bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Matthew 2
Matthew 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 3 →
1
ພຣະເຢຊູເຈົ້າໄດ້ເກີດທີ່ເມືອງເບັດເລເຮັມ ແຂວງຢູດາຍໃນສະໄໝທີ່ເຮໂຣດເປັນກະສັດ. ເບິ່ງແມ! ມີພວກໂຫຣາຈານໄດ້ມາຈາກທິດຕາເວັນອອກໄປທີ່ນະຄອນເຢຣູຊາເລັມ.
2
ແລະຖາມວ່າ, “ເດັກທີ່ຫາກໍເກີດມາເປັນກະສັດຂອງຊາວຢິວນັ້ນຢູ່ໃສ? ພວກເຮົາໄດ້ເຫັນດາວຂອງເພິ່ນປາກົດຂຶ້ນທາງທິດຕາເວັນອອກ ແລະພວກເຮົາໄດ້ມາເພື່ອຂາບໄຫວ້ນະມັດສະການເພິ່ນ.”
3
ເມື່ອກະສັດເຮໂຣດໄດ້ຍິນເຊັ່ນນີ້ແລ້ວ, ກໍກັງວົນໃຈຫລາຍ ແລະຊາວນະຄອນເຢຣູຊາເລັມທຸກຄົນກໍເໝືອນກັນດ້ວຍ.
4
ເພິ່ນໄດ້ເອີ້ນພວກຫົວໜ້າປະໂຣຫິດແລະພວກທຳມະຈານທັງໝົດມາເຕົ້າໂຮມກັນ ແລ້ວເພິ່ນກໍຖາມພວກເຂົາວ່າ, “ພຣະຄຣິດນັ້ນ ຈະບັງເກີດຢູ່ທີ່ໃດ?”
5
ພວກເຂົາຕອບວ່າ, “ຢູ່ໃນເມືອງເບັດເລເຮັມແຂວງຢູດາຍ ເພາະຜູ້ທຳນວາຍໄດ້ຂຽນໄວ້ດັ່ງນີ້ວ່າ,
6
‘ເບັດເລເຮັມໃນດິນແດນຢູດາຍເອີຍ, ເຈົ້າກໍບໍ່ແມ່ນຜູ້ເລັກນ້ອຍທີ່ສຸດ ໃນບັນດາເມືອງໃຫຍ່ໆຂອງຢູດາຍ ເພາະຜູ້ນຳຄົນໜຶ່ງຈະມາຈາກເຈົ້າ ຜູ້ທີ່ຈະມາປົກຄອງປະຊາຊົນຂອງເຮົາ ຄື ຊາວອິດສະຣາເອນ.”’
7
ດັ່ງນັ້ນ ເຮໂຣດຈຶ່ງເອີ້ນພວກໂຫຣາຈານເຂົ້າມາທາງລັບ ແລະສືບຖາມເອົາຄວາມນຳພວກເຂົາເຖິງເວລາອັນແນ່ນອນທີ່ດາວນັ້ນໄດ້ປາກົດຂຶ້ນ.
8
ແລ້ວເພິ່ນກໍໃຊ້ພວກໂຫຣາຈານໄປທີ່ເມືອງເບັດເລເຮັມ ແລະສັ່ງພວກເຂົາວ່າ, “ຈົ່ງໄປຊອກຫາກຸມມານນັ້ນຢ່າງຄັກແນ່ ເມື່ອພວກເຈົ້າພົບແລ້ວຈົ່ງບອກໃຫ້ເຮົາຮູ້, ເພື່ອເຮົາຈະໄປຂາບໄຫວ້ນະມັດສະການເພິ່ນເໝືອນກັນ.”
9
ເມື່ອພວກໂຫຣາຈານໄດ້ຍິນຄຳສັ່ງດັ່ງນີ້ ກໍພາກັນອອກໄປ. ເບິ່ງແມ! ດາວທີ່ພວກເຂົາໄດ້ເຫັນເມື່ອປາກົດຂຶ້ນນັ້ນ ກໍໄດ້ນຳໜ້າພວກເຂົາໄປ ຈົນມາຢຸດຢູ່ຊື່ສະຖານທີ່ກຸມມານຢູ່ນັ້ນ.
10
ເມື່ອພວກໂຫຣາຈານໄດ້ເຫັນດາວນັ້ນແລ້ວ ກໍມີຄວາມຊົມຊື່ນຍິນດີອັນໃຫຍ່,
11
ເມື່ອພວກເຂົາເຂົ້າໄປໃນເຮືອນແລ້ວ ກໍໄດ້ເຫັນກຸມມານ ແລະ ມາຣີແມ່ຂອງເພິ່ນ, ແລ້ວພວກເຂົາຈຶ່ງກົ້ມລົງຂາບໄຫວ້ນະມັດສະການກຸມມານນັ້ນ ແລ້ວກໍໄຂຫີບເອົາຊັບຂອງພວກເຂົາອອກມາຖວາຍແກ່ກຸມມານມີດັ່ງນີ້: ຄຳ, ກຳຍານ ແລະ ຢາງໄມ້ຫອມ.
12
ຕໍ່ມາ ພຣະເຈົ້າໄດ້ເຕືອນພວກເຂົາທາງຄວາມຝັນ ບໍ່ໃຫ້ກັບຄືນໄປຫາເຮໂຣດ. ສະນັ້ນ ພວກເຂົາຈຶ່ງກັບຄືນເມືອບ້ານເມືອງຂອງຕົນເອງຕາມທາງອື່ນ.
13
ເມື່ອໂຫຣາຈານຈາກໄປແລ້ວ ມີເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງໄດ້ປາກົດໃຫ້ໂຢເຊັບເຫັນທາງຄວາມຝັນ ແລ້ວກ່າວວ່າ, “ຈົ່ງລຸກຂຶ້ນ ໃຫ້ພາກຸມມານກັບແມ່ຂອງເພິ່ນໜີໄປປະເທດເອຢິບ ຈົ່ງຢູ່ໃນທີ່ນັ້ນ ຈົນກວ່າເຮົາບອກເຈົ້າໃຫ້ກັບຄືນມາ ເພາະເຮໂຣດກຳລັງຊອກຫາກຸມມານເພື່ອຈະຂ້າເພິ່ນເສຍ.”
14
ໂຢເຊັບຈຶ່ງລຸກຂຶ້ນພາກຸມມານກັບແມ່ຂອງເພິ່ນໜີໄປປະເທດເອຢິບໃນຕອນກາງຄືນ
15
ແລະ ໄດ້ອາໄສຢູ່ໃນທີ່ນັ້ນ ຈົນເຮໂຣດຕາຍ ເຫດການທີ່ໄດ້ເກີດຂຶ້ນນີ້ ກໍເພື່ອໃຫ້ສຳເລັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ທາງຜູ້ທຳນວາຍວ່າ, “ເຮົາໄດ້ເອີ້ນເອົາລູກຂອງເຮົາໃຫ້ອອກມາຈາກປະເທດເອຢິບ.”
16
ເມື່ອເຮໂຣດໄດ້ຮູ້ວ່າ ພວກໂຫຣາຈານຫລອກລວງຕົນ ເພິ່ນກໍໃຈຮ້າຍຫລາຍ. ສະນັ້ນ ເພິ່ນຈຶ່ງໃຊ້ຄົນໄປຂ້າເດັກນ້ອຍຜູ້ຊາຍທຸກຄົນໃນເມືອງເບັດເລເຮັມ ແລະໃນເຂດໃກ້ຄຽງຕັ້ງແຕ່ອາຍຸສອງປີລົງມາ ຕາມເວລາທີ່ເພິ່ນໄດ້ພົບກັບພວກໂຫຣາຈານນັ້ນ.
17
ເຫດການທີ່ໄດ້ເກີດຂຶ້ນນີ້ ເພື່ອໃຫ້ສຳເລັດຕາມທີ່ຜູ້ທຳນວາຍເຢເຣມີຢາໄດ້ກ່າວໄວ້ວ່າ,
18
“ໄດ້ຍິນສຽງດັງຂຶ້ນຢູ່ໃນບ້ານຣາມາ ເປັນສຽງຮ້ອງໄຫ້ ແລະໂອ່ຍຄວນຄາງ. ນາງຣາເຊັນກຳລັງຮ້ອງໄຫ້ ນຳລູກໆຂອງຕົນ ນາງບໍ່ຟັງຄຳປອບໃຈ ເພາະລູກເຂົາຕາຍແລ້ວ.”
19
ຫລັງຈາກເຮໂຣດໄດ້ຕາຍໄປແລ້ວ ເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງ ກໍໄດ້ປາກົດແກ່ໂຢເຊັບທາງຄວາມຝັນໃນປະເທດເອຢິບ.
20
ເທວະດາຕົນນີ້ໄດ້ກ່າວວ່າ, “ຈົ່ງລຸກຂຶ້ນ ພາກຸມມານແລະແມ່ຂອງເພິ່ນກັບຄືນໄປດິນແດນອິດສະຣາເອນ ເພາະຜູ້ທີ່ຕ້ອງການຂ້າກຸມມານນັ້ນຕາຍແລ້ວ.”
21
ດັ່ງນັ້ນ ໂຢເຊັບຈຶ່ງລຸກຂຶ້ນ ແລ້ວພາກຸມມານພ້ອມແມ່ຂອງເພິ່ນກັບຄືນສູ່ດິນແດນອິດສະຣາເອນ.
22
ແຕ່ເມື່ອໄດ້ຍິນວ່າ ອາກເຄລາວໄດ້ຂຶ້ນປົກຄອງເປັນກະສັດແຫ່ງຢູດາຍແທນເຮໂຣດຜູ້ເປັນບິດາ, ໂຢເຊັບກໍຢ້ານບໍ່ກ້າໄປຢູ່ທີ່ນັ້ນ. ຫລັງຈາກໄດ້ຮັບຄຳເຕືອນທາງຄວາມຝັນ ໂຢເຊັບຈຶ່ງໄປທີ່ແຂວງຄາລີເລ
23
ແລະໄປອາໄສຢູ່ເມືອງໜຶ່ງຊື່ວ່າ ນາຊາເຣັດ ເຫດການທີ່ໄດ້ເກີດຂຶ້ນນີ້ ກໍເພື່ອໃຫ້ສຳເລັດຕາມທີ່ຜູ້ທຳນວາຍໄດ້ກ່າວໄວ້ວ່າ, “ທ່ານຈະຖືກເອີ້ນວ່າ ໄທນາຊາເຣັດ.”
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28