bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Luke 2
Luke 2
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 3 →
1
ໃນເວລານັ້ນ ກາຍຊາໂອຄຸໂຕໄດ້ອອກຄຳສັ່ງໃຫ້ພົນລະເມືອງໃນທົ່ວທັງຈັກກະພົບໂຣມໄປຈົດທະບຽນສຳມະໂນຄົວ.
2
(ນີ້ແມ່ນການຈົດທະບຽນສຳມະໂນຄົວຄັ້ງທຳອິດໃນສະໄໝທີ່ກີເຣນີໂອເປັນຜູ້ປົກຄອງແຂວງຊີເຣຍ.)
3
ທຸກຄົນຕ່າງກໍໄປຈົດທະບຽນສຳມະໂນຄົວຕາມບ້ານເມືອງຂອງຕົນ.
4
ດັ່ງນັ້ນ ໂຢເຊັບຈຶ່ງເດີນທາງຈາກເມືອງນາຊາເຣັດໃນແຂວງຄາລີເລຂຶ້ນໄປຍັງເບັດເລເຮັມເມືອງຂອງດາວິດໃນແຂວງຢູດາຍ ເພາະວ່າເພິ່ນເປັນເຊື້ອສາຍຂອງດາວິດ.
5
ເພິ່ນໄດ້ໄປຈົດທະບຽນຢູ່ທີ່ນັ້ນກັບນາງມາຣີຄູ່ໝັ້ນຂອງເພິ່ນທີ່ກຳລັງຖືພາຢູ່.
6
ໃນຂະນະທີ່ພວກເພິ່ນຢູ່ທີ່ນັ້ນ ກໍພໍດີຄົບກຳນົດທີ່ນາງມາຣີຈະເກີດລູກ,
7
ນາງໄດ້ເກີດລູກຊາຍກົກ, ນາງໄດ້ເອົາຜ້າອ້ອມມາພັນລູກ ແລະ ວາງໄວ້ໃນຮາງຫຍ້າ ເພາະວ່າໃນໂຮງແຮມບໍ່ມີຫ້ອງຫວ່າງສຳລັບພວກເພິ່ນເລີຍ.
8
ແລະ ມີຄົນລ້ຽງແກະອາໄສຢູ່ໃນທົ່ງນາໃກ້ແຖບນັ້ນ ເຝົ້າຝູງແກະຂອງພວກເຂົາໃນເວລາກາງຄືນ.
9
ມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າມາປາກົດແກ່ພວກເຂົາ ແລະ ສະຫງ່າລາສີຂອງອົງພຣະຜູ້ເປັນເຈົ້າໄດ້ສ່ອງອ້ອມຮອບພວກເຂົາ, ເຮັດໃຫ້ພວກເຂົາຕົກໃຈຢ້ານ.
10
ແຕ່ເທວະດາຕົນນັ້ນກ່າວແກ່ພວກເຂົາວ່າ, “ຢ່າຢ້ານເລີຍ. ເຮົານຳຂ່າວດີມາໃຫ້ພວກທ່ານ ເຊິ່ງເຮັດໃຫ້ທຸກຄົນຊື່ນຊົມຍິນດີຢ່າງໃຫຍ່.
11
ໃນວັນນີ້ທີ່ເມືອງຂອງດາວິດ ອົງພຣະຜູ້ຊ່ວຍໃຫ້ພົ້ນອົງໜຶ່ງໄດ້ມາບັງເກີດເພື່ອພວກເຈົ້າ, ພຣະອົງຄືພຣະເມຊີອາ, ອົງພຣະຜູ້ເປັນເຈົ້າ.
12
ນີ້ຈະເປັນໝາຍສຳຄັນແກ່ພວກເຈົ້າຄື: ພວກເຈົ້າຈະໄດ້ພົບເດັກນ້ອຍຄົນໜຶ່ງພັນຜ້າອ້ອມນອນຢູ່ໃນຮາງຫຍ້າ”.
13
ໃນທັນໃດນັ້ນ ກອງທັບສະຫວັນໝູ່ໃຫຍ່ມາປາກົດພ້ອມກັບເທວະດາຕົນນັ້ນຮ່ວມກັນສັນລະເສີນພຣະເຈົ້າ ແລະ ກ່າວວ່າ,
14
“ຂໍກຽດຕິຍົດຈົ່ງມີແກ່ພຣະເຈົ້າໃນສະຫວັນສູງສຸດ ແລະ ສັນຕິສຸກຈົ່ງມີແກ່ຜູ້ທີ່ພຣະອົງພໍໃຈເທິງແຜ່ນດິນໂລກນີ້”.
15
ເມື່ອບັນດາເທວະດາເຫລົ່ານັ້ນຈາກພວກເຂົາໄປ ແລະ ກັບຂຶ້ນສູ່ສະຫວັນແລ້ວ ພວກຜູ້ລ້ຽງແກະກໍເວົ້າກັນວ່າ, “ໃຫ້ພວກເຮົາພາກັນໄປຍັງເມືອງເບັດເລເຮັມ ແລະ ໄປເບິ່ງເຫດການທີ່ໄດ້ເກີດຂຶ້ນນີ້ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ບອກພວກເຮົາ”.
16
ດັ່ງນັ້ນ ພວກເຂົາຈຶ່ງຟ້າວໄປ ແລະ ພົບນາງມາຣີກັບໂຢເຊັບ ແລະ ເດັກນ້ອຍທີ່ນອນຢູ່ໃນຮາງຫຍ້າ.
17
ເມື່ອພວກເຂົາໄດ້ເຫັນພຣະອົງແລ້ວ ພວກເຂົາກໍໄດ້ກະຈາຍຂ່າວເລື່ອງທີ່ເທວະດາໄດ້ບອກເລື່ອງເດັກນ້ອຍຄົນນັ້ນ,
18
ແລະ ທຸກຄົນທີ່ໄດ້ຍິນກໍປະຫລາດໃຈໃນສິ່ງທີ່ພວກຜູ້ລ້ຽງແກະໄດ້ບອກແກ່ພວກເຂົາ.
19
ແຕ່ນາງມາຣີກໍໄດ້ເກັບເລື່ອງທັງໝົດນີ້ໄວ້ ແລະ ຄິດທົບທວນຢູ່ໃນໃຈ.
20
ແລ້ວພວກຜູ້ລ້ຽງແກະກໍກັບຄືນໄປຖວາຍກຽດ ແລະ ສັນລະເສີນພຣະເຈົ້າສຳລັບທຸກສິ່ງທີ່ພວກເຂົາໄດ້ຍິນ ແລະ ໄດ້ເຫັນ ເພາະວ່າເຫດການໄດ້ເປັນໄປຕາມທີ່ເທວະດານັ້ນໄດ້ບອກພວກເຂົາໄວ້.
21
ໃນວັນທີແປດ ກໍເຖິງເວລາທີ່ເດັກນ້ອຍຄົນນັ້ນຕ້ອງຮັບພິທີຕັດ, ເດັກນ້ອຍຄົນນັ້ນມີຊື່ວ່າເຢຊູ ຕາມຊື່ທີ່ເທວະດາໄດ້ບອກໄວ້ກ່ອນທີ່ນາງມາຣີຍັງບໍ່ທັນໄດ້ຖືພາ.
22
ເມື່ອເຖິງເວລາທີ່ຈະເຮັດພິທີຊຳລະຕາມກົດບັນຍັດຂອງໂມເຊ, ໂຢເຊັບ ແລະ ນາງມາຣີຈຶ່ງໄດ້ນຳພຣະເຢຊູເຈົ້າໄປທີ່ເຢຣູຊາເລັມເພື່ອຖວາຍແກ່ອົງພຣະຜູ້ເປັນເຈົ້າ
23
(ຕາມທີ່ມີຂຽນໄວ້ໃນກົດບັນຍັດຂອງອົງພຣະຜູ້ເປັນເຈົ້າວ່າ, “ລູກຊາຍກົກທຸກຄົນຈະຕ້ອງນຳມາຖວາຍແກ່ອົງພຣະຜູ້ເປັນເຈົ້າ”),
24
ແລະ ເພື່ອຖວາຍເຄື່ອງບູຊາຕາມທີ່ກ່າວໄວ້ໃນກົດບັນຍັດຂອງອົງພຣະຜູ້ເປັນເຈົ້າຄື: “ນົກເຂົາຄູ່ໜຶ່ງ ຫລື ນົກກາງແກໜຸ່ມສອງໂຕ”.
25
ບັດນີ້ ມີຊາຍຄົນໜຶ່ງໃນເຢຣູຊາເລັມຊື່ວ່າຊີເມໂອນ, ເພິ່ນເປັນຄົນຊອບທຳ ແລະ ຢຳເກງພຣະເຈົ້າ. ເພິ່ນກຳລັງຄອຍຖ້າເວລາທີ່ປະຊາຊົນອິດສະຣາເອນຈະໄດ້ຮັບການປອບໃຈ ແລະ ພຣະວິນຍານບໍລິສຸດເຈົ້າກໍຢູ່ກັບເພິ່ນ.
26
ພຣະວິນຍານບໍລິສຸດເຈົ້າໄດ້ສະແດງໃຫ້ເພິ່ນຮູ້ວ່າເພິ່ນຈະບໍ່ຕາຍຈົນກວ່າຈະໄດ້ເຫັນພຣະເມຊີອາຂອງອົງພຣະຜູ້ເປັນເຈົ້າ.
27
ພຣະວິນຍານບໍລິສຸດເຈົ້າໄດ້ນຳເພິ່ນເຂົ້າໄປໃນເດີ່ນວິຫານ. ເມື່ອພໍ່ແມ່ໄດ້ນຳເອົາເດັກນ້ອຍເຢຊູມາເພື່ອປະກອບພິທີໃຫ້ແກ່ເດັກນ້ອຍນັ້ນຕາມທຳນຽມຂອງກົດບັນຍັດທີ່ໄດ້ກຳນົດໄວ້,
28
ຊີເມໂອນກໍໄດ້ອູ້ມພຣະເຢຊູເຈົ້າໄວ້ໃນອ້ອມແຂນຂອງຕົນ ແລະ ສັນລະເສີນພຣະເຈົ້າວ່າ:
29
“ຂ້າແດ່ອົງພຣະຜູ້ເປັນເຈົ້າອົງເຈົ້ານາຍ ຕາມທີ່ພຣະອົງໄດ້ສັນຍາໄວ້, ບັດນີ້ ຂໍພຣະອົງໃຫ້ ຜູ້ຮັບໃຊ້ຂອງພຣະອົງໄປຢ່າງເປັນສຸກ.
30
ເພາະວ່າຕາຂອງຂ້ານ້ອຍໄດ້ເຫັນຄວາມພົ້ນທີ່ມາຈາກພຣະອົງແລ້ວ,
31
ຄວາມພົ້ນທີ່ພຣະອົງໄດ້ຈັດຕຽມໄວ້ຕໍ່ໜ້າປະຊາຊາດທັງໝົດຄື:
32
ແສງສະຫວ່າງເພື່ອເປີດເຜີຍແກ່ບັນດາຄົນຕ່າງຊາດ, ແລະ ເພື່ອເປັນສະຫງ່າລາສີແກ່ຊາວອິດສະຣາເອນປະຊາຊົນຂອງພຣະອົງ”.
33
ພໍ່ແມ່ຂອງເດັກນ້ອຍກໍປະຫລາດໃຈໃນຖ້ອຍຄຳທີ່ຊີເມໂອນໄດ້ກ່າວກ່ຽວກັບເດັກນ້ອຍຄົນນັ້ນ.
34
ຫລັງຈາກນັ້ນ ຊີເມໂອນໄດ້ອວຍພອນພວກເພິ່ນ ແລະ ກ່າວກັບນາງມາຣີແມ່ຂອງເດັກນ້ອຍນັ້ນວ່າ, “ເດັກນ້ອຍຄົນນີ້ຖືກກຳນົດໄວ້ເພື່ອເຮັດໃຫ້ຄົນອິດສະຣາເອນລົ້ມລົງ ແລະ ລຸກຂຶ້ນ, ແລະ ຖືກກຳນົດໄວ້ໃຫ້ເປັນໝາຍສຳຄັນທີ່ຈະຖືກເວົ້າຕໍ່ຕ້ານ,
35
ເພື່ອຄວາມຄິດໃນໃຈຂອງຄົນທັງຫລາຍຈະຖືກເປີດເຜີຍອອກ. ແລະ ດາບຈະແທງຊອດຈິດໃຈຂອງເຈົ້າເອງເໝືອນກັນ”.
36
ມີຜູ້ທຳນວາຍຄົນໜຶ່ງຊື່ວ່າອານາ, ເປັນລູກສາວຂອງຟານູເອັນຕະກູນອາເຊ. ນາງເປັນຄົນເຖົ້າແກ່ຫລາຍແລ້ວ, ຫລັງຈາກແຕ່ງງານມານາງຢູ່ກັບຜົວໄດ້ເຈັດປີ,
37
ແລ້ວກໍເປັນໝ້າຍມາຈົນເຖິງອາຍຸ 84 ປີ. ນາງບໍ່ເຄີຍອອກຈາກບໍລິເວນວິຫານເລີຍ ແຕ່ເຝົ້ານະມັດສະການພຣະເຈົ້າທັງກາງເວັນ ແລະ ກາງຄືນ, ຖືສິນອົດອາຫານ ແລະ ອະທິຖານ.
38
ໃນເວລານັ້ນ ນາງໄດ້ເຂົ້າມາຫາພວກເພິ່ນແລ້ວຂອບພຣະຄຸນພຣະເຈົ້າ ແລະ ເວົ້າເຖິງເດັກນ້ອຍຄົນນີ້ໃຫ້ແກ່ທຸກຄົນທີ່ລໍຖ້າການໄຖ່ເຢຣູຊາເລັມຟັງ.
39
ເມື່ອໂຢເຊັບ ແລະ ນາງມາຣີ ໄດ້ເຮັດທຸກສິ່ງຕາມທີ່ກຳນົດໄວ້ໃນກົດບັນຍັດຂອງອົງພຣະຜູ້ເປັນເຈົ້າແລ້ວ, ພວກເພິ່ນກໍກັບມາທີ່ນາຊາເຣັດເມືອງຂອງຕົນໃນແຂວງຄາລີເລ.
40
ແລະ ເດັກນ້ອຍນັ້ນກໍເຕີບໃຫຍ່ ແລະ ແຂງແຮງ, ພຣະອົງເຕັມໄປດ້ວຍສະຕິປັນຍາ ແລະ ພຣະຄຸນຂອງພຣະເຈົ້າກໍຢູ່ກັບພຣະອົງ.
41
ໃນທຸກປີ ພໍ່ແມ່ຂອງພຣະເຢຊູເຈົ້າຈະຂຶ້ນໄປທີ່ເຢຣູຊາເລັມເພື່ອຮ່ວມເທດສະການປັດສະຄາ.
42
ເມື່ອພຣະເຢຊູເຈົ້າມີອາຍຸໄດ້ 12 ປີ, ພວກເພິ່ນກໍໄດ້ໄປຮ່ວມເທດສະການນີ້ຕາມທຳນຽມ.
43
ຫລັງຈາກເທດສະການນີ້ສິ້ນສຸດລົງແລ້ວ, ຂະນະທີ່ພໍ່ແມ່ຂອງພຣະອົງກຳລັງເດີນທາງກັບຄືນເມືອເຮືອນ, ພຣະເຢຊູເຈົ້າຍັງຢູ່ໃນເຢຣູຊາເລັມ, ແຕ່ພວກເພິ່ນບໍ່ຮູ້.
44
ຄິດວ່າຢູ່ໃນກຸ່ມຄົນທີ່ມາດ້ວຍກັນ, ເມື່ອພວກເພິ່ນເດີນທາງຕໍ່ໄປໄດ້ໜຶ່ງວັນ. ແລ້ວພວກເພິ່ນກໍເລີ່ມຊອກຫາພຣະເຢຊູເຈົ້າໃນທ່າມກາງຍາດພີ່ນ້ອງ ແລະ ໝູ່ເພື່ອນ.
45
ເມື່ອພວກເພິ່ນບໍ່ພົບພຣະອົງ, ພວກເພິ່ນຈຶ່ງກັບໄປຊອກຫາທີ່ເຢຣູຊາເລັມ.
46
ສາມມື້ຕໍ່ມາພວກເພິ່ນຈຶ່ງພົບພຣະເຢຊູເຈົ້າຢູ່ທີ່ເດີ່ນວິຫານ, ພຣະອົງນັ່ງຢູ່ໃນທ່າມກາງບັນດາອາຈານ, ກຳລັງຟັງ ແລະ ຖາມບັນດາອາຈານເຫລົ່ານັ້ນ.
47
ທຸກຄົນທີ່ໄດ້ຟັງພຣະອົງກ່າວ ຕ່າງກໍປະຫລາດໃຈໃນສະຕິປັນຍາ ແລະ ຄຳຕອບຂອງພຣະອົງ.
48
ເມື່ອພໍ່ແມ່ໄດ້ເຫັນພຣະອົງກໍປະຫລາດໃຈ. ຜູ້ເປັນແມ່ຈຶ່ງກ່າວແກ່ພຣະອົງວ່າ, “ລູກເອີຍ, ດ້ວຍເຫດໃດເຈົ້າຈຶ່ງເຮັດກັບພວກເຮົາຢ່າງນີ້? ພໍ່ກັບແມ່ຮ້ອນຮົນໃຈຕາມຫາລູກ”.
49
ພຣະເຢຊູເຈົ້າໄດ້ຕອບວ່າ, “ເປັນຫຍັງພວກເຈົ້າຈຶ່ງຕາມຫາເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ເຮົາຕ້ອງຢູ່ໃນບ້ານຂອງພຣະບິດາເຈົ້າຂອງເຮົາ?”
50
ແຕ່ພວກເພິ່ນບໍ່ເຂົ້າໃຈໃນສິ່ງທີ່ພຣະອົງເວົ້າກັບພວກເພິ່ນ.
51
ແລ້ວພຣະເຢຊູເຈົ້າຈຶ່ງກັບຄືນໄປຍັງເມືອງນາຊາເຣັດກັບພວກເພິ່ນ ແລະ ເຊື່ອຟັງພວກເພິ່ນ. ສ່ວນນາງມາຣີກໍເກັບເລື່ອງທັງໝົດນີ້ໄວ້ໃນໃຈ.
52
ແລະ ພຣະເຢຊູເຈົ້າກໍເຕີບໃຫຍ່ຂຶ້ນທັງທາງດ້ານສະຕິປັນຍາ ແລະ ດ້ານຮ່າງກາຍ ແລະ ເປັນທີ່ພໍໃຈຂອງພຣະເຈົ້າ ແລະ ເປັນທີ່ພໍໃຈຂອງຄົນທັງຫລາຍ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24