bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Matthew 6
Matthew 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 7 →
1
“ຈົ່ງລະວັງໃຫ້ດີ ຢ່າຖືສິນກິນທານຕໍ່ໜ້າປະຊາຊົນເພື່ອເປັນການອວດຄົນ ເພາະຖ້າເຮັດຢ່າງນັ້ນ ພວກເຈົ້າຈະບໍ່ໄດ້ບຳເໜັດຫຍັງຈາກພຣະບິດາຂອງພວກເຈົ້າຜູ້ສະຖິດຢູ່ໃນສະຫວັນ.
2
ດັ່ງນັ້ນ ເມື່ອເຈົ້າໃຫ້ທານຢ່າສູ່ເປົ່າແກໄປກ່ອນໜ້າເຈົ້າ ເໝືອນດັ່ງຄົນໜ້າຊື່ໃຈຄົດມັກເຮັດໃນທຳມະສາລາແລະຕາມຖະໜົນຫົນທາງ ເພື່ອໃຫ້ຄົນຊົມເຊີຍ ເຮົາບອກເຈົ້າຕາມຄວາມຈິງວ່າ ພວກເຂົາໄດ້ຮັບບຳເໜັດແລ້ວ.
3
ຝ່າຍພວກເຈົ້າ, ເມື່ອໃຫ້ທານ ຢ່າໃຫ້ມືຊ້າຍຮູ້ການທີ່ມືຂວາກຳລັງເຮັດນັ້ນ.
4
ເພື່ອການໃຫ້ທານຂອງພວກເຈົ້າຈະເປັນທາງລັບ ຝ່າຍພຣະບິດາຂອງເຈົ້າຜູ້ທີ່ຮູ້ເຫັນສິ່ງທີ່ເຈົ້າເຮັດໃນທີ່ລັບລີ້ ກໍຈະໃຫ້ບຳເໜັດແກ່ເຈົ້າ.”
5
“ເມື່ອເຈົ້າທັງຫລາຍພາວັນນາອະທິຖານ ຢ່າເຮັດເໝືອນຄົນໜ້າຊື່ໃຈຄົດ ພວກເຂົາມັກຢືນພາວັນນາອະທິຖານໃນທຳມະສາລາ ແລະຕາມແຈຖະໜົນຫົນທາງ ເພື່ອໃຫ້ຄົນເຫັນພວກເຂົາ, ເຮົາບອກພວກເຈົ້າຕາມຄວາມຈິງວ່າ ພວກເຂົາໄດ້ຮັບບຳເໜັດແລ້ວ.
6
ແຕ່ສຳລັບເຈົ້າ ເມື່ອພາວັນນາອະທິຖານ ຈົ່ງເຂົ້າໄປໃນຫ້ອງຂອງເຈົ້າ ອັດປະຕູໄວ້ ແລ້ວຈຶ່ງພາວັນນາອະທິຖານຫາພຣະບິດາຂອງເຈົ້າຜູ້ຢູ່ໃນທີ່ລັບລີ້ ແລະພຣະບິດາຂອງເຈົ້າຜູ້ເຫັນໃນທີ່ລັບລີ້ຈະໃຫ້ບຳເໜັດແກ່ເຈົ້າ.”
7
“ແຕ່ເມື່ອເຈົ້າພາວັນນາອະທິຖານ ຢ່າເວົ້າຊໍ້າຄຳເກົ່າເໝືອນຄົນບໍ່ນັບຖືພຣະເຈົ້າ ເພາະພວກເຂົາຄິດວ່າພຣະເຈົ້າຈະໄດ້ຍິນຖ້າເວົ້າຊໍ້າຫລາຍເທື່ອ.
8
ດັ່ງນັ້ນ ຢ່າເຮັດເໝືອນພວກເຂົາ ເພາະພຣະບິດາຂອງພວກເຈົ້າຮູ້ສິ່ງທີ່ເຈົ້າຕ້ອງການ ກ່ອນພວກເຈົ້າພາວັນນາອະທິຖານຂໍ.
9
ດ້ວຍເຫດນັ້ນ ພວກເຈົ້າຄວນພາວັນນາອະທິຖານດັ່ງນີ້: ‘ຂ້າແດ່ພຣະບິດາເຈົ້າ ຂອງພວກຂ້ານ້ອຍທັງຫລາຍ ຜູ້ຊົງສະຖິດຢູ່ໃນສະຫວັນ ຂໍໃຫ້ພຣະນາມຂອງພຣະອົງ ຊົງເປັນທີ່ເຄົາຣົບບູຊາ
10
ຂໍໃຫ້ພຣະຣາຊອານາຈັກ ຂອງພຣະອົງມາຕັ້ງຢູ່ ຂໍໃຫ້ເປັນໄປຕາມນໍ້າພຣະໄທ ຂອງພຣະອົງ ໃນສະຫວັນເປັນຢ່າງໃດ ຂໍໃຫ້ເປັນໄປຢ່າງນັ້ນທີ່ແຜ່ນດິນໂລກ.
11
ຂໍຊົງໂຜດປະທານເຂົ້າຈີ່ປະຈຳວັນ ໃຫ້ແກ່ຂ້ານ້ອຍທັງຫລາຍ ໃນກາລະວັນນີ້
12
ຂໍຊົງໂຜດຍົກໂທດໃຫ້ຂ້ານ້ອຍ ເໝືອນຂ້ານ້ອຍຍົກໂທດ ໃຫ້ແກ່ຜູ້ທີ່ເຮັດຜິດຕໍ່ຂ້ານ້ອຍນັ້ນ
13
ແລະຂໍຢ່າພາຂ້ານ້ອຍເຂົ້າໄປ ໃນການທົດລອງ ແຕ່ຂໍຊົງໂຜດໃຫ້ພົ້ນຈາກມານຊົ່ວຮ້າຍ [ເຫດວ່າ ຣາຊອານາຈັກ ຣິດອຳນາດ ແລະ ພຣະຣັດສະໝີກໍເປັນຂອງພຣະອົງສືບໆໄປເປັນນິດ ອາແມນ’]
14
ຖ້າເຈົ້າຍົກໂທດຄວາມຜິດຂອງຄົນອື່ນທີ່ໄດ້ເຮັດຕໍ່ເຈົ້າ ພຣະບິດາຂອງເຈົ້າຜູ້ສະຖິດໃນສະຫວັນ ກໍຈະຍົກຄວາມຜິດຂອງເຈົ້າເໝືອນກັນ.
15
ແຕ່ຖ້າເຈົ້າບໍ່ຍົກໂທດໃຫ້ຄົນອື່ນ, ພຣະບິດາຂອງເຈົ້າທັງຫລາຍກໍຈະບໍ່ຍົກຄວາມຜິດຂອງເຈົ້າເໝືອນກັນ.”
16
“ເມື່ອເຈົ້າທັງຫລາຍຖືສິນອົດອາຫານ ຢ່າເຮັດສີໜ້າເສົ້າໝອງເໝືອນດັ່ງຄົນໜ້າຊື່ໃຈຄົດ. ດ້ວຍວ່າ, ເຂົາເຮັດສີໜ້າເສົ້າໝອງ ເພື່ອໃຫ້ຄົນທັງຫລາຍເຫັນວ່າພວກຕົນຖືສິນອົດອາຫານ. ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ພວກເຂົາໄດ້ຮັບບຳເໜັດແລ້ວ.
17
ເມື່ອເຈົ້າຖືສິນອົດອາຫານນັ້ນ ຈົ່ງລ້າງໜ້າແລະຫວີຜົມ,
18
ເພື່ອບໍ່ໃຫ້ຄົນອື່ນຮູ້ໄດ້ວ່າ ເຈົ້າກຳລັງຖືສິນອົດອາຫານ ມີແຕ່ພຣະບິດາຂອງເຈົ້າຜູ້ທີ່ຢູ່ໃນທີ່ລັບລີ້ຮູ້ຈັກ ຝ່າຍພຣະບິດາຂອງເຈົ້າຜູ້ທີ່ເຫັນໃນທີ່ລັບລີ້ ກໍຈະໃຫ້ບຳເໜັດແກ່ເຈົ້າ.”
19
“ຢ່າທ້ອນໂຮມຊັບສົມບັດໄວ້ສຳລັບຕົນເອງໃນແຜ່ນດິນໂລກນີ້ ຊຶ່ງເປັນບ່ອນມອດແລະຂີ້ໝ້ຽງກັດກິນໄດ້ ແລະ ໂຈນເຈາະລັກເອົາໄດ້.
20
ແຕ່ຈົ່ງທ້ອນໂຮມຊັບສົມບັດສຳລັບຕົນໄວ້ໃນສະຫວັນ ບ່ອນທີ່ມອດແລະຂີ້ໝ້ຽງກັດກິນບໍ່ໄດ້ ແລະ ໂຈນເຈາະລັກເອົາບໍ່ໄດ້.
21
ເພາະຊັບສົມບັດຂອງເຈົ້າຢູ່ທີ່ໃດ ໃຈຂອງເຈົ້າກໍຢູ່ທີ່ນັ້ນ.”
22
“ຕາເປັນໂຄມໄຟຂອງຮ່າງກາຍ ຖ້າຕາຂອງເຈົ້າແຈ້ງເປັນປົກກະຕິ ຮ່າງກາຍທຸກສ່ວນກໍແຈ້ງດີ,
23
ແຕ່ຖ້າຕາຂອງເຈົ້າບໍ່ດີ ຮ່າງກາຍທຸກສ່ວນກໍຈະຢູ່ໃນຄວາມມືດ. ດັ່ງນັ້ນ ຖ້າຄວາມສະຫວ່າງໃນຕົວຂອງເຈົ້າມືດໄປ ຄວາມມືດນັ້ນກໍຈະໜາເທົ່າໃດໜໍ.”
24
“ບໍ່ຫ່ອນມີຜູ້ໃດເປັນຂ້າສອງເຈົ້າ ບ່າວສອງນາຍໄດ້ຄື: ເຂົາຈະຊັງນາຍຜູ້ນີ້ ແລະໄປຮັກນາຍຜູ້ນັ້ນ ເຂົາຈະສັດຊື່ຕໍ່ນາຍຜູ້ນີ້ ແລະໝິ່ນປະໝາດນາຍຜູ້ນັ້ນ ພວກເຈົ້າຮັບໃຊ້ພຣະເຈົ້າ ແລະເງິນຄຳພ້ອມກັນກໍບໍ່ໄດ້.”
25
“ດັ່ງນັ້ນ ເຮົາຈຶ່ງບອກພວກເຈົ້າ ບໍ່ໃຫ້ກະວົນກະວາຍເຖິງເລື່ອງອາຫານສຳລັບຊີວິດຕົນວ່າ, ຈະກິນຫຍັງ ຈະດື່ມຫຍັງ ຫລືເຖິງເລື່ອງເຄື່ອງນຸ່ງຫົ່ມສຳລັບຮ່າງກາຍ ຊີວິດສຳຄັນກວ່າອາຫານ ແລະຮ່າງກາຍກໍສຳຄັນກວ່າເຄື່ອງນຸ່ງຫົ່ມບໍ່ແມ່ນບໍ?
26
ຈົ່ງເບິ່ງຝູງນົກໃນທ້ອງຟ້າ ມັນບໍ່ໄດ້ຫວ່ານ ບໍ່ໄດ້ເກັບກ່ຽວ ແລະບໍ່ໄດ້ທ້ອນໂຮມໄວ້ໃນເລົ້າ ແຕ່ພຣະບິດາຂອງພວກເຈົ້າຜູ້ສະຖິດຢູ່ໃນສະຫວັນກໍຍັງລ້ຽງນົກນັ້ນ ພວກເຈົ້າມີຄ່າຫລາຍກວ່າຝູງນົກນັ້ນບໍ່ແມ່ນບໍ?
27
ມີຜູ້ໃດແດ່ໃນພວກເຈົ້າທີ່ກະວົນກະວາຍ ແລ້ວຕໍ່ອາຍຸໃຫ້ມີຊີວິດຍືນຍາວໄດ້ອີກຈັກໜ້ອຍໜຶ່ງ?”
28
“ເປັນດ້ວຍເຫດໃດ ຈຶ່ງກະວົນກະວາຍເຖິງເລື່ອງເຄື່ອງນຸ່ງຫົ່ມ? ຈົ່ງເບິ່ງດອກໄມ້ປ່ານັ້ນແມ ມັນໃຫຍ່ຂຶ້ນມາໄດ້ຢ່າງໃດ ມັນບໍ່ໄດ້ເຮັດວຽກ ບໍ່ໄດ້ຕໍ່າຜ້າເຮັດເຄື່ອງນຸ່ງສຳລັບມັນເອງ.
29
ແຕ່ເຮົາບອກພວກເຈົ້າວ່າ ແມ່ນແຕ່ກະສັດໂຊໂລໂມນ ຜູ້ທີ່ຮັ່ງມີດ້ວຍຊັບສົມບັດທີ່ຕົນມີຢູ່ທັງໝົດ ກໍຍັງບໍ່ມີເຄື່ອງນຸ່ງງາມເທົ່າກັບດອກໄມ້ເຫຼົ່ານີ້ດອກໜຶ່ງ.
30
ແມ່ນພຣະເຈົ້າທີ່ເປັນຜູ້ຕົບແຕ່ງດອກໄມ້ປ່າຢູ່ຕາມທົ່ງຫຍ້າ ຊຶ່ງເປັນຢູ່ໃນມື້ນີ້ ແລະມື້ອື່ນກໍຈະຖືກຕັດຖິ້ມເຜົາໄຟເສຍ ພຣະເຈົ້າຈະບໍ່ຕົບແຕ່ງພວກເຈົ້າຫລາຍກວ່າດອກໄມ້ນັ້ນບໍ? ໂອ ຜູ້ມີຄວາມເຊື່ອຫນ້ອຍເອີຍ.”
31
“ດັ່ງນັ້ນ ຢ່າກະວົນກະວາຍເລີຍວ່າ, ‘ຈະກິນຫຍັງ? ຈະດື່ມຫຍັງ? ແລະຈະນຸ່ງຫົ່ມຫຍັງ?’
32
ສິ່ງທັງໝົດເຫຼົ່ານີ້ແຫຼະ ທີ່ຄົນບໍ່ນັບຖືພຣະເຈົ້າຊອກຫາ ພຣະບິດາຂອງພວກເຈົ້າຜູ້ສະຖິດຢູ່ໃນສະຫວັນຮູ້ວ່າ ພວກເຈົ້າຕ້ອງການສິ່ງເຫຼົ່ານີ້ແລ້ວ.
33
ແຕ່ກ່ອນອື່ນໝົດ ເຈົ້າທັງຫລາຍຈົ່ງສະແຫວງຫາຣາຊອານາຈັກຂອງພຣະເຈົ້າ ແລະຄວາມຊອບທຳຂອງພຣະອົງ ແລ້ວພຣະອົງຈະຊົງເພີ່ມເຕີມສິ່ງທັງປວງເຫຼົ່ານີ້ໃຫ້ແກ່ພວກເຈົ້າ.
34
ເຫດສະນັ້ນ ຢ່າກະວົນກະວາຍເຖິງມື້ອື່ນ ເພາະມື້ອື່ນຈະມີເລື່ອງກະວົນກະວາຍໃນໂຕມັນເອງ ຄວາມທຸກໃນວັນໃດກໍພໍແລ້ວສຳລັບວັນນັ້ນ.”
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28