bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Matthew 14
Matthew 14
Lao Bible 2012 (ພຣະຄຳພີສັກສິ)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 15 →
1
ໃນເວລານັ້ນ ເຮໂຣດຜູ້ປົກຄອງແຂວງຄາລີເລ ໄດ້ຍິນຄົນເວົ້າເຖິງເລື່ອງພຣະເຢຊູເຈົ້າ.
2
ເພິ່ນຈຶ່ງເວົ້າຕໍ່ພວກຄົນໃຊ້ຂອງຕົນວ່າ, “ຊາຍຜູ້ນີ້ແຫຼະ ແມ່ນໂຢຮັນບັບຕິສະໂຕ ລາວເປັນຄືນມາມີຊີວິດແລ້ວ. ດັ່ງນັ້ນ ຈຶ່ງເປັນເຫດໃຫ້ມີຣິດອຳນາດເຮັດການອັດສະຈັນໄດ້ຫລາຍປະການ.”
3
ດ້ວຍວ່າ, ເຮໂຣດໄດ້ສັ່ງຈັບໂຢຮັນລ່າມໂສ້ ແລະນຳໄປຂັງຄຸກໄວ້ ເພາະເຫັນແກ່ນາງເຮໂຣເດຍ ເມຍຂອງຟີລິບຜູ້ທີ່ເປັນນ້ອງຊາຍຂອງຕົນ.
4
ເພາະໂຢຮັນບັບຕິສະໂຕໄດ້ບອກເຮໂຣດຢູ່ສະເໝີວ່າ, “ບໍ່ເປັນການຖືກຕ້ອງທີ່ທ່ານເອົານາງເຮໂຣເດຍເປັນເມຍ.”
5
ເຮໂຣດຢາກຈະຂ້າໂຢຮັນເສຍ, ແຕ່ເພິ່ນຢ້ານປະຊາຊົນ ເພາະເຂົາຖືໂຢຮັນວ່າເປັນຜູ້ທຳນວາຍ.
6
ໃນວັນສະຫລອງວັນເກີດຂອງເຮໂຣດ ລູກສາວຂອງນາງເຮໂຣເດຍໄດ້ຟ້ອນລຳຕໍ່ໜ້າບັນດາແຂກທີ່ຖືກເຊີນມາ ເຮໂຣດພໍໃຈຫລາຍ
7
ຈົນເພິ່ນສັນຍາໂດຍສາບານກັບນາງວ່າ, “ເຮົາຈະໃຫ້ທຸກສິ່ງທີ່ເຈົ້າຂໍ.”
8
ນາງຈຶ່ງເຮັດຕາມຄຳແນະນຳຂອງແມ່ ນາງກ່າວວ່າ, “ຈົ່ງເອົາຫົວໂຢຮັນບັບຕິສະໂຕໃສ່ຖາດມາໃຫ້ຂ້ານ້ອຍໃນທີ່ນີ້.”
9
ຝ່າຍກະສັດກໍເປັນທຸກໃຈຢ່າງໜັກ ແຕ່ເພາະຄຳສັນຍາທີ່ໄດ້ໃຫ້ໄວ້ຊ້ອງໜ້າແຂກທັງໝົດຂອງຕົນ ເພິ່ນຈຶ່ງສັ່ງໃຫ້ເຮັດຕາມທີ່ນາງໄດ້ຂໍ.
10
ຄືເພິ່ນສັ່ງໃຫ້ຄົນໄປຕັດເອົາຫົວໂຢຮັນຢູ່ໃນຄຸກ.
11
ແລ້ວເຂົາກໍນຳຫົວໂຢຮັນໃສ່ຖາດມາມອບໃຫ້ຍິງສາວ ແລະນາງກໍມອບຕໍ່ໃຫ້ແມ່ຂອງຕົນ.
12
ພວກລູກສິດຂອງໂຢຮັນໄດ້ມາຮັບເອົາຊາກສົບໄປຝັງ, ແລ້ວພວກເຂົາກໍໄປບອກໃຫ້ພຣະເຢຊູເຈົ້າຮູ້.
13
ເມື່ອພຣະເຢຊູເຈົ້າໄດ້ຍິນຂ່າວກ່ຽວກັບໂຢຮັນ ພຣະອົງກໍສະເດັດລົງເຮືອຈາກທີ່ນັ້ນ ໄປບ່ອນທີ່ມິດງຽບຢູ່ຕ່າງຫາກ, ເມື່ອປະຊາຊົນຮູ້ເລື່ອງນີ້ ຈຶ່ງອອກຈາກເມືອງຕ່າງໆຍ່າງຕິດຕາມພຣະອົງໄປ.
14
ເມື່ອພຣະເຢຊູເຈົ້າສະເດັດອອກຈາກເຮືອມາ ກໍເຫັນປະຊາຊົນຝູງໃຫຍ່ ພຣະອົງຈຶ່ງສົງສານປະຊາຊົນເຫຼົ່ານັ້ນ ແລະພຣະອົງໄດ້ຊົງໂຜດຮັກສາຄົນທີ່ເຈັບໄຂ້ໄດ້ປ່ວຍທັງຫລາຍໃຫ້ຫາຍດີ.
15
ເມື່ອເຖິງຕອນແລງພວກສາວົກກໍມາຫາພຣະອົງ ແລະເວົ້າວ່າ, “ບ່ອນນີ້ກໍເປັນປ່າບ່ອນເປົ່າປ່ຽວແລະຄໍ່າຫລາຍແລ້ວ. ສະນັ້ນ ໃຫ້ທ່ານບອກປະຊາຊົນໃຫ້ເລີກເມືອສາ ເພື່ອໃຫ້ພວກເຂົາໄປຕາມໝູ່ບ້ານຕ່າງໆ ຫາຊື້ອາຫານສຳລັບພວກເຂົາເອງ.”
16
ພຣະເຢຊູເຈົ້າຕອບວ່າ, “ພວກເຂົາບໍ່ຈຳເປັນຕ້ອງເລີກເມືອດອກ ໃຫ້ພວກເຈົ້າເອົາອາຫານໃຫ້ພວກເຂົາກິນສາ.”
17
ພວກເພິ່ນຕອບວ່າ, “ພວກຂ້ານ້ອຍມີພຽງແຕ່ເຂົ້າຈີ່ຫ້າກ້ອນກັບປາສອງໂຕ.”
18
ພຣະເຢຊູເຈົ້າຕອບວ່າ, “ຈົ່ງເອົາອັນນັ້ນມາໃຫ້ເຮົາ.”
19
ແລ້ວພຣະອົງກໍໄດ້ສັ່ງປະຊາຊົນໃຫ້ນັ່ງລົງເທິງຫຍ້າ, ເມື່ອພຣະອົງຮັບເອົາເຂົ້າຈີ່ຫ້າກ້ອນກັບປາສອງໂຕນັ້ນແລ້ວ, ກໍເງີຍໜ້າຂຶ້ນສູ່ທ້ອງຟ້າ ແລະໂມທະນາຂອບພຣະຄຸນ, ພຣະອົງຫັກເຂົ້າຈີ່ແລ້ວຍື່ນໃຫ້ພວກສາວົກ, ແລ້ວພວກສາວົກກໍຢາຍໃຫ້ປະຊາຊົນ.
20
ພວກເຂົາໄດ້ກິນອີ່ມທຸກຄົນ ແລ້ວພວກສາວົກກໍເກັບຕ່ອນທີ່ເຫຼືອນັ້ນ ໄດ້ອີກສິບສອງກະບຸງ.
21
ຈຳນວນຄົນທີ່ໄດ້ກິນນັ້ນມີປະມານຫ້າພັນຄົນ ໂດຍບໍ່ນັບແມ່ຍິງແລະເດັກນ້ອຍ.
22
ຫລັງຈາກນັ້ນ ພຣະເຢຊູເຈົ້າກໍຈັດໃຫ້ພວກສາວົກລົງຂີ່ເຮືອຂ້າມຟາກໄປກ່ອນ ຂະນະດຽວກັນພຣະອົງກໍບອກປະຊາຊົນໃຫ້ເລີກເມືອ.
23
ຫລັງຈາກປະຊາຊົນເລີກເມືອໝົດແລ້ວ ພຣະອົງກໍຂຶ້ນໄປເທິງພູແຕ່ຜູ້ດຽວ ເພື່ອພາວັນນາອະທິຖານ. ເມື່ອຄໍ່າມາ ພຣະອົງກໍຍັງຢູ່ທີ່ນັ້ນແຕ່ຜູ້ດຽວ,
24
ສ່ວນເຮືອທີ່ພວກສາວົກຂີ່ໄປນັ້ນກໍອອກຫ່າງໄກຈາກຝັ່ງ ແລະຖືກຟອງນໍ້າທະເລສາບຕີພັດໄປມາ ເພາະເຮືອຕ້ານທວນລົມ.
25
ລະຫວ່າງສາມໂມງຂ້ອນແຈ້ງຫາຫົກໂມງເຊົ້າ, ພຣະເຢຊູເຈົ້າຊົງຍ່າງເທິງໜ້ານໍ້າມາຫາພວກສາວົກ.
26
ເມື່ອພວກເພິ່ນເຫັນພຣະອົງຍ່າງເທິງໜ້ານໍ້າ ຕ່າງກໍສະທ້ານຢ້ານກົວທີ່ສຸດໂດຍຮ້ອງຂຶ້ນວ່າ, “ຜີ!” ພວກເພິ່ນຮ້ອງຂຶ້ນດ້ວຍຄວາມຢ້ານ.
27
ແຕ່ພຣະເຢຊູເຈົ້າກ່າວໂດຍທັນທີ “ຈົ່ງດີໃຈເຖີດ ແມ່ນເຮົາເອງຢ່າສູ່ຢ້ານ.”
28
ແລ້ວເປໂຕກໍເວົ້າຂຶ້ນວ່າ, “ພຣະອົງເຈົ້າເອີຍ, ຖ້າແມ່ນທ່ານແທ້ ໂຜດສັ່ງໃຫ້ຂ້ານ້ອຍຍ່າງເທິງໜ້ານໍ້າໄປຫາທ່ານແດ່ທ້ອນ.”
29
ພຣະເຢຊູເຈົ້າຕອບວ່າ, “ມາແມ.” ດັ່ງນັ້ນ ເປໂຕຈຶ່ງອອກຈາກເຮືອຍ່າງເທິງໜ້ານໍ້າໄປຫາພຣະເຢຊູເຈົ້າ.
30
ແຕ່ເມື່ອເປໂຕເຫັນລົມພັດມາແຮງກໍຢ້ານ ແລະກຳລັງຈະຈົມລົງ ລາວຈຶ່ງຮ້ອງຂຶ້ນວ່າ, “ພຣະອົງເຈົ້າເອີຍ ຊ່ວຍຂ້ານ້ອຍແດ່ທ້ອນ.”
31
ໃນທັນໃດນັ້ນ ພຣະເຢຊູເຈົ້າກໍເດ່ມືອອກໄປຈັບລາວໄວ້ ແລ້ວກ່າວວ່າ, “ໂອ ຜູ້ມີຄວາມເຊື່ອໜ້ອຍເອີຍ ເປັນຫຍັງຈຶ່ງສົງໄສ?”
32
ເມື່ອທັງສອງໄດ້ຂຶ້ນໄປໃນເຮືອແລ້ວ ລົມກໍເຊົາພັດ.
33
ແລ້ວພວກສາວົກທີ່ຢູ່ໃນເຮືອນັ້ນ ກໍກົ້ມລົງຂາບພຣະເຢຊູເຈົ້າ ແລ້ວເວົ້າວ່າ, “ພຣະອົງເປັນພຣະບຸດຂອງພຣະເຈົ້າແທ້ຈິງ.”
34
ເມື່ອໄດ້ຂ້າມທະເລສາບມາເຖິງຂົງເຂດເຄັນເນຊາເຣັດແລ້ວ.
35
ປະຊາຊົນໃນເມືອງນີ້ຈື່ພຣະອົງໄດ້ ແລ້ວກໍໃຊ້ຄົນໄປບອກຂ່າວການມາຂອງພຣະອົງ ໄປທົ່ວທຸກຂົງເຂດນັ້ນ. ດັ່ງນັ້ນ ພວກເຂົາຈຶ່ງນຳຜູ້ທີ່ເຈັບປ່ວຍທຸກຄົນມາຫາພຣະອົງ.
36
ພວກເຂົາຂໍຮ້ອງນຳພຣະອົງ ພຽງແຕ່ໃຫ້ຄົນເຈັບປ່ວຍໄດ້ບາຍແຄມເຄື່ອງນຸ່ງຂອງພຣະອົງ ແລະຜູ້ທີ່ໄດ້ບາຍກໍດີເປັນປົກກະຕິທຸກຄົນ.
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28