bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Matthew 3
Matthew 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 4 →
1
ໃນເວລານັ້ນ ໂຢຮັນບັບຕິສະໂຕໄດ້ຕັ້ງຕົ້ນເທດສະໜາປ່າວປະກາດໃນຖິ່ນແຫ້ງແລ້ງກັນດານແຂວງຢູດາຍວ່າ,
2
“ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ເຊົາເຮັດບາບສາ ເພາະວ່າອານາຈັກສະຫວັນມາໃກ້ແລ້ວ”
3
ແມ່ນໂຢຮັນຄົນນີ້ແຫຼະ ທີ່ຜູ້ທຳນວາຍເອຊາຢາໄດ້ກ່າວເຖິງວ່າ, “ແມ່ນສຽງຂອງຄົນໜຶ່ງທີ່ຮ້ອງ ໃນຖິ່ນແຫ້ງແລ້ງກັນດານວ່າ, ‘ຈົ່ງຈັດຕຽມຫົນທາງສຳລັບ ອົງພຣະຜູ້ເປັນເຈົ້າ ຈົ່ງເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ.”’
4
ເຄື່ອງນຸ່ງຂອງໂຢຮັນແມ່ນເຮັດດ້ວຍຂົນອູດ ແລະ ເພິ່ນໃຊ້ສາຍໜັງຮັດແອວ ສ່ວນອາຫານຂອງເພິ່ນແມ່ນຕັກແຕນແລະນໍ້າເຜິ້ງປ່າ
5
ປະຊາຊົນຈາກນະຄອນເຢຣູຊາເລັມ ຈາກທົ່ວທັງແຂວງຢູດາຍ ແລະ ຄົນທັງປວງທີ່ຢູ່ແຄມແມ່ນໍ້າຈໍແດນກໍອອກມາຫາໂຢຮັນ.
6
ພວກເຂົາໄດ້ສາລະພາບບາບກຳຂອງຕົນ ແລະ ໂຢຮັນກໍໃຫ້ພວກເຂົາຮັບບັບຕິສະມາໃນແມ່ນໍ້າຈໍແດນ.
7
ພໍໂຢຮັນເຫັນພວກຟາຣີຊາຍແລະພວກຊາດູກາຍຢ່າງຫລວງຫລາຍມາຫາຕົນ ເພື່ອຮັບບັບຕິສະມາ ເພິ່ນຈຶ່ງເວົ້າຕໍ່ພວກເຂົາວ່າ, “ພວກຊາດງູຮ້າຍເອີຍ ຜູ້ໃດໄດ້ບອກພວກເຈົ້າໃຫ້ປົບໜີຈາກການຕັດສິນຂອງພຣະເຈົ້າ ທີ່ໃກ້ຈະມາເຖິງນັ້ນ?
8
ເຫດສະນັ້ນ ຈົ່ງປະຕິບັດໃຫ້ໄດ້ຜົນສົມກັບວ່າ ພວກເຈົ້າໄດ້ຖິ້ມໃຈເກົ່າເອົາໃຈໃໝ່
9
ແລະ ຢ່າຄິດໃນໃຈວ່າ ພວກເຮົາມີອັບຣາຮາມເປັນພໍ່ເຄົ້າຂອງພວກເຮົາ. ຂ້າພະເຈົ້າບອກພວກເຈົ້າວ່າ, ພຣະເຈົ້າຊົງຣິດສາມາດບັນດານໃຫ້ກ້ອນຫີນເຫຼົ່ານີ້ເປັນລູກຫລານຂອງອັບຣາຮາມກໍໄດ້
10
ບັດນີ້ ຂວານກໍມີຢູ່ແລ້ວ ທີ່ວາງໄວ້ພ້ອມຈະຕັດຕົ້ນໄມ້ໃຫ້ຄຸງເຫງົ້າ. ສະນັ້ນ ໄມ້ທຸກຕົ້ນທີ່ບໍ່ເກີດຜົນດີຈະຖືກຕັດ ແລະຖືກໂຍນຖິ້ມໃສ່ໄຟເສຍ.
11
ຂ້າພະເຈົ້າໃຫ້ພວກເຈົ້າຮັບບັບຕິສະມາດ້ວຍນໍ້າ ໝາຍເຖິງການຖິ້ມໃຈເກົ່າເອົາໃຈໃໝ່ກໍແມ່ນ, ແຕ່ຜູ້ທີ່ຈະມາພາຍຫລັງຂ້າພະເຈົ້າກໍມີຣິດກວ່າຂ້າພະເຈົ້າອີກ ຊຶ່ງຂ້າພະເຈົ້າບໍ່ສົມຄວນຈະຈັບແມ່ນແຕ່ເກີບເພິ່ນ, ເພິ່ນຈະໃຫ້ພວກເຈົ້າຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດເຈົ້າແລະດ້ວຍໄຟ
12
ມືຂອງເພິ່ນຖືກະດົ້ງຝັດເຂົ້າ ເພິ່ນຈະເຮັດລານເຂົ້າໃຫ້ກ້ຽງດີ ແລະຮວບຮວມເອົາເຂົ້າເມັດດີຂອງເພິ່ນໄວ້ໃນເລົ້າຂອງຕົນ ສ່ວນເມັດລີບນັ້ນ ເພິ່ນຈະເອົາໄຟເຜົາໃຫ້ໄໝ້ຢູ່ຕະຫລອດໄປ.”
13
ໃນເວລານັ້ນ ພຣະເຢຊູເຈົ້າໄດ້ຈາກແຂວງຄາລີເລ ມາຫາໂຢຮັນທີ່ແມ່ນໍ້າຈໍແດນ ເພື່ອຮັບບັບຕິສະມາຈາກເພິ່ນ.
14
ແຕ່ໂຢຮັນໄດ້ຄັດຄ້ານພຣະເຢຊູເຈົ້າ ແລະເວົ້າກັບພຣະອົງວ່າ, “ຂ້ານ້ອຍຄວນຈະຮັບບັບຕິສະມາຈາກທ່ານ ແລ້ວທ່ານຊໍ້າພັດມາຫາຂ້ານ້ອຍບໍ?”
15
ແຕ່ພຣະເຢຊູເຈົ້າຊົງຕອບລາວວ່າ, “ບັດນີ້ ຈົ່ງຍອມໃຫ້ເປັນໄປຢ່າງນີ້ສາ ເພາະສົມຄວນທີ່ເຮົາຈະເຮັດຢ່າງນີ້ໃຫ້ສຳເລັດຕາມຄວາມຊອບທຳທຸກຢ່າງທີ່ພຣະເຈົ້າປະສົງ.” ດັ່ງນັ້ນ ໂຢຮັນຈຶ່ງຍອມ.
16
ເມື່ອພຣະເຢຊູເຈົ້າຮັບບັບຕິສະມາແລ້ວ ພຣະອົງກໍຂຶ້ນຈາກນໍ້າ ໃນທັນໃດນັ້ນ ຟ້າສະຫວັນກໍໄຂອອກ ແລະ ພຣະອົງໄດ້ເຫັນພຣະວິນຍານຂອງພຣະເຈົ້າເໝືອນດັ່ງນົກເຂົາລົງມາຢູ່ເທິງພຣະອົງ.
17
ແລ້ວກໍມີສຽງໜຶ່ງດັງມາຈາກທ້ອງຟ້າວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາເອງ ເຮົາພໍໃຈນຳເພິ່ນຫລາຍ.”
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28