bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Luke 4
Luke 4
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 5 →
1
ພຣະເຢຊູເຈົ້າເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ, ພຣະອົງກັບມາຈາກແມ່ນ້ຳຈໍແດນ ແລະ ພຣະວິນຍານບໍລິສຸດເຈົ້ານຳພຣະອົງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ,
2
ພຣະອົງຖືກມານຮ້າຍທົດລອງຢູ່ທີ່ນັ້ນເປັນເວລາສີ່ສິບວັນ. ໃນລະຫວ່າງວັນເຫລົ່ານັ້ນພຣະອົງບໍ່ໄດ້ກິນຫຍັງເລີຍ ແລະ ເມື່ອສິ້ນສຸດສີ່ສິບວັນແລ້ວພຣະອົງກໍຢາກອາຫານ.
3
ມານຮ້າຍໄດ້ເວົ້າກັບພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງກ້ອນຫີນເຫລົ່ານີ້ໃຫ້ກາຍເປັນເຂົ້າຈີ່”.
4
ພຣະເຢຊູເຈົ້າຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ: ‘ມະນຸດຈະດຳລົງຊີວິດຢູ່ດ້ວຍອາຫານພຽງຢ່າງດຽວກໍບໍ່ໄດ້’ ”.
5
ແລ້ວມານຮ້າຍໄດ້ນຳພຣະອົງຂຶ້ນໄປບ່ອນທີ່ສູງ ແລະ ໄດ້ສະແດງອານາຈັກທັງໝົດຂອງໂລກໃຫ້ພຣະອົງເຫັນໃນພິບຕາດຽວ.
6
ແລະ ມານຮ້າຍໄດ້ເວົ້າຕໍ່ພຣະອົງວ່າ, “ເຮົາຈະໃຫ້ສິດອຳນາດ ແລະ ສະຫງ່າລາສີທັງໝົດນີ້ແກ່ທ່ານ ເພາະສິ່ງທັງໝົດເຫລົ່ານີ້ໄດ້ຖືກມອບໃຫ້ແກ່ເຮົາແລ້ວ ແລະ ເຮົາຈະມອບໃຫ້ແກ່ຜູ້ໃດກໍໄດ້ຕາມທີ່ເຮົາຕ້ອງການ.
7
ດັ່ງນັ້ນ ຖ້າທ່ານນະມັດສະການເຮົາ ສິ່ງທັງໝົດນີ້ຈະເປັນຂອງທ່ານ”.
8
ພຣະເຢຊູເຈົ້າຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ: ‘ຈົ່ງນະມັດສະການອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ແລະ ຮັບໃຊ້ພຣະອົງແຕ່ຜູ້ດຽວ’ ”.
9
ມານຮ້າຍໄດ້ນຳພຣະອົງໄປຍັງນະຄອນເຢຣູຊາເລັມ ແລະ ໃຫ້ພຣະອົງຢືນຢູ່ເທິງຈຸດສູງສຸດຂອງວິຫານແລ້ວເວົ້າວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂດດລົງໄປຈາກທີ່ນີ້.
10
ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ: “‘ພຣະເຈົ້າຈະສັ່ງໃຫ້ຝູງເທວະດາຂອງພຣະອົງ ມາຄອຍລະວັງປົກປັກຮັກສາທ່ານ.
11
ບັນດາເທວະດາຈະເອົາມືຂອງຕົນອູ້ມທ່ານໄວ້ ເພື່ອບໍ່ໃຫ້ຕີນຂອງທ່ານຕຳກ້ອນຫີນ’ ”.
12
ພຣະເຢຊູເຈົ້າຕອບວ່າ, “ມີຄຳກ່າວໄວ້ໃນພຣະຄຳພີວ່າ: ‘ຢ່າທົດລອງອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ’ ”.
13
ເມື່ອມານຮ້າຍໄດ້ທົດລອງທຸກຢ່າງນີ້ແລ້ວ, ມັນກໍຈາກພຣະອົງໄປຈົນກວ່າເຖິງເວລາທີ່ມີໂອກາດອີກ.
14
ພຣະເຢຊູເຈົ້າໄດ້ກັບຄືນມາແຂວງຄາລີເລດ້ວຍລິດອຳນາດຂອງພຣະວິນຍານບໍລິສຸດເຈົ້າ ແລະ ຂ່າວເລື່ອງຂອງພຣະອົງໄດ້ກະຈາຍໄປທົ່ວເຂດນັ້ນ.
15
ພຣະອົງສັ່ງສອນໃນທຳມະສາລາຕ່າງໆຂອງພວກເຂົາ, ທຸກຄົນພາກັນສັນລະເສີນພຣະເຈົ້າ.
16
ແລ້ວພຣະອົງໄປທີ່ນາຊາເຣັດບ່ອນທີ່ພຣະອົງຈະເລີນເຕີບໃຫຍ່ຂຶ້ນ, ແລະ ໃນວັນຊະບາໂຕ ພຣະອົງເຂົ້າໄປໃນທຳມະສາລາຕາມປົກກະຕິ ແລະ ໄດ້ຢືນຂຶ້ນອ່ານພຣະຄຳ.
17
ພວກເຂົາໄດ້ຍື່ນໜັງສືມ້ວນຂອງຜູ້ທຳນວາຍເອຊາຢາໃຫ້ພຣະອົງ. ເມື່ອເປີດອອກມາກໍພົບຂໍ້ຄວາມທີ່ຂຽນໄວ້ວ່າ:
18
“ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າຢູ່ເທິງຂ້ານ້ອຍ ເພາະພຣະອົງເຈີມແຕ່ງຕັ້ງຂ້ານ້ອຍໄວ້ ໃຫ້ປະກາດຂ່າວປະເສີດແກ່ຄົນຍາກຈົນ. ພຣະອົງໃຊ້ຂ້ານ້ອຍໄປປະກາດອິດສະຫລະພາບແກ່ນັກໂທດ ແລະ ໃຫ້ຄົນຕາບອດໄດ້ເຫັນຮຸ່ງ, ປົດປ່ອຍຜູ້ທີ່ຖືກກົດຂີ່ຂົ່ມເຫັງໃຫ້ເປັນອິດສະຫລະ,
19
ໃຫ້ປະກາດປີແຫ່ງຄວາມເມດຕາຂອງອົງພຣະຜູ້ເປັນເຈົ້າ”.
20
ແລ້ວພຣະອົງກໍໄດ້ມ້ວນໜັງສືມ້ວນໄວ້ ແລ້ວໄດ້ສົ່ງໜັງສືມ້ວນນັ້ນຄືນໃຫ້ແກ່ເຈົ້າໜ້າທີ່ແລ້ວນັ່ງລົງ. ສາຍຕາຂອງທຸກຄົນໃນທຳມະສາລາກໍຈ້ອງເບິ່ງພຣະອົງ,
21
ພຣະເຢຊູເຈົ້າກ່າວຂຶ້ນວ່າ, “ໃນວັນນີ້ພຣະຄຳພີຕອນທີ່ພວກທ່ານໄດ້ຟັງນັ້ນເປັນຈິງແລ້ວ”.
22
ຄົນທັງປວງເວົ້າຍົກຍ້ອງພຣະອົງ ແລະ ປະຫລາດໃຈໃນຖ້ອຍຄຳທີ່ເຕັມດ້ວຍຄວາມເມດຕາຈາກປາກຂອງພຣະອົງ. ພວກເຂົາຈຶ່ງຖາມກັນວ່າ, “ຄົນນີ້ເປັນລູກຂອງໂຢເຊັບບໍ່ແມ່ນບໍ?”
23
ພຣະເຢຊູເຈົ້າກ່າວແກ່ພວກເຂົາວ່າ, “ແນ່ນອນ ພວກເຈົ້າຄົງຈະຍົກສຸພາສິດນີ້ກ່າວຕໍ່ເຮົາວ່າ: ‘ທ່ານໝໍ, ຈົ່ງປິ່ນປົວຕົນເອງສາ!’ ແລະ ພວກເຈົ້າຈະເວົ້າຕໍ່ເຮົາວ່າ, ‘ສິ່ງທີ່ພວກເຮົາໄດ້ຍິນວ່າທ່ານເຮັດຢູ່ໃນເມືອງກາເປນາອູມນັ້ນ ຈົ່ງເຮັດໃນເມືອງຂອງຕົນບ່ອນນີ້ເໝືອນກັນ’”.
24
ພຣະອົງກ່າວຕໍ່ໄປອີກວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ບໍ່ມີຜູ້ທຳນວາຍຄົນໃດທີ່ໄດ້ຮັບການຍອມຮັບໃນບ້ານເມືອງຂອງຕົນ.
25
ເຮົາຢືນຢັນກັບພວກເຈົ້າວ່າມີແມ່ໝ້າຍຫລາຍຄົນຢູ່ອິດສະຣາເອນໃນຂອງສະໄໝເອລີຢາ, ເມື່ອເວລາທີ່ທ້ອງຟ້າຖືກປິດບໍ່ໃຫ້ຝົນຕົກເປັນເວລາສາມປີເຄິ່ງ ແລະ ເກີດການອຶດຢາກອາຫານຢ່າງຮ້າຍແຮງທົ່ວແຜ່ນດິນ,
26
ແຕ່ເອລີຢາກໍບໍ່ໄດ້ຖືກສົ່ງໄປຫາຜູ້ໃດຈັກຄົນ ນອກຈາກແມ່ໝ້າຍຄົນໜຶ່ງທີ່ເມືອງຊາເຣັບຕາໃນຂົງເຂດຊີໂດນເທົ່ານັ້ນ.
27
ແລະ ໃນສະໄໝຂອງຜູ້ທຳນວາຍເອລີຊາກໍມີຄົນຂີ້ທູດ ຈຳນວນຫລວງຫລາຍໃນອິດສະຣາເອນ ແຕ່ບໍ່ມີຜູ້ໃດໃນພວກເຂົາຖືກຊຳລະໃຫ້ສະອາດນອກຈາກນາອາມານຊາວຊີເຣຍເທົ່ານັ້ນ”.
28
ເມື່ອຄົນທັງຫລາຍໃນທຳມະສາລາໄດ້ຍິນດັ່ງນີ້ກໍໃຈຮ້າຍທີ່ສຸດ.
29
ພວກເຂົາຈຶ່ງລຸກຂຶ້ນຂັບໄລ່ພຣະອົງອອກໄປຈາກເມືອງ ແລະ ນຳພຣະອົງໄປຍັງໜ້າຜາຂອງເນີນພູທີ່ເມືອງຕັ້ງຢູ່ນັ້ນ ເພື່ອຈະຊຸກພຣະອົງລົງໄປຈາກໜ້າຜາ.
30
ແຕ່ພຣະອົງຍ່າງຜ່າປະຊາຊົນ ແລະ ຈາກໄປຕາມທາງຂອງພຣະອົງ.
31
ຫລັງຈາກນັ້ນ ພຣະອົງກໍໄປຍັງເມືອງກາເປນາອູມ ເຊິ່ງເປັນເມືອງໜຶ່ງໃນແຂວງຄາລີເລ, ແລະ ພຣະອົງເລີ່ມຕົ້ນສັ່ງສອນປະຊາຊົນໃນວັນຊະບາໂຕ.
32
ພວກເຂົາຕ່າງກໍປະຫລາດໃຈໃນຄຳສັ່ງສອນຂອງພຣະອົງ ເພາະຖ້ອຍຄຳຂອງພຣະອົງນັ້ນມີສິດອຳນາດ.
33
ຊາຍຄົນໜຶ່ງໃນທຳມະສາລາມີຜີມານຮ້າຍເຂົ້າສິງຢູ່ ເຊິ່ງເປັນວິນຍານສົກກະປົກ. ມັນຮ້ອງຂຶ້ນດ້ວຍສຽງດັງວ່າ,
34
“ຈົ່ງອອກໄປ! ເຢຊູຊາວນາຊາເຣັດ, ທ່ານຕ້ອງການສິ່ງໃດຈາກພວກຂ້ານ້ອຍ? ທ່ານມາເພື່ອທຳລາຍພວກຂ້ານ້ອຍບໍ? ຂ້ານ້ອຍຮູ້ວ່າທ່ານເປັນຜູ້ໃດ ທ່ານຄືອົງບໍລິສຸດຂອງພຣະເຈົ້າ!”
35
ພຣະເຢຊູເຈົ້າສັ່ງຢ່າງເດັດຂາດວ່າ, “ມິດງຽບ! ຈົ່ງອອກມາຈາກລາວດຽວນີ້!” ແລ້ວຜີມານຮ້າຍໄດ້ເຮັດໃຫ້ຄົນນີ້ລົ້ມລົງຕໍ່ໜ້າພວກເຂົາທັງໝົດ ແລະ ອອກໄປຈາກລາວໂດຍບໍ່ໄດ້ເຮັດອັນຕະລາຍແຕ່ຢ່າງໃດ.
36
ປະຊາຊົນທຸກຄົນຕ່າງກໍພາກັນປະຫລາດໃຈ ແລະ ເວົ້າກັນວ່າ, “ຖ້ອຍຄຳເຫລົ່ານີ້ແມ່ນຫຍັງ? ເພາະວ່າເພິ່ນໄດ້ສັ່ງວິນຍານສົກກະປົກເຫລົ່ານີ້ດ້ວຍສິດອຳນາດ ແລະ ລິດເດດ ແລ້ວມັນກໍອອກມາ!”
37
ແລ້ວຊື່ສຽງຂອງພຣະອົງຈຶ່ງແຜ່ໄປທົ່ວທຸກບ່ອນໃນຂົງເຂດນັ້ນ.
38
ພຣະເຢຊູເຈົ້າໄດ້ອອກຈາກທຳມະສາລາ ແລະ ເຂົ້າໄປໃນເຮືອນຂອງຊີໂມນ. ໃນຂະນະນັ້ນ ແມ່ເມຍຂອງຊີໂມນກຳລັງທຸກທໍລະມານເພາະມີໄຂ້ຂຶ້ນສູງ, ແລະ ພວກເຂົາຈຶ່ງຂໍໃຫ້ພຣະເຢຊູເຈົ້າຊ່ວຍນາງ.
39
ດັ່ງນັ້ນ ພຣະອົງຈຶ່ງໂນ້ມໂຕລົງ ແລະ ສັ່ງຫ້າມໄຂ້ນັ້ນ ແລ້ວໄຂ້ນັ້ນກໍຫາຍໄປຈາກນາງ. ນາງຈຶ່ງລຸກຂຶ້ນທັນທີ ແລະ ເລີ່ມຮັບໃຊ້ພຣະອົງກັບພວກສາວົກ.
40
ເມື່ອຕາເວັນກຳລັງຕົກດິນ ປະຊາຊົນໄດ້ນຳຄົນເຈັບປ່ວຍດ້ວຍພະຍາດຕ່າງໆມາຫາພຣະເຢຊູເຈົ້າ, ພຣະອົງໄດ້ວາງມືໃສ່ພວກເຂົາແຕ່ລະຄົນ ແລະ ປິ່ນປົວພວກເຂົາໃຫ້ຫາຍດີ.
41
ຫລາຍກວ່ານັ້ນອີກ, ມີຜີມານຮ້າຍໄດ້ອອກມາຈາກຫລາຍຄົນ ແລະ ຮ້ອງວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າ!” ແຕ່ພຣະເຢຊູເຈົ້າສັ່ງຫ້າມພວກມັນ ແລະ ບໍ່ອະນຸຍາດໃຫ້ພວກມັນເວົ້າ ເພາະພວກມັນຮູ້ວ່າພຣະອົງເປັນພຣະຄຣິດເຈົ້າ.
42
ພໍຮຸ່ງເຊົ້າມາ ພຣະເຢຊູເຈົ້າກໍອອກໄປຍັງບ່ອນທີ່ງຽບສະຫງົບ. ປະຊາຊົນຕ່າງກໍຊອກຫາພຣະອົງ ແລະ ເມື່ອພວກເຂົາພົບພຣະອົງແລ້ວ ພວກເຂົາກໍພະຍາຍາມໜ່ວງໜ່ຽວພຣະອົງໄວ້ບໍ່ໃຫ້ໄປຈາກພວກເຂົາ.
43
ແຕ່ພຣະອົງກ່າວວ່າ, “ເຮົາຕ້ອງປະກາດຂ່າວປະເສີດເລື່ອງອານາຈັກຂອງພຣະເຈົ້າໃຫ້ແກ່ເມືອງອື່ນໆເໝືອນກັນ ເພາະເຮົາຖືກໃຊ້ມາກໍເພື່ອພາລະກິດນີ້ແຫລະ”.
44
ແລະ ພຣະອົງໄດ້ສືບຕໍ່ເທດສະໜາໃນທຳມະສາລາຕ່າງໆໃນແຂວງຢູດາຍ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24