bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Luke 12
Luke 12
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 13 →
1
ໃນຂະນະດຽວກັນນັ້ນ, ເມື່ອປະຊາຊົນຫລາຍພັນຄົນມາເຕົ້າໂຮມກັນ ຈົນພວກເຂົາບຽດກັນຢູ່ນັ້ນ, ພຣະເຢຊູເຈົ້າກໍເລີ່ມຕົ້ນກ່າວກັບພວກສາວົກຂອງພຣະອົງວ່າ: “ຈົ່ງລະວັງເຊື້ອແປ້ງຂອງພວກຟາຣີຊາຍ ຄືຄວາມໜ້າຊື່ໃຈຄົດ.
2
ບໍ່ມີສິ່ງໃດທີ່ຖືກປິດບັງໄວ້ຈະບໍ່ຖືກເປີດເຜີຍ ຫລື ເຊື່ອງຊ້ອນໄວ້ຈະບໍ່ຖືກເປີດເຜີຍໃຫ້ຮູ້.
3
ສິ່ງທີ່ພວກເຈົ້າກ່າວໃນບ່ອນມືດຈະໄດ້ຍິນໃນບ່ອນແຈ້ງ, ແລະ ສິ່ງທີ່ພວກເຈົ້າຊິ່ມໃສ່ຫູຢູ່ໃນຫ້ອງດ້ານໃນ ກໍຈະຖືກປະກາດຈາກຫລັງຄາ.
4
“ມິດສະຫາຍຂອງເຮົາເອີຍ, ເຮົາບອກພວກເຈົ້າວ່າ, ຢ່າຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍ ແລ້ວຫລັງຈາກນັ້ນກໍເຮັດສິ່ງໃດບໍ່ໄດ້ອີກ.
5
ແຕ່ເຮົາຈະສະແດງໃຫ້ພວກເຈົ້າເຫັນວ່າພວກເຈົ້າຄວນຢ້ານຜູ້ໃດຄື: ຈົ່ງຢ້ານພຣະອົງຜູ້ທີ່ຈະຂ້າຮ່າງກາຍຂອງເຈົ້າແລ້ວກໍຍັງມີສິດອຳນາດທີ່ຈະຖິ້ມພວກເຈົ້າລົງນະລົກໄດ້. ເຮົາບອກພວກເຈົ້າວ່າ, ແມ່ນແລ້ວ ຈົ່ງຢ້ານພຣະອົງ.
6
ນົກຈອກຫ້າໂຕຂາຍລາຄາສອງອັດບໍ່ແມ່ນບໍ? ເຖິງປານນັ້ນກໍບໍ່ມີຈັກໂຕທີ່ພຣະເຈົ້າລືມ.
7
ແມ່ນແຕ່ຜົມທຸກເສັ້ນຢູ່ເທິງຫົວຂອງພວກເຈົ້າກໍຖືກນັບໄວ້ທັງໝົດແລ້ວ. ຢ່າຢ້ານເລີຍ, ພວກເຈົ້າມີຄ່າຫລາຍກວ່ານົກຈອກຫລາຍໂຕ.
8
“ເຮົາບອກພວກເຈົ້າວ່າ, ຜູ້ໃດກໍຕາມຍອມຮັບເຮົາຕໍ່ໜ້າມະນຸດ, ບຸດມະນຸດກໍຈະຍອມຮັບຜູ້ນັ້ນຕໍ່ໜ້າບັນດາເທວະດາຂອງພຣະເຈົ້າເໝືອນກັນ.
9
ແຕ່ຜູ້ໃດທີ່ປະຕິເສດເຮົາຕໍ່ໜ້າມະນຸດ ຜູ້ນັ້ນກໍຈະຖືກປະຕິເສດຕໍ່ໜ້າບັນດາເທວະດາຂອງພຣະເຈົ້າເໝືອນກັນ.
10
ແລະ ຜູ້ໃດທີ່ເວົ້າຄຳໜຶ່ງຕໍ່ສູ້ບຸດມະນຸດກໍຈະໄດ້ຮັບການອະໄພ, ແຕ່ຜູ້ໃດທີ່ເວົ້າໝິ່ນປະໝາດຕໍ່ສູ້ພຣະວິນຍານບໍລິສຸດເຈົ້າ ຜູ້ນັ້ນຈະບໍ່ໄດ້ຮັບການອະໄພ.
11
“ເມື່ອພວກເຈົ້າຖືກນຳເຂົ້າໄປຢູ່ຕໍ່ໜ້າທຳມະສາລາ, ບັນດາຜູ້ປົກຄອງ ຫລື ຜູ້ມີສິດອຳນາດ, ຢ່າຄິດກະວົນກະວາຍວ່າພວກເຈົ້າຈະປ້ອງກັນຕົນເອງຢ່າງໃດ ຫລື ຈະເວົ້າສິ່ງໃດ,
12
ເພາະໃນເວລານັ້ນພຣະວິນຍານບໍລິສຸດເຈົ້າຈະສອນພວກເຈົ້າວ່າພວກເຈົ້າຄວນເວົ້າສິ່ງໃດ”.
13
ມີຄົນໜຶ່ງໃນປະຊາຊົນໄດ້ເວົ້າກັບພຣະອົງວ່າ, “ທ່ານອາຈານ, ຊ່ວຍບອກອ້າຍຂອງຂ້ານ້ອຍໃຫ້ແບ່ງປັນມໍລະດົກແກ່ຂ້ານ້ອຍດ້ວຍ”.
14
ພຣະເຢຊູເຈົ້າຕອບວ່າ, “ຊາຍເອີຍ, ຜູ້ໃດຕັ້ງເຮົາໃຫ້ເປັນຜູ້ພິພາກສາ ຫລື ເປັນຜູ້ແບ່ງມໍລະດົກລະຫວ່າງພວກເຈົ້າ?”
15
ແລ້ວພຣະອົງຈຶ່ງກ່າວກັບພວກເຂົາວ່າ, “ຈົ່ງລະວັງໃຫ້ດີ! ຈົ່ງຮັກສາໂຕໄວ້ໃຫ້ພົ້ນຈາກຄວາມໂລບທຸກຢ່າງ, ເພາະຊີວິດຂອງມະນຸດບໍ່ໄດ້ຂຶ້ນຢູ່ກັບຊັບສິ່ງຂອງອັນອຸດົມສົມບູນ”.
16
ແລະ ພຣະອົງໄດ້ບອກຄຳອຸປະມານີ້ແກ່ພວກເຂົາວ່າ, “ທີ່ດິນຂອງເສດຖີຄົນໜຶ່ງໄດ້ໃຫ້ຜົນລະປູກຢ່າງອຸດົມສົມບູນ.
17
ລາວຈຶ່ງຄິດໃນໃຈວ່າ, ‘ເຮົາຈະເຮັດແນວໃດດີ? ເຮົາບໍ່ມີບ່ອນທີ່ຈະເກັບຜົນລະປູກທັງໝົດນີ້ໄວ້’.
18
“ແລ້ວລາວກໍເວົ້າວ່າ, ‘ເຮົາຈະເຮັດດັ່ງນີ້ຄື ເຮົາຈະມ້າງເລົ້າທັງຫລາຍຂອງເຮົາລົງແລ້ວສ້າງເລົ້າໃໝ່ຂຶ້ນໃຫ້ໃຫຍ່ກວ່າເກົ່າ ແລະ ຈະເອົາຜົນລະປູກສວ່ນທີ່ເຫລືອຂອງເຮົາເກັບໄວ້ຢູ່ບ່ອນນັ້ນ.
19
ແລ້ວເຮົາກໍຈະເວົ້າກັບຕົນເອງວ່າ, “ເຈົ້າມີຜົນລະປູກເກັບໄວ້ພຽງພໍສຳລັບຫລາຍປີ, ຈົ່ງໃຊ້ຊີວິດໃຫ້ສະບາຍ, ກິນ, ດື່ມ ແລະ ສະໜຸກສະໜານສາ”’.
20
“ແຕ່ພຣະເຈົ້າກ່າວແກ່ລາວວ່າ, ‘ຄົນໂງ່ເອີຍ! ຄືນນີ້ຊີວິດຂອງເຈົ້າຈະຖືກເອີ້ນເອົາຄືນຈາກເຈົ້າ. ແລ້ວຜູ້ໃດຈະເປັນຜູ້ທີ່ໄດ້ຮັບສິ່ງຂອງທີ່ເຈົ້າຕຽມໄວ້ສຳລັບເຈົ້າເອງ?’
21
“ຜູ້ໃດທີ່ສະສົມສິ່ງຂອງໄວ້ສຳລັບຕົນເອງແຕ່ບໍ່ໄດ້ຮັ່ງມີເພື່ອພຣະເຈົ້າກໍເປັນຢ່າງນີ້ແຫລະ”.
22
ແລ້ວພຣະເຢຊູເຈົ້າກໍກ່າວກ່າວພວກສາວົກວ່າ, “ເຫດສະນັ້ນ ເຮົາຈຶ່ງບອກພວກເຈົ້າທັງຫລາຍວ່າ, ຢ່າກະວົນກະວາຍເຖິງຊີວິດຂອງຕົນວ່າຈະກິນຫຍັງ ຫລື ຮ່າງກາຍຂອງຕົນວ່າຈະນຸ່ງຫົ່ມຫຍັງ.
23
ເພາະວ່າຊີວິດກໍມີຄ່າຫລາຍກວ່າອາຫານ ແລະ ຮ່າງກາຍກໍມີຄ່າຫລາຍກວ່າເຄື່ອງນຸ່ງຫົ່ມ.
24
ຈົ່ງພິຈາລະນາເບິ່ງຝູງກາ: ພວກມັນບໍ່ໄດ້ຫວ່ານ ຫລື ບໍ່ໄດ້ເກັບກ່ຽວ, ພວກມັນບໍ່ມີບ່ອນເກັບສິ່ງຂອງ ຫລື ບໍ່ມີເລົ້າ, ແຕ່ພຣະເຈົ້າກໍຍັງລ້ຽງດູພວກມັນ. ພວກເຈົ້າກໍມີຄ່າຫລາຍກວ່າຝູງນົກເຫລົ່ານັ້ນ!
25
ມີຜູ້ໃດແດ່ໃນພວກເຈົ້າທີ່ກະວົນກະວາຍແລ້ວສາມາດຕໍ່ຊີວິດຂອງຕົນເອງອອກໄປອີກຈັກຊົ່ວໂມງໜຶ່ງໄດ້?
26
ໃນເມື່ອພວກເຈົ້າເຮັດໃນສິ່ງເລັກນ້ອຍນີ້ບໍ່ໄດ້ແລ້ວ, ເປັນຫຍັງພວກເຈົ້າຈຶ່ງກະວົນກະວາຍເຖິງສິ່ງອື່ນໆ?
27
“ຈົ່ງສັງເກດເບິ່ງວ່າດອກໄມ້ປ່າໃຫຍ່ຂຶ້ນມາໄດ້ຢ່າງໃດ, ມັນບໍ່ໄດ້ອອກແຮງ ຫລື ເຂັນຝ້າຍ. ແຕ່ເຮົາບອກພວກເຈົ້າທັງຫລາຍວ່າ, ແມ່ນແຕ່ໂຊໂລໂມນຜູ້ທີ່ເຕັມໄປດ້ວຍສະຫງ່າລາສີ ກໍຍັງບໍ່ໄດ້ໃສ່ເຄື່ອງນຸ່ງທີ່ງາມສະຫງ່າເໝືອນດອກໄມ້ເຫລົ່ານີ້ດອກໜຶ່ງ.
28
ຖ້າພຣະເຈົ້າຕົບແຕ່ງຕົ້ນຫຍ້າທີ່ຢູ່ໃນທົ່ງ ເຊິ່ງເປັນຢູ່ໃນບ່ອນນີ້ວັນນີ້ ແລະ ມື້ອື່ນກໍຈະຕ້ອງຖືກຖິ້ມລົງໃສ່ໄຟ, ພວກເຈົ້າຜູ້ມີຄວາມເຊື່ອນ້ອຍເອີຍ! ພຣະອົງຈະບໍ່ຕົບແຕ່ງພວກເຈົ້າຫລາຍກວ່ານັ້ນອີກບໍ?
29
ແລະ ຢ່າກະວົນກະວາຍວ່າພວກເຈົ້າຈະກິນຫຍັງ ຫລື ຈະດື່ມຫຍັງ.
30
ເພາະຄົນບໍ່ນັບຖືພຣະເຈົ້າທົ່ວໂລກກໍສະແຫວງຫາສິ່ງທັງໝົດເຫລົ່ານີ້ ແລະ ພຣະບິດາເຈົ້າຂອງພວກເຈົ້າຮູ້ວ່າພວກເຈົ້າຕ້ອງການສິ່ງເຫລົ່ານີ້.
31
ແຕ່ຈົ່ງສະແຫວງຫາອານາຈັກຂອງພຣະເຈົ້າ, ແລ້ວພຣະອົງຈະມອບສິ່ງເຫລົ່ານີ້ໃຫ້ແກ່ພວກເຈົ້າດ້ວຍ.
32
“ແກະຝູງນ້ອຍ ຢ່າຢ້ານເລີຍ, ເພາະພຣະບິດາເຈົ້າຂອງພວກເຈົ້າພໍໃຈທີ່ຈະມອບອານາຈັກນັ້ນໃຫ້ແກ່ພວກເຈົ້າ.
33
ຈົ່ງຂາຍສິ່ງຂອງທັງໝົດທີ່ພວກເຈົ້າມີ ແລະ ບໍລິຈາກແກ່ຄົນທຸກຍາກ. ຈົ່ງຈັດຕຽມຖົງເງິນທີ່ບໍ່ມີມື້ຫລຸ້ຍຫ້ຽນໄວ້ສຳລັບຕົນເອງ ຄືຊັບສົມບັດໃນສະຫວັນທີ່ບໍ່ໝົດຈັກເທື່ອ, ໃນບ່ອນທີ່ບໍ່ມີໂຈນເຂົ້າໃກ້ ແລະ ບໍ່ມີມອດມາທຳລາຍ.
34
ເພາະຊັບສົມບັດຂອງພວກເຈົ້າຢູ່ທີ່ໃດ, ໃຈຂອງພວກເຈົ້າກໍຢູ່ທີ່ນັ້ນເໝືອນກັນ.
35
“ຈົ່ງແຕ່ງກາຍໃຫ້ພ້ອມເພື່ອການຮັບໃຊ້ ແລະ ຮັກສາບັນດາຕະກຽງຂອງພວກເຈົ້າໃຫ້ລຸກໄໝ້ຢູ່,
36
ເໝືອນດັ່ງຄົນຮັບໃຊ້ທີ່ກຳລັງຄອຍຖ້າຮັບນາຍຂອງຕົນທີ່ຈະກັບຈາກງານລ້ຽງສະຫລອງແຕ່ງງານ ເພື່ອວ່າເມື່ອນາຍກັບມາ ແລະ ເຄາະປະຕູ ພວກເຂົາຈະເປີດປະຕູຮັບນາຍໄດ້ທັນທີ.
37
ເປັນຜົນດີສຳລັບຄົນຮັບໃຊ້ເຫລົ່ານັ້ນທີ່ນາຍກັບມາແລ້ວພົບວ່າພວກເຂົາກຳລັງຄອຍຖ້າຢູ່. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ນາຍຈະແຕ່ງກາຍຂອງຕົນໃຫ້ພ້ອມທີ່ຈະຮັບໃຊ້ ແລະ ໃຫ້ຄົນຮັບໃຊ້ເຫລົ່ານັ້ນນັ່ງລົງທີ່ໂຕະ ແລ້ວນາຍຈະມາຄອຍບົວລະບັດພວກເຂົາ.
38
ເປັນຜົນດີສຳລັບຄົນຮັບໃຊ້ເຫລົ່ານັ້ນທີ່ເມື່ອນາຍພົບວ່າພວກເຂົາຕຽມພ້ອມຢູ່, ແມ່ນແຕ່ນາຍນັ້ນມາໃນເວລາທ່ຽງຄືນ ຫລື ຂ້ອນແຈ້ງ.
39
ແຕ່ຈົ່ງເຂົ້າໃຈດັ່ງນີ້ຄື: ຖ້າເຈົ້າຂອງເຮືອນຮູ້ກ່ອນວ່າຂະໂມຍຈະມາໃນຊົ່ວໂມງໃດ, ລາວກໍຄົງຈະບໍ່ປ່ອຍໃຫ້ຂະໂມຍງັດເຂົ້າໄປໃນເຮືອນຂອງຕົນໄດ້.
40
ພວກເຈົ້າຈະຕ້ອງຕຽມພ້ອມເໝືອນກັນ ເພາະວ່າບຸດມະນຸດຈະມາໃນເວລາທີ່ພວກເຈົ້າບໍ່ຄາດຄິດ”.
41
ແລ້ວເປໂຕກໍຖາມວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງກ່າວຄຳອຸປະມານີ້ແກ່ພວກຂ້ານ້ອຍ ຫລື ແກ່ທຸກຄົນ?”
42
ອົງພຣະຜູ້ເປັນເຈົ້າຕອບວ່າ, “ແມ່ນຜູ້ໃດເປັນຜູ້ຈັດການທີ່ສັດຊື່ ແລະ ສະຫລາດ, ຜູ້ທີ່ນາຍໄດ້ຕັ້ງໄວ້ໃຫ້ຮັບຜິດຊອບຄົນຮັບໃຊ້ຂອງເພິ່ນ ເພື່ອແຈກຢາຍອາຫານໃຫ້ພວກເຂົາຕາມເວລາ?
43
ຈະເປັນຜົນດີສຳລັບຄົນຮັບໃຊ້ຜູ້ນັ້ນເມື່ອນາຍກັບມາພົບວ່າລາວເຮັດຕາມໜ້າທີ່.
44
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ນາຍຈະຕັ້ງລາວໃຫ້ເປັນຜູ້ຮັບຜິດຊອບຊັບສົມບັດທັງໝົດຂອງນາຍ.
45
ແຕ່ຖ້າຄົນຮັບໃຊ້ຄິດໃນໃຈວ່າ, ‘ຍັງອີກດົນທີ່ນາຍຂອງຕົນຈະກັບມາ’ ລາວຈຶ່ງເລີ່ມຂ້ຽນຕີເພື່ອນຄົນຮັບໃຊ້ທັງຜູ້ຊາຍ ແລະ ແມ່ຍິງ, ກິນ ແລະ ດື່ມຈົນເມົາ.
46
ນາຍຂອງຄົນຮັບໃຊ້ຜູ້ນັ້ນຈະກັບມາໃນວັນທີ່ລາວບໍ່ຄາດຄິດ ແລະ ໃນເວລາທີ່ລາວບໍ່ຮູ້. ນາຍຈະຕັດລາວເປັນຕ່ອນໆ ແລະ ຈັດໃຫ້ລາວໄປຢູ່ໃນບ່ອນຂອງຄົນທີ່ບໍ່ເຊື່ອ.
47
“ຄົນຮັບໃຊ້ທີ່ຮູ້ຈັກໃຈນາຍແຕ່ບໍ່ໄດ້ຕຽມພ້ອມ ແລະ ບໍ່ເຮັດໃນສິ່ງທີ່ນາຍຕ້ອງການກໍຈະຕ້ອງຖືກຂ້ຽນຕີຢ່າງໜັກ.
48
ສ່ວນຄົນທີ່ບໍ່ຮູ້ຈັກ ແລະ ເຮັດສິ່ງທີ່ສົມຄວນຖືກລົງໂທດກໍຈະຖືກຂ້ຽນໜ້ອຍ. ທຸກຄົນທີ່ໄດ້ຮັບຫລາຍຈະຖືກຮຽກຮ້ອງເອົາຈາກຜູ້ນັ້ນຫລາຍ ແລະ ຄົນທີ່ໄດ້ຮັບມອບໝາຍໄວ້ຫລາຍ ກໍຈະຖືກທວງເອົາຈາກຜູ້ນັ້ນຫລາຍ.
49
“ເຮົາມາເພື່ອນຳເອົາໄຟມາສູ່ໂລກ ແລະ ເຮົາປາຖະໜາຢ່າງທີ່ຈະໃຫ້ໄຟນັ້ນລຸກຂຶ້ນແລ້ວ!
50
ແຕ່ເຮົາຈະຕ້ອງຜ່ານບັບຕິສະມາຢ່າງໜຶ່ງ ແລະ ເຮົາກໍເປັນທຸກໃຈຫລາຍຈົນກວ່າບັບຕິສະມານັ້ນຈະສຳເລັດຄົບຖ້ວນ!
51
ພວກເຈົ້າຄິດວ່າເຮົາມາເພື່ອນຳເອົາສັນຕິສຸກມາສູ່ໂລກບໍ? ບໍ່ເລີຍ, ເຮົາບອກພວກເຈົ້າວ່າເຮົານຳເອົາການແຕກແຍກມາ.
52
ນັບແຕ່ນີ້ຕໍ່ໄປ ຫ້າຄົນໃນຄອບຄົວດຽວຈະແຕກແຍກກັນຄື: ສາມຕໍ່ສູ້ສອງ ແລະ ສອງຕໍ່ສູ້ສາມ.
53
ພວກເຂົາຈະແຕກແຍກກັນ, ພໍ່ຈະຕໍ່ສູ້ລູກຊາຍ ແລະ ລູກຊາຍຈະຕໍ່ສູ້ພໍ່, ແມ່ຈະຕໍ່ສູ້ລູກສາວ ແລະ ລູກສາວຈະຕໍ່ສູ້ແມ່, ແມ່ຍ່າຈະຕໍ່ສູ້ລູກໃພ້ ແລະ ລູກໃພ້ຈະຕໍ່ສູ້ແມ່ຍ່າ”.
54
ແລ້ວພຣະອົງກ່າວແກ່ປະຊາຊົນອີກວ່າ: “ເມື່ອພວກເຈົ້າທັງຫລາຍເຫັນເມກກຳລັງລອຍຂຶ້ນທາງທິດຕາເວັນຕົກ ພວກເຈົ້າກໍເວົ້າທັນທີວ່າ, ‘ຝົນກຳລັງຈະຕົກ’ ແລະ ຝົນກໍຕົກ.
55
ແລະ ເມື່ອລົມພັດມາທາງທິດໃຕ້, ພວກເຈົ້າກໍເວົ້າວ່າ, ‘ອາກາດຈະຮ້ອນ’ ແລະ ກໍເປັນດັ່ງນັ້ນແທ້.
56
ພວກຄົນໜ້າຊື່ໃຈຄົດ! ພວກເຈົ້າຮູ້ຈັກຕີຄວາມໝາຍປາກົດການຂອງແຜ່ນດິນໂລກ ແລະ ທ້ອງຟ້າ. ແລ້ວເປັນຫຍັງພວກເຈົ້າຈຶ່ງບໍ່ຮູ້ຕີຄວາມໝາຍປາກົດການຂອງປັດຈຸບັນນີ້?
57
“ດ້ວຍເຫດໃດພວກເຈົ້າຈຶ່ງບໍ່ຕັດສິນເອງວ່າສິ່ງໃດຖືກຕ້ອງ?
58
ຂະນະທີ່ເຈົ້າໄປກັບໂຈດຂອງເຈົ້າເພື່ອພົບຜູ້ພິພາກສາ, ຈົ່ງພະຍາຍາມຫາທາງຕົກລົງກັບລາວໃຫ້ໄດ້ເມື່ອຍັງຢູ່ກາງທາງ, ໂຈດຂອງເຈົ້າອາດຈະລາກເຈົ້າໄປພົບຜູ້ພິພາກສາ ແລະ ຜູ້ພິພາກສາຈະມອບເຈົ້າໃຫ້ແກ່ເຈົ້າໜ້າທີ່ ແລະ ເຈົ້າໜ້າທີ່ຈະຈັບເຈົ້າເຂົ້າຄຸກ.
59
ເຮົາບອກເຈົ້າວ່າ, ເຈົ້າຈະອອກມາບໍ່ໄດ້ຈົນກວ່າເຈົ້າຈະໃຊ້ໜີ້ຄົບ”.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
Recommended Reading
Commentary
Luke Commentaries
→
Devotional
Luke Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→