bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Matthew 1
Matthew 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 2 →
1
ຕໍ່ໄປນີ້ ແມ່ນລາຍຊື່ບັນພະບູລຸດຂອງພຣະເຢຊູຄຣິດເຈົ້າ ເຊື້ອສາຍຄົນໜຶ່ງຂອງດາວິດຜູ້ທີ່ສືບເຊື້ອສາຍມາຈາກອັບຣາຮາມ. ແຕ່ອັບຣາຮາມເຖິງກະສັດດາວິດມີບັນພະບູລຸດດັ່ງລາຍຊື່ຕໍ່ລົງໄປນີ້: ອັບຣາຮາມ, ອີຊາກ, ຢາໂຄບ, ຢູດາ ແລະ ອ້າຍນ້ອງຂອງຕົນ, ຕໍ່ມາ ແມ່ນເປເຣັດ ແລະ ເຊຣາ (ແມ່ຂອງພວກເຂົາຊື່ວ່າຕາມາ), ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ (ແມ່ຂອງລາວຊື່ວ່າຣາຮາບ), ໂອເບັດ (ແມ່ຂອງລາວຊື່ວ່າ ຣຸດ), ເຢຊີ ແລະ ກະສັດດາວິດ. ແຕ່ດາວິດເຖິງສະໄໝທີ່ປະຊາຊົນອິດສະຣາເອນຖືກຈັບໄປເປັນຊະເລີຍໃນນະຄອນບາບີໂລນ ມີບັນພະບູລຸດດັ່ງລາຍຊື່ຕໍ່ລົງໄປນີ້: ດາວິດ, ໂຊໂລໂມນ (ແມ່ຂອງລາວເຄີຍເປັນເມຍຂອງອູຣີຢາ), ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ, ເຢໂຮຣາມ, ອຸດຊີຢາ, ໂຢທາມ, ອາຮາດ, ເຮເສກີຢາ, ມານາເຊ, ອາໂມນ, ໂຢສີຢາ ແລະ ເຢໂຮຍອາກິນກັບພວກອ້າຍນ້ອງຂອງຕົນ.
2
ແຕ່ສະໄໝຫລັງຈາກການຖືກຈັບໄປເປັນຊະເລີຍຢູ່ໃນນະຄອນບາບີໂລນ ຈົນເຖິງເວລາພຣະເຢຊູເຈົ້າເກີດ ມີບັນພະບູລຸດດັ່ງລາຍຊື່ຕໍ່ລົງໄປນີ້: ເຢໂຮຍອາກິນ, ເຊອານຕີເອນ, ເຊຣຸບບາເບນ, ອາບີອຸດ, ເອລີອາກິມ, ອາເຊີ, ຊາດົກ, ອາກີມ, ເອລີອຸດ, ເອເລອາຊາ, ມັດທານ, ຢາໂຄບ ແລະ ໂຢເຊັບ ຜູ້ທີ່ແຕ່ງງານກັບມາຣີແມ່ຂອງພຣະເຢຊູເຈົ້າຜູ້ທີ່ມີຊື່ວ່າ, “ພຣະຄຣິດ.”
3
ດັ່ງນັ້ນ ແຕ່ອັບຣາຮາມລົງມາເຖິງດາວິດ ຈຶ່ງເປັນເວລາສິບສີ່ຊົ່ວຄົນ ແລະນັບແຕ່ດາວິດເຖິງຄາວຖືກຈັບໄປເປັນຊະເລີຍຢູ່ໃນນະຄອນບາບີໂລນເປັນເວລາສິບສີ່ຊົ່ວຄົນ ແລະແຕ່ຄາວຖືກຈັບໄປເປັນຊະເລີຍຢູ່ໃນນະຄອນບາບີໂລນ ເຖິງເວລາພຣະຄຣິດເກີດເປັນເວລາສິບສີ່ຊົ່ວຄົນ.
4
ເລື່ອງລາວການເກີດຂອງພຣະເຢຊູຄຣິດເຈົ້າເປັນດັ່ງນີ້: ມາຣີແມ່ຂອງພຣະອົງເປັນຄູ່ໝັ້ນຂອງໂຢເຊັບ, ກ່ອນທີ່ທັງສອງໄດ້ຢູ່ກິນຮ່ວມກັນ ນາງໄດ້ຕັ້ງທ້ອງແລ້ວ ດ້ວຍຣິດເດດຂອງພຣະວິນຍານບໍຣິສຸດເຈົ້າ.
5
ຝ່າຍໂຢເຊັບຄູ່ໝັ້ນຂອງມາຣີເປັນຄົນດີມີສິນທຳ ລາວບໍ່ຢາກໃຫ້ນາງຕ້ອງອັບອາຍຂາຍໜ້າຕໍ່ໜ້າມະຫາຊົນໃນເລື່ອງນີ້. ດັ່ງນັ້ນ ລາວຈຶ່ງຕັດສິນໃຈວ່າຈະຖອນໝັ້ນເສຍຢ່າງລັບໆ.
6
ແຕ່ໃນຂະນະທີ່ໂຢເຊັບຄິດເຖິງເລື່ອງນີ້ຢູ່ ກໍມີເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງໄດ້ປາກົດຕໍ່ລາວໃນຄວາມຝັນ ແລະກ່າວວ່າ, “ໂຢເຊັບ ລູກດາວິດເອີຍ ຢ່າສູ່ຢ້ານທີ່ຈະຮັບເອົາມາຣີມາເປັນເມຍຂອງເຈົ້າ ການທີ່ມາຣີຕັ້ງທ້ອງນັ້ນກໍມີໂດຍຣິດເດດຂອງພຣະວິນຍານບໍຣິສຸດເຈົ້າ.
7
ນາງຈະເກີດລູກຊາຍຜູ້ໜຶ່ງ ແລະເຈົ້າຈົ່ງໃສ່ຊື່ໃຫ້ເດັກນີ້ວ່າ ເຢຊູ ເພາະເພິ່ນຈະໂຜດຊ່ວຍປະຊາຊົນຂອງຕົນ ໃຫ້ລອດພົ້ນຈາກບາບກຳຂອງພວກເຂົາ.”
8
ເລື່ອງທັງໝົດທີ່ໄດ້ເກີດຂຶ້ນນີ້ ກໍເພື່ອໃຫ້ສຳເລັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງກ່າວໄວ້ທາງຜູ້ທຳນວາຍວ່າ,
9
“ຍິງພົມມະຈາຣີຜູ້ໜຶ່ງຈະຖືພາ ແລະຈະເກີດລູກຊາຍຄົນໜຶ່ງ ເຂົາຈະເອີ້ນຊື່ລູກນັ້ນວ່າ, ເອມານູເອນ.” (ໝາຍຄວາມວ່າ, “ພຣະເຈົ້າສະຖິດຢູ່ກັບເຮົາທັງຫລາຍ.”)
10
ສະນັ້ນ ເມື່ອໂຢເຊັບຕື່ນຂຶ້ນ ລາວຈຶ່ງປະຕິບັດຕາມທີ່ເທວະດາຂອງອົງພຣະຜູ້ເປັນເຈົ້າໄດ້ສັ່ງ ຄືຮັບເອົາມາຣີເປັນເມຍຂອງຕົນ.
11
ແຕ່ໂຢເຊັບບໍ່ໄດ້ສົມສູ່ກັບນາງ ຈົນກວ່ານາງໄດ້ເກີດລູກຊາຍ ແລ້ວໂຢເຊັບຈຶ່ງໃສ່ຊື່ເດັກທີ່ເກີດມານັ້ນວ່າ, ເຢຊູ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28