bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Luke 23
Luke 23
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 24 →
1
ຫລັງຈາກນັ້ນ ທີ່ປະຊຸມທັງໝົດຈຶ່ງລຸກຂຶ້ນ ແລະ ນຳພຣະອົງໄປຫາປີລາດ
2
ແລະ ພວກເຂົາໄດ້ເລີ່ມກ່າວຫາພຣະອົງ ໂດຍເວົ້າວ່າ, “ພວກເຮົາພົບວ່າຊາຍຄົນນີ້ກຳລັງໂຄ່ນລົ້ມປະເທດຊາດຂອງພວກເຮົາ. ລາວຄັດຄ້ານການເສຍພາສີໃຫ້ແກ່ກາຍຊາ ແລະ ອ້າງຕົນວ່າເປັນພຣະຄຣິດເຈົ້າ ຄືເປັນກະສັດອົງໜຶ່ງ”.
3
ດັ່ງນັ້ນ ປີລາດຈຶ່ງຖາມພຣະເຢຊູເຈົ້າວ່າ, “ເຈົ້າເປັນກະສັດຂອງຊາວຢິວບໍ?” ພຣະເຢຊູເຈົ້າຕອບວ່າ, “ແມ່ນຕາມທີ່ທ່ານເວົ້ານັ້ນ”.
4
ແລ້ວປີລາດຈຶ່ງປະກາດແກ່ພວກຫົວໜ້າປະໂລຫິດ ແລະ ປະຊາຊົນວ່າ, “ເຮົາບໍ່ເຫັນຄວາມຜິດໃນຊາຍຜູ້ນີ້ຈັກປະການ”.
5
ແຕ່ພວກເຂົາຍັງເວົ້າຢືນຢັນວ່າ, “ລາວໃຊ້ຄຳສອນຍຸຍົງປະຊາຊົນທົ່ວແຂວງຢູດາຍ. ເລີ່ມຕັ້ງແຕ່ແຂວງຄາລີເລຕະຫລອດຈົນມາເຖິງທີ່ນີ້ແລ້ວ”.
6
ເມື່ອປີລາດໄດ້ຍິນດັ່ງນີ້, ປີລາດຈຶ່ງຖາມວ່າຊາຍຄົນນີ້ເປັນຊາວຄາລີເລບໍ.
7
ເມື່ອຮູ້ວ່າພຣະເຢຊູເຈົ້າມາຈາກຂົງເຂດທີ່ເຮໂຣດປົກຄອງ, ເພິ່ນຈຶ່ງສົ່ງພຣະອົງໄປຫາເຮໂຣດ ເຊິ່ງໃນເວລານັ້ນຍັງຢູ່ທີ່ເຢຣູຊາເລັມເໝືອນກັນ.
8
ເມື່ອເຮໂຣດໄດ້ເຫັນພຣະເຢຊູເຈົ້າກໍດີໃຈຫລາຍ ເພາະວ່າເພິ່ນຢາກເຫັນພຣະອົງມາດົນແລ້ວ. ຫລັງຈາກທີ່ເພິ່ນໄດ້ຍິນເຖິງເລື່ອງຂອງພຣະອົງ, ເຮໂຣດຫວັງຈະເຫັນພຣະອົງສະແດງໝາຍສຳຄັນບາງຢ່າງ.
9
ດັ່ງນັ້ນ ເຮໂຣດຈຶ່ງຖາມພຣະອົງຫລາຍຢ່າງ ແຕ່ພຣະເຢຊູເຈົ້າບໍ່ໄດ້ຕອບຈັກຄຳເລີຍ.
10
ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດກໍຢືນຢູ່ທີ່ນັ້ນ ແລະ ກ່າວຫາພຣະອົງຢ່າງຮຸນແຮງ.
11
ຫລັງຈາກນັ້ນ ເຮໂຣດກັບບັນດາທະຫານຂອງຕົນກໍໄດ້ເຢາະເຢີ້ຍ ແລະ ໄດ້ດູໝິ່ນພຣະອົງ, ເອົາເສື້ອຄຸມທີ່ສະຫງ່າງາມມານຸ່ງໃຫ້ພຣະອົງ ແລ້ວສົ່ງພຣະອົງກັບຄືນໄປຫາປີລາດ.
12
ໃນວັນນັ້ນ ເຮໂຣດ ແລະ ປີລາດໄດ້ກາຍມາເປັນເພື່ອນກັນ, ແຕ່ກ່ອນພວກເຂົາເປັນສັດຕູກັນ.
13
ປີລາດເອີ້ນພວກຫົວໜ້າປະໂລຫິດ, ພວກຜູ້ປົກຄອງ ແລະ ປະຊາຊົນມາປະຊຸມກັນ,
14
ແລ້ວກ່າວກັບພວກເຂົາວ່າ, “ພວກເຈົ້າທັງຫລາຍໄດ້ນຳຊາຍຜູ້ນີ້ມາພົບເຮົາໃນຖານະລາວເປັນຜູ້ຊັກຊວນປະຊາຊົນໃຫ້ກະບົດ. ເຮົາໄດ້ສືບສວນຕໍ່ໜ້າພວກທ່ານແລ້ວ ແລະ ບໍ່ເຫັນຄວາມຜິດໃດວ່າຊາຍຄົນນີ້ຜິດຕາມຂໍ້ກ່າວຫາຂອງພວກທ່ານ.
15
ທັງເຮໂຣດກໍເຊັ່ນກັນ, ເພາະເຮໂຣດໄດ້ສົ່ງລາວກັບມາຫາເຮົາດັ່ງທີ່ພວກທ່ານເຫັນຢູ່ນີ້, ຊາຍຜູ້ນີ້ບໍ່ໄດ້ເຮັດສິ່ງໃດທີ່ສົມຄວນຮັບໂທດເຖິງຕາຍ.
16
ເຫດສະນັ້ນ, ເຮົາຈະລົງໂທດລາວ ແລະ ປ່ອຍລາວໄປ”.
17
ຕາມທຳນຽມແລ້ວ ປີລາດຕ້ອງປ່ອຍໜຶ່ງຄົນໃຫ້ພວກເຂົາໃນເທດສະການນັ້ນ.
18
ແຕ່ປະຊາຊົນທັງໝົດພາກັນຮ້ອງຂຶ້ນວ່າ, “ກຳຈັດຄົນນີ້ສາ! ແລ້ວຈົ່ງປ່ອຍບາຣາບາໃຫ້ພວກເຮົາ!”
19
(ບາຣາບາຖືກຈັບເຂົ້າຄຸກເພາະກໍ່ການກະບົດໃນເຢຣູຊາເລັມ ແລະ ເພາະຂ້າຄົນ.)
20
ປີລາດຢາກປ່ອຍພຣະເຢຊູເຈົ້າຈຶ່ງຮ້ອງຂໍພວກເຂົາອີກ.
21
ແຕ່ພວກເຂົາໄດ້ຮ້ອງສຽງດັງຂຶ້ນວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ! ຄຶງມັນໄວ້ທີ່ໄມ້ກາງແຂນ!”
22
ປີລາດໄດ້ເວົ້າກັບພວກເຂົາເປັນເທື່ອທີສາມວ່າ, “ເປັນຫຍັງ? ຊາຍຄົນນີ້ໄດ້ເຮັດຜິດຫຍັງ? ເຮົາບໍ່ພົບວ່າລາວເຮັດຜິດຫຍັງທີ່ສົມຄວນຮັບໂທດເຖິງຕາຍ. ເຫດສະນັ້ນ ເຮົາຈະລົງໂທດ ແລະ ປ່ອຍລາວໄປ”.
23
ແຕ່ພວກເຂົາຍັງຮ້ອງສຽງດັງບໍ່ຢຸດ ຮຽກຮ້ອງໃຫ້ຄຶງພຣະອົງທີ່ໄມ້ກາງແຂນ ແລະ ສຽງຮ້ອງຂອງພວກເຂົາກໍຊະນະ.
24
ດັ່ງນັ້ນ ປີລາດຈຶ່ງຕັດສິນໃຈເຮັດຕາມທີ່ພວກເຂົາຮຽກຮ້ອງ.
25
ເພິ່ນໄດ້ປ່ອຍຄົນທີ່ຖືກຈັບເຂົ້າຄຸກເພາະກໍ່ການກະບົດ ແລະ ຂ້າຄົນ, ຜູ້ທີ່ພວກເຂົາຮ້ອງຂໍ ແລະ ໄດ້ຍອມມອບພຣະເຢຊູເຈົ້າໃຫ້ພວກເຂົາຕາມຄວາມຕ້ອງການຂອງພວກເຂົາ.
26
ໃນຂະນະທີ່ພວກເຂົານຳພຣະເຢຊູເຈົ້າອອກໄປ, ພວກເຂົາໄດ້ຈັບຊີໂມນຊາວກີເຣເນ ທີ່ເດີນທາງມາຈາກຊົນນະບົດ ແລ້ວເອົາໄມ້ກາງແຂນວາງໃສ່ລາວ ແລະ ໃຫ້ລາວແບກຕາມຫລັງພຣະເຢຊູເຈົ້າໄປ.
27
ປະຊາຊົນຈຳນວນຫລວງຫລາຍໄດ້ຕິດຕາມພຣະອົງໄປ ລວມທັງພວກແມ່ຍິງທີ່ຕີເອິກຮ້ອງໄຫ້ຄ່ຳຄວນສຽງດັງເພາະພຣະອົງ.
28
ພຣະເຢຊູເຈົ້າຫັນມາກ່າວກັບພວກແມ່ຍິງເຫລົ່ານັ້ນວ່າ, “ລູກສາວແຫ່ງເຢຣູຊາເລັມເອີຍ, ຢ່າຮ້ອງໄຫ້ເພື່ອເຮົາເລີຍ ຈົ່ງຮ້ອງໄຫ້ເພື່ອຕົນເອງ ແລະ ບັນດາລູກຂອງພວກເຈົ້າສາ.
29
ເພາະເວລານັ້ນຈະມາເຖິງເມື່ອພວກເຈົ້າຈະກ່າວວ່າ, ‘ພຣະພອນມີແກ່ແມ່ຍິງທີ່ເປັນໝັນ, ມົດລູກທີ່ບໍ່ເຄີຍເກີດລູກ ແລະ ເຕົ້ານົມທີ່ບໍ່ເຄີຍໃຫ້ນົມລູກ!’
30
ເວລານັ້ນ, “‘ພວກເຂົາຈະກ່າວແກ່ພູເຂົາທັງຫລາຍວ່າ, “ຈົ່ງເຈື່ອນມາທັບພວກເຮົາສາ!” ແລະ ບອກເນີນພູທັງຫລາຍວ່າ, “ຈົ່ງປົກຄຸມພວກເຮົາໄວ້!”’
31
ເພາະຖ້າຄົນທັງຫລາຍຍັງເຮັດຢ່າງນີ້ກັບຕົ້ນໄມ້ທີ່ຍັງຂຽວສົດຢູ່ ແລ້ວຈະມີຫຍັງເກີດຂຶ້ນເມື່ອຕົ້ນໄມ້ທີ່ແຫ້ງແລ້ວ?”
32
ມີໂຈນອີກສອງຄົນຖືກນຳໂຕໄປຂ້າພ້ອມກັບພຣະອົງ.
33
ເມື່ອມາເຖິງບ່ອນທີ່ເອີ້ນວ່າກະໂຫລກຫົວ, ພວກເຂົາກໍຄຶງພຣະອົງໄວ້ທີ່ໄມ້ກາງແຂນພ້ອມກັບໂຈນສອງຄົນຄື, ຄົນໜຶ່ງຢູ່ເບື້ອງຂວາ, ຄົນໜຶ່ງອີກຢູ່ເບື້ອງຊ້າຍຂອງພຣະອົງ.
34
ພຣະເຢຊູເຈົ້າກ່າວວ່າ, “ພຣະບິດາເຈົ້າເອີຍ, ຂໍຍົກໂທດໃຫ້ພວກເຂົາ ເພາະພວກເຂົາບໍ່ຮູ້ຈັກວ່າພວກເຂົາກຳລັງເຮັດຫຍັງ”. ແລ້ວພວກເຂົາໄດ້ເອົາເຄື່ອງນຸ່ງຂອງພຣະອົງມາຈັບສະຫລາກແບ່ງປັນກັນ.
35
ປະຊາຊົນກໍພາກັນຢືນເບິ່ງຢູ່ທີ່ນັ້ນ ແລະ ພວກຜູ້ປົກຄອງໄດ້ເວົ້າເຢາະເຢີ້ຍພຣະອົງວ່າ, “ລາວຊ່ວຍຄົນອື່ນໃຫ້ພົ້ນໄດ້ ກໍໃຫ້ລາວຊ່ວຍຕົນເອງຖ້າລາວເປັນພຣະຄຣິດເຈົ້າຂອງພຣະເຈົ້າຜູ້ທີ່ພຣະອົງເລືອກໄວ້”.
36
ພວກທະຫານກໍເຂົ້າມາເຢາະເຢີ້ຍພຣະອົງເໝືອນກັນ. ພວກເຂົາໄດ້ເອົາເຫລົ້າອະງຸ່ນສົ້ມໃຫ້ພຣະອົງ
37
ແລ້ວເວົ້າວ່າ, “ຖ້າເຈົ້າເປັນກະສັດຂອງຊາວຢິວກໍຈົ່ງຊ່ວຍຕົນເອງໃຫ້ພົ້ນສາ”.
38
ຢູ່ເທິງຫົວຂອງພຣະອົງມີປ້າຍຂຽນຕິດໄວ້ ເຊິ່ງອ່ານວ່າ: “ນີ້ຄືກະສັດຂອງຊາວຢິວ”.***
39
ໂຈນຄົນໜຶ່ງທີ່ຖືກຄຶງຢູ່ທີ່ນັ້ນ ໄດ້ເວົ້າດູຖູກພຣະອົງວ່າ, “ເຈົ້າເປັນພຣະຄຣິດເຈົ້າບໍ່ແມ່ນບໍ? ຈົ່ງຊ່ວຍຕົນເອງ ແລະ ຊ່ວຍພວກເຮົາໃຫ້ພົ້ນແມ!”
40
ແຕ່ໂຈນອີກຄົນໜຶ່ງໄດ້ຕຳໜິລາວ ແລະ ເວົ້າວ່າ, “ເຈົ້າບໍ່ຢ້ານພຣະເຈົ້າບໍ ເພາະເຈົ້າເອງກໍຖືກໂທດເໝືອນກັນກັບເພິ່ນ?
41
ພວກເຮົາກໍສົມຄວນຖືກລົງໂທດແລ້ວ ເພາະພວກເຮົາກຳລັງໄດ້ຮັບສິ່ງທີ່ສົມກັບການກະທຳທີ່ພວກເຮົາໄດ້ເຮັດ. ແຕ່ທ່ານຜູ້ນີ້ບໍ່ໄດ້ເຮັດຜິດຫຍັງເລີຍ”.
42
ແລ້ວລາວກໍເວົ້າວ່າ, “ພຣະເຢຊູເຈົ້າເອີຍ, ຂໍລະນຶກເຖິງຂ້ານ້ອຍດ້ວຍເມື່ອພຣະອົງເຂົ້າສູ່ອານາຈັກຂອງພຣະອົງ ”.
43
ພຣະເຢຊູເຈົ້າຕອບລາວວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ວັນນີ້ເຈົ້າຈະຢູ່ກັບເຮົາໃນທີ່ສຸກຂະເສີມ”.
44
ເວລານັ້ນປະມານຕອນທ່ຽງ ແລະ ເກີດຄວາມມືດມົວໄປທົ່ວແຜ່ນດິນຈົນເຖິງເວລາບ່າຍສາມໂມງ,
45
ເພາະດວງອາທິດຢຸດສ່ອງແສງ ແລະ ຜ້າກັ້ງໃນວິຫານກໍຈີກຂາດເປັນສອງຕ່ອນ.
46
ພຣະເຢຊູເຈົ້າຮ້ອງສຽງດັງວ່າ, “ພຣະບິດາເຈົ້າເອີຍ, ຂ້ານ້ອຍຂໍມອບຈິດວິນຍານຂອງຂ້ານ້ອຍໄວ້ໃນມືຂອງພຣະອົງ”. ເມື່ອກ່າວດັ່ງນີ້ແລ້ວພຣະອົງກໍສິ້ນລົມຫາຍໃຈ.
47
ເມື່ອນາຍຮ້ອຍໄດ້ເຫັນເຫດການທີ່ເກີດຂຶ້ນນີ້ ຈຶ່ງສັນລະເສີນພຣະເຈົ້າ ແລະ ກ່າວວ່າ, “ທ່ານຜູ້ນີ້ເປັນຄົນຊອບທຳຢ່າງແນ່ນອນ”.
48
ເມື່ອຄົນທັງຫລາຍທີ່ມາເຕົ້າໂຮມກັນເພື່ອເປັນພະຍານໃນເຫດການນີ້ໄດ້ເຫັນສິ່ງທີ່ເກີດຂຶ້ນແລ້ວ, ພວກເຂົາກໍທຸບຕີເອິກດ້ວຍຄວາມເສຍໃຈ ແລະ ກໍຈາກໄປ.
49
ແຕ່ທຸກຄົນທີ່ຮູ້ຈັກພຣະອົງ, ລວມທັງພວກແມ່ຍິງທີ່ຕິດຕາມພຣະອົງມາຈາກຄາລີເລ ຕ່າງກໍຢືນເຝົ້າເບິ່ງສິ່ງເຫລົ່ານີ້ຢູ່ຫ່າງໆ.
50
ມີຊາຍຄົນໜຶ່ງຊື່ວ່າໂຢເຊັບ ເປັນສະມາຊິກສະພາ, ເພິ່ນເປັນຄົນດີ ແລະ ທ່ຽງທຳ
51
ເພິ່ນຜູ້ນີ້ບໍ່ໄດ້ເຫັນດີຕາມມະຕິ ແລະ ການກະທຳຂອງຄົນເຫລົ່ານັ້ນ. ເພິ່ນມາຈາກເມືອງອາຣີມາທາຍແຂວງຢູດາຍ ແລະ ເພິ່ນກຳລັງຄອຍຖ້າອານາຈັກຂອງພຣະເຈົ້າ.
52
ໂຢເຊັບໄດ້ເຂົ້າພົບປີລາດເພື່ອຂໍເອົາສົບຂອງພຣະເຢຊູເຈົ້າ.
53
ຫລັງຈາກນັ້ນ ເພິ່ນກໍເອົາສົບຂອງພຣະອົງລົງມາ ເອົາຜ້າຝ້າຍລິນິນຫໍ່ ແລະ ວາງສົບຂອງພຣະອົງໄວ້ໃນອຸບມຸງທີ່ເຈາະໄວ້ໃນຫີນ ແລະ ອຸບມຸງຝັງສົບນີ້ຍັງບໍ່ເຄີຍວາງສົບຂອງຜູ້ໃດຈັກເທື່ອ.
54
ວັນນັ້ນເປັນວັນຈັດຕຽມ ແລະ ວັນຊະບາໂຕກຳລັງຈະເລີ່ມຂຶ້ນ.
55
ສ່ວນພວກແມ່ຍິງທີ່ຕິດຕາມພຣະເຢຊູເຈົ້າຈາກຄາລີເລມາ ກໍໄດ້ຕິດຕາມໂຢເຊັບໄປ ແລະ ໄດ້ເຫັນອຸບມຸງຕະຫລອດຈົນໄດ້ເຫັນວ່າເພິ່ນວາງສົບຂອງພຣະອົງໄວ້ໃນອຸບມຸງຢ່າງໃດ.
56
ຫລັງຈາກນັ້ນ ພວກເຂົາກໍກັບຄືນເມືອເຮືອນ ແລະ ໄປຈັດຕຽມເຄື່ອງຫອມກັບນ້ຳມັນຫອມ. ແຕ່ພວກເຂົາຕ້ອງໄດ້ຢຸດພັກໃນວັນຊະບາໂຕ ເພາະເປັນການເຊື່ອຟັງພຣະບັນຍັດ.
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 24 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24