bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Matthew 19
Matthew 19
Lao Bible 2012 (ພຣະຄຳພີສັກສິ)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 20 →
1
ເມື່ອພຣະເຢຊູເຈົ້າກ່າວຄຳເຫຼົ່ານີ້ຈົບແລ້ວ, ພຣະອົງກໍຈາກແຂວງຄາລີເລໄປຍັງເຂດແຂວງຢູດາຍ ຊຶ່ງຢູ່ທາງຟາກໜຶ່ງອີກຂອງແມ່ນໍ້າຈໍແດນ.
2
ມີປະຊາຊົນຢ່າງຫລວງຫລາຍໄດ້ຕິດຕາມພຣະອົງໄປ ແລະໃນທີ່ນັ້ນພຣະອົງໄດ້ຊົງໂຜດຮັກສາພວກເຂົາໃຫ້ດີພະຍາດ.
3
ພວກຟາຣີຊາຍມາຫາພຣະອົງ ເພື່ອທົດລອງພຣະອົງໂດຍຖາມວ່າ, “ກົດບັນຍັດຂອງພວກເຮົາອະນຸຍາດໃຫ້ຜູ້ຊາຍຢ່າຮ້າງເມຍຂອງຕົນ ດ້ວຍສາເຫດໃດໜຶ່ງກໍໄດ້ບໍ?”
4
ພຣະອົງຕອບວ່າ, “ພວກເຈົ້າບໍ່ໄດ້ອ່ານພຣະຄຳພີບໍ ທີ່ວ່າຕັ້ງແຕ່ຕົ້ນເດີມພຣະຜູ້ສ້າງມະນຸດ ໄດ້ສ້າງໃຫ້ເປັນຊາຍແລະຍິງ?
5
ແລະ ພຣະເຈົ້າຊົງກ່າວວ່າ, ‘ດ້ວຍເຫດນີ້ຜູ້ຊາຍຈຶ່ງອອກຈາກພໍ່ແມ່ຂອງຕົນ ແລ້ວໄປຜູກພັນຢູ່ກັບເມຍຂອງຕົນ ແລະເຂົາທັງສອງກໍເປັນກາຍອັນດຽວກັນ.’
6
ດັ່ງນັ້ນ ພວກເຂົາຈຶ່ງບໍ່ເປັນສອງອີກຕໍ່ໄປ ແຕ່ເປັນກາຍອັນດຽວກັນ ສະນັ້ນ ສິ່ງທີ່ພຣະເຈົ້າໃຫ້ເຂົ້າຮ່ວມກັນແລ້ວນັ້ນ ຢ່າໃຫ້ມະນຸດເຮັດໃຫ້ພາກຈາກກັນ.”
7
ພວກຟາຣີຊາຍຖາມພຣະອົງວ່າ, “ຖ້າຢ່າງນັ້ນເປັນຫຍັງໂມເຊຈຶ່ງມີກົດໃຫ້ຜູ້ຊາຍເຮັດໜັງສືຢ່າຮ້າງເມຍຂອງຕົນ ແລະໃຫ້ໄລ່ນາງໜີໄດ້?”
8
ພຣະເຢຊູເຈົ້າຕອບພວກເຂົາວ່າ, “ໂມເຊອະນຸຍາດໃຫ້ພວກເຈົ້າຢ່າຮ້າງເມຍຂອງຕົນໄດ້ ເພາະພວກເຈົ້າມີໃຈດື້ດ້ານຫລາຍ, ແຕ່ໃນເວລາເນຣະມິດສ້າງນັ້ນບໍ່ເປັນຢ່າງນີ້.
9
ເຮົາຂໍບອກພວກເຈົ້າວ່າ, ຊາຍໃດທີ່ປະຮ້າງເມຍຂອງຕົນ ໂດຍນາງບໍ່ໄດ້ຫລີ້ນຊູ້ກັບຊາຍອື່ນ ແລ້ວໄປແຕ່ງງານກັບຍິງອື່ນ ຜູ້ນັ້ນກໍຜິດໃນຖານຫລິ້ນຊູ້ ແລະຜູ້ໃດເອົາແມ່ຮ້າງນັ້ນມາເປັນເມຍ ກໍຜິດໃນຖານຫລີ້ນຊູ້ເໝືອນກັນ.”
10
ພວກສາວົກຈຶ່ງເວົ້າກັບພຣະອົງວ່າ, “ຖ້າການເປັນຜົວເມຍກັນເປັນເຊັ່ນນີ້ ບໍ່ແຕ່ງງານກໍຄົງຈະເປັນການດີກວ່າ.”
11
ພຣະເຢຊູເຈົ້າຊົງຕອບວ່າ, “ບໍ່ແມ່ນທຸກຄົນທີ່ຮັບຄຳສັ່ງສອນນີ້ໄດ້ ຮັບໄດ້ແຕ່ຜູ້ທີ່ພຣະເຈົ້າໄດ້ໂຜດໃຫ້ເທົ່ານັ້ນ.
12
ດ້ວຍວ່າ, ຜູ້ທີ່ເປັນກະເທີຍແຕ່ກຳເນີດກໍມີ ຜູ້ທີ່ມະນຸດເຮັດໃຫ້ເປັນກະເທີຍກໍມີ ຜູ້ທີ່ປະຕິເສດການແຕ່ງງານ ເພາະເຫັນແກ່ຣາຊອານາຈັກກໍມີ ຜູ້ໃດຮັບປະຕິບັດໄດ້ ກໍໃຫ້ຮັບເອົາ.”
13
ເມື່ອນັ້ນ ບາງຄົນໄດ້ນຳເດັກນ້ອຍມາຫາພຣະເຢຊູເຈົ້າ ເພື່ອໃຫ້ພຣະອົງວາງມືໃສ່ພວກເຂົາ ແລະພາວັນນາອະທິຖານເພື່ອພວກເຂົາ ແຕ່ພວກສາວົກໄດ້ຫ້າມປາມພວກເຂົາໄວ້.
14
ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍມາຫາເຮົາ ແລະຢ່າຫ້າມພວກເຂົາເພາະອານາຈັກສະຫວັນເປັນເໝືອນເດັກນ້ອຍເຫຼົ່ານີ້ແຫຼະ.”
15
ພຣະອົງໄດ້ວາງມືໃສ່ພວກເຂົາແລ້ວ ກໍສະເດັດອອກໄປຈາກບ່ອນນັ້ນ.
16
ຄັ້ງໜຶ່ງ ມີຊາຍຄົນໜຶ່ງມາຫາພຣະເຢຊູເຈົ້າ ເຂົາຖາມພຣະອົງວ່າ, “ອາຈານເອີຍ, ຂ້ານ້ອຍຕ້ອງເຮັດຄວາມດີຢ່າງໃດແດ່ ຈຶ່ງຈະໄດ້ຮັບຊີວິດນິຣັນດອນ?”
17
ພຣະເຢຊູເຈົ້າຕອບວ່າ, “ເປັນຫຍັງເຈົ້າຈຶ່ງຖາມເຮົາເຖິງສິ່ງທີ່ດີ? ຜູ້ທີ່ດີນັ້ນມີແຕ່ຜູ້ດຽວ ຖ້າເຈົ້າຕ້ອງການເຂົ້າສູ່ຊີວິດ ຈົ່ງຖືຮັກສາຂໍ້ຄຳສັ່ງທັງຫລາຍໄວ້.”
18
ລາວຖາມຄືນວ່າ, “ຂໍ້ຄຳສັ່ງຂໍ້ໃດ?” ພຣະເຢຊູເຈົ້າຕອບວ່າ, “ຢ່າຂ້າຄົນ, ຢ່າຫລິ້ນຊູ້ສູ່ຜົວເມຍ, ຢ່າລັກ, ຢ່າເປັນພະຍານບໍ່ຈິງ
19
ຈົ່ງນັບຖືພໍ່ແມ່ຂອງຕົນ ແລະຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”
20
ຊາຍໜຸ່ມຕອບວ່າ, “ຂ້ານ້ອຍໄດ້ຖືຮັກສາຂໍ້ຄຳສັ່ງທັງໝົດເຫຼົ່ານີ້ຢູ່ແລ້ວ ມີສິ່ງໃດອີກແດ່ທີ່ຂ້ານ້ອຍຍັງຂາດຢູ່?”
21
ພຣະເຢຊູເຈົ້າຕອບລາວວ່າ, “ຖ້າເຈົ້າຢາກເປັນຜູ້ດີຄົບຖ້ວນ ຈົ່ງໄປຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະແຈກທານໃຫ້ແກ່ຄົນຍາກຈົນ ແລ້ວເຈົ້າຈະມີຊັບສົມບັດໃນສະຫວັນ, ແລ້ວຈົ່ງຕາມເຮົາມາ.”
22
ເມື່ອຊາຍໜຸ່ມໄດ້ຍິນເຊັ່ນນີ້ ລາວກໍໜີໄປດ້ວຍຄວາມທຸກໃຈຢ່າງໜັກ ເພາະລາວເປັນຄົນຮັ່ງມີຫລາຍ.
23
ແລ້ວພຣະເຢຊູເຈົ້າຊົງກ່າວແກ່ພວກສາວົກຂອງພຣະອົງວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ທີ່ຄົນຮັ່ງມີຈະເຂົ້າໃນອານາຈັກສະຫວັນກໍຍາກແທ້.
24
ເຮົາຂໍບອກພວກເຈົ້າອີກວ່າ, ອູດໂຕໜຶ່ງຈະລອດຮູເຂັມ ກໍງ່າຍກວ່າຄົນຮັ່ງມີຜູ້ໜຶ່ງຈະເຂົ້າໃນອານາຈັກສະຫວັນ.”
25
ເມື່ອພວກສາວົກໄດ້ຍິນດັ່ງນີ້ແລ້ວ ກໍປະຫລາດໃຈຫລາຍຈຶ່ງຖາມວ່າ, “ຖ້າຢ່າງນັ້ນ ຜູ້ໃດຈະພົ້ນໄດ້?”
26
ພຣະເຢຊູເຈົ້າຫລຽວເບິ່ງພວກສາວົກ ແລ້ວຕອບວ່າ, “ສຳລັບມະນຸດແລ້ວເປັນໄປບໍ່ໄດ້ ແຕ່ສຳລັບພຣະເຈົ້າແລ້ວທຸກສິ່ງເປັນໄປໄດ້.”
27
ແລ້ວເປໂຕເວົ້າຂຶ້ນວ່າ, “ເບິ່ງແມ! ພວກຂ້ານ້ອຍໄດ້ສະຫລະທຸກໆສິ່ງແລ້ວ ແລະຕິດຕາມທ່ານມາ ພວກຂ້ານ້ອຍຈະໄດ້ຫຍັງແດ່?”
28
ພຣະເຢຊູເຈົ້າຊົງຕອບພວກສາວົກວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ເມື່ອບຸດມະນຸດນັ່ງເທິງບັນລັງອັນຮຸ່ງເຮືອງຂອງຕົນໃນໂລກໃໝ່ແລ້ວ ພວກເຈົ້າຜູ້ຕາມເຮົາມາກໍຈະໄດ້ນັ່ງເທິງບັນລັງສິບສອງບ່ອນ ເພື່ອພິພາກສາພວກອິດສະຣາເອນສິບສອງຕະກຸນເໝືອນກັນ.
29
ແລະ ຜູ້ໃດທີ່ໄດ້ປະບ້ານເຮືອນ ຫລືອ້າຍເອື້ອຍນ້ອງ ຫລືພໍ່ແມ່ ຫລືລູກ ຫລືໄຮ່ນາເພື່ອເຫັນແກ່ນາມຊື່ຂອງເຮົາ ຜູ້ນັ້ນກໍຈະໄດ້ຮັບຜົນຕອບແທນຮ້ອຍເທົ່າ ແລະຈະໄດ້ຮັບມໍຣະດົກ ຄືຊີວິດນິຣັນດອນ.
30
ແຕ່ມີຫລາຍຄົນທີ່ເປັນຜູ້ຕົ້ນ ຈະກັບເປັນຜູ້ປາຍ ແລະມີຫລາຍຄົນທີ່ເປັນຜູ້ປາຍ ຈະກັບເປັນຜູ້ຕົ້ນ.”
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 20 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28