bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Luke 15
Luke 15
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 16 →
1
ໃນເວລານັ້ນ ພວກຄົນເກັບພາສີ ແລະ ພວກຄົນບາບໄດ້ມາເຕົ້າໂຮມກັນເພື່ອຟັງພຣະເຢຊູເຈົ້າ.
2
ແຕ່ພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດໄດ້ຈົ່ມວ່າ, “ຊາຍຄົນນີ້ໄດ້ຕ້ອນຮັບພວກຄົນບາບ ແລະ ຮ່ວມກິນອາຫານກັບພວກເຂົາ”.
3
ແລ້ວພຣະເຢຊູເຈົ້າຈຶ່ງກ່າວຄຳອຸປະມາໃຫ້ພວກເຂົາຟັງວ່າ:
4
“ສົມມຸດວ່າໃນພວກເຈົ້າມີຄົນໜຶ່ງມີແກະຢູ່ໜຶ່ງຮ້ອຍໂຕ ແລະ ໜຶ່ງໃນຈຳນວນນັ້ນຫາຍໄປ, ລາວຈະບໍ່ປະແກະເກົ້າສິບເກົ້າໂຕໄວ້ກາງທົ່ງຫຍ້າ ແລ້ວໄປຊອກຫາໂຕທີ່ຫາຍໄປນັ້ນຈົນກວ່າລາວຈະພົບບໍ?
5
ແລະ ເມື່ອລາວພົບແກະນັ້ນແລ້ວ ລາວກໍແບກແກະນັ້ນໃສ່ບ່າຂອງຕົນດ້ວຍຄວາມຊື່ນຊົມຍິນດີ
6
ແລະ ກັບຄືນເຮືອນ. ຫລັງຈາກນັ້ນລາວກໍເອີ້ນເອົາບັນດາມິດສະຫາຍ ແລະ ເພື່ອນບ້ານຂອງຕົນມາພ້ອມກັນ ແລະ ກ່າວວ່າ, ‘ມາຮ່ວມຍິນດີກັບເຮົາ ເຮົາໄດ້ພົບແກະໂຕທີ່ຫລົງຫາຍນັ້ນແລ້ວ’.
7
ເຮົາບອກພວກເຈົ້າວ່າໃນທຳນອງດຽວກັນນີ້ ໃນສະຫວັນຈະມີຄວາມຊື່ນຊົມຍິນດີຫລາຍທີ່ຄົນບາບຜູ້ໜຶ່ງຖິ້ມໃຈເກົ່າເອົາໃຈໃໝ່ ຫລາຍກວ່າໃນຄົນຊອບທຳເກົ້າສິບເກົ້າຄົນທີ່ບໍ່ຢາກຖິ້ມໃຈເກົ່າເອົາໃຈໃໝ່.
8
“ຫລື ສົມມຸດວ່າຍິງຄົນໜຶ່ງມີຫລຽນເງິນຢູ່ສິບຫລຽນ ແລະ ເສຍໄປໜຶ່ງຫລຽນ. ນາງຈະບໍ່ໄຕ້ຕະກຽງ, ກວາດເຮືອນ ແລະ ຄົ້ນຫາຢ່າງຄັກແນ່ຈົນກວ່ານາງຈະພົບຫລຽນນັ້ນບໍ?
9
ແລະ ເມື່ອພົບຫລຽນນັ້ນແລ້ວ, ນາງກໍເອີ້ນບັນດາມິດສະຫາຍ ແລະ ເພື່ອນບ້ານຂອງຕົນມາພ້ອມໜ້າກັນ ແລະ ກ່າວວ່າ, ‘ມາຮ່ວມຍິນດີກັບເຮົາ ເພາະເຮົາໄດ້ພົບຫລຽນທີ່ເສຍນັ້ນແລ້ວ’.
10
ໃນທຳນອງດຽວກັນນີ້ ເຮົາບອກພວກເຈົ້າວ່າ, ຈະມີຄວາມຊື່ນຊົມຍິນດີໃນທ່າມກາງບັນດາເທວະດາຂອງພຣະເຈົ້າທີ່ມີຄົນບາບຜູ້ໜຶ່ງຖິ້ມໃຈເກົ່າເອົາໃຈໃໝ່”.
11
ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ໄປວ່າ, “ຢູ່ທີ່ນັ້ນມີຊາຍຄົນໜຶ່ງມີລູກຊາຍສອງຄົນ.
12
ຜູ້ເປັນນ້ອງໄດ້ເວົ້າກັບພໍ່ວ່າ, ‘ພໍ່ເອີຍ, ຂໍເອົາຊັບສົມບັດສ່ວນທີ່ເປັນຂອງລູກນັ້ນໃຫ້ລູກສາ’. ດັ່ງນັ້ນ ລາວຈຶ່ງໄດ້ແບ່ງຊັບສົມບັດຂອງຕົນໃຫ້ລູກທັງສອງ.
13
“ຕໍ່ມາບໍ່ດົນເທົ່າໃດ, ລູກຊາຍຫລ້າກໍໄດ້ຮວບຮວມຊັບສົມບັດທັງໝົດຂອງຕົນແລ້ວອອກໄປທ່ຽວແດນໄກ ແລະ ໄດ້ຜານຊັບຂອງຕົນທີ່ມີຢູ່ນັ້ນດ້ວຍການໃຊ້ຊີວິດຢ່າງຟຸມເຟືອຍ.
14
ຫລັງຈາກທີ່ລາວໃຊ້ຈ່າຍຊັບຈົນໝົດແລ້ວ, ກໍເກີດການອຶດຢາກອາຫານຢ່າງຮ້າຍແຮງໃນທົ່ວປະເທດ ແລ້ວລາວກໍເລີ່ມຂັດສົນ.
15
ດັ່ງນັ້ນ ລາວຈຶ່ງໄປຂໍຮັບຈ້າງຢູ່ນຳຊາວເມືອງຄົນໜຶ່ງ ຄົນນັ້ນກໍໃຊ້ລາວອອກໄປລ້ຽງໝູຢູ່ທົ່ງນາ.
16
ລາວຄິດຢາກອີ່ມທ້ອງດ້ວຍໝາກຖົ່ວທີ່ໝູກິນ ແຕ່ບໍ່ມີຜູ້ໃດເອົາອັນໃດໃຫ້ລາວກິນ.
17
“ເມື່ອລາວຄິດໄດ້ລາວຈຶ່ງເວົ້າວ່າ, ‘ພໍ່ຂອງເຮົາມີລູກຈ້າງຫລາຍຄົນ, ພວກເຂົາຍັງມີອາຫານກິນຢ່າງເຫລືອເຟືອ ແຕ່ເຮົາກຳລັງຫິວເກືອບຈະຕາຍຢູ່ທີ່ນີ້!
18
ເຮົາຈະລຸກຂຶ້ນ ແລະ ກັບໄປຫາພໍ່ຂອງເຮົາ ແລະ ເວົ້າກັບເພິ່ນວ່າ: ພໍ່ເອີຍ, ລູກໄດ້ເຮັດບາບຕໍ່ສະຫວັນ ແລະ ຕໍ່ພໍ່ແລ້ວ.
19
ລູກບໍ່ສົມຄວນຈະໄດ້ເອີ້ນຊື່ວ່າເປັນລູກຂອງພໍ່ອີກຕໍ່ໄປ ຂໍໃຫ້ລູກເປັນເໝືອນລູກຈ້າງຄົນໜຶ່ງຂອງພໍ່ດ້ວຍ’.
20
ດັ່ງນັ້ນ ລາວຈຶ່ງລຸກຂຶ້ນ ແລະ ກັບຄືນໄປຫາພໍ່ຂອງລາວ. “ແຕ່ໃນຂະນະທີ່ລາວຍັງຢູ່ແຕ່ໄກ, ພໍ່ຂອງລາວໄດ້ເຫັນລາວ ແລະ ເຕັມໄປດ້ວຍຄວາມສົງສານລາວ, ພໍ່ຈຶ່ງແລ່ນອອກໄປຫາລູກຊາຍ ແລ້ວໂອບກອດ ແລະ ຈູບລາວ.
21
“ລູກຊາຍໄດ້ເວົ້າກັບພໍ່ວ່າ, ‘ພໍ່ເອີຍ ລູກໄດ້ເຮັດບາບຕໍ່ສະຫວັນ ແລະ ຕໍ່ພໍ່ແລ້ວ, ລູກບໍ່ສົມຄວນຈະໄດ້ເອີ້ນຊື່ວ່າເປັນລູກຂອງພໍ່ອີກຕໍ່ໄປ ’.
22
“ແຕ່ຜູ້ເປັນພໍ່ໄດ້ເອີ້ນບອກພວກຄົນຮັບໃຊ້ຂອງຕົນວ່າ, ‘ໄວໆ! ຈົ່ງເອົາເສື້ອຄຸມທີ່ດີທີ່ສຸດມາແລ້ວນຸ່ງໃຫ້ລາວ, ຈົ່ງສວມແຫວນໃສ່ນິ້ວມືຂອງລາວ ແລະ ສຸບເກີບໃສ່ຕີນຂອງລາວ.
23
ຈົ່ງນຳລູກງົວໂຕຕຸ້ຍພີມາຂ້າ ແລ້ວຈັດງານລ້ຽງ ແລະ ສະຫລອງ.
24
ເພາະລູກຊາຍຄົນນີ້ຂອງເຮົາໄດ້ຕາຍແລ້ວ ແລະ ໄດ້ມີຊີວິດອີກ, ລາວເສຍໄປແລ້ວ ແລະ ໄດ້ພົບກັນອີກ’. ດັ່ງນັ້ນ ພວກເຂົາຈຶ່ງເລີ່ມພາກັນສະຫລອງ.
25
“ໃນຂະນະນັ້ນ, ລູກຊາຍກົກຢູ່ທີ່ທົ່ງນາ. ເມື່ອລາວກັບມາໃກ້ຈະຮອດເຮືອນ ລາວກໍໄດ້ຍິນສຽງດົນຕີ ແລະ ສຽງຟ້ອນລຳ.
26
ດັ່ງນັ້ນລາວຈຶ່ງເອີ້ນຄົນຮັບໃຊ້ຄົນໜຶ່ງມາຖາມວ່າເກີດຫຍັງຂຶ້ນ.
27
ຄົນຮັບໃຊ້ຜູ້ນັ້ນຕອບວ່າ, ‘ນ້ອງຊາຍຂອງທ່ານໄດ້ກັບມາແລ້ວ, ແລະ ພໍ່ຂອງທ່ານຈຶ່ງໃຫ້ຂ້າລູກງົວໂຕຕຸ້ຍພີ ເພາະທ່ານໄດ້ລາວກັບຄືນມາຢ່າງປອດໄພ’.
28
“ຝ່າຍຜູ້ເປັນອ້າຍກໍໃຈຮ້າຍ ແລະ ບໍ່ຍອມເຂົ້າມາໃນເຮືອນ, ຜູ້ເປັນພໍ່ຈຶ່ງອອກໄປ ແລະ ຂໍຮ້ອງລາວໃຫ້ເຂົ້າມາ.
29
ແຕ່ລາວໄດ້ຕອບພໍ່ວ່າ, ‘ເບິ່ງແມ! ລູກໄດ້ຮັບໃຊ້ພໍ່ດັ່ງທາດຕະຫລອດມາຫລາຍປີ ແລະ ບໍ່ເຄີຍຝ່າຝືນຄຳສັ່ງຂອງພໍ່ຈັກເທື່ອ. ແມ່ນແຕ່ແບ້ໜຸ່ມໂຕໜຶ່ງພໍ່ກໍຍັງບໍ່ເຄີຍຍົກໃຫ້ລູກເພື່ອຈັດງານລ້ຽງສະຫລອງກັບໝູ່ເພື່ອນ.
30
ແຕ່ເມື່ອລູກຂອງພໍ່ຄົນນີ້ ຜູ້ທີ່ໄດ້ຜານຊັບສົມບັດຂອງພໍ່ໝົດດ້ວຍການໄປຄົບຫາກັບພວກໂສເພນີໄດ້ກັບຄືນມາ, ພໍ່ກໍຍັງຂ້າລູກງົວໂຕຕຸ້ຍພີເພື່ອລາວ’.
31
“ພໍ່ກ່າວວ່າ, ‘ລູກເອີຍ ເຈົ້າຢູ່ກັບພໍ່ຕະຫລອດມາ ແລະ ທຸກສິ່ງທີ່ພໍ່ມີກໍເປັນຂອງເຈົ້າ.
32
ແຕ່ທີ່ພວກເຮົາຕ້ອງສະຫລອງ ແລະ ຊື່ນຊົມຍິນດີນັ້ນ, ເພາະນ້ອງຊາຍຂອງເຈົ້າຄົນນີ້ໄດ້ຕາຍແລ້ວ ແລະ ໄດ້ມີຊີວິດອີກ. ລາວເສຍໄປແລ້ວ ແລະ ໄດ້ພົບກັນອີກ’”.
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24