bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Luke 5
Luke 5
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 6 →
1
ວັນໜຶ່ງຂະນະທີ່ພຣະເຢຊູເຈົ້າຢືນຢູ່ທີ່ແຄມທະເລສາບເຄັນເນຊາເຣັດ ໂດຍມີປະຊາຊົນກຳລັງຫຸ້ມອ້ອມພຣະອົງ ເພື່ອຟັງພຣະຄຳຂອງພຣະເຈົ້າ,
2
ພຣະອົງຫລຽວເຫັນເຮືອສອງລຳຈອດຢູ່ແຄມຝັ່ງ ສ່ວນຄົນຫາປາກໍຂຶ້ນຈາກເຮືອແລ້ວກຳລັງລ້າງມອງຢູ່.
3
ພຣະອົງຈຶ່ງລົງເຮືອລຳໜຶ່ງ ເຊິ່ງເປັນເຮືອຂອງຊີໂມນ ແລະ ຂໍໃຫ້ເພິ່ນຖອຍເຮືອອອກໄປຈາກຝັ່ງໜ້ອຍໜຶ່ງ. ແລ້ວພຣະອົງກໍນັ່ງລົງ ແລະ ສັ່ງສອນປະຊາຊົນຈາກເທິງເຮືອ.
4
ຫລັງຈາກພຣະອົງສັ່ງສອນຈົບແລ້ວ, ພຣະອົງຈຶ່ງກ່າວກັບຊີໂມນວ່າ, “ຈົ່ງຖອຍເຮືອອອກໄປສູ່ບ່ອນນ້ຳເລິກ ແລ້ວຈົ່ງຢ່ອນ ມອງລົງເພື່ອຈັບປາ”.
5
ຊີໂມນຕອບວ່າ, “ອາຈານເອີຍ, ພວກຂ້ານ້ອຍຫາປາຢ່າງໜັກໜ່ວງມາຕະຫລອດຄືນ ແລະ ຈັບປາບໍ່ໄດ້ປາຈັກໂຕ. ແຕ່ເພາະພຣະອົງບອກຢ່າງນັ້ນ ຂ້ານ້ອຍກໍຈະຢ່ອນມອງລົງ”.
6
ເມື່ອພວກເພິ່ນໄດ້ຢ່ອນມອງລົງ, ພວກເພິ່ນກໍຈັບປາໄດ້ຈຳນວນຫລວງຫລາຍຈົນມອງຂອງພວກເພິ່ນກຳລັງຈະຂາດ.
7
ດັ່ງນັ້ນ ພວກເພິ່ນຈຶ່ງສັນຍານໃຫ້ໝູ່ທີ່ຢູ່ໃນເຮືອລຳອື່ນມາຊ່ວຍ, ພວກເຂົາຈຶ່ງມາຊ່ວຍ ແລະ ໄດ້ປາເຕັມເຮືອທັງສອງລຳຈົນເຮືອແຊມເກືອບຫລົ້ມ.
8
ເມື່ອຊີໂມນເປໂຕເຫັນເຫດການທີ່ເກີດຂຶ້ນຢ່າງນີ້ເພິ່ນກໍຂາບລົງທີ່ຫົວເຂົ່າຂອງພຣະເຢຊູເຈົ້າ ແລະ ກ່າວວ່າ, “ອົງພຣະຜູ້ເປັນເຈົ້າເອີຍ ຂໍໃຫ້ໄປຈາກຂ້ານ້ອຍສາ ເພາະຂ້ານ້ອຍເປັນຄົນບາບ!”
9
ເພາະເພິ່ນກັບໝູ່ຂອງເພິ່ນທັງໝົດໄດ້ປະຫລາດໃຈທີ່ພວກເຂົາຈັບປາໄດ້ຢ່າງຫລວງຫລາຍເຊັ່ນນີ້,
10
ຢາໂກໂບ ແລະ ໂຢຮັນລູກຊາຍຂອງເຊເບດາຍ ຜູ້ຮ່ວມງານຂອງຊີໂມນກໍປະຫລາດໃຈເໝືອນກັນ. ແລ້ວພຣະເຢຊູເຈົ້າກໍກ່າວກັບຊີໂມນວ່າ, “ຢ່າຢ້ານເລີຍ, ຕັ້ງແຕ່ນີ້ໄປພວກເຈົ້າຈະເປັນຜູ້ຫາຄົນ”.
11
ດັ່ງນັ້ນ ພວກເຂົາຈຶ່ງດຶງເຮືອຂຶ້ນແຄມຝັ່ງ, ແລ້ວປະຖິ້ມທຸກສິ່ງ ແລະ ຕິດຕາມພຣະອົງໄປ.
12
ໃນຂະນະທີ່ພຣະເຢຊູເຈົ້າຢູ່ໃນເມືອງແຫ່ງໜຶ່ງ, ມີຊາຍຄົນໜຶ່ງເປັນພະຍາດຂີ້ທູດ ເຕັມໂຕຍ່າງມາຕາມທາງ. ເມື່ອລາວເຫັນພຣະເຢຊູເຈົ້າລາວຈຶ່ງກົ້ມໜ້າໝອບລົງພື້ນດິນ ແລະ ອ້ອນວອນຂໍພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ ຖ້າພຣະອົງເຕັມໃຈ ພຣະອົງກໍສາມາດເຮັດໃຫ້ຂ້ານ້ອຍສະອາດໄດ້”.
13
ພຣະເຢຊູເຈົ້າເດ່ມືອອກໄປແຕະລາວ ແລະ ກ່າວວ່າ, “ເຮົາເຕັມໃຈຈະຮັກສາ ຈົ່ງດີສະອາດສາ!” ໃນທັນໃດນັ້ນ ພະຍາດຂີ້ທູດກໍຫາຍໄປຈາກລາວ.
14
ແລ້ວພຣະເຢຊູເຈົ້າໄດ້ສັ່ງລາວວ່າ, “ຢ່າບອກຜູ້ໃດ ແຕ່ຈົ່ງໄປສະແດງໂຕຕໍ່ປະໂລຫິດ ແລະ ຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້, ເພື່ອເປັນພະຍານໃຫ້ຄົນທັງຫລາຍວ່າເຈົ້າດີສະອາດແລ້ວ”.
15
ແຕ່ຂ່າວກ່ຽວກັບພຣະອົງກໍໄດ້ກະຈາຍອອກໄປຫລາຍຂຶ້ນ ຈົນປະຊາຊົນຈຳນວນຫລວງຫລາຍໄດ້ພາກັນມາຟັງພຣະອົງ ແລະ ຮັບການຮັກສາໃຫ້ຫາຍດີຈາກພະຍາດຕ່າງໆຂອງພວກເຂົາ.
16
ແຕ່ພຣະເຢຊູເຈົ້າມັກຈະແຍກໂຕໄປຢູ່ໃນບ່ອນທີ່ສະຫງົບ ແລະ ອະທິຖານ.
17
ມື້ໜຶ່ງ ໃນຂະນະທີ່ພຣະເຢຊູເຈົ້າກຳລັງສັ່ງສອນຢູ່, ພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດກໍນັ່ງຢູ່ທີ່ນັ້ນດ້ວຍ. ພວກເຂົາມາຈາກທຸກບ້ານໃນແຂວງຄາລີເລ ແລະ ຈາກແຂວງຢູດາຍ ແລະ ຈາກນະຄອນເຢຣູຊາເລັມ. ລິດອຳນາດຂອງອົງພຣະຜູ້ເປັນເຈົ້າກໍຢູ່ນຳພຣະອົງເພື່ອຮັກສາຄົນເຈັບ.
18
ແລ້ວກໍມີຄົນຫາມຄົນເປ້ຍຜູ້ໜຶ່ງທີ່ນອນຢູ່ເທິງບ່ອນນອນມາ ແລະ ພະຍາຍາມຈະຫາມລາວເຂົ້າໄປໃນເຮືອນເພື່ອວາງລາວລົງຕໍ່ໜ້າພຣະເຢຊູເຈົ້າ.
19
ເມື່ອພວກເຂົາຊອກຫາທາງທີ່ຈະເຮັດບໍ່ໄດ້ເພາະມີປະຊາຊົນຈຳນວນຫລວງຫລາຍ, ພວກເຂົາຈຶ່ງຂຶ້ນໄປເທິງຫລັງຄາເຮືອນແລ້ວຢ່ອນບ່ອນນອນທີ່ຄົນເປ້ຍນັ້ນນອນຢູ່ ຜ່ານປ່ອງຫລັງຄາລົງມາທາງກາງປະຊາຊົນ ເຊິ່ງຢູ່ຕໍ່ໜ້າພຣະເຢຊູເຈົ້າ.
20
ເມື່ອພຣະເຢຊູເຈົ້າໄດ້ເຫັນຄວາມເຊື່ອຂອງພວກເຂົາ, ພຣະອົງຈຶ່ງກ່າວວ່າ, “ສະຫາຍເອີຍ ບາບຂອງເຈົ້າໄດ້ຮັບອະໄພແລ້ວ”.
21
ພວກຟາຣີຊາຍກັບພວກຄູສອນກົດບັນຍັດຈຶ່ງເລີ່ມຄິດໃນໃຈວ່າ, “ຄົນທີ່ເວົ້າໝິ່ນປະໝາດພຣະເຈົ້າຄົນນີ້ແມ່ນຜູ້ໃດ? ນອກຈາກພຣະເຈົ້າແລ້ວຈະມີຜູ້ໃດສາມາດອະໄພບາບໄດ້?”
22
ພຣະເຢຊູເຈົ້າຮູ້ວ່າພວກເຂົາຄິດສິ່ງໃດຢູ່ ແລະ ຈຶ່ງຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງຄິດໃນໃຈຢ່າງນັ້ນ?
23
ທີ່ຈະກ່າວວ່າ, ‘ບາບຂອງເຈົ້າໄດ້ຮັບອະໄພແລ້ວ’ ກັບ ‘ຈົ່ງລຸກຂຶ້ນ ແລະ ຍ່າງໄປ’ ອັນໃດຈະງ່າຍກວ່າກັນ?
24
ແຕ່ເຮົາຢາກໃຫ້ພວກເຈົ້າຮູ້ວ່າບຸດມະນຸດມີສິດອຳນາດໃນໂລກທີ່ຈະອະໄພຄວາມບາບ”. ດັ່ງນັ້ນ ພຣະອົງຈຶ່ງກ່າວກັບຄົນເປ້ຍນັ້ນວ່າ, “ເຮົາສັ່ງເຈົ້າວ່າ ຈົ່ງລຸກຂຶ້ນ, ຍົກເອົາບ່ອນນອນຂອງເຈົ້າ ແລະ ກັບເມືອເຮືອນສາ”.
25
ໃນທັນໃດນັ້ນ ລາວຈຶ່ງລຸກຂຶ້ນຕໍ່ໜ້າຄົນທັງຫລາຍແລ້ວຍົກເອົາບ່ອນນອນ ແລະ ກັບເມືອເຮືອນພ້ອມທັງຮ້ອງສັນລະເສີນພຣະເຈົ້າ.
26
ທຸກຄົນຕ່າງກໍພາກັນປະຫລາດໃຈ ແລະ ສັນລະເສີນພຣະເຈົ້າ. ພວກເຂົາຢ້ານກົວຫລາຍຈຶ່ງກ່າວວ່າ, “ວັນນີ້ພວກເຮົາໄດ້ເຫັນສິ່ງທີ່ເຫລືອເຊື່ອ”.
27
ຫລັງຈາກນັ້ນ ພຣະເຢຊູເຈົ້າອອກໄປ ແລະ ເຫັນຄົນເກັບພາສີຜູ້ໜຶ່ງຊື່ວ່າເລວີນັ່ງຢູ່ທີ່ດ່ານເກັບພາສີ. ພຣະອົງຈຶ່ງກ່າວກັບລາວວ່າ, “ຈົ່ງຕາມເຮົາມາ”
28
ແລ້ວເລວີກໍລຸກຂຶ້ນ ແລະ ປະຖິ້ມທຸກສິ່ງຕິດຕາມພຣະອົງໄປ.
29
ແລ້ວເລວີກໍໄດ້ຈັດງານລ້ຽງໃຫຍ່ຂຶ້ນທີ່ເຮືອນຂອງລາວຖວາຍແກ່ພຣະເຢຊູເຈົ້າ, ມີຄົນເກັບພາສີກຸ່ມໃຫຍ່ ແລະ ຄົນອື່ນໆອີກຈຳນວນຫລວງຫລາຍກໍມາຮ່ວມກິນອາຫານກັບພວກເຂົາດ້ວຍ.
30
ແຕ່ພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດ ຜູ້ທີ່ເປັນຝ່າຍຂອງພວກເຂົາ ໄດ້ຈົ່ມຕຳໜິຕໍ່ພວກສາວົກຂອງພຣະອົງວ່າ, “ເປັນຫຍັງພວກເຈົ້າຈຶ່ງກິນອາຫານ ແລະ ດື່ມຮ່ວມກັບຄົນເກັບພາສີ ແລະ ຄົນບາບ?”
31
ພຣະເຢຊູເຈົ້າຕອບພວກເຂົາວ່າ, “ຄົນສຸຂະພາບດີບໍ່ຕ້ອງການໝໍ ແຕ່ຄົນເຈັບຕ້ອງການໝໍ.
32
ເຮົາບໍ່ໄດ້ມາເພື່ອເອີ້ນຄົນຊອບທຳ ແຕ່ມາເພື່ອເອີ້ນຄົນບາບໃຫ້ກັບໃຈໃໝ່”.
33
ພວກເຂົາໄດ້ເວົ້າຕໍ່ພຣະອົງວ່າ, “ພວກລູກສິດຂອງໂຢຮັນມັກຖືສິນອົດອາຫານ ແລະ ອະທິຖານຢູ່ສະເໝີ, ແລະ ສາວົກຂອງພວກຟາຣີຊາຍກໍເຮັດເໝືອນກັນ ແຕ່ພວກສາວົກຂອງທ່ານພັດກິນ ແລະ ດື່ມ”.
34
ພຣະເຢຊູເຈົ້າຕອບວ່າ, “ເຈົ້າຈະໃຫ້ບັນດາເພື່ອນຂອງເຈົ້າບ່າວຖືສິນອົດອາຫານໃນຂະນະທີ່ເຈົ້າບ່າວຍັງຢູ່ກັບພວກເຂົາໄດ້ບໍ?
35
ແຕ່ເວລານັ້ນຈະມາເຖິງເມື່ອເຈົ້າບ່າວຈະຖືກນຳໂຕໄປຈາກພວກເຂົາ, ໃນວັນເຫລົ່ານັ້ນພວກເຂົາຈະຖືສິນອົດອາຫານ”.
36
ພຣະອົງກ່າວຄຳອຸປະມານີ້ໃຫ້ພວກເຂົາຟັງວ່າ, “ບໍ່ມີຜູ້ໃດທີ່ຈີກເອົາຜ້າຈາກເສື້ອໃໝ່ໄປຕາບເສື້ອເກົ່າ. ຖ້າເຮັດດັ່ງນັ້ນພວກເຂົາກໍຈະເຮັດໃຫ້ເສື້ອໃໝ່ຂາດເສຍໄປ ແລະ ຜ້າຕ່ອນໃໝ່ກໍບໍ່ສົມກັບເສື້ອເກົ່າ.
37
ແລະ ບໍ່ມີຜູ້ໃດທີ່ຖອກເຫລົ້າອະງຸ່ນໃໝ່ໃສ່ຖົງໜັງເກົ່າ. ຖ້າເຮັດຢ່າງນັ້ນເຫລົ້າອະງຸ່ນໃໝ່ຈະເຮັດໃຫ້ຖົງໜັງນັ້ນແຕກ, ເຫລົ້າອະງຸ່ນຈະໄຫລອອກມາ ແລະ ຖົງໜັງກໍຈະເສຍຫາຍ.
38
ບໍ່ດອກ, ເຫລົ້າອະງຸ່ນໃໝ່ຈະຕ້ອງຖອກໃສ່ໃນຖົງໜັງໃໝ່
39
ແລະ ບໍ່ມີຜູ້ໃດເມື່ອໄດ້ດື່ມເຫລົ້າອະງຸ່ນເກົ່າແລ້ວຈະຢາກໄດ້ເຫລົ້າອະງຸ່ນໃໝ່ ເພາະພວກເຂົາຍ່ອມເວົ້າວ່າ, ‘ອັນເກົ່ານັ້ນດີກວ່າ’”.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24