົ້າກັບເຈົ້າ ແລະ ໃຫ້ມາບອກຂ່າວດີນີ້ແກ່ເຈົ້າ.
20
ແລະ ບັດນີ້ເຈົ້າຈະເປັນໃບ້ ແລະ ບໍ່ສາມາດເວົ້າໄດ້ຈົນເຖິງວັນທີ່ເຫດການເຫລົ່ານີ້ຈະເກີດຂຶ້ນ, ເພາະເຈົ້າບໍ່ເຊື່ອຖ້ອຍຄຳຂອງເຮົາ, ເຊິ່ງຈະເປັນຈິງຕາມເວລາທີ່ໄດ້ກຳນົດໄວ້”.
21
ໃນຂະນະນັ້ນ ປະຊາຊົນກໍກຳລັງລໍຖ້າເຊກາຣີຢາ ແລະ ກຳລັງສົງໄສວ່າເປັນຫຍັງເພິ່ນຈຶ່ງຢູ່ໃນວິຫານດົນແທ້.
22
ເມື່ອເພິ່ນອອກມາ ເພິ່ນກໍເວົ້າກັບພວກເຂົາບໍ່ໄດ້. ພວກເຂົາຈຶ່ງເຂົ້າໃຈວ່າເພິ່ນໄດ້ເຫັນນິມິດຢູ່ໃນວິຫານ, ເພາະເພິ່ນໄດ້ພະຍາຍາມໃຊ້ມືສື່ສານກັບພວກເຂົາ ແຕ່ກໍຍັງບໍ່ສາມາດເວົ້າໄດ້.
23
ເມື່ອເພິ່ນເຮັດໜ້າທີ່ຈົນຄົບກຳນົດເວລາແລ້ວ ເພິ່ນກໍກັບບ້ານ.
24
ຫລັງຈາກນັ້ນ ນາງເອລີຊາເບັດເມຍຂອງເພິ່ນກໍຖືພາ ແລະ ບໍ່ໄດ້ອອກໄປໃສເປັນເວລາຫ້າເດືອນ.
25
ນາງເວົ້າວ່າ, “ອົງພຣະຜູ້ເປັນເຈົ້າກະທຳການນີ້ເພື່ອຂ້ານ້ອຍ. ໃນວັນເຫລົ່ານີ້ພຣະອົງໄດ້ສະແດງຄວາມກະລຸນາຂອງພຣະອົງ ແລະ ເອົາຄວາມອັບອາຍຂອງຂ້ານ້ອຍທີ່ມີຢູ່ໃນທ່າມກາງຄົນທັງຫລາຍອອກໄປ”.
26
ໃນເດືອນທີຫົກທີ່ນາງເອລີຊາເບັດກຳລັງຖືພາຢູ່ນັ້ນ, ພຣະເຈົ້າໄດ້ສົ່ງເທວະດາຄັບຣີເອນມາຍັງເມືອງນາຊາເຣັດໃນແຂວງຄາລີເລ,
27
ໃຫ້ມາຫາສາວບໍລິສຸດຄົນໜຶ່ງທີ່ເປັນຄູ່ໝັ້ນຂອງໂຢເຊັບ, ຜູ້ສືບເຊື້ອສາຍມາຈາກດາວິດ. ສາວບໍລິສຸດຄົນນັ້ນມີຊື່ວ່າມາຣີ.
28
ເທວະດາຕົນນັ້ນໄດ້ໄປຫານາງ ແລະ ກ່າວວ່າ, “ນາງເອີຍ ເຈົ້າເປັນທີ່ພໍໃຈຫລາຍ! ອົງພຣະຜູ້ເປັນເຈົ້າຢູ່ກັບເຈົ້າ”.
29
ນາງມາຣີຈຶ່ງກະວົນກະວາຍໃຈຫລາຍໃນຖ້ອຍຄຳຂອງເພິ່ນ ແລະ ສົງໄສວ່າການທັກທາຍແບບນີ້ໝາຍເຖິງອັນໃດ.
30
ແຕ່ເທວະດານັ້ນໄດ້ກ່າວແກ່ນາງວ່າ, “ມາຣີເອີຍ, ຢ່າຢ້ານເລີຍ ເຈົ້າໄດ້ຮັບຄວາມພໍໃຈຈາກພຣະເຈົ້າ.
31
ເຈົ້າຈະຖືພາ ແລະ ເກີດລູກຊາຍ, ຈົ່ງຕັ້ງຊື່ລູກນັ້ນວ່າເຢຊູ.
32
ພຣະອົງຈະຍິ່ງໃຫຍ່ ແລະ ໄດ້ຊື່ວ່າເປັນພຣະບຸດຂອງພຣະເຈົ້າອົງສູງສຸດ. ອົງພຣະຜູ້ເປັນເຈົ້າພຣະເຈົ້າຈະມອບບັນລັງຂອງດາວິດຜູ້ເປັນບັນພະບຸລຸດຂອງພຣະອົງໃຫ້ແກ່ພຣະອົງ,
33
ແລະ ພຣະອົງຈະປົກຄອງເຊື້ອສາຍຂອງຢາໂຄບຕະຫລອດໄປ, ອານາຈັກຂອງພຣະອົງຈະບໍ່ມີວັນສິ້ນສຸດເລີຍ”.
34
ນາງມາຣີຈຶ່ງຖາມເທວະດານັ້ນວ່າ, “ຈະເປັນຢ່າງນັ້ນໄດ້ແນວໃດໃນເມື່ອຂ້ານ້ອຍຍັງເປັນສາວບໍລິສຸດຢູ່?”
35
ເທວະດານັ້ນໄດ້ຕອບວ່າ, “ພຣະວິນຍານບໍລິສຸດເຈົ້າຈະລົງມາເທິງເຈົ້າ ແລະ ລິດອຳນາດຂອງພຣະເຈົ້າສູງສຸດຈະປົກຄຸມເຈົ້າໄວ້. ດັ່ງນັ້ນ ອົງບໍລິສຸດທີ່ຈະເກີດມາຈະໄດ້ຊື່ວ່າ ເປັນພຣະບຸດຂອງພຣະເຈົ້າ.
36
ແມ່ນແຕ່ເອລີຊາເບັດພີ່ນ້ອງຂອງເຈົ້າ ກໍຈະໄດ້ລູກຊາຍໃນໄວເຖົ້າ ແລະ ຍິງທີ່ຄົນເວົ້າວ່າເປັນໝັນກໍຖືພາໄດ້ຫົກເດືອນແລ້ວ.
37
ເພາະຖ້ອຍຄຳຂອງພຣະເຈົ້າບໍ່ມີວັນລົ້ມເຫລວ”.
38
ນາງມາຣີກ່າວວ່າ, “ຂ້ານ້ອຍເປັນຜູ້ຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ, ຂໍໃຫ້ເປັນຈິງຕາມຄຳຂອງທ່ານ”. ແລ້ວເທວະດານັ້ນກໍຈາກນາງໄປ.
39
ໃນເວລານັ້ນມາຣີໄດ້ຕຽມຕົວ ແລະ ຟ້າວໄປຍັງເມືອງໜຶ່ງທີ່ຢູ່ເນີນພູເຂົາຂອງແຂວງຢູດາຍ,
40
ນາງໄດ້ເຂົ້າໄປໃນເຮືອນຂອງເຊກາຣີຢາ ແລະ ກ່າວທັກທາຍນາງເອລີຊາເບັດ.
41
ເມື່ອນາງເອລີຊາເບັດໄດ້ຍິນຄຳທັກທາຍຂອງນາງມາຣີ, ລູກໃນທ້ອງຂອງນາງກໍດີ້ນ ແລະ ນາງເອລີຊາເບັດກໍເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ.
42
ນາງຈຶ່ງຮ້ອງຂຶ້ນດ້ວຍສຽງດັງວ່າ, “ເຈົ້າໄດ້ຮັບພອນຫລາຍທີ່ສຸດໃນທ່າມກາງແມ່ຍິງທັງຫລາຍ ແລະ ລູກທີ່ເຈົ້າຈະເກີດອອກມານັ້ນກໍໄດ້ຮັບພອນດ້ວຍ!
43
ແຕ່ດ້ວຍເຫດໃດຂ້ານ້ອຍຈຶ່ງໄດ້ຮັບຄວາມກະລຸນາຫລາຍເຊັ່ນນີ້ ທີ່ແມ່ຂອງອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍໄດ້ມາຢ້ຽມຢາມຂ້ານ້ອຍ?
44
ພໍແຕ່ຂ້ານ້ອຍໄດ້ຍິນສຽງທັກທາຍຂອງນາງ ລູກໃນທ້ອງຂອງຂ້ານ້ອຍກໍດີ້ນດ້ວຍຄວາມຊື່ນຊົມຍິນດີ.
45
ພອນນັ້ນເປັນຂອງນາງທີ່ເຊື່ອວ່າອົງພຣະຜູ້ເປັນເຈົ້າຈະເຮັດຕາມສັນຍາຂອງພຣະອົງທີ່ມີຕໍ່ນາງ!”
46
ແລະ ນາງມາຣີຈຶ່ງກ່າວວ່າ: “ຈິດໃຈຂອງຂ້ານ້ອຍຍົກຍ້ອງອົງພຣະຜູ້ເປັນເຈົ້າ
47
ແລະ ຈິດວິນຍານຂອງຂ້ານ້ອຍກໍຊື່ນຊົມຍິນດີໃນພຣະເຈົ້າ ອົງພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ,
48
ເພາະພຣະອົງໄດ້ໃສ່ໃຈ ຕໍ່ຖານະອັນຕ່ຳຕ້ອຍຂອງຜູ້ຮັບໃຊ້ຂອງພຣະອົງ. ຈາກນີ້ໄປຄົນທຸກຍຸກຈະເອີ້ນຂ້ານ້ອຍວ່າຜູ້ໄດ້ຮັບພອນ,
49
ເພາະວ່າພຣະອົງຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ເຮັດສິ່ງຍິ່ງໃຫຍ່ເພື່ອຂ້ານ້ອຍ ນາມຂອງພຣະອົງບໍລິສຸດ.
50
ຄວາມເມດຕາຂອງພຣະອົງກໍແຜ່ມາເຖິງບັນດາຄົນທີ່ຢຳເກງພຣະອົງ, ຈາກຄົນຊົ່ວອາຍຸນີ້ໄປຫາຄົນຊົ່ວອາຍຸໜ້າ.
51
ພຣະອົງກະທຳການຍິ່ງໃຫຍ່ດ້ວຍແຂນຂອງພຣະອົງ, ພຣະອົງເຮັດໃຫ້ຄົນທີ່ມີໃຈອວດອ້າງຈອງຫອງກະຈັດກະຈາຍໄປ.
52
ພຣະອົງໄດ້ປົດບັນດາຜູ້ປົກຄອງລົງຈາກບັນລັງຂອງພວກເຂົາ ແຕ່ໄດ້ຍົກຄົນຕ່ຳຕ້ອຍຂຶ້ນ.
53
ພຣະອົງໃຫ້ຄົນອຶດຢາກເຕັມໄປດ້ວຍສິ່ງດີ ແຕ່ສົ່ງຄົນຮັ່ງມີໜີໄປມືເປົ່າ.
54
ພຣະອົງຊ່ວຍອິດສະຣາເອນຜູ້ຮັບໃຊ້ຂອງພຣະອົງ ໂດຍພຣະອົງບໍ່ລືມທີ່ຈະເມດຕາ
55
ຕໍ່ອັບຣາຮາມ ແລະ ເຊື້ອສາຍຂອງເພິ່ນຕະຫລອດໄປ, ຕາມທີ່ພຣະອົງໄດ້ສັນຍາໄວ້ກັບບັນດາບັນພະບຸລຸດຂອງພວກເຮົາ”.
56
ນາງມາຣີໄດ້ພັກເຊົາຢູ່ກັບເອລີຊາເບັດປະມານສາມເດືອນແລ້ວຈຶ່ງກັບເຮືອນ.
57
ເມື່ອເຖິງກຳນົດເວລາທີ່ນາງເອລີຊາເບັດຈະເກີດລູກ, ນາງກໍເກີດລູກຊາຍຄົນໜຶ່ງ.
58
ບັນດາເພື່ອນບ້ານ ແລະ ຍາດພີ່ນ້ອງຂອງນາງໄດ້ຍິນວ່າອົງພຣະຜູ້ເປັນເຈົ້າສະແດງຄວາມເມດຕາອັນຍິ່ງໃຫຍ່ແກ່ນາງ ແລະ ພວກເຂົາກໍໄດ້ມາຮ່ວມຍິນດີກັບນາງ.
59
ໃນວັນທີແປດ ພວກເພິ່ນກໍໃຫ້ເດັກນ້ອຍນັ້ນຮັບພິທີຕັດ ແລະ ພວກເພິ່ນກຳລັງຈະຕັ້ງຊື່ໃຫ້ເດັກນ້ອຍນັ້ນວ່າເຊກາຣີຢາຕາມຊື່ຂອງພໍ່,
60
ແຕ່ແມ່ຂອງເດັກນ້ອຍໄດ້ທ້ວງຂຶ້ນວ່າ, “ບໍ່ໄດ້! ລາວຕ້ອງມີຊື່ວ່າໂຢຮັນ”.
61
ພວກເຂົາກ່າວກັບນາງວ່າ, “ໃນບັນດາຍາດພີ່ນ້ອງຂອງເຈົ້າບໍ່ມີຜູ້ໃດທີ່ໃຊ້ຊື່ນັ້ນ”.
62
ແລ້ວພວກເຂົາໃຊ້ພາສາໃບ້ຖາມພໍ່ຂອງເດັກນ້ອຍເພື່ອຕ້ອງການຮູ້ວ່າເພິ່ນຢາກຕັ້ງຊື່ລູກວ່າແນວໃດ.
63
ເພິ່ນຈຶ່ງຂໍໃຫ້ເອົາແຜ່ນກະດານມາແລ້ວຂຽນລົງໄປວ່າ, “ຊື່ຂອງລາວແມ່ນໂຢຮັນ” ເຊິ່ງສ້າງຄວາມປະຫລາດໃຈແກ່ທຸກຄົນ.
64
ໃນທັນໃດນັ້ນ ປາກຂອງເພິ່ນກໍເປີດອອກ ແລະ ລີ້ນຂອງເພິ່ນກໍເຊົາຕິດຂັດ ແລ້ວເພິ່ນກໍເລີ່ມກ່າວ ແລະ ສັນລະເສີນພຣະເຈົ້າ.
65
ເພື່ອນບ້ານທຸກຄົນຕ່າງກໍເຕັມໄປດ້ວຍຄວາມຢ້ານ ແລະ ຄົນທັງຫລາຍກໍພາກັນເວົ້າເຖິງເລື່ອງເຫລົ່ານີ້ໄປທົ່ວເຂດເນີນພູເຂົາຂອງແຂວງຢູດາຍ.
66
ທຸກຄົນທີ່ໄດ້ຍິນເລື່ອງນີ້ຕ່າງກໍປະຫລາດໃຈ ແລະ ຖາມກັນວ່າ, “ແລ້ວເດັກນ້ອຍຄົນນີ້ຈະເປັນແນວໃດນໍ?” ເພາະມືຂອງອົງພຣະຜູ້ເປັນເຈົ້າຢູ່ນຳລາວ.
67
ຝ່າຍເຊກາຣີຢາຜູ້ເປັນພໍ່ກໍເຕັມດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ກ່າວທຳນວາຍວ່າ:
68
ສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງອິດສະຣາເອນ, ເພາະພຣະອົງມາຢ້ຽມຢາມບັນດາຄົນຂອງພຣະອົງ ແລະ ໄຖ່ພວກເຂົາ.
69
ພຣະອົງຍົກຊູເຂົາສັດ ແຫ່ງຄວາມພົ້ນສຳລັບພວກເຮົາ ໃນເຊື້ອສາຍຂອງດາວິດຜູ້ຮັບໃຊ້ຂອງພຣະອົງ
70
(ຕາມທີ່ພຣະອົງໄດ້ກ່າວໄວ້ຜ່ານບັນດາຜູ້ທຳນວາຍບໍລິສຸດຂອງພຣະອົງຕັ້ງແຕ່ສະໄໝບູຮານ),
71
ໃຫ້ພົ້ນຈາກພວກສັດຕູຂອງພວກເຮົາ ແລະ ພົ້ນຈາກມືຂອງທຸກຄົນທີ່ກຽດຊັງພວກເຮົາ
72
ເພື່ອສະແດງຄວາມເມດຕາຕໍ່ບັນດາບັນພະບຸລຸດຂອງພວກເຮົາ ແລະ ເພື່ອເປັນການລະນຶກເຖິງພັນທະສັນຍາອັນບໍລິສຸດຂອງພຣະອົງ,
73
ຄຳສາບານທີ່ພຣະອົງໄດ້ສາບານໄວ້ກັບອັບຣາຮາມບັນພະບຸລຸດຂອງພວກເຮົາຄື:
74
ຈະກອບກູ້ພວກເຮົາໃຫ້ພົ້ນຈາກມືຂອງພວກສັດຕູຂອງພວກເຮົາ, ແລະ ໃຫ້ພວກເຮົາສາມາດຮັບໃຊ້ພຣະອົງໂດຍປາດສະຈາກຄວາມຢ້ານ
75
ໃນຄວາມບໍລິສຸດ ແລະ ຄວາມຊອບທຳຕໍ່ໜ້າພຣະອົງຕະຫລອດຊີວິດຂອງພວກເຮົາ.
76
“ແລະ ສ່ວນເຈົ້າ, ລູກຂອງພໍ່, ເຈົ້າຈະໄດ້ຊື່ວ່າຜູ້ທຳນວາຍຂອງອົງສູງສຸດ, ເພາະວ່າເຈົ້າຈະໄປກ່ອນໜ້າອົງພຣະຜູ້ເປັນເຈົ້າເພື່ອຈັດຕຽມທາງສຳລັບພຣະອົງ,
77
ເພື່ອຈະໃຫ້ຄົນຂອງພຣະອົງຮູ້ເຖິງຄວາມພົ້ນ ຜ່ານການອະໄພບາບຂອງພວກເຂົາ,
78
ເພາະໂດຍຄວາມເມດຕາອັນອ່ອນໂຍນຂອງພຣະເຈົ້າຂອງພວກເຮົາ, ແສງສະຫວ່າງໃນຍາມຮຸ່ງເຊົ້າຈາກສະຫວັນຈະມາຫາພວກເຮົາ
79
ເພື່ອສ່ອງສະຫວ່າງແກ່ບັນດາຄົນທັງຫລາຍທີ່ຢູ່ໃນຄວາມມືດ ແລະ ຢູ່ໃນເງົາຂອງຄວາມຕາຍ, ເພື່ອຈະນຳພາຕີນຂອງພວກເຮົາໄປສູ່ທາງແຫ່ງສັນຕິສຸກ”.
80
ແລ້ວເດັກນ້ອຍຄົນນັ້ນກໍເຕີບໃຫຍ່ຂຶ້ນ ແລະ ຝ່າຍວິນຍານກໍເຂັ້ມແຂງ, ເພິ່ນໄດ້ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານຈົນເຖິງວັນທີ່ຈະໄດ້ມາປາກົດແກ່ປະຊາຊົນອິດສະຣາເອນ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24