bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Luke 21
Luke 21
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 22 →
1
ເມື່ອພຣະເຢຊູເຈົ້າເງີຍໜ້າຂຶ້ນ, ພຣະອົງເຫັນພວກຄົນຮັ່ງມີກຳລັງເອົາເງິນຖວາຍປ່ອນໃສ່ໃນຄັງຂອງວິຫານ.
2
ແລະ ພຣະອົງເຫັນແມ່ໝ້າຍທີ່ຍາກຈົນຄົນໜຶ່ງກຳລັງປ່ອນຫລຽນທອງແດງນ້ອຍໆສອງຫລຽນ ລົງໃສ່ເໝືອນກັນ.
3
ພຣະອົງກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ແມ່ໝ້າຍຍາກຈົນຄົນນີ້ໄດ້ຖວາຍຫລາຍກວ່າຄົນອື່ນທັງໝົດ.
4
ເພາະຄົນເຫລົ່ານັ້ນລ້ວນແຕ່ເອົາສ່ວນເລັກນ້ອຍຈາກຄວາມຮັ່ງມີຂອງພວກເຂົາມາຖວາຍ, ແຕ່ແມ່ໝ້າຍຄົນນີ້ເຖິງແມ່ນວ່ານາງຍາກຈົນທີ່ສຸດກໍຕາມ ນາງກໍຍັງເອົາທັງໝົດທີ່ນາງມີຢູ່ສຳລັບລ້ຽງຊີວິດນັ້ນມາຖວາຍ”.
5
ບາງຄົນໃນພວກສາວົກຂອງພຣະອົງເວົ້າເຖິງການປະດັບປະດາວິຫານດ້ວຍກ້ອນຫີນທີ່ງົດງາມ ແລະ ຂອງຖວາຍຕ່າງໆທີ່ອຸທິດແກ່ພຣະເຈົ້າ. ແຕ່ພຣະເຢຊູເຈົ້າກ່າວວ່າ,
6
“ສິ່ງຕ່າງໆທີ່ພວກເຈົ້າເຫັນຢູ່ທີ່ນີ້, ເມື່ອເວລານັ້ນມາເຖິງ ຫີນຢູ່ທີ່ນີ້ຈະບໍ່ເຫລືອຊ້ອນທັບກັນຈັກກ້ອນ, ທຸກກ້ອນຈະຖືກໂຍນຖິ້ມລົງມາໝົດ”.
7
ພວກເພິ່ນໄດ້ຖາມວ່າ, “ອາຈານ, ສິ່ງເຫລົ່ານີ້ຈະເກີດຂຶ້ນເມື່ອໃດ? ແລະ ສິ່ງໃດຈະເປັນໝາຍສຳຄັນວ່າສິ່ງເຫລົ່ານີ້ກຳລັງຈະເກີດຂຶ້ນ?”
8
ພຣະອົງກ່າວວ່າ, “ຈົ່ງລະວັງໃຫ້ດີເພື່ອພວກເຈົ້າຈະບໍ່ຖືກຫລອກລວງ. ດ້ວຍວ່າ ຈະມີຫລາຍຄົນມາໃນນາມຂອງເຮົາ, ອ້າງໂຕວ່າ, ‘ເຮົາເປັນຜູ້ນັ້ນ’ ແລະ ‘ເວລານັ້ນໃກ້ເຂົ້າມາແລ້ວ’. ຢ່າໄດ້ຕາມພວກເຂົາໄປ.
9
ເມື່ອພວກເຈົ້າໄດ້ຍິນເລື່ອງສົງຄາມ ແລະ ການກໍ່ຄວາມວຸ້ນວາຍ, ຢ່າຕື່ນຕົກໃຈ. ເຫດການເຫລົ່ານີ້ຕ້ອງເກີດຂຶ້ນກ່ອນ, ແຕ່ເວລາສຸດທ້າຍຈະຍັງບໍ່ມາທັນທີ”.
10
ແລ້ວພຣະອົງຈຶ່ງເວົ້າກັບພວກເຂົາວ່າ, “ປະເທດຕໍ່ປະເທດ, ອານາຈັກຕໍ່ອານາຈັກຈະສູ້ຮົບກັນ.
11
ຈະເກີດແຜ່ນດິນໄຫວຄັ້ງໃຫຍ່, ການອຶດຢາກອາຫານ ແລະ ເກີດໂລກລະບາດໃນບ່ອນຕ່າງໆ ຕະຫລອດຈົນເກີດເຫດການອັນໜ້າຢ້ານ ແລະ ໝາຍສຳຄັນອັນໃຫຍ່ຈາກສະຫວັນ.
12
“ແຕ່ກ່ອນເຫດການທັງປວງເຫລົ່ານີ້ຈະເກີດຂຶ້ນ ພວກເຂົາຈະຈັບກຸມພວກເຈົ້າ ແລະ ຂົ່ມເຫັງພວກເຈົ້າ. ພວກເຂົາຈະມອບພວກເຈົ້າໄວ້ໃນທຳມະສາລາ ແລະ ຂັງພວກເຈົ້າໄວ້ໃນຄຸກ. ພວກເຈົ້າຈະຖືກຄຸມໂຕໄປພົບບັນດາກະສັດ ແລະ ບັນດາຜູ້ປົກຄອງ ແລະ ທັງໝົດນີ້ເປັນເພາະເຫັນແກ່ນາມຂອງເຮົາ.
13
ແລະ ພວກເຈົ້າຈະໄດ້ເປັນພະຍານໃຫ້ແກ່ເຮົາ.
14
ແຕ່ພວກເຈົ້າຕ້ອງຕັ້ງໃຈຢ່າກັງວົນໄປກ່ອນລ່ວງໜ້າວ່າຈະກ່າວປ້ອງກັນຕົນເອງຢ່າງໃດ.
15
ເພາະເຮົາຈະໃຫ້ພວກເຈົ້າທັງຫລາຍມີຖ້ອຍຄຳ ແລະ ສະຕິປັນຍາທີ່ບັນດາຜູ້ທີ່ເປັນສັດຕູຂອງພວກເຈົ້າບໍ່ສາມາດຕໍ່ຕ້ານ ຫລື ໂຕ້ແຍ້ງໄດ້.
16
ແມ່ນແຕ່ພໍ່ແມ່, ອ້າຍເອື້ອຍນ້ອງ, ພີ່ນ້ອງ ແລະ ສະຫາຍຂອງພວກເຈົ້າກໍຈະທໍລະຍົດພວກເຈົ້າເໝືອນກັນ ແລະ ຈະໃຫ້ບາງຄົນໃນພວກເຈົ້າຖືກຂ້າ.
17
ຄົນທັງຫລາຍຈະກຽດຊັງພວກເຈົ້າເພາະເຫັນແກ່ນາມຂອງເຮົາ.
18
ແຕ່ຜົມເສັ້ນດຽວຢູ່ເທິງຫົວຂອງພວກເຈົ້າຈະບໍ່ຈິບຫາຍ.
19
ຈົ່ງຕັ້ງໝັ້ນຄົງ ແລ້ວພວກເຈົ້າຈະໄດ້ຮັບຊີວິດ.
20
“ເມື່ອພວກເຈົ້າເຫັນກອງທັບຕ່າງໆກຳລັງອ້ອມເຢຣູຊາເລັມ, ພວກເຈົ້າກໍຈະຮູ້ວ່າຄວາມຫາຍະນະໃກ້ເຂົ້າມາແລ້ວ.
21
ເມື່ອນັ້ນໃຫ້ບັນດາຄົນທີ່ຢູ່ໃນແຂວງຢູດາຍໜີໄປທີ່ພູເຂົາທັງຫລາຍ, ບັນດາຄົນທີ່ຢູ່ໃນເມືອງກໍໃຫ້ອອກໄປ ແລະ ບັນດາຄົນທີ່ຢູ່ນອກເມືອງກໍບໍ່ໃຫ້ເຂົ້າມາໃນເມືອງ.
22
ເພາະວ່ານີ້ເປັນເວລາແຫ່ງການລົງໂທດ ເພື່ອໃຫ້ສຳເລັດຕາມທີ່ມີຂຽນໄວ້ໃນພຣະຄຳພີທຸກປະການ.
23
ໃນວັນເຫລົ່ານັ້ນເປັນໜ້າຢ້ານກົວທີ່ສຸດສຳລັບແມ່ຍິງຖືພາ ແລະ ແມ່ລູກອ່ອນ! ຈະເກີດຄວາມທຸກລຳບາກຄັ້ງໃຫຍ່ໃນແຜ່ນດິນ ແລະ ຈະມີຄວາມໂກດຮ້າຍຕໍ່ປະຊາຊົນນີ້.
24
ພວກເຂົາທັງຫລາຍຈະລົ້ມຕາຍດ້ວຍຄົມດາບ ຈະຖືກຈັບໄປເປັນຊະເລີຍ ແລະ ຖືກນຳໄປຍັງທົ່ວທຸກປະເທດ. ຄົນຕ່າງຊາດຈະຢຽບຢ່ຳເຢຣູຊາເລັມຈົນຄົບເວລາທີ່ກຳນົດຂອງຄົນຕ່າງຊາດ.
25
“ຈະມີໝາຍສຳຄັນທີ່ດວງອາທິດ, ດວງເດືອນ ແລະ ດວງດາວທັງຫລາຍ. ຊົນຊາດຕ່າງໆໃນໂລກນີ້ຈະຕົກຢູ່ໃນຄວາມທຸກທໍລະມານ ແລະ ຄວາມວຸ້ນວາຍເພາະເກີດສຽງກ້ອງກັງວານ ແລະ ເກີດຄວາມປັ່ນປ່ວນໃນທ້ອງທະເລ.
26
ຄົນທັງຫລາຍຈະສະຫລົບໄປເພາະຄວາມຢ້ານ, ວິຕົກກັງວົນກັບສິ່ງທີ່ຈະເກີດຂຶ້ນໃນໂລກ ເພາະສະຫວັນຈະສັ່ນສະເທືອນ.
27
ໃນເວລານັ້ນພວກເຂົາທັງຫລາຍຈະເຫັນບຸດມະນຸດກຳລັງມາໃນເມກດ້ວຍລິດອຳນາດ ແລະ ສະຫງ່າລາສີອັນຍິ່ງໃຫຍ່.
28
ເມື່ອເຫດການເຫລົ່ານີ້ເລີ່ມຂຶ້ນ ພວກເຈົ້າຈົ່ງລຸກຂຶ້ນຢືນ ແລະ ເງີຍຫົວຂຶ້ນ ເພາະການໄຖ່ຂອງພວກເຈົ້າໃກ້ຈະມາເຖິງແລ້ວ”.
29
ພຣະອົງກ່າວຄຳອຸປະມານີ້ໃຫ້ພວກເຂົາຟັງວ່າ: “ຈົ່ງເບິ່ງຕົ້ນໝາກເດື່ອ ແລະ ຕົ້ນໄມ້ທັງໝົດ.
30
ເມື່ອໃບຂອງມັນເລີ່ມປົ່ງ ພວກເຈົ້າກໍສາມາດຮູ້ດ້ວຍຕົນເອງວ່າລະດູຮ້ອນໃກ້ຈະມາເຖິງແລ້ວ.
31
ຢ່າງດຽວກັນ, ເມື່ອພວກເຈົ້າເຫັນສິ່ງເຫລົ່ານີ້ເກີດຂຶ້ນ ພວກເຈົ້າກໍຈະຮູ້ວ່າອານາຈັກຂອງພຣະເຈົ້າໃກ້ເຂົ້າມາແລ້ວ.
32
“ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຄົນໃນສະໄໝນີ້ ຈະຍັງບໍ່ທັນລ່ວງລັບໄປກ່ອນຈົນກວ່າສິ່ງທັງໝົດເຫລົ່ານີ້ຈະເກີດຂຶ້ນ.
33
ຟ້າ ແລະ ດິນຈະລ່ວງພົ້ນໄປ ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.
34
“ຈົ່ງລະວັງໃຫ້ດີ, ຢ່າໃຫ້ໃຈຂອງພວກເຈົ້າຈົມຢູ່ກັບການກິນລ້ຽງ, ດື່ມເຫລົ້າມຶນເມົາ ແລະ ຄວາມກັງວົນຂອງຊີວິດ ແລະ ວັນນັ້ນກໍຈະມາເຖິງພວກເຈົ້າຢ່າງໄວເໝືອນກັບບ້ວງແຮ້ວ.
35
ເພາະວັນນັ້ນຈະມາເຖິງທຸກຄົນທີ່ໃຊ້ຊີວິດຢູ່ເທິງແຜ່ນດິນໂລກ.
36
ດັ່ງນັ້ນ ຈົ່ງເຝົ້າລະວັງຢູ່ສະເໝີ ແລະ ອະທິຖານ ເພື່ອພວກເຈົ້າຈະສາມາດຫລຸດພົ້ນຈາກສິ່ງທັງປວງທີ່ກຳລັງຈະເກີດຂຶ້ນໄດ້, ເພື່ອວ່າພວກເຈົ້າຈະສາມາດຢືນຢູ່ຕໍ່ໜ້າບຸດມະນຸດໄດ້”.
37
ພຣະເຢຊູເຈົ້າສັ່ງສອນທີ່ວິຫານທຸກວັນ ແລະ ທຸກຄືນພຣະອົງກໍອອກໄປຢູ່ທີ່ເນີນພູເຂົາໝາກກອກ,
38
ປະຊາຊົນທັງຫລາຍກໍໄດ້ມາທີ່ວິຫານຕັ້ງແຕ່ຮຸ່ງເຊົ້າເພື່ອຟັງພຣະອົງ.
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 22 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24