bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Matthew 4
Matthew 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 5 →
1
ຕໍ່ມາ ພຣະວິນຍານໄດ້ນຳພຣະເຢຊູເຈົ້າ ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອໃຫ້ມານຮ້າຍທົດລອງ.
2
ຫລັງຈາກອົດອາຫານໄດ້ສີ່ສິບວັນສີ່ສິບຄືນແລ້ວ ພຣະເຢຊູເຈົ້າກໍຢາກອາຫານ.
3
ແລ້ວຜູ້ລໍ້ລວງກໍມາຫາພຣະອົງ ແລະເວົ້າວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງກ້ອນຫີນເຫຼົ່ານີ້ໃຫ້ເປັນອາຫານແມ.”
4
ຝ່າຍພຣະອົງກໍຊົງຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ ‘ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານສິ່ງດຽວ, ແຕ່ລ້ຽງດ້ວຍພຣະຄຳທຸກຂໍ້ທີ່ອອກມາຈາກພຣະໂອດຂອງພຣະເຈົ້າ’.”
5
ແລ້ວມານຮ້າຍໄດ້ນຳພຣະເຢຊູເຈົ້າໄປທີ່ນະຄອນສັກສິດ ແລະໃຫ້ພຣະອົງຢືນຢູ່ເທິງຍອດພຣະວິຫານ
6
ແລ້ວເວົ້າຕໍ່ພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂດດລົງເບິ່ງດູ ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ພຣະເຈົ້າຈະສັ່ງຝູງເທວະດາ ເຖິງເລື່ອງທ່ານ ຝູງເທວະດາຈະໃຊ້ມືຂອງເພິ່ນ ອູ້ມທ່ານໄວ້ ແມ່ນແຕ່ຕີນຂອງທ່ານຈະບໍ່ໄດ້ ຖືກກ້ອນຫີນ.”’
7
ພຣະເຢຊູເຈົ້າຊົງຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີອີກວ່າ, ‘ຢ່າທົດລອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ.”’
8
ອີກເທື່ອໜຶ່ງ ມານຮ້າຍກໍພາພຣະເຢຊູເຈົ້າຂຶ້ນໄປເທິງຍອດພູທີ່ສູງສຸດແຫ່ງໜຶ່ງ ແລະສຳແດງບັນດາອານາຈັກແຫ່ງໂລກນີ້ກັບຄວາມຍິ່ງໃຫຍ່ທັງໝົດໃຫ້ພຣະອົງເຫັນ.
9
ແລ້ວມັນເວົ້າວ່າ, “ຖ້າທ່ານກົ້ມຂາບນະມັດສະການເຮົາ, ເຮົາຈະມອບສິ່ງທັງໝົດນີ້ໃຫ້ທ່ານ.”
10
ແຕ່ພຣະເຢຊູເຈົ້າຕອບມັນວ່າ, “ຈົ່ງໜີໄປ໋ ອ້າຍຊາຕານ! ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ຈົ່ງຂາບໄຫວ້ນະມັດສະການອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ແລະປະຕິບັດແຕ່ພຣະອົງຜູ້ດຽວ.”’
11
ແລ້ວມານຮ້າຍກໍໄດ້ໜີໄປຈາກພຣະເຢຊູເຈົ້າ ແລະ ມີຝູງເທວະດາມາບົວລະບັດຮັບໃຊ້ພຣະອົງ.
12
ເມື່ອພຣະເຢຊູເຈົ້າໄດ້ຍິນຂ່າວວ່າໂຢຮັນຖືກຈັບຂັງຄຸກແລ້ວ, ພຣະອົງກໍໄດ້ກັບໄປແຂວງຄາລີເລ.
13
ພຣະອົງຍ້າຍຈາກເມືອງນາຊາເຣັດໄປຢູ່ກາເປນາອູມ ເມືອງໜຶ່ງທີ່ແຄມທະເລສາບໃນຂົງເຂດເຊບູໂລນ ແລະ ເນັບທາລີ.
14
ເຫດການໄດ້ເກີດຂຶ້ນເຊັ່ນນີ້ ກໍເພື່ອໃຫ້ສຳເລັດຕາມທີ່ຜູ້ທຳນວາຍເອຊາຢາໄດ້ກ່າວໄວ້ວ່າ,
15
“ດິນແດນເຊບູໂລນ ແລະດິນແດນເນັບທາລີ ຕາມທາງໄປສູ່ທະເລ ທາງຟາກໜຶ່ງອີກຂອງແມ່ນໍ້າຈໍແດນ ທີ່ແຂວງຄາລີເລແຫ່ງບັນດາປະຊາຊາດ
16
ປະຊາຊົນຜູ້ທີ່ໃຊ້ຊີວິດຢູ່ໃນຄວາມມືດໜາ ໄດ້ເຫັນແສງແຈ້ງອັນຍິ່ງໃຫຍ່. ສຳລັບພວກທີ່ຢູ່ໃນເງົາແຫ່ງຄວາມຕາຍ ແສງແຈ້ງໃສໄດ້ສ່ອງໃສ່ເຂົາເຈົ້າ.”
17
ຕັ້ງແຕ່ເວລານັ້ນມາ ພຣະເຢຊູເຈົ້າກໍເລີ່ມຕົ້ນປ່າວປະກາດວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ເພາະວ່າຣາຊອານາຈັກສະຫວັນມາໃກ້ແລ້ວ.”
18
ຂະນະທີ່ພຣະເຢຊູເຈົ້າກຳລັງຍ່າງໄປຕາມແຄມທະເລສາບຄາລີເລນັ້ນ ພຣະອົງກໍເຫັນສອງອ້າຍນ້ອງທີ່ເປັນຄົນຫາປາ ຜູ້ໜຶ່ງຊື່ວ່າຊີໂມນ (ຍັງມີຊື່ອີກວ່າ ເປໂຕ) ແລະນ້ອງຂອງເພິ່ນຊື່ວ່າ ອັນເດອາ, ພວກເພິ່ນກຳລັງຖິ້ມມອງຫາປາລົງໃນທະເລສາບ.
19
ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ຈົ່ງຕາມເຮົາມາ ແລະເຮົາຈະສອນພວກເຈົ້າໃຫ້ເປັນຜູ້ຫາຄົນ.”
20
ໃນທັນໃດນັ້ນ ພວກເພິ່ນກໍປະມອງໄວ້ແລະຕິດຕາມໄປກັບພຣະອົງ.
21
ພຣະເຢຊູເຈົ້າໄດ້ຍ່າງຕໍ່ໄປ ແລະເຫັນສອງອ້າຍນ້ອງຄື ຢາໂກໂບກັບໂຢຮັນ ລູກຊາຍຂອງເຊເບດາຍ ກຳລັງຝູງມອງຊ່ວຍພໍ່ຂອງຕົນຢູ່ໃນເຮືອ. ພຣະເຢຊູເຈົ້າຈຶ່ງເອີ້ນເອົາພວກເພິ່ນ,
22
ທັນໃດນັ້ນ ທ່ານທັງສອງກໍປະເຮືອກັບຄອບລາພໍ່ຂອງພວກເພິ່ນແລະຕາມພຣະອົງໄປ.
23
ພຣະເຢຊູເຈົ້າໄດ້ເດີນທາງໄປທົ່ວແຂວງຄາລີເລ, ສັ່ງສອນຄົນຕາມທຳມະສາລາ ແລະປະກາດຂ່າວປະເສີດຂອງຣາຊອານາຈັກສະຫວັນ ຕະຫລອດທັງຊົງໂຜດຮັກສາຄົນທີ່ມີພະຍາດໂຣຄາແລະເຈັບໄຂ້ໄດ້ປ່ວຍທຸກຊະນິດໃຫ້ຫາຍດີ.
24
ຊື່ສຽງຂອງພຣະອົງໄດ້ຊ່າລືໄປທົ່ວທັງປະເທດຊີເຣຍ ແລະພວກເຂົາຈຶ່ງໄດ້ນຳຄົນທີ່ເຈັບໄຂ້ໄດ້ປ່ວຍຕ່າງໆກັບຄົນຈິດໃຈບໍ່ປົກກະຕິ, ຄົນຜີມານຮ້າຍເຂົ້າສິງ, ຄົນບ້າໝູ ແລະຄົນເປັນເປ້ຍມາຫາພຣະອົງ ພຣະອົງກໍຊົງໂຜດຮັກສາພວກເຂົາໃຫ້ຫາຍດີທຸກຄົນ.
25
ປະຊາຊົນຢ່າງໜາແໜ້ນຈາກແຂວງຄາລີເລກັບເດກາໂປລີ ຈາກນະຄອນເຢຣູຊາເລັມ, ແຂວງຢູດາຍ ແລະດິນແດນທາງຟາກເບື້ອງນັ້ນຂອງແມ່ນໍ້າຈໍແດນ ຕ່າງກໍໄດ້ຕິດຕາມພຣະອົງໄປ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28