bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Matthew 7
Matthew 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 8 →
1
“ຢ່າຕັດສິນຄົນອື່ນ ເພື່ອວ່າພຣະເຈົ້າຈະບໍ່ຕັດສິນເຈົ້າ.
2
ດ້ວຍວ່າ, ເຈົ້າຈະຕັດສິນຄົນອື່ນຢ່າງໃດ ພຣະເຈົ້າກໍຈະຕັດສິນເຈົ້າຢ່າງນັ້ນ ແລະເຈົ້າຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ພຣະເຈົ້າກໍຈະຕວງໃຫ້ເຈົ້າດ້ວຍເຄື່ອງຜອງອັນນັ້ນ.
3
ເປັນຫຍັງເຈົ້າຈຶ່ງຫລຽວເຫັນຂີ້ເຫຍື້ອຢູ່ໃນຕາຂອງພີ່ນ້ອງຂອງເຈົ້າ ແຕ່ໄມ້ທັງທ່ອນຢູ່ໃນຕາຂອງເຈົ້າເອງແລ້ວເຈົ້າບໍ່ເຫັນ?
4
ດ້ວຍເຫດໃດເຈົ້າຈຶ່ງເວົ້າຕໍ່ພີ່ນ້ອງຂອງເຈົ້າວ່າ, ‘ຂໍອະນຸຍາດໃຫ້ຂ້ອຍເອົາຂີ້ເຫຍື້ອອອກຈາກຕາຂອງເຈົ້າແດ່’ ໃນເມື່ອໄມ້ທັງທ່ອນຍັງຢູ່ໃນຕາຂອງເຈົ້າ?
5
ໂອຄົນໜ້າຊື່ໃຈຄົດເອີຍ ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງເຈົ້າເອງສາກ່ອນ ແລ້ວເຈົ້າກໍຈະສາມາດເຫັນໄດ້ແຈ້ງ ເພື່ອເອົາຂີ້ເຫຍື້ອອອກຈາກຕາພີ່ນ້ອງຂອງເຈົ້າ.”
6
“ຢ່າເອົາສິ່ງທີ່ບໍຣິສຸດໂຍນໃຫ້ໝາ ຢ້ານວ່າມັນຈະຫັນຄືນມາສວບກັດເຈົ້າ ຢ່າໂຍນໄຂ່ມຸກໃສ່ຕໍ່ໜ້າໝູ ຢ້ານວ່າມັນຈະຢຽບຢໍ່າຖິ້ມເທົ່ານັ້ນ.”
7
“ຈົ່ງໝັ່ນຂໍແລ້ວເຈົ້າຈະໄດ້ຮັບ, ຈົ່ງໝັ່ນຊອກຫາແລ້ວເຈົ້າກໍຈະໄດ້ພົບ ຈົ່ງໝັ່ນເຄາະແລ້ວຈະຊົງໄຂໃຫ້ເຈົ້າ.
8
ດ້ວຍວ່າ, ທຸກຄົນທີ່ຂໍກໍຈະໄດ້ຮັບ, ທຸກຄົນທີ່ຊອກຫາກໍຈະໄດ້ພົບ ແລະທຸກຄົນທີ່ເຄາະກໍຈະມີຜູ້ໄຂໃຫ້.
9
ມີຜູ້ໃດແດ່ໃນພວກເຈົ້າເມື່ອລູກຂໍເຂົ້າປັ້ນໜຶ່ງ ຈະເອົາກ້ອນຫີນໃຫ້ແກ່ລູກຂອງຕົນ?
10
ຫລືຖ້າລູກຂໍປາ ລາວກໍຈະບໍ່ເອົາງູໃຫ້ຕີ້?
11
ດ້ວຍເຫດນັ້ນ ພວກເຈົ້າທີ່ເປັນຄົນຊົ່ວກໍຍັງຮູ້ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ ຫລາຍກວ່ານັ້ນອີກຈັກເທົ່າໃດ ພຣະບິດາຂອງພວກເຈົ້າຜູ້ຊົງສະຖິດຢູ່ໃນສະຫວັນ ກໍຈະເອົາຂອງດີໃຫ້ແກ່ຜູ້ທີ່ຂໍຈາກພຣະອົງ.”
12
“ເຈົ້າຢາກໃຫ້ຄົນອື່ນເຮັດຕໍ່ເຈົ້າຢ່າງໃດ ກໍຈົ່ງເຮັດຕໍ່ເພິ່ນຢ່າງນັ້ນເໝືອນກັນ ອັນນີ້ແມ່ນກົດບັນຍັດ ແລະ ຄຳສັ່ງສອນຂອງພວກຜູ້ທຳນວາຍ.”
13
“ຈົ່ງເຂົ້າໄປທາງປະຕູຄັບແຄບ ເພາະປະຕູເຂົ້າໄປນະຣົກກໍກວ້າງ ແລະທາງທີ່ນຳໄປສູ່ທີ່ນັ້ນກໍງ່າຍ ແລະຄົນທີ່ເດີນໄປຕາມທາງນັ້ນກໍມີຫລວງຫລາຍ.
14
ແຕ່ປະຕູທີ່ນຳໄປສູ່ຊີວິດກໍຄັບແຄບ ແລະທາງທີ່ນຳໄປສູ່ທີ່ນັ້ນກໍຍາກ ແລະຄົນທີ່ພົບທາງນັ້ນກໍມີໜ້ອຍ.”
15
“ຈົ່ງລະວັງຜູ້ປະກາດພຣະຄຳປອມເຂົ້າມາຫາພວກເຈົ້າ ເບິ່ງພາຍນອກເຂົາອ່ອນໂຍນຄືໂຕແກະ, ແຕ່ພາຍໃນແລ້ວເຂົາໂຫດຮ້າຍຄືໝາໄນ.
16
ພວກເຈົ້າຈະຮູ້ຈັກຄົນເຫຼົ່ານີ້ດ້ວຍການກະທຳຂອງເຂົາ ມີຜູ້ໃດເກັບໝາກອະງຸ່ນຈາກເຄືອມີໜາມ? ມີຜູ້ໃດເກັບໝາກເດື່ອເທດຈາກຕົ້ນມີໜາມ?
17
ດັ່ງນັ້ນ ຕົ້ນໄມ້ດີຍ່ອມເກີດໝາກດີ, ແຕ່ຕົ້ນໄມ້ບໍ່ດີຍ່ອມເກີດໝາກບໍ່ດີ.
18
ຕົ້ນໄມ້ດີເກີດຜົນບໍ່ດີກໍບໍ່ຫ່ອນເປັນ ແລະຕົ້ນໄມ້ບໍ່ດີເກີດຜົນດີກໍບໍ່ຫ່ອນໄດ້.
19
ຕົ້ນໄມ້ທຸກຕົ້ນທີ່ເກີດຜົນບໍ່ດີຍ່ອມຖືກຕັດລົງ ແລະຖືກໂຍນຖິ້ມໃສ່ໄຟເສຍ.
20
ດ້ວຍເຫດນັ້ນ ພວກເຈົ້າຈະຮູ້ຈັກຜູ້ປະກາດພຣະຄຳປອມດ້ວຍຜົນຂອງພວກເຂົາ.”
21
“ບໍ່ແມ່ນວ່າທຸກຄົນທີ່ເອີ້ນເຮົາວ່າ, ‘ພຣະອົງເຈົ້າ ພຣະອົງເຈົ້າ’ ແລ້ວຈະເຂົ້າໄປໃນອານາຈັກຂອງພຣະເຈົ້າໄດ້ ເຂົ້າໄດ້ແຕ່ຜູ້ທີ່ປະຕິບັດຕາມນໍ້າພຣະໄທຂອງພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ.
22
ເມື່ອວັນພິພາກສາມາເຖິງ ຫລາຍຄົນຈະເວົ້າກັບເຮົາວ່າ, ‘ພຣະອົງເຈົ້າ, ພຣະອົງເຈົ້າ ພວກຂ້ານ້ອຍໄດ້ປະກາດຖ້ອຍຄຳຂອງພຣະເຈົ້າໃນນາມຂອງພຣະອົງ ພວກຂ້ານ້ອຍໄດ້ຂັບໄລ່ຜີມານຮ້າຍອອກ ແລະໄດ້ເຮັດການອັດສະຈັນຫລາຍປະການໃນນາມຂອງພຣະອົງບໍ່ແມ່ນບໍ’
23
ເມື່ອນັ້ນ ເຮົາກໍຈະປະກາດຕໍ່ພວກເຂົາວ່າ, ‘ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ ຈົ່ງຖອຍໜີໄປຈາກເຮົາເສຍ ພວກເຈົ້າຄົນທີ່ເຮັດການຊົ່ວຮ້າຍເອີຍ.”’
24
“ດ້ວຍເຫດນັ້ນ ຜູ້ໃດທີ່ໄດ້ຍິນຖ້ອຍຄຳເຫຼົ່ານີ້ຂອງເຮົາແລ້ວແລະປະຕິບັດຕາມ ຄົນເຫຼົ່ານັ້ນກໍເປັນເໝືອນຄົນສະຫລາດທີ່ປຸກເຮືອນຂອງຕົນຢູ່ເທິງດານຫີນ.
25
ຝົນທັ່ງເທລົງມາ ນໍ້າກໍນອງຖ້ວມລົ້ນຫ້ວຍຮ່ອງ ແລະລົມກໍພັດປະທະເຮືອນຢ່າງແຮງ, ແຕ່ເຮືອນນັ້ນກໍບໍ່ເຈື່ອນເພພັງລົງ ເພາະມັນຖືກສ້າງຂຶ້ນຢູ່ເທິງດານຫີນ.”
26
“ແຕ່ຜູ້ໃດທີ່ໄດ້ຍິນຖ້ອຍຄຳເຫຼົ່ານີ້ຂອງເຮົາແລ້ວ ແລະບໍ່ປະຕິບັດຕາມ ຄົນນັ້ນກໍເປັນດັ່ງຄົນໂງ່ທີ່ປຸກເຮືອນຂອງຕົນຢູ່ເທິງຫາດຊາຍ.
27
ຝົນທັ່ງເທລົງມາ ນໍ້ານອງຖ້ວມລົ້ນຫ້ວຍຮ່ອງ ແລະລົມກໍພັດປະທະເຮືອນຢ່າງແຮງ ແລະເຮືອນນັ້ນກໍໄດ້ເຈື່ອນເພພັງລົງ ແລະການເພພັງຂອງມັນກໍເປັນການໃຫຍ່ຫລວງ.”
28
ເມື່ອພຣະເຢຊູເຈົ້າໄດ້ຊົງກ່າວຄຳເຫຼົ່ານີ້ຈົບແລ້ວ ປະຊາຊົນກໍປະຫລາດໃຈຫລາຍໃນຄຳສັ່ງສອນຂອງພຣະອົງ.
29
ພຣະອົງບໍ່ໄດ້ເປັນເໝືອນດັ່ງພວກທຳມະຈານ, ແຕ່ພຣະອົງໄດ້ສັ່ງສອນດ້ວຍຣິດອຳນາດ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28