bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Luke 17
Luke 17
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 18 →
1
ພຣະເຢຊູເຈົ້າກ່າວກັບພວກສາວົກຂອງພຣະອົງວ່າ: “ສິ່ງທີ່ເປັນຕົ້ນເຫດໃຫ້ຄົນສະດຸດລົ້ມຈະມີມາແນ່ນອນ, ແຕ່ວິບັດແກ່ທຸກຄົນທີ່ເປັນຕົ້ນເຫດໃຫ້ສິ່ງເຫລົ່ານັ້ນມາ.
2
ເອົາຫີນໂມ້ແປ້ງຜູກໃສ່ຄໍຂອງພວກເຂົາແລ້ວຖິ້ມລົງໃນທະເລກໍຍັງດີກວ່າປ່ອຍໃຫ້ພວກເຂົາເປັນຕົ້ນເຫດເຮັດໃຫ້ຄົນໜຶ່ງໃນຜູ້ເລັກນ້ອຍເຫລົ່ານີ້ສະດຸດລົ້ມ.
3
ດັ່ງນັ້ນ ຈົ່ງລະວັງໃຫ້ດີ. “ຖ້າພີ່ນ້ອງຂອງພວກເຈົ້າເຮັດບາບຕໍ່ພວກເຈົ້າ, ຈົ່ງຕັກເຕືອນພວກເຂົາ ແລະ ຖ້າພວກເຂົາກັບໃຈໃໝ່ ຈົ່ງອະໄພໃຫ້ພວກເຂົາ.
4
ເຖິງແມ່ນວ່າພວກເຂົາໄດ້ເຮັດບາບຕໍ່ເຈົ້າເຈັດເທື່ອໃນວັນດຽວ ແລະ ກັບມາຫາເຈົ້າເຈັດເທື່ອແລ້ວເວົ້າວ່າ, ‘ຂ້ອຍກັບໃຈໃໝ່ແລ້ວ’ ພວກເຈົ້າຈະຕ້ອງຍົກໂທດໃຫ້ພວກເຂົາ”.
5
ພວກອັກຄະສາວົກເວົ້າຕໍ່ອົງພຣະຜູ້ເປັນເຈົ້າວ່າ, “ຂໍເພີ່ມເຕີມຄວາມເຊື່ອຂອງພວກຂ້ານ້ອຍດ້ວຍ!”
6
ພຣະອົງຕອບວ່າ, “ຖ້າພວກເຈົ້າມີຄວາມເຊື່ອພຽງເລັກນ້ອຍເທົ່າແກ່ນຜັກກາດເມັດໜຶ່ງ, ພວກເຈົ້າຈະສັ່ງຕົ້ນມອນນີ້ວ່າ, ‘ຈົ່ງຖອນຮາກອອກໄປປູກໃນທະເລ’ ແລະ ມັນກໍຈະເຊື່ອຟັງພວກເຈົ້າ.
7
“ສົມມຸດວ່າຄົນໜຶ່ງໃນພວກເຈົ້າມີຄົນຮັບໃຊ້ໄຖນາ ຫລື ເບິ່ງແຍງແກະ. ເມື່ອຄົນຮັບໃຊ້ກັບມາຈາກທົ່ງນາລາວຈະບອກຄົນຮັບໃຊ້ຄົນນັ້ນບໍວ່າ, ‘ມາດຽວນີ້ ມານັ່ງກິນອາຫານ’?
8
ລາວຈະບໍ່ເວົ້າບໍວ່າ, ‘ຈົ່ງຕຽມອາຫານຄໍ່າໃຫ້ເຮົາ, ຕຽມໂຕໃຫ້ພ້ອມ ແລະ ເຝົ້າຮັບໃຊ້ເຮົາໃນຂະນະທີ່ເຮົາກິນ ແລະ ດື່ມ, ຫລັງຈາກນັ້ນເຈົ້າຈຶ່ງກິນ ແລະ ດື່ມ’?
9
ນາຍຈະຂອບໃຈຄົນຮັບໃຊ້ເພາະລາວໄດ້ເຮັດຕາມຄຳສັ່ງບໍ?
10
ດັ່ງນັ້ນ ພວກເຈົ້າກໍເໝືອນກັນ, ເມື່ອພວກເຈົ້າໄດ້ປະຕິບັດທຸກສິ່ງຕາມຄຳສັ່ງທີ່ໃຫ້ເຮັດແລ້ວ ກໍຄວນເວົ້າວ່າ, ‘ພວກຂ້ານ້ອຍເປັນຄົນຮັບໃຊ້ທີ່ບໍ່ມີຄຸນຄ່າ, ພວກຂ້ານ້ອຍພຽງແຕ່ໄດ້ເຮັດຕາມໜ້າທີ່ຂອງພວກຂ້ານ້ອຍເທົ່ານັ້ນ’”.
11
ລະຫວ່າງທາງໄປເຢຣູຊາເລັມ, ພຣະເຢຊູເຈົ້າໄດ້ເດີນທາງໄປຕາມເຂດແດນລະຫວ່າງແຂວງຊາມາເຣຍ ແລະ ຄາລີເລ.
12
ຂະນະທີ່ພຣະອົງໄດ້ເຂົ້າໄປໃນໝູ່ບ້ານແຫ່ງໜຶ່ງ, ມີຊາຍຂີ້ທູດ ສິບຄົນລໍຖ້າພົບພຣະອົງ. ພວກເຂົາຢືນຢູ່ແຕ່ໄກ.
13
ພວກເຂົາຮ້ອງສຽງດັງວ່າ, “ພຣະເຢຊູເຈົ້າ ນາຍເອີຍ, ສົງສານພວກເຮົາດ້ວຍ!”
14
ເມື່ອພຣະອົງເຫັນພວກເຂົາກໍກ່າວວ່າ, “ຈົ່ງໄປສະແດງໂຕກັບພວກປະໂລຫິດ”. ຂະນະທີ່ພວກເຂົາກຳລັງຍ່າງໄປນັ້ນ ພວກເຂົາກໍຫາຍດີ.
15
ຄົນໜຶ່ງໃນພວກເຂົາເມື່ອເຫັນວ່າຕົນໄດ້ດີພະຍາດແລ້ວຈຶ່ງກັບມາ ແລະ ສັນລະເສີນພຣະເຈົ້າດ້ວຍສຽງດັງ.
16
ລາວຖິ້ມໂຕລົງທີ່ຕີນຂອງພຣະເຢຊູເຈົ້າແລ້ວຂອບພຣະຄຸນພຣະອົງ. ລາວເປັນຊາວຊາມາເຣຍ.
17
ພຣະເຢຊູເຈົ້າຖາມວ່າ, “ມີສິບຄົນດີພະຍາດບໍ່ແມ່ນບໍ? ອີກເກົ້າຄົນນັ້ນຢູ່ໃສ?
18
ບໍ່ມີຈັກຄົນກັບຄືນມາສັນລະເສີນພຣະເຈົ້ານອກຈາກຄົນຕ່າງຊາດຄົນນີ້ບໍ?”
19
ແລ້ວພຣະອົງຈຶ່ງກ່າວກັບລາວວ່າ, “ຈົ່ງລຸກຂຶ້ນ ແລະ ໄປສາ ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າດີພະຍາດແລ້ວ”.
20
ຄັ້ງໜຶ່ງ ມີພວກຟາຣີຊາຍໄດ້ຖາມວ່າອານາຈັກຂອງພຣະເຈົ້າຈະມາເຖິງເມື່ອໃດ, ພຣະເຢຊູເຈົ້າຕອບວ່າ, “ການມາຂອງອານາຈັກຂອງພຣະເຈົ້າບໍ່ແມ່ນສິ່ງທີ່ສັງເກດໄດ້,
21
ຫລື ຄົນທັງຫລາຍຈະບໍ່ເວົ້າວ່າ, ‘ອານາຈັກນັ້ນຢູ່ທີ່ນີ້’ ຫລື ‘ຢູ່ທີ່ນັ້ນ’ ເພາະອານາຈັກຂອງພຣະເຈົ້າຢູ່ໃນທ່າມກາງ ພວກເຈົ້າ”.
22
ຫລັງຈາກນັ້ນ ພຣະອົງກໍກ່າວກັບພວກສາວົກວ່າ, “ເວລານັ້ນຈະມາເຖິງເມື່ອພວກເຈົ້າຢາກຈະເຫັນພຽງແຕ່ວັນໜຶ່ງຂອງບຸດມະນຸດ ແຕ່ພວກເຈົ້າຈະບໍ່ເຫັນ.
23
ຄົນທັງຫລາຍຈະບອກພວກເຈົ້າວ່າ, ‘ພຣະອົງຢູ່ທີ່ນັ້ນ!’ ຫລື ‘ພຣະອົງຢູ່ທີ່ນີ້!’ ຢ່າໄປແລ່ນຕາມພວກເຂົາ.
24
ດ້ວຍວ່າ ໃນວັນຂອງບຸດມະນຸດ ຈະມາເໝືອນດັ່ງສາຍຟ້າແມບທີ່ສ່ອງແສງສະຫວ່າງຈາກຂອບຟ້າເບື້ອງໜຶ່ງຈົນເຖິງຂອບຟ້າອີກເບື້ອງໜຶ່ງ.
25
ແຕ່ກ່ອນໜ້ານັ້ນ ພຣະອົງຕ້ອງທົນທຸກທໍລະມານຫລາຍຢ່າງ ແລະ ຄົນໃນສະໄໝນີ້ຈະປະຕິເສດພຣະອົງ.
26
“ເຫດການໃນສະໄໝຂອງໂນອາເປັນຢ່າງໃດ ໃນສະໄໝຂອງບຸດມະນຸດກໍຈະເປັນຢ່າງນັ້ນ,
27
ຄົນທັງຫລາຍໄດ້ກິນ, ໄດ້ດື່ມ, ໄດ້ແຕ່ງງານ ແລະ ໄດ້ຍົກໃຫ້ເປັນຜົວເມຍກັນຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນເຮືອ. ຫລັງຈາກນັ້ນ ນ້ຳກໍມາຖ້ວມ ແລະ ໄດ້ທຳລາຍພວກເຂົາທັງໝົດ.
28
“ໃນສະໄໝຂອງໂລດກໍເໝືອນກັນ. ຄົນທັງຫລາຍໄດ້ກິນ ແລະ ໄດ້ດື່ມ, ໄດ້ຊື້ ແລະ ໄດ້ຂາຍ, ໄດ້ປູກຝັງ ແລະ ໄດ້ກໍ່ສ້າງ.
29
ແຕ່ໃນວັນທີ່ໂລດໄດ້ອອກໄປຈາກເມືອງໂຊໂດມ, ໄຟ ແລະ ມາດໄດ້ຕົກມາຈາກຟ້າ ແລະ ໄດ້ທຳລາຍພວກເຂົາທຸກຄົນ.
30
“ຈະເປັນດັ່ງນີ້ແຫລະໃນວັນທີ່ບຸດມະນຸດມາ.
31
ໃນວັນນັ້ນ ຄົນທີ່ຢູ່ເທິງຫລັງຄາ, ກໍບໍ່ຕ້ອງລົງມາເພື່ອເກັບເອົາສິ່ງຂອງທີ່ຢູ່ໃນເຮືອນ. ເຊັ່ນດຽວກັນກັບຄົນທີ່ຢູ່ໃນທົ່ງນາກໍບໍ່ຕ້ອງກັບຄືນມາເອົາສິ່ງໃດ.
32
ຈົ່ງລະນຶກເຖິງເມຍຂອງໂລດ!
33
ຜູ້ໃດກໍຕາມທີ່ພະຍາຍາມຮັກສາຊີວິດຂອງຕົນ ຜູ້ນັ້ນຈະເສຍຊີວິດ, ແລະ ຜູ້ໃດກໍຕາມທີ່ສະຫລະຊີວິດ ຜູ້ນັ້ນກໍຮັກສາຊີວິດໄວ້.
34
ເຮົາບອກພວກເຈົ້າວ່າ, ໃນຄືນນັ້ນຈະມີສອງຄົນນອນຢູ່ໃນຕຽງດຽວກັນ ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນໜຶ່ງຈະຖືກປະໄວ້.
35
ຈະມີຍິງສອງຄົນກຳລັງໂມ້ແປ້ງຢູ່ນຳກັນ ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນໜຶ່ງຈະຖືກປະໄວ້ ”.
36
ສອງຄົນຢູ່ໃນທົ່ງນາ ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນໜຶ່ງຈະຖືກປະໄວ້.
37
ພວກເຂົາຖາມວ່າ, “ຢູ່ບ່ອນໃດ, ອົງພຣະຜູ້ເປັນເຈົ້າ?” ພຣະອົງຕອບວ່າ, “ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະເຕົ້າໂຮມກັນຢູ່ບ່ອນນັ້ນ”.
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
Recommended Reading
Commentary
Luke Commentaries
→
Devotional
Luke Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→