bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Luke 11
Luke 11
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 12 →
1
ວັນໜຶ່ງພຣະເຢຊູເຈົ້າອະທິຖານຢູ່ໃນສະຖານທີ່ແຫ່ງໜຶ່ງ. ເມື່ອພຣະອົງອະທິຖານຈົບແລ້ວ, ສາວົກຄົນໜຶ່ງກໍເວົ້າກັບພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍສອນພວກຂ້ານ້ອຍອະທິຖານເໝືອນດັ່ງທີ່ໂຢຮັນໄດ້ສອນພວກລູກສິດຂອງເພິ່ນດ້ວຍ”.
2
ພຣະອົງຈຶ່ງກ່າວກັບພວກເພິ່ນວ່າ, “ເມື່ອພວກເຈົ້າອະທິຖານ ຈົ່ງກ່າວວ່າ: “‘ຂ້າແດ່ພຣະບິດາເຈົ້າ ຂໍໃຫ້ນາມຂອງພຣະອົງເປັນທີ່ເຄົາລົບບູຊາ, ຂໍໃຫ້ອານາຈັກຂອງພຣະອົງມາຕັ້ງຢູ່,
3
ຂໍໂຜດໃຫ້ອາຫານປະຈຳວັນແກ່ພວກຂ້ານ້ອຍໃນແຕ່ລະວັນ.
4
ຂໍໂຜດຍົກໂທດຄວາມບາບຂອງພວກຂ້ານ້ອຍ, ດ້ວຍວ່າພວກຂ້ານ້ອຍໄດ້ຍົກໂທດໃຫ້ທຸກຄົນທີ່ເຮັດຜິດບາບຕໍ່ພວກຂ້ານ້ອຍ ເໝືອນກັນ. ແລະ ຂໍຢ່ານຳພວກຂ້ານ້ອຍເຂົ້າໄປໃນການທົດລອງ ’”.
5
ແລ້ວພຣະອົງກໍກ່າວກັບພວກເພິ່ນວ່າ, “ສົມມຸດວ່າຄົນໜຶ່ງໃນພວກເຈົ້າມີມິດສະຫາຍຄົນໜຶ່ງ, ແລະ ຈະໄປຫາມິດສະຫາຍຄົນນັ້ນໃນເວລາທ່ຽງຄືນ ແລະ ເວົ້າວ່າ, ‘ສະຫາຍເອີຍ ຂໍໃຫ້ເຮົາຢືມເຂົ້າຈີ່ຈັກສາມກ້ອນແດ່
6
ເພາະມີເພື່ອນຄົນໜຶ່ງຂອງເຮົາເດີນທາງມາແວ່ ແລະ ເຮົາບໍ່ມີຫຍັງຈະໃຫ້ລາວກິນ’.
7
“ແລ້ວຄົນທີ່ຢູ່ໃນເຮືອນກໍຈະຕອບວ່າ, ‘ຢ່າລົບກວນເຮົາເລີຍ. ປະຕູກໍອັດແລ້ວ ແລະ ພວກລູກຂອງເຮົາກໍນອນຢູ່ກັບເຮົາເທິງຕຽງ. ເຮົາລຸກຂຶ້ນໄປເອົາສິ່ງໃດໃຫ້ເຈົ້າບໍ່ໄດ້ດອກ’.
8
ເຮົາບອກພວກເຈົ້າວ່າ, ເຖິງແມ່ນວ່າລາວຈະບໍ່ຍອມລຸກຂຶ້ນ ແລະ ເອົາເຂົ້າຈີ່ໃຫ້ພວກເຈົ້າເພາະເຫັນແກ່ຄວາມເປັນເພື່ອນກັນ, ແຕ່ເພາະຄວາມກ້າທີ່ບໍ່ມີຄວາມອາຍຂອງພວກເຈົ້າ, ລາວກໍຈະລຸກຂຶ້ນ ແລະ ເອົາໃຫ້ຕາມທີ່ພວກເຈົ້າຕ້ອງການແນ່ນອນ.
9
“ດັ່ງນັ້ນ ເຮົາບອກພວກເຈົ້າວ່າ: ຈົ່ງຂໍແລ້ວພວກເຈົ້າຈະໄດ້ຮັບ, ຈົ່ງສະແຫວງຫາແລ້ວພວກເຈົ້າຈະພົບ, ຈົ່ງເຄາະແລ້ວປະຕູຈະເປີດໃຫ້ແກ່ພວກເຈົ້າ.
10
ເພາະທຸກຄົນທີ່ຂໍກໍໄດ້ຮັບ, ທຸກຄົນທີ່ສະແຫວງຫາກໍໄດ້ພົບ, ແລະ ທຸກຄົນທີ່ເຄາະ ປະຕູກໍຈະເປີດໃຫ້.
11
“ມີຜູ້ໃດໃນພວກເຈົ້າທີ່ເປັນພໍ່ ຖ້າລູກຊາຍຂໍ ປາກໍຈະເອົາງູໃຫ້ແທນ?
12
ຫລື ຖ້າລູກຂໍໄຂ່ກໍຈະເອົາແມງງອດໃຫ້?
13
ເຫດສະນັ້ນ ເຖິງແມ່ນວ່າພວກເຈົ້າຜູ້ເປັນຄົນຊົ່ວຍັງຮູ້ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ, ພຣະບິດາເຈົ້າຂອງພວກເຈົ້າໃນສະຫວັນຈະໃຫ້ພຣະວິນຍານບໍລິສຸດເຈົ້າແກ່ບັນດາຜູ້ທີ່ຂໍຈາກພຣະອົງຫລາຍກວ່ານັ້ນຈັກເທົ່າໃດ!”
14
ພຣະເຢຊູເຈົ້າກຳລັງຂັບໄລ່ຜີປາກກືກໂຕໜຶ່ງອອກ, ເມື່ອຜີປາກກືກອອກໄປແລ້ວ ຄົນປາກກືກນັ້ນຈຶ່ງເວົ້າໄດ້ ແລະ ປະຊາຊົນຕ່າງກໍປະຫລາດໃຈ.
15
ແຕ່ບາງຄົນໃນພວກເຂົາເວົ້າວ່າ, “ໂດຍ ອຳນາດເບເອນເຊບູນ ນາຍຂອງຜີມານຮ້າຍ ລາວຈຶ່ງຂັບໄລ່ພວກຜີມານຮ້າຍອອກໄດ້”.
16
ສ່ວນຄົນອື່ນນັ້ນກໍໄດ້ທົດລອງພຣະອົງໂດຍຂໍໃຫ້ພຣະອົງສະແດງໝາຍສຳຄັນຢ່າງໜຶ່ງຈາກສະຫວັນ.
17
ພຣະເຢຊູເຈົ້າຮູ້ຄວາມຄິດຂອງພວກເຂົາ ແລະ ຈຶ່ງກ່າວກັບພວກເຂົາວ່າ: “ອານາຈັກໃດແຕກແຍກຕໍ່ສູ້ກັນເອງກໍຈະຖືກທຳລາຍ ແລະ ຄອບຄົວໃດແຕກແຍກຕໍ່ສູ້ກັນເອງກໍຈະຫລົ້ມຈົມ.
18
ຖ້າມານຊາຕານແຕກແຍກຕໍ່ສູ້ກັນເອງ, ອານາຈັກຂອງມັນຈະຕັ້ງໝັ້ນຄົງຢູ່ໄດ້ຢ່າງໃດ? ເຮົາເວົ້າຢ່າງນີ້ເພາະເຈົ້າເວົ້າວ່າເຮົາຂັບໄລ່ຜີມານຮ້າຍອອກໄດ້ໂດຍເບເອນເຊບູນ.
19
ຖ້າເຮົາຂັບໄລ່ຜີມານຮ້າຍອອກດ້ວຍອຳນາດຂອງເບເອນເຊບູນ ແລ້ວພວກລູກສິດຂອງພວກເຈົ້າຂັບໄລ່ຜີມານຮ້າຍອອກດ້ວຍອຳນາດຂອງຜູ້ໃດ? ດ້ວຍເຫດນີ້, ພວກເຂົາຈະເປັນຜູ້ຕັດສິນພວກເຈົ້າ.
20
ແຕ່ຖ້າເຮົາຂັບໄລ່ຜີມານຮ້າຍອອກດ້ວຍນິ້ວມືຂອງພຣະເຈົ້າ, ດັ່ງນັ້ນ ອານາຈັກຂອງພຣະເຈົ້າກໍມາເຖິງພວກເຈົ້າແລ້ວ.
21
“ເມື່ອຄົນແຂງແຮງຜູ້ໜຶ່ງຖືອາວຸດຄົບຊຸດ ແລະ ເຝົ້າລະວັງເຮືອນຂອງຕົນຢູ່, ຊັບສິນຂອງລາວທັງໝົດກໍປອດໄພ.
22
ແຕ່ເມື່ອມີຄົນທີ່ແຂງແຮງກວ່າເຂົ້າມາໂຈມຕີ ແລະ ເອົາຊະນະລາວໄດ້, ຄົນນັ້ນກໍຈະເອົາອາວຸດທັງໝົດທີ່ເຈົ້າຂອງເຮືອນໄວ້ໃຈນັ້ນໄປ ແລະ ແບ່ງປັນສິ່ງຂອງທີ່ຢຶດມາໄດ້.
23
“ຜູ້ໃດບໍ່ຢູ່ຝ່າຍເຮົາກໍຕໍ່ສູ້ເຮົາ, ແລະ ຜູ້ໃດບໍ່ຮວມເຂົ້າກັນກັບເຮົາ ກໍເປັນຜູ້ເຮັດໃຫ້ກະຈັດກະຈາຍໄປ.
24
“ເມື່ອວິນຍານສົກກະປົກອອກຈາກຄົນແລ້ວ, ມັນກໍໄປທົ່ວບ່ອນແຫ້ງແລ້ງເພື່ອຊອກຫາບ່ອນຢູ່ ແລະ ເມື່ອຊອກຫາບ່ອນຢູ່ບໍ່ພົບ, ມັນຈຶ່ງກ່າວວ່າ, ‘ເຮົາຈະກັບຄືນໄປເຮືອນທີ່ເຮົາໄດ້ອອກມາ’.
25
ເມື່ອມັນມາເຖິງກໍພົບວ່າເຮືອນນັ້ນປັດກວາດສະອາດ ແລະ ຈັດເປັນລະບຽບຮຽບຮ້ອຍແລ້ວ.
26
ມັນຈຶ່ງອອກໄປນຳເອົາວິນຍານຊົ່ວອື່ນໆອີກເຈັດໂຕທີ່ຊົ່ວຮ້າຍກວ່າມັນອີກ ແລ້ວພວກມັນກໍໄດ້ເຂົ້າໄປອາໄສຢູ່ທີ່ເຮືອນນັ້ນ ແລະ ໃນທີ່ສຸດສະພາບຂອງຄົນນັ້ນກໍຊົ່ວຮ້າຍລົງກວ່າຕອນຕົ້ນອີກ”.
27
ຂະນະທີ່ພຣະເຢຊູເຈົ້າກຳລັງກ່າວສິ່ງເຫລົ່ານີ້ຢູ່, ກໍມີຍິງຄົນໜຶ່ງໃນຝູງຊົນຮ້ອງຂຶ້ນວ່າ, “ພຣະພອນມີແກ່ແມ່ຜູ້ໃຫ້ກຳເນີດທ່ານ ແລະ ລ້ຽງດູທ່ານ”.
28
ພຣະອົງຕອບວ່າ, “ພຣະພອນມີແກ່ບັນດາຜູ້ທີ່ໄດ້ຍິນຖ້ອຍຄຳຂອງພຣະເຈົ້າ ແລະ ເຊື່ອຟັງຫລາຍກວ່າ”.
29
ຂະນະທີ່ປະຊາຊົນມາເຕົ້າໂຮມກັນຫລາຍຂຶ້ນ, ພຣະເຢຊູເຈົ້າຈຶ່ງກ່າວວ່າ, “ຄົນໃນຍຸກນີ້ຊົ່ວຮ້າຍ. ພວກເຂົາຂໍແຕ່ໝາຍສຳຄັນ, ແຕ່ຈະບໍ່ໃຫ້ໝາຍສຳຄັນໃດ ນອກຈາກໝາຍສຳຄັນຂອງໂຢນາ.
30
ເພາະໂຢນາເປັນໝາຍສຳຄັນແກ່ຊາວນີເນເວ, ບຸດມະນຸດກໍເປັນໝາຍສຳຄັນແກ່ຄົນຍຸກນີ້ເໝືອນກັນ.
31
ໃນວັນພິພາກສາ, ລາຊີນີຈາກທິດໃຕ້ຈະລຸກຂຶ້ນພ້ອມກັບຄົນຍຸກນີ້ ແລະ ຈະກ່າວໂທດພວກເຂົາ, ເພາະນາງໄດ້ເດີນທາງມາຈາກສຸດປາຍແຜ່ນດິນໂລກເພື່ອມາຟັງສະຕິປັນຍາຂອງໂຊໂລໂມນ, ແລະ ບັດນີ້ ຜູ້ ທີ່ຍິ່ງໃຫຍ່ກວ່າໂຊໂລໂມນກໍຢູ່ທີ່ນີ້.
32
ໃນວັນພິພາກສາ, ຊາວເມືອງນີເນເວຈະຢືນຂຶ້ນພ້ອມກັບຄົນຍຸກນີ້ ແລະ ຈະກ່າວໂທດພວກເຂົາ ເພາະຊາວນີເນເວໄດ້ຖິ້ມໃຈເກົ່າເອົາໃຈໃໝ່ເພາະຄຳເທດສະໜາຂອງໂຢນາ, ແລະ ບັດນີ້ ຜູ້ທີ່ຍິ່ງໃຫຍ່ກວ່າໂຢນາກໍຢູ່ທີ່ນີ້.
33
“ບໍ່ມີຜູ້ໃດໄຕ້ຕະກຽງແລ້ວຕັ້ງໄວ້ໃນບ່ອນລັບບັງ ຫລື ເອົາກະບຸງມາງວາມໄວ້, ແຕ່ພວກເຂົາຈະຕັ້ງໄວ້ເທິງຫລັກຕະກຽງ ເພື່ອວ່າຄົນທັງຫລາຍທີ່ເຂົ້າມາຈະໄດ້ເຫັນແສງສະຫວ່າງ.
34
ຕາຂອງເຈົ້າເປັນຕະກຽງຂອງຮ່າງກາຍ. ເມື່ອຕາຂອງເຈົ້າປົກກະຕິດີ, ຮ່າງກາຍຂອງເຈົ້າທຸກສ່ວນກໍຈະເຕັມໄປດ້ວຍຄວາມສະຫວ່າງ. ແຕ່ເມື່ອຕາຂອງເຈົ້າຜິດປົກກະຕິ, ຮ່າງກາຍຂອງເຈົ້າກໍຈະເຕັມໄປດ້ວຍຄວາມມືດເໝືອນກັນ.
35
ດັ່ງນັ້ນ ຈົ່ງລະວັງໃຫ້ດີຢ່າໃຫ້ຄວາມສະຫວ່າງທີ່ມີຢູ່ໃນເຈົ້ານັ້ນມືດໄປ.
36
ເຫດສະນັ້ນ ຖ້າຮ່າງກາຍຂອງເຈົ້າທຸກສ່ວນເຕັມໄປດ້ວຍຄວາມສະຫວ່າງ ແລະ ບໍ່ມີສ່ວນໃດໃນຄວາມມືດ, ຮ່າງກາຍຂອງເຈົ້າກໍຈະເຕັມໄປດ້ວຍຄວາມສະຫວ່າງເໝືອນດັ່ງເວລາທີ່ແສງຕະກຽງສ່ອງມາໃສ່ເຈົ້າ”.
37
ເມື່ອພຣະເຢຊູເຈົ້າກ່າວຈົບແລ້ວ, ກໍມີຄົນຟາຣີຊາຍຜູ້ໜຶ່ງເຊີນພຣະອົງໄປຮ່ວມກິນອາຫານກັບລາວ, ພຣະອົງຈຶ່ງເຂົ້າໄປ ແລະ ນັ່ງເອນໂຕລົງຢູ່ທີ່ໂຕະ.
38
ແຕ່ຄົນຟາຣີຊາຍຜູ້ນັ້ນກໍແປກໃຈເມື່ອສັງເກດເຫັນວ່າພຣະອົງບໍ່ໄດ້ລ້າງມືກ່ອນກິນອາຫານ.
39
ແລ້ວອົງພຣະຜູ້ເປັນເຈົ້າໄດ້ກ່າວກັບລາວວ່າ, “ບັດນີ້, ເຈົ້າ ພວກຟາຣີຊາຍເອີຍ, ພວກເຈົ້າລ້າງຈອກ ແລະ ຖ້ວຍຊາມໃຫ້ສະອາດແຕ່ພາຍນອກ ແຕ່ພາຍໃນຂອງພວກເຈົ້ານັ້ນເຕັມໄປດ້ວຍຄວາມໂລບ ແລະ ຄວາມຊົ່ວຮ້າຍ.
40
ພວກຄົນໂງ່ເອີຍ! ພຣະເຈົ້າຜູ້ທີ່ສ້າງພາຍນອກກໍສ້າງພາຍໃນເໝືອນກັນບໍ່ແມ່ນບໍ?
41
ແຕ່ບັດນີ້ສິ່ງທີ່ມີຢູ່ພາຍໃນພວກເຈົ້າ ຈົ່ງເຜື່ອແຜ່ແກ່ຄົນທຸກຍາກ ແລ້ວທຸກສິ່ງກໍຈະສະອາດສຳລັບເຈົ້າ.
42
“ວິບັດແກ່ພວກເຈົ້າ ພວກຟາຣີຊາຍເອີຍ, ເພາະພວກເຈົ້າຖວາຍໜຶ່ງສ່ວນສິບຂອງຜັກຫອມລາບ, ຜັກຣູ ແລະ ຜັກສະໝຸນໄພອື່ນໆທຸກຊະນິດຂອງພວກເຈົ້າໃຫ້ແກ່ພຣະເຈົ້າ, ແຕ່ພວກເຈົ້າໄດ້ລະເລີຍຄວາມຍຸຕິທຳ ແລະ ຄວາມຮັກຂອງພຣະເຈົ້າ. ພວກເຈົ້າຄວນປະຕິບັດສິ່ງຕໍ່ມາໂດຍບໍ່ປະຖິ້ມສິ່ງທຳອິດ.
43
“ວິບັດແກ່ພວກເຈົ້າ ພວກຟາຣີຊາຍ, ເພາະພວກເຈົ້າມັກບ່ອນນັ່ງທີ່ສຳຄັນທີ່ສຸດໃນທຳມະສາລາ ແລະ ມັກໃຫ້ຄົນມາຄຳນັບທັກທາຍໃນບ່ອນຊຸມນຸມຊົນ.
44
“ວິບັດແກ່ພວກເຈົ້າ ເພາະພວກເຈົ້າເປັນເໝືອນຂຸມຝັງສົບທີ່ບໍ່ມີເຄື່ອງໝາຍໄວ້, ເຊິ່ງຄົນທັງຫລາຍຍ່າງຢຽບໄປມາໂດຍບໍ່ຮູ້ວ່າເປັນຂຸມຝັງສົບ”.
45
ພວກຜູ້ຊຳນານດ້ານກົດບັນຍັດຄົນໜຶ່ງໄດ້ຕອບພຣະອົງວ່າ, “ທ່ານອາຈານເອີຍ, ເມື່ອທ່ານກ່າວສິ່ງເຫລົ່ານີ້ ທ່ານກໍໝິ່ນປະໝາດພວກເຮົາເໝືອນກັນ”.
46
ພຣະເຢຊູເຈົ້າຕອບວ່າ, “ວິບັດແກ່ພວກເຈົ້າ ພວກຜູ້ຊຳນານດ້ານກົດບັນຍັດ, ເພາະວ່າພວກເຈົ້າວາງພາລະໜັກທີ່ແບກເກືອບບໍ່ໄຫວແກ່ຄົນອື່ນ, ສ່ວນພວກເຈົ້າເອງແມ່ນແຕ່ມືນິ້ວດຽວກໍບໍ່ຍົກຊ່ວຍພວກເຂົາ.
47
“ວິບັດແກ່ພວກເຈົ້າ ເພາະພວກເຈົ້າສ້າງອຸບມຸງຝັງສົບໃຫ້ບັນດາຜູ້ທຳນວາຍ ແລະ ບັນພະບຸລຸດຂອງພວກເຈົ້າເອງທີ່ໄດ້ຂ້າພວກເຂົາ.
48
ດັ່ງນັ້ນ ພວກເຈົ້າຈຶ່ງເປັນພະຍານໄດ້ວ່າພວກເຈົ້າເຫັນພ້ອມກັບສິ່ງທີ່ບັນພະບຸລຸດຂອງຕົນໄດ້ເຮັດໄວ້. ພວກເຂົາໄດ້ຂ້າພວກຜູ້ທຳນວາຍ, ສ່ວນພວກເຈົ້າກໍເປັນຜູ້ສ້າງຂຸມຝັງສົບໃຫ້ພວກເຂົາ.
49
ເພາະດ້ວຍເຫດນີ້ ພຣະເຈົ້າຈຶ່ງກ່າວດ້ວຍປັນຍາຂອງພຣະອົງວ່າ, ‘ເຮົາຈະໃຊ້ພວກຜູ້ທຳນວາຍ ແລະ ພວກອັກຄະສາວົກໄປຫາພວກເຂົາ ເຊິ່ງບາງຄົນຈະຖືກພວກເຂົາຂ້າ ແລະ ບາງຄົນຈະຖືກພວກເຂົາຂົ່ມເຫັງ’.
50
ເຫດສະນັ້ນ ຄົນໃນຍຸກນີ້ຈະຕ້ອງໄດ້ຮັບຜິດຊອບເລືອດຂອງຜູ້ທຳນວາຍທັງໝົດທີ່ໄຫລອອກຕັ້ງແຕ່ເລີ່ມສ້າງໂລກ,
51
ນັບຈາກເລືອດຂອງອາເບັນຈົນເຖິງເລືອດຂອງເຊກາຣີຢາ, ຜູ້ທີ່ຖືກຂ້າລະຫວ່າງແທ່ນບູຊາກັບວິຫານ. ເຮົາບອກພວກເຈົ້າວ່າ, ຄົນໃນຍຸກນີ້ຈະຕ້ອງຮັບຜິດຊອບສິ່ງທັງໝົດນີ້.
52
“ວິບັດແກ່ພວກເຈົ້າ ພວກຜູ້ຊຳນານດ້ານກົດບັນຍັດ, ເພາະພວກເຈົ້າໄດ້ເອົາກະແຈແຫ່ງຄວາມຮູ້ໄປ, ພວກເຈົ້າເອງບໍ່ເຂົ້າໄປແລ້ວຍັງຂັດຂວາງຄົນເຫລົ່ານັ້ນທີ່ກຳລັງເຂົ້າໄປ”.
53
ເມື່ອພຣະເຢຊູເຈົ້າອອກໄປຂ້າງນອກ, ພວກຟາຣີຊາຍກັບພວກຄູສອນກົດບັນຍັດກໍເລີ່ມຕໍ່ຕ້ານພຣະອົງຢ່າງຮຸນແຮງ ແລະ ເລີ່ມພາກັນຕັ້ງຄຳຖາມໃສ່ພຣະອົງ,
54
ເພື່ອຄອຍຖ້າຈັບຜິດສິ່ງທີ່ພຣະອົງຈະເວົ້າ.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
Recommended Reading
Commentary
Luke Commentaries
→
Devotional
Luke Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→