bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Matthew 15
Matthew 15
Lao Bible 2012 (ພຣະຄຳພີສັກສິ)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 16 →
1
ຕໍ່ມາ ພວກຟາຣີຊາຍແລະພວກທຳມະຈານບາງຄົນ ໄດ້ອອກມາຈາກນະຄອນເຢຣູຊາເລັມ, ເພື່ອພົບພຣະເຢຊູເຈົ້າ ແລະຖາມພຣະອົງວ່າ,
2
“ເປັນຫຍັງພວກສາວົກຂອງທ່ານ ຈຶ່ງບໍ່ປະຕິບັດຕາມຄຳສັ່ງສອນ ທີ່ສືບທອດມາຈາກບັນພະບຸລຸດບູຮານ? ດ້ວຍວ່າ, ພວກເຂົາບໍ່ໄດ້ລ້າງມືຕາມທຳນຽມກ່ອນຮັບປະທານອາຫານ.”
3
ພຣະເຢຊູເຈົ້າຈຶ່ງຕອບພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງບໍ່ປະຕິບັດຕາມຂໍ້ຄຳສັ່ງຂອງພຣະເຈົ້າ ດ້ວຍເຫັນແກ່ທຳນຽມທີ່ສືບທອດຕໍ່ກັນມາ?
4
ເພາະພຣະເຈົ້າກ່າວວ່າ, ‘ຈົ່ງນັບຖືພໍ່ແມ່ຂອງຕົນ’ ແລະ ‘ຜູ້ໃດທີ່ໝິ່ນປະໝາດພໍ່ແມ່ຂອງຕົນ, ຜູ້ນັ້ນຕ້ອງຖືກໂທດເຖິງຕາຍ.’
5
ແຕ່ພວກເຈົ້າກັບສັ່ງສອນວ່າ, ຖ້າຄົນໜຶ່ງມີສິ່ງຂອງທີ່ຕົນອາດຊ່ວຍເຫລືອພໍ່ແມ່ຂອງຕົນໄດ້ ແລ້ວອ້າງສິ່ງນັ້ນວ່າ, ‘ເປັນຂອງຖວາຍແດ່ພຣະເຈົ້າ’
6
ຜູ້ນັ້ນຈຶ່ງບໍ່ຕ້ອງນັບຖືພໍ່ຂອງຕົນ. ການທີ່ພວກເຈົ້າເຮັດເຊັ່ນນັ້ນ ກໍເປັນການທຳລາຍຄຸນຄ່າແຫ່ງພຣະທຳຂອງພຣະເຈົ້າ, ເພື່ອເຫັນແກ່ທຳນຽມທີ່ພວກເຈົ້າສັ່ງສອນຖ່າຍທອດສືບຕໍ່ກັນມາ.
7
ພວກຄົນໜ້າຊື່ໃຈຄົດເອີຍ ເອຊາຢາໄດ້ທຳນວາຍໄວ້ເຖິງພວກເຈົ້າກໍຖືກຕ້ອງຄັກແນ່ແລ້ວທີ່ວ່າ,
8
‘ຄົນເຫຼົ່ານີ້ໃຫ້ກຽດເຮົາແຕ່ປາກ ສ່ວນຈິດໃຈຫ່າງໄກຈາກເຮົາ.
9
ການທີ່ພວກເຂົານະມັດສະການເຮົານັ້ນ ເປັນການໄຮ້ປະໂຫຍດ ເພາະພວກເຂົາເອົາຄຳສັ່ງສອນ ຕາມທຳນຽມຂອງມະນຸດ ມາຕູ່ຫາວ່າເປັນຄຳສັ່ງສອນຂອງເຮົາ.”’
10
ຕໍ່ມາ ພຣະເຢຊູເຈົ້າໄດ້ເອີ້ນປະຊາຊົນໃຫ້ມາຫາພຣະອົງ ແລະກ່າວແກ່ພວກເຂົາວ່າ, “ຈົ່ງຟັງແລະເຂົ້າໃຈເອົາສາ
11
ບໍ່ແມ່ນສິ່ງທີ່ມະນຸດກິນເຂົ້າໄປໃນປາກເຮັດໃຫ້ມະນຸດຊົ່ວມົວໝອງ, ແຕ່ແມ່ນສິ່ງທີ່ອອກມາຈາກປາກນັ້ນແຫຼະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ.”
12
ແລ້ວພວກສາວົກກໍມາຫາພຣະອົງ ແລະເວົ້າວ່າ, “ທ່ານຮູ້ບໍ່ວ່າຄຳທີ່ທ່ານກ່າວນັ້ນ ຕຳໃຈພວກຟາຣີຊາຍ?”
13
ພຣະເຢຊູເຈົ້າຕອບວ່າ, “ຕົ້ນໄມ້ທຸກຕົ້ນທີ່ພຣະບິດາເຈົ້າຂອງເຮົາ ຜູ້ສະຖິດຢູ່ໃນສະຫວັນບໍ່ໄດ້ປູກໄວ້ກໍຈະຖືກຫລົກຖິ້ມ.
14
ຢ່າສົນນຳພວກເຂົາເທາະ! ພວກເຂົາເປັນຄົນຕາບອດນຳຄົນຕາບອດ ແລະເມື່ອຄົນຕາບອດຈູງຄົນຕາບອດໄປ ເຂົາທັງສອງກໍຕົກລົງໃນຂຸມ.”
15
ເປໂຕເວົ້າຂຶ້ນວ່າ, “ໂຜດອະທິບາຍຄຳອຸປະມານີ້ ສູ່ພວກຂ້ານ້ອຍຟັງແດ່.”
16
ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ພວກເຈົ້າກໍຍັງບໍ່ເຂົ້າໃຈເໝືອນກັນກັບພວກເຂົາບໍ?
17
ພວກເຈົ້າບໍ່ເຂົ້າໃຈບໍວ່າ ທຸກສິ່ງທີ່ມະນຸດກິນເຂົ້າໄປ ກໍລົງໃນທ້ອງແລ້ວກໍຖ່າຍອອກມາ.
18
ແຕ່ສິ່ງທີ່ອອກມາຈາກປາກກໍອອກມາຈາກໃຈ ສິ່ງນີ້ແຫຼະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ.
19
ເພາະຄວາມຄິດຊົ່ວ ຊຶ່ງນຳໄປສູ່ການຂ້າຄົນ, ການຫລິ້ນຊູ້ສູ່ຜົວເມຍ ແລະການຜິດສິນທຳທາງເພດ, ການລັກ, ການກ່າວຄຳພະຍານບໍ່ຈິງ ແລະການກ່າວຮ້າຍປ້າຍສີຜູ້ອື່ນ ແມ່ນສິ່ງທີ່ອອກມາຈາກໃຈມະນຸດ.
20
ສິ່ງເຫຼົ່ານີ້ແຫຼະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ, ແຕ່ການຮັບປະທານອາຫານໂດຍບໍ່ໄດ້ລ້າງມືກ່ອນນັ້ນ ບໍ່ໄດ້ເຮັດໃຫ້ມະນຸດຊົ່ວມົວໝອງ.”
21
ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກທີ່ນັ້ນໄປສູ່ເຂດແດນເມືອງຕີເຣແລະຊີໂດນ.
22
ມີຍິງຊາວການາອານຜູ້ໜຶ່ງ ຢູ່ໃນຂົງເຂດນີ້ໄດ້ມາຫາພຣະອົງ ຮ້ອງຂຶ້ນວ່າ, “ພຣະອົງເຈົ້າຜູ້ເປັນບຸດດາວິດເອີຍ ຂໍໂຜດເມດຕາຂ້ານ້ອຍແດ່ທ້ອນ ຜີມານຮ້າຍສິງລູກສາວຂອງຂ້ານ້ອຍ ແລະມີຄວາມທຸກທໍລະມານຫລາຍຍ້ອນມັນບັງຄັບ.”
23
ແຕ່ພຣະອົງບໍ່ໄດ້ກ່າວຈັກຄຳແກ່ນາງ, ພວກສາວົກມາຫາພຣະອົງ ແລະຂໍຮ້ອງວ່າ, “ບອກນາງໜີສາ ເພາະນາງຮ້ອງຕາມພວກເຮົາມາ.”
24
ແລ້ວພຣະອົງກໍຕອບວ່າ, “ເຮົາຖືກໃຊ້ມາຫາຝູງແກະທີ່ເສຍໄປ ໃນຊາດອິດສະຣາເອນເທົ່ານັ້ນ.”
25
ຝ່າຍຍິງຜູ້ນີ້ກໍມາຂາບລົງທີ່ຕີນຂອງພຣະອົງ ແລ້ວເວົ້າວ່າ, “ພຣະອົງເຈົ້າເອີຍ ໂຜດຊ່ວຍຂ້ານ້ອຍແດ່ທ້ອນ.”
26
ພຣະອົງຕອບວ່າ, “ບໍ່ເປັນການສົມຄວນທີ່ຈະເອົາອາຫານຂອງລູກໂຍນໃຫ້ໝາ.”
27
ຍິງຜູ້ນັ້ນຕອບວ່າ, “ຈິງຢູ່ພຣະອົງເຈົ້າເອີຍ ແມ່ນແຕ່ໝາກໍຍັງໄດ້ກິນເສດອາຫານ ທີ່ຕົກຈາກໂຕະນາຍຂອງມັນ.”
28
ແລ້ວພຣະເຢຊູເຈົ້າກໍຕອບນາງວ່າ, “ເຈົ້າເປັນຍິງທີ່ມີຄວາມເຊື່ອຍິ່ງໃຫຍ່ຫລາຍ ຈົ່ງໃຫ້ເປັນໄປຕາມທີ່ເຈົ້າຕ້ອງການເທີ້ນ.” ໃນເວລາດຽວກັນນັ້ນ ລູກສາວຂອງນາງກໍຫາຍດີແລ້ວ.
29
ພຣະເຢຊູເຈົ້າໄດ້ຈາກທີ່ນັ້ນ ລຽບໄປຕາມແຄມທະເລສາບຄາລີເລ, ພຣະອົງໄດ້ຂຶ້ນໄປໂນນພູ ແລະນັ່ງລົງທີ່ນັ້ນ.
30
ປະຊາຊົນຢ່າງຫລວງຫລາຍໄດ້ມາຫາພຣະອົງ ພວກເຂົາພາຄົນຂາຫ້ານ, ຄົນຕາບອດ, ຄົນແຂນຂາພິການ, ຄົນປາກກືກ ແລະຄົນເຈັບປ່ວຍຊະນິດຕ່າງໆຢ່າງຫລວງຫລາຍ ມາວາງໄວ້ທີ່ຕີນຂອງພຣະອົງ ແລະພຣະອົງກໍຊົງໂຜດຮັກສາທຸກຄົນໃຫ້ຫາຍດີ.
31
ຝ່າຍປະຊາຊົນຕ່າງກໍງຶດປະຫລາດໃຈ ເມື່ອພວກເຂົາເຫັນຄົນປາກກືກເວົ້າໄດ້, ຄົນແຂນຂາພິການດີເປັນປົກກະຕິ, ຄົນຂາຫ້ານຍ່າງໄດ້ ແລະຄົນຕາບອດເຫັນຮຸ່ງໄດ້, ແລ້ວພວກເຂົາຕ່າງກໍສັນລະເສີນພຣະເຈົ້າແຫ່ງຊາດອິດສະຣາເອນ.
32
ພຣະເຢຊູເຈົ້າໄດ້ເອີ້ນເອົາພວກສາວົກຂອງພຣະອົງມາ ແລະກ່າວວ່າ, “ເຮົາສົງສານຄົນເຫຼົ່ານີ້ ເພາະພວກເຂົາຢູ່ກັບເຮົາໄດ້ສາມວັນແລ້ວ ແລະບັດນີ້ບໍ່ມີຫຍັງກິນ, ເຮົາບໍ່ຢາກບອກພວກເຂົາໃຫ້ເລີກເມືອໂດຍທີ່ຍັງຫິວຢູ່ ເພາະພວກເຂົາອາດອິດອ່ອນເມື່ອຍແຮງຕາມທາງກັບເມືອກໍໄດ້.”
33
ພວກສາວົກຈຶ່ງຖາມພຣະອົງວ່າ, “ໃນຖິ່ນແຫ້ງແລ້ງກັນດານເຊັ່ນນີ້ ພວກຂ້ານ້ອຍຈະຫາອາຫານມາແຕ່ໃສ ພໍໃຫ້ປະຊາຊົນເຫຼົ່ານີ້ກິນອີ່ມ?”
34
ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າມີເຂົ້າຈີ່ຈັກກ້ອນ?” ພວກເພິ່ນຕອບວ່າ, “ມີເຈັດກ້ອນແລະປານ້ອຍສອງສາມໂຕ.”
35
ດັ່ງນັ້ນ ພຣະອົງຈຶ່ງສັ່ງປະຊາຊົນໃຫ້ນັ່ງລົງກັບພື້ນດິນ.
36
ແລ້ວພຣະອົງກໍຮັບເອົາເຂົ້າຈີ່ເຈັດກ້ອນກັບປາ, ເມື່ອໂມທະນາຂອບພຣະຄຸນພຣະເຈົ້າແລ້ວກໍຫັກຍື່ນໃຫ້ພວກສາວົກ ແລະພວກສາວົກກໍຢາຍໃຫ້ແກ່ປະຊາຊົນ.
37
ທຸກຄົນຕ່າງກໍກິນອີ່ມ ສ່ວນອາຫານທີ່ເຫຼືອ ພວກເພິ່ນເກັບໄດ້ເຈັດກະບຸງເຕັມ.
38
ຈຳນວນປະຊາຊົນທີ່ໄດ້ຮັບກິນນັ້ນ ມີຜູ້ຊາຍສີ່ພັນຄົນໂດຍບໍ່ໄດ້ນັບແມ່ຍິງແລະເດັກນ້ອຍ.
39
ແລ້ວພຣະເຢຊູເຈົ້າກໍບອກປະຊາຊົນໃຫ້ເລີກເມືອ, ສ່ວນພຣະອົງນັ້ນສະເດັດຂຶ້ນເຮືອ ແລະໄດ້ໄປສູ່ຂົງເຂດມາຄາດານ.
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28