bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Luke 24
Luke 24
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
1
ແຕ່ຮຸ່ງເຊົ້າຂອງວັນຕົ້ນສັບປະດາ ພວກແມ່ຍິງໄດ້ນຳເອົາເຄື່ອງຫອມທີ່ຕຽມໄວ້ນັ້ນມາທີ່ອຸບມຸງ.
2
ພວກເຂົາໄດ້ເຫັນວ່າກ້ອນຫີນໄດ້ຖືກກຶ່ງອອກຈາກປາກອຸບມຸງແລ້ວ,
3
ແຕ່ເມື່ອພວກເຂົາເຂົ້າໄປ ພວກເຂົາກໍບໍ່ພົບສົບຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ.
4
ໃນຂະນະທີ່ພວກເຂົາກຳລັງສົງໄສກ່ຽວກັບເລື່ອງນີ້ຢູ່, ໃນທັນໃດນັ້ນ ກໍມີຊາຍສອງຄົນນຸ່ງເຄື່ອງທີ່ຮຸ່ງເຫລື້ອມເໝືອນຟ້າແມບມາຢືນຢູ່ທາງຂ້າງພວກເຂົາ.
5
ດ້ວຍຄວາມຢ້ານກົວຂອງພວກເຂົາ ພວກແມ່ຍິງຈຶ່ງໄດ້ໝອບລົງທີ່ພື້ນດິນ ແຕ່ຊາຍສອງຄົນໄດ້ເວົ້າກັບພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງມາຊອກຫາຄົນເປັນໃນທ່າມກາງຄົນຕາຍ?
6
ພຣະອົງບໍ່ໄດ້ຢູ່ທີ່ນີ້, ພຣະອົງເປັນຄືນມາແລ້ວ! ຈົ່ງລະນຶກເຖິງສິ່ງທີ່ພຣະອົງໄດ້ບອກພວກເຈົ້າໄວ້ໃນຂະນະທີ່ພຣະອົງຍັງຢູ່ກັບພວກເຈົ້າໃນແຂວງຄາລີເລວ່າ:
7
‘ບຸດມະນຸດຈະຕ້ອງຖືກມອບໄວ້ໃນມືຂອງບັນດາຄົນບາບ, ພຣະອົງຈະຖືກຄຶງໄວ້ທີ່ໄມ້ກາງແຂນ ແລະ ໃນວັນທີສາມຈະເປັນຄືນມາອີກ’”.
8
ແລ້ວພວກເຂົາຈຶ່ງລະນຶກເຖິງຖ້ອຍຄຳຂອງພຣະອົງ.
9
ເມື່ອພວກເຂົາກັບມາຈາກອຸບມຸງແລ້ວ, ພວກເຂົາກໍເລົ່າເຫດການທັງໝົດນີ້ໃຫ້ພວກອັກຄະສາວົກສິບເອັດຄົນ ແລະ ຄົນອື່ນທັງໝົດຟັງ.
10
ເຊິ່ງມີມາຣີຊາວມັກດາລາ, ໂຢຮັນນາ, ມາຣີແມ່ຂອງຢາໂກໂບ ແລະ ພ້ອມກັບແມ່ຍິງຄົນອື່ນທີ່ຢູ່ກັບພວກເຂົາທີ່ໄດ້ເລົ່າເຫດການນີ້ໃຫ້ພວກອັກຄະສາວົກຟັງ.
11
ແຕ່ພວກເພິ່ນບໍ່ເຊື່ອພວກແມ່ຍິງ ເພາະຄຳເວົ້າຂອງພວກເຂົາເບິ່ງຄືໄຮ້ສາລະ.
12
ເຖິງຢ່າງໃດກໍຕາມ ເປໂຕໄດ້ລຸກຂຶ້ນແລ້ວແລ່ນໄປທີ່ອຸບມຸງ. ເພິ່ນກົ້ມລົງເບິ່ງໄປທົ່ວ. ເພິ່ນເຫັນແຕ່ຜ້າຝ້າຍລິນິນກອງຢູ່ ແລະ ເພິ່ນກໍກັບຄືນໄປດ້ວຍຄວາມຄິດສົງໄສໃນສິ່ງທີ່ເກີດຂຶ້ນ.
13
ບັດນີ້ ໃນວັນດຽວກັນນັ້ນສາວົກສອງຄົນກຳລັງເດີນທາງໄປບ້ານໜຶ່ງທີ່ມີຊື່ວ່າເອມາອູດ, ເຊິ່ງໄກຈາກເຢຣູຊາເລັມປະມານ 7 ໄມ.
14
ພວກເພິ່ນໄດ້ສົນທະນາກັນກ່ຽວກັບທຸກສິ່ງທີ່ໄດ້ເກີດຂຶ້ນນັ້ນ.
15
ຂະນະທີ່ພວກເພິ່ນກຳລັງສົນທະນາ ແລະ ປຶກສາກັນເຖິງສິ່ງເຫລົ່ານັ້ນຢູ່, ພຣະເຢຊູເຈົ້າເອງໄດ້ມາ ແລະ ຍ່າງໄປກັບພວກເພິ່ນ,
16
ແຕ່ພວກເພິ່ນກໍຖືກເຮັດໃຫ້ຈື່ພຣະອົງບໍ່ໄດ້.
17
ພຣະອົງຖາມພວກເພິ່ນວ່າ, “ຂະນະທີ່ຍ່າງມາຕາມທາງນັ້ນພວກເຈົ້າໄດ້ສົນທະນາກັນເຖິງເລື່ອງຫຍັງ?” ແລ້ວພວກເພິ່ນກໍຢຸດຢືນຢູ່, ຕ່າງກໍມີສີໜ້າໂສກເສົ້າ.
18
ແລ້ວຄົນໜຶ່ງຊື່ກະໂລປາໄດ້ຖາມພຣະອົງວ່າ, “ທ່ານເປັນພຽງແຂກທີ່ມາຢ້ຽມຢາມເຢຣູຊາເລັມຈຶ່ງບໍ່ຮູ້ເຫດການຕ່າງໆທີ່ເກີດຂຶ້ນລະຫວ່າງວັນເຫລົ່ານັ້ນບໍ?”
19
ພຣະອົງຖາມວ່າ, “ເຫດການອັນໃດ?” ພວກເພິ່ນຈຶ່ງຕອບວ່າ, “ເລື່ອງພຣະເຢຊູເຈົ້າໄທນາຊາເຣັດ, ພຣະອົງເປັນຜູ້ທຳນວາຍ, ມີລິດອຳນາດໃນຖ້ອຍຄຳ ແລະ ການກະທຳຕໍ່ໜ້າພຣະເຈົ້າ ແລະ ຕໍ່ໜ້າຄົນທັງປວງ.
20
ພວກຫົວໜ້າປະໂລຫິດ ແລະ ພວກຜູ້ປົກຄອງຂອງພວກເຮົາໄດ້ມອບພຣະອົງໄວ້ໃຫ້ຮັບໂທດເຖິງຕາຍ, ພວກເຂົາຄຶງພຣະອົງໄວ້ທີ່ໄມ້ກາງແຂນ,
21
ແຕ່ພວກເຮົາຫວັງວ່າພຣະອົງຄືຜູ້ທີ່ຈະມາໄຖ່ຊົນຊາດອິດສະຣາເອນ. ແລະ ຫລາຍກວ່ານັ້ນອີກ ວັນນີ້ກໍເປັນວັນທີສາມແລ້ວນັບຕັ້ງແຕ່ເຫດການນັ້ນໄດ້ເກີດຂຶ້ນ.
22
ນອກຈາກນີ້ ແມ່ຍິງບາງຄົນໃນພວກເຮົາຍັງເຮັດໃຫ້ພວກເຮົາປະຫລາດໃຈຄື ພວກເຂົາໄດ້ໄປທີ່ອຸບມຸງແຕ່ຮຸ່ງເຊົ້າວັນນີ້.
23
ແຕ່ບໍ່ພົບສົບຂອງພຣະອົງ. ພວກເຂົາໄດ້ກັບມາບອກພວກເຮົາວ່າພວກເຂົາໄດ້ເຫັນນິມິດຄືມີເທວະດາມາບອກວ່າພຣະອົງຍັງມີຊີວິດຢູ່.
24
ແລ້ວສະຫາຍຂອງພວກເຮົາບາງຄົນກໍໄດ້ໄປທີ່ອຸບມຸງ ແລະ ໄດ້ພົບເຫັນເໝືອນທີ່ພວກແມ່ຍິງໄດ້ບອກນັ້ນ, ແຕ່ພວກເພິ່ນບໍ່ໄດ້ເຫັນພຣະເຢຊູເຈົ້າ”.
25
ພຣະອົງກ່າວແກ່ພວກເພິ່ນວ່າ, “ພວກເຈົ້າຄືໂງ່ແທ້ ແລະ ຊ້າທີ່ຈະເຊື່ອທຸກຄຳທີ່ບັນດາພວກຜູ້ທຳນວາຍໄດ້ກ່າວໄວ້!
26
ພຣະຄຣິດເຈົ້າ ຕ້ອງທົນທຸກທໍລະມານຕໍ່ສິ່ງເຫລົ່ານັ້ນກ່ອນ ແລ້ວຈຶ່ງເຂົ້າສູ່ສະຫງ່າລາສີຂອງພຣະອົງບໍ່ແມ່ນບໍ?”
27
ຈາກນັ້ນ ພຣະອົງຈຶ່ງອະທິບາຍທຸກຢ່າງທີ່ກ່າວໄວ້ໃນພຣະຄຳພີກ່ຽວກັບພຣະອົງເອງໃຫ້ພວກເພິ່ນທັງສອງຟັງຕັ້ງແຕ່ໂມເຊຕະຫລອດຈົນບັນດາຜູ້ທຳນວາຍທັງໝົດ.
28
ເມື່ອພວກເພິ່ນມາໃກ້ບ້ານທີ່ພວກເພິ່ນກຳລັງຈະໄປນັ້ນ, ພຣະເຢຊູເຈົ້າເຮັດຄືຈະຜ່ານໄປເລີຍ.
29
ແຕ່ພວກເພິ່ນໄດ້ໜ່ວງໜ່ຽວພຣະອົງວ່າ, “ແວ່ພັກເຊົາຢູ່ກັບພວກເຮົາກ່ອນເພາະໃກ້ຈະຄ່ຳ, ກາງເວັນກໍຈະໝົດໄປແລ້ວ”. ດັ່ງນັ້ນ ພຣະອົງຈຶ່ງເຂົ້າໄປພັກເຊົາຢູ່ກັບພວກເພິ່ນ.
30
ເມື່ອພຣະອົງນັ່ງຮ່ວມໂຕະກັບພວກເພິ່ນ ພຣະອົງໄດ້ຈັບເອົາເຂົ້າຈີ່, ໂມທະນາຂອບພຣະຄຸນພຣະເຈົ້າ ແລະ ຫັກເຂົ້າຈີ່ແລ້ວເລີ່ມຍື່ນໃຫ້ພວກເພິ່ນ.
31
ຫລັງຈາກນັ້ນ ຕາຂອງພວກເພິ່ນກໍຖືກເປີດອອກ ແລະ ພວກເພິ່ນຈື່ພຣະອົງໄດ້ ແລ້ວພຣະອົງກໍຫາຍໄປຈາກສາຍຕາຂອງພວກເພິ່ນ.
32
ພວກເພິ່ນຈຶ່ງເວົ້າກັນວ່າ, “ໃຈຂອງພວກເຮົາກໍຮ້ອນຮົນຢູ່ພາຍໃນຂະນະທີ່ພຣະອົງກ່າວກັບພວກເຮົາຕາມທາງ ແລະ ໄດ້ຍົກພຣະຄຳພີມາອະທິບາຍໃຫ້ພວກເຮົາຟັງບໍ່ແມ່ນບໍ?”
33
ພວກເພິ່ນທັງສອງກໍລຸກຂຶ້ນກັບໄປທີ່ເຢຣູຊາເລັມທັນທີ. ພວກເພິ່ນໄດ້ພົບສາວົກສິບເອັດຄົນກັບຄົນອື່ນໆເຕົ້າໂຮມກັນຢູ່
34
ແລະ ກຳລັງເວົ້າກັນວ່າ, “ເປັນຄວາມຈິງແທ້! ອົງພຣະຜູ້ເປັນເຈົ້າເປັນຄືນມາແລ້ວ, ແລະ ພຣະອົງໄດ້ປາກົດແກ່ຊີໂມນ”.
35
ແລ້ວທັງສອງຄົນນັ້ນກໍໄດ້ເລົ່າເຫດການທີ່ເກີດຂຶ້ນຕາມທາງ ແລະ ທີ່ພວກເພິ່ນຈື່ພຣະເຢຊູເຈົ້າໄດ້ແມ່ນເວລາທີ່ພຣະອົງຫັກເຂົ້າຈີ່.
36
ຂະນະທີ່ພວກເຂົາກຳລັງເລົ່າເຫດການນີ້ຢູ່, ພຣະເຢຊູເຈົ້າເອງກໍໄດ້ມາຢືນຢູ່ທ່າມກາງພວກເພິ່ນ ແລະ ກ່າວວ່າ, “ສັນຕິສຸກຈົ່ງມີແກ່ພວກເຈົ້າທັງຫລາຍ”.
37
ພວກເພິ່ນສະດຸ້ງຕົກໃຈຢ້ານຫລາຍ, ຄິດວ່າຕົນເຫັນຜີ.
38
ພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ເປັນຫຍັງພວກເຈົ້າຈຶ່ງວຸ້ນວາຍໃຈ? ເປັນຫຍັງຈຶ່ງຄິດສົງໄສຂຶ້ນໃນຈິດໃຈຂອງພວກເຈົ້າ?
39
ຈົ່ງເບິ່ງມື ແລະ ຕີນຂອງເຮົາ. ນີ້ແມ່ນເຮົາເອງ! ສຳພັດເຮົາເບິ່ງ; ເພາະວ່າຜີບໍ່ມີເນື້ອໜັງ ແລະ ກະດູກ ເໝືອນທີ່ພວກເຈົ້າເຫັນຢູ່ວ່າເຮົາມີ”.
40
ເມື່ອພຣະອົງກ່າວດັ່ງນີ້ແລ້ວ ພຣະອົງກໍໄດ້ໃຫ້ພວກເພິ່ນເບິ່ງມື ແລະ ຕີນຂອງພຣະອົງ.
41
ແລະ ໃນຂະນະທີ່ພວກເພິ່ນຍັງບໍ່ເຊື່ອເລື່ອງນີ້ເພາະຄວາມຊື່ນຊົມຍິນດີ ແລະ ຍັງປະຫລາດໃຈຢູ່, ພຣະອົງຈຶ່ງຖາມພວກເພິ່ນວ່າ, “ຢູ່ທີ່ນີ້ພວກເຈົ້າມີຫຍັງໃຫ້ກິນບໍ?”
42
ພວກເພິ່ນກໍເອົາປາປີ້ງຕ່ອນໜຶ່ງມາໃຫ້ພຣະອົງ,
43
ແລະ ພຣະອົງຮັບເອົາປາມາກິນຕໍ່ໜ້າພວກເພິ່ນ.
44
ແລ້ວພຣະອົງກໍໄດ້ກ່າວກັບພວກເພິ່ນວ່າ, “ນີ້ຄືສິ່ງທີ່ເຮົາບອກໄວ້ໃນຂະນະທີ່ເຮົາຍັງຢູ່ກັບພວກເຈົ້າຄື: ທຸກສິ່ງຈະຕ້ອງເກີດຂຶ້ນຕາມທີ່ມີຂຽນໄວ້ກ່ຽວກັບເຮົາໃນກົດບັນຍັດຂອງໂມເຊ, ຂໍ້ຂຽນຜູ້ທຳນວາຍ ແລະ ໃນເພງສັນລະເສີນ”.
45
ຫລັງຈາກນັ້ນ ພຣະອົງໄດ້ເປີດຈິດໃຈຂອງພວກເພິ່ນເພື່ອພວກເພິ່ນຈະສາມາດເຂົ້າໃຈພຣະຄຳພີ.
46
ແລ້ວພຣະອົງກໍກ່າວແກ່ພວກເພິ່ນວ່າ, “ນີ້ຄືສິ່ງທີ່ຂຽນໄວ້ຄື ພຣະຄຣິດເຈົ້າຕ້ອງທົນທຸກທໍລະມານ ແລະ ຕ້ອງເປັນຄືນມາຈາກຕາຍໃນວັນທີສາມ,
47
ແລະ ການຖິ້ມໃຈເກົ່າເອົາໃຈໃໝ່ເພື່ອການອະໄພບາບຈະຖືກປະກາດໃນນາມຂອງພຣະອົງແກ່ທຸກຊົນຊາດ, ເຊິ່ງເລີ່ມຕັ້ງແຕ່ທີ່ເຢຣູຊາເລັມ.
48
ພວກເຈົ້າທັງຫລາຍຄືພະຍານໃນເລື່ອງເຫລົ່ານີ້.
49
ເຮົາຈະສົ່ງສິ່ງທີ່ພຣະບິດາເຈົ້າຂອງເຮົາໄດ້ສັນຍາໄວ້ມາໃຫ້ພວກເຈົ້າ, ແຕ່ຈົ່ງຢູ່ໃນເມືອງນີ້ຈົນກວ່າພວກເຈົ້າຈະໄດ້ຮັບລິດອຳນາດທີ່ມາຈາກເບື້ອງເທິງ”.
50
ເມື່ອພຣະອົງພາພວກເພິ່ນອອກໄປທີ່ຂົງເຂດໃກ້ຄຽງໃນເບັດທານີແລ້ວ, ພຣະອົງຍົກມືຂອງພຣະອົງຂຶ້ນອວຍພອນພວກເພິ່ນ.
51
ໃນຂະນະທີ່ພຣະອົງກຳລັງອວຍພອນພວກເພິ່ນຢູ່ນັ້ນ ພຣະອົງກໍຈາກພວກເພິ່ນໄປ ແລະ ຖືກຮັບຂຶ້ນສູ່ສະຫວັນ.
52
ພວກເພິ່ນທັງຫລາຍຈຶ່ງນະມັດສະການພຣະອົງ ແລະ ກັບຄືນໄປທີ່ເຢຣູຊາເລັມດ້ວຍຄວາມຊື່ນຊົມຍິນດີອັນໃຫຍ່.
53
ແລະ ພວກເພິ່ນໄດ້ຢູ່ໃນບໍລິເວນວິຫານເປັນປະຈຳເພື່ອສັນລະເສີນພຣະເຈົ້າ.
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
Recommended Reading
Commentary
Luke Commentaries
→
Devotional
Luke Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→