bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Matthew 28
Matthew 28
Lao Bible 2012 (ພຣະຄຳພີສັກສິ)
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
1
ຫລັງຈາກວັນຊະບາໂຕນັ້ນເປັນວັນອາທິດ ຕັ້ງແຕ່ເຊົ້າໃກ້ຕາເວັນຂຶ້ນ ມາຣີໄທມັກດາລາ ແລະມາຣີຄົນໜຶ່ງອີກໄດ້ໄປເບິ່ງອຸບມຸງ.
2
ໃນທັນໃດນັ້ນ ກໍເກີດແຜ່ນດິນຫວັ່ນໄຫວຢ່າງຮ້າຍແຮງ ມີເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງ ໄດ້ລົງມາຈາກສະຫວັນ ກື່ງກ້ອນຫີນອອກ ແລະນັ່ງຢູ່ເທິງກ້ອນຫີນນັ້ນ.
3
ເທວະດາຕົນນີ້ມີລັກສະນະເໝືອນແສງຟ້າແມບ ແລະເຄື່ອງນຸ່ງກໍຂາວເໝືອນຫິມະ.
4
ຝ່າຍພວກທະຫານຍາມອຸບມຸງນັ້ນ ສະທ້ານຢ້ານກົວຫລາຍ ແລະໄດ້ກາຍເປັນເໝືອນຄົນຕາຍ.
5
ເທວະດາຕົນນັ້ນ ໄດ້ກ່າວແກ່ພວກແມ່ຍິງວ່າ, “ຢ່າສູ່ຢ້ານເລີຍ ເຮົາຮູ້ແລ້ວວ່າ ພວກເຈົ້າມາຊອກຫາພຣະເຢຊູເຈົ້າ ຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນ.
6
ພຣະອົງບໍ່ຢູ່ທີ່ນີ້ ພຣະອົງເປັນຄືນມາຈາກຕາຍແລ້ວ ຕາມທີ່ພຣະອົງໄດ້ກ່າວໄວ້ ຈົ່ງມາເບິ່ງບ່ອນທີ່ພວກເຂົາວາງພຣະອົງໄວ້.
7
ບັດນີ້ ຈົ່ງຟ້າວໄປບອກພວກສາວົກຂອງພຣະອົງວ່າ, ‘ພຣະອົງເປັນຄືນມາຈາກຕາຍແລ້ວ ແລະພຣະອົງໄປທີ່ແຂວງຄາລີເລກ່ອນພວກເຈົ້າ ພວກເຈົ້າຈະເຫັນພຣະອົງໃນທີ່ນັ້ນ’ ນີ້ແຫຼະ ເຮົາໄດ້ບອກພວກເຈົ້າແລ້ວ.”
8
ຍິງເຫຼົ່ານັ້ນຈຶ່ງຟ້າວອອກໄປຈາກອຸບມຸງທັງຢ້ານ ແລະທັງຊົມຊື່ນຍິນດີທີ່ສຸດ ແລະແລ່ນໄປບອກພວກສາວົກຂອງພຣະອົງ.
9
ໃນຂະນະນັ້ນ ພຣະເຢຊູເຈົ້າໄດ້ມາພົບພວກເຂົາ ແລະກ່າວວ່າ, “ສັນຕິສຸກຈົ່ງມີແກ່ພວກເຈົ້າເທີ້ນ.” ຍິງເຫຼົ່ານັ້ນຈຶ່ງຫຍັບມາຈັບຕີນຂອງພຣະອົງ ແລະໄດ້ຂາບລົງນະມັດສະການພຣະອົງ.
10
ພຣະເຢຊູເຈົ້າກ່າວແກ່ພວກນາງວ່າ, “ຢ່າສູ່ຢ້ານ ຈົ່ງໄປບອກພວກພີ່ນ້ອງຂອງເຮົາໃຫ້ໄປຍັງແຂວງຄາລີເລ ແລະໃນທີ່ນັ້ນພວກເຂົາຈະເຫັນເຮົາ.”
11
ໃນຂະນະທີ່ຍິງເຫຼົ່ານັ້ນກຳລັງໄປ ທະຫານຍາມອຸບມຸງບາງຄົນໄດ້ເຂົ້າໄປໃນເມືອງ ແລະໄດ້ບອກພວກຫົວໜ້າປະໂຣຫິດ ເຖິງເຫດການທັງປວງທີ່ໄດ້ເກີດຂຶ້ນນັ້ນ.
12
ພວກຫົວໜ້າປະໂຣຫິດຈຶ່ງປະຊຸມກັນກັບພວກເຖົ້າແກ່ ແລະໄດ້ເອົາເງິນຈຳນວນຫລາຍໃຫ້ພວກທະຫານຍາມ
13
ແລະ ສັ່ງວ່າ, “ໃຫ້ພວກເຈົ້າເວົ້າວ່າ, ‘ພວກສາວົກຂອງລາວໄດ້ມາລັກເອົາສົບໄປໃນຕອນກາງຄືນ ໃນຂະນະທີ່ພວກເຮົານອນຫລັບຢູ່.’
14
ຖ້າທ່ານຜູ້ປົກຄອງຮູ້ເຖິງເລື່ອງນີ້ ພວກເຮົາຈະຊັກຊວນເອົາໃຈເພິ່ນ ແລະຊ່ວຍໃຫ້ພວກເຈົ້າພົ້ນຈາກຄວາມທຸກຮ້ອນໃຈ.”
15
ເມື່ອພວກທະຫານຍາມຮັບເອົາເງິນແລ້ວ ກໍເຮັດຕາມຄຳແນະນຳນັ້ນ ເລື່ອງນີ້ຈຶ່ງເປັນທີ່ເລົ່າລືກັນ ໃນທ່າມກາງຊາວຢິວຈົນເຖິງທຸກວັນນີ້.
16
ແລ້ວພວກສາວົກສິບເອັດຄົນ ກໍໄດ້ໄປທີ່ໂນນພູໃນແຂວງຄາລີເລ ບ່ອນທີ່ພຣະເຢຊູເຈົ້າໄດ້ບອກໃຫ້ແກ່ພວກເພິ່ນນັ້ນ.
17
ເມື່ອເຫັນພຣະອົງແລ້ວ ພວກເພິ່ນກໍຂາບລົງນະມັດສະການພຣະອົງ ແຕ່ບາງຄົນໃນພວກເພິ່ນຍັງສົງໄສຢູ່.
18
ພຣະເຢຊູເຈົ້າຈຶ່ງໄດ້ຫຍັບເຂົ້າມາໃກ້ ແລ້ວຊົງກ່າວກັບພວກເພິ່ນວ່າ, “ອຳນາດທັງໝົດໃນສະຫວັນ ແລະທີ່ແຜ່ນດິນໂລກ ໄດ້ມອບໃຫ້ແກ່ເຮົາແລ້ວ.
19
ເຫດສະນັ້ນ ພວກເຈົ້າຈົ່ງອອກໄປ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ ໃຫ້ພວກເຂົາຮັບບັບຕິສະມາໃນພຣະນາມແຫ່ງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍຣິສຸດເຈົ້າ
20
ສັ່ງສອນພວກເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ ນີ້ແຫຼະ ເຮົາຢູ່ກັບເຈົ້າທັງຫລາຍທຸກໆວັນຈົນສິ້ນໂລກນີ້.”
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28