bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Matthew 12
Matthew 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 13 →
1
ໃນເວລານັ້ນ ພຣະເຢຊູເຈົ້າໄດ້ສະເດັດຜ່ານທົ່ງນາໄປໃນວັນຊະບາໂຕ, ສ່ວນພວກສາວົກຂອງພຣະອົງກໍຫິວເຂົ້າ ຈຶ່ງໄດ້ຕັ້ງຕົ້ນເດັດເອົາຮວງເຂົ້າມາເກັດກິນ.
2
ເມື່ອພວກຟາຣີຊາຍເຫັນຢ່າງນັ້ນ ຈຶ່ງກ່າວຕໍ່ພຣະເຢຊູເຈົ້າວ່າ, “ເບິ່ງແມ! ພວກສາວົກຂອງທ່ານເຮັດຜິດຕໍ່ກົດຂອງວັນຊະບາໂຕ.”
3
ພຣະເຢຊູເຈົ້າຊົງຕອບວ່າ, “ພວກເຈົ້າຍັງບໍ່ໄດ້ອ່ານຈັກເທື່ອບໍ ສິ່ງທີ່ດາວິດໄດ້ເຮັດເມື່ອເພິ່ນແລະຄົນຂອງເພິ່ນອຶດຫິວນັ້ນ?
4
ເພິ່ນໄດ້ເຂົ້າໄປໃນວິຫານຂອງພຣະເຈົ້າ ແລະໄດ້ກິນເຂົ້າຈີ່ທີ່ໄດ້ຖວາຍແກ່ພຣະເຈົ້າ ຊຶ່ງເພິ່ນແລະຄົນຂອງເພິ່ນບໍ່ມີສິດທີ່ຈະກິນເຂົ້າຈີ່ນັ້ນ ເພາະແມ່ນປະໂຣຫິດເທົ່ານັ້ນ ທີ່ມີສິດກິນເຂົ້າຈີ່ນັ້ນໄດ້.
5
ພວກເຈົ້າບໍ່ໄດ້ອ່ານໃນກົດບັນຍັດບໍທີ່ວ່າ, ທຸກວັນຊະບາໂຕພວກປະໂຣຫິດໃນພຣະວິຫານ ໄດ້ເຮັດຜິດຕໍ່ວັນຊະບາໂຕ ແຕ່ບໍ່ມີຄວາມຜິດ?
6
ເຮົາບອກພວກເຈົ້າວ່າ ຢູ່ທີ່ນີ້ມີສິ່ງໜຶ່ງຍິ່ງໃຫຍ່ກວ່າພຣະວິຫານອີກ.
7
ຖ້າພວກເຈົ້າເຂົ້າໃຈຄວາມໝາຍຖ້ອຍຄຳໃນພຣະຄຳພີທີ່ວ່າ, ‘ເຮົາປະສົງຄວາມເມດຕາ ແຕ່ບໍ່ແມ່ນເຄື່ອງບູຊາ’ ພວກເຈົ້າກໍຄົງບໍ່ກ່າວໂທດໃສ່ຄົນທີ່ບໍ່ມີຄວາມຜິດ.
8
ດ້ວຍວ່າ, ບຸດມະນຸດເປັນອົງພຣະຜູ້ເປັນເຈົ້າຂອງວັນຊະບາໂຕ.”
9
ພຣະເຢຊູເຈົ້າໄດ້ໜີຈາກທີ່ນັ້ນ, ແລ້ວເຂົ້າໄປທີ່ທຳມະສາລາແຫ່ງໜຶ່ງຂອງພວກເຂົາ.
10
ໃນທີ່ນັ້ນ ມີຄົນມືລີບເບື້ອງໜຶ່ງ ຄົນໃນທີ່ນັ້ນຢາກຫາຂໍ້ຟ້ອງພຣະເຢຊູເຈົ້າ. ດັ່ງນັ້ນ ພວກເຂົາຈຶ່ງຖາມວ່າ, “ເປັນການຜິດຫລືຖືກ ທີ່ຈະຮັກສາຄົນໃນວັນຊະບາໂຕ?”
11
ພຣະເຢຊູເຈົ້າຊົງຕອບວ່າ, “ຖ້າຄົນໜຶ່ງໃນພວກເຈົ້າມີແກະໂຕດຽວ ແລະຕົກຂຸມໃນວັນຊະບາໂຕ ເຂົາຈະບໍ່ດຶງເອົາແກະໂຕນັ້ນຂຶ້ນບໍ?
12
ມະນຸດຜູ້ໜຶ່ງກໍມີຄ່າຫລາຍກວ່າແກະເທົ່າໃດໜໍ ສະນັ້ນ ຈຶ່ງອະນຸຍາດໃຫ້ເຮັດການດີໃນວັນຊະບາໂຕ.”
13
ແລ້ວພຣະອົງກໍເວົ້າກັບຊາຍມືລີບວ່າ, “ຈົ່ງຢຽດມືຂອງເຈົ້າອອກ.” ລາວກໍຢຽດອອກ ແລ້ວມືນັ້ນກໍດີເປັນປົກກະຕິເໝືອນກັບມືອີກເບື້ອງໜຶ່ງ.
14
ແລ້ວພວກຟາຣີຊາຍກໍພາກັນອອກໄປປຶກສາກັນ ແລະວາງແຜນເພື່ອຈະຂ້າພຣະເຢຊູເຈົ້າ.
15
ເມື່ອພຣະເຢຊູເຈົ້າຮູ້ຈັກກົນອຸບາຍນີ້, ພຣະອົງກໍສະເດັດອອກຈາກທີ່ນັ້ນ ມີປະຊາຊົນຢ່າງຫລວງຫລາຍໄດ້ຕິດຕາມພຣະອົງໄປ ພຣະອົງໄດ້ຊົງໂຜດຮັກສາທຸກຄົນໃຫ້ດີພະຍາດ,
16
ແຕ່ພຣະອົງໄດ້ສັ່ງຫ້າມພວກເຂົາຢ່າງເດັດຂາດ ບໍ່ໃຫ້ບອກເລື່ອງກ່ຽວກັບພຣະອົງສູ່ຜູ້ໃດຟັງ.
17
ພຣະອົງເຮັດດັ່ງນີ້ ກໍເພື່ອຈະໃຫ້ສຳເລັດຕາມຖ້ອຍຄຳຂອງຜູ້ທຳນວາຍເອຊາຢາໄດ້ກ່າວໄວ້ວ່າ,
18
“ນີ້ແມ່ນຜູ້ຮັບໃຊ້ທີ່ເຮົາໄດ້ເລືອກໄວ້ ຜູ້ເປັນທີ່ຮັກ ແລະພໍໃຈຂອງເຮົາ. ເຮົາຈະເອົາພຣະວິນຍານຂອງເຮົາ ໃສ່ໄວ້ເທິງເພິ່ນ ເພື່ອຈະປະກາດຄວາມຍຸດຕິທຳ ແກ່ບັນດາປະຊາຊາດ.
19
ເພິ່ນຈະບໍ່ໂຕ້ຖຽງ ຫລືໃຊ້ສຽງດັງ ບໍ່ມີຜູ້ໃດຈະໄດ້ຍິນສຽງເພິ່ນ ຕາມຫົນທາງ.
20
ໄມ້ອໍ້ທີ່ບວບແລ້ວເພິ່ນຈະບໍ່ຫັກ ໄສ້ຕະກຽງເປັນຄວັນກຳລັງຈະມອດ ເພິ່ນຈະບໍ່ມອດ. ຈົນກວ່າເພິ່ນນຳຄວາມຍຸດຕິທຳ ໃຫ້ມີໄຊຊະນະ ແລະບັນດາປະຊາຊາດຈະມອບ ຄວາມຫວັງໄວ້ໃນນາມຂອງເພິ່ນ.”
22
ຕໍ່ມາ ໄດ້ມີບາງຄົນນຳຊາຍຜູ້ໜຶ່ງທີ່ຕາບອດແລະປາກກືກ ຍ້ອນຜີມານຮ້າຍເຂົ້າສິງຢູ່ມາຫາພຣະເຢຊູເຈົ້າ ແລະພຣະອົງໄດ້ຊົງໂຜດຮັກສາຊາຍຄົນນັ້ນໃຫ້ສາມາດເວົ້າແລະເຫັນຮຸ່ງໄດ້.
23
ປະຊາຊົນທັງຫລາຍກໍງຶດປະຫລາດໃຈ ຈຶ່ງຖາມກັນວ່າ, “ຄົນນີ້ອາດເປັນບຸດຂອງດາວິດໄດ້ບໍ?”
24
ພວກຟາຣີຊາຍໄດ້ຍິນເຊັ່ນນີ້ແລ້ວ ພວກເຂົາກໍເວົ້າວ່າ, “ຜູ້ນີ້ຂັບໄລ່ຜີມານຮ້າຍອອກໂດຍໃຊ້ອຳນາດຂອງເບເອນເຊບູນ ຜູ້ເປັນນາຍຜີມານຮ້າຍທັງຫລາຍ.”
25
ພຣະເຢຊູເຈົ້າຊົງຮູ້ຄວາມຄິດຂອງພວກເຂົາ ຈຶ່ງກ່າວແກ່ພວກເຂົາວ່າ, “ອານາຈັກໃດທີ່ແຕກແຍກຕໍ່ສູ້ ຊຶ່ງກັນແລະກັນ ກໍຈະພິນາດຈິບຫາຍ, ເມືອງໃດຫລືຄອບຄົວໃດທີ່ແຕກແຍກກັນ ຈະຕັ້ງໝັ້ນຄົງຢູ່ບໍ່ໄດ້.
26
ຖ້າມານຊາຕານຂັບໄລ່ມານຊາຕານອອກເອງ ມັນກໍແຕກແຍກກັນຢູ່ໃນຕົວຂອງມັນເອງ ແລ້ວອານາຈັກຂອງມັນຈະຕັ້ງໝັ້ນໄດ້ຢ່າງໃດ?
27
ແລະ ຖ້າເຮົາຂັບໄລ່ຜີມານຮ້າຍອອກດ້ວຍອຳນາດຂອງເບເອນເຊບູນ ພວກລູກຫລານຂອງເຈົ້າທັງຫລາຍ ເຄີຍຂັບໄລ່ມັນອອກດ້ວຍອຳນາດຂອງຜູ້ໃດ? ດ້ວຍເຫດນີ້ແຫຼະ ເຂົາຈະເປັນຜູ້ຕັດສິນພວກເຈົ້າ,
28
ແຕ່ເຮົາຂັບໄລ່ຜີມານຮ້າຍອອກດ້ວຍພຣະວິນຍານຂອງພຣະເຈົ້າ. ດັ່ງນັ້ນ ຣາຊອານາຈັກຂອງພຣະເຈົ້າກໍມາເຖິງພວກເຈົ້າແລ້ວ.”
29
“ບໍ່ມີຜູ້ໃດຈະເຂົ້າໄປປຸ້ນເອົາຊັບຢູ່ໃນເຮືອນຂອງຄົນແຂງແຮງໄດ້, ເວັ້ນແຕ່ໄດ້ມັດຄົນແຂງແຮງນັ້ນໄວ້ກ່ອນ, ແລ້ວຈຶ່ງປຸ້ນເອົາຊັບຢູ່ໃນເຮືອນຂອງເພິ່ນໄດ້.
30
ຜູ້ໃດບໍ່ຢູ່ຝ່າຍເຮົາ ກໍຕໍ່ສູ້ເຮົາ ແລະຜູ້ໃດບໍ່ຮ່ວມເຂົ້າກັນກັບເຮົາ ກໍເປັນຜູ້ເຮັດໃຫ້ແຕກກະຈາຍໄປ.
31
ເພາະເຫດນີ້ ເຮົາຈຶ່ງບອກພວກເຈົ້າວ່າ ມະນຸດຈະໄດ້ຮັບການຍົກຜິດບາບທຸກປະການ ແລະຮັບການອະໄພໃນຄຳໝິ່ນປະໝາດທຸກຢ່າງ, ແຕ່ຄຳເວົ້າທີ່ໝິ່ນປະໝາດຕໍ່ສູ້ພຣະວິນຍານບໍຣິສຸດເຈົ້າ ຈະບໍ່ໄດ້ຮັບການອະໄພ.
32
ຜູ້ໃດທີ່ເວົ້າຕໍ່ສູ້ບຸດມະນຸດກໍຈະອະໄພໃຫ້ແກ່ຜູ້ນັ້ນໄດ້, ແຕ່ຜູ້ໃດທີ່ເວົ້າຕໍ່ສູ້ພຣະວິນຍານບໍຣິສຸດເຈົ້າ ຈະບໍ່ໄດ້ຮັບການອະໄພເລີຍ ທັງໃນໂລກນີ້ແລະໃນໂລກໜ້າດ້ວຍ.”
33
“ຕ້ອງມີຕົ້ນໄມ້ດີໝາກມັນຈຶ່ງຈະດີ ຖ້າຕົ້ນໄມ້ບໍ່ດີ ໝາກມັນກໍບໍ່ດີ ເພາະວ່າຈະໄດ້ຮູ້ຈັກຕົ້ນໄມ້ດ້ວຍໝາກຂອງມັນ.
34
ພວກຊາດງູຮ້າຍເອີຍ, ພວກເຈົ້າຈະເວົ້າຄວາມດີໄດ້ແນວໃດ ເມື່ອພວກເຈົ້າເປັນຄົນຊົ່ວ? ດ້ວຍວ່າ, ໃຈເຕັມລົ້ນດ້ວຍສິ່ງໃດ ປາກກໍເວົ້າສິ່ງນັ້ນອອກມາ.
35
ຄົນດີກໍເອົາສິ່ງດີອອກມາຈາກຄັງແຫ່ງຄວາມດີຂອງຕົນ, ຄົນຊົ່ວກໍເອົາສິ່ງຊົ່ວອອກມາຈາກຄັງແຫ່ງຄວາມຊົ່ວຂອງຕົນ.”
36
“ເຮົາບອກພວກເຈົ້າວ່າ, ຖ້ອຍຄຳເປົ່າໆທຸກຄຳທີ່ມະນຸດເວົ້າ ຈະຕ້ອງໃຫ້ການເພາະຄຳນັ້ນໃນວັນພິພາກສາ.
37
ດ້ວຍເຫດທີ່ເຈົ້າຈະພົ້ນໂທດໄດ້ ຫລືຈະຕ້ອງຖືກໂທດນັ້ນ ກໍເພາະດ້ວຍຖ້ອຍຄຳຂອງຕົນ.”
38
ແລ້ວທຳມະຈານແລະພວກຟາຣີຊາຍບາງຄົນ ກໍເວົ້າວ່າ, “ອາຈານເຈົ້າເອີຍ, ພວກເຮົາຢາກເຫັນທ່ານເຮັດໝາຍສຳຄັນການອັດສະຈັນ.”
39
ພຣະອົງຕອບພວກເຂົາວ່າ, “ຄົນສະໄໝຊົ່ວ ແລະຄິດທໍລະຍົດຕໍ່ພຣະເຈົ້າສະແຫວງຫາໝາຍສຳຄັນການອັດສະຈັນ ແລະຈະບໍ່ຊົງໂຜດໃຫ້ແກ່ພວກເຂົາ ເວັ້ນໄວ້ແຕ່ໝາຍສຳຄັນຂອງຜູ້ທຳນວາຍໂຢນາ.
40
ໂຢນາຢູ່ໃນທ້ອງປາໃຫຍ່ສາມວັນສາມຄືນຢ່າງໃດ ບຸດມະນຸດກໍຈະຢູ່ໃນພື້ນຂອງແຜ່ນດິນໂລກສາມວັນສາມຄືນຢ່າງນັ້ນ.
41
ໃນວັນແຫ່ງການພິພາກສາຊາວເມືອງນີເນເວ ຈະຢືນຂຶ້ນກ່າວໂທດພວກເຈົ້າ ເພາະພວກເຂົາໄດ້ຖິ້ມໃຈເກົ່າເອົາໃຈໃໝ່ ເມື່ອໄດ້ຍິນຄຳປະກາດຂອງໂຢນາ ແລະ ທີ່ນີ້ຍັງມີຜູ້ໜຶ່ງທີ່ຍິ່ງໃຫຍ່ກວ່າໂຢນາ
42
ໃນວັນແຫ່ງການພິພາກສາ ຣາຊີນີຝ່າຍທິດໃຕ້ຈະຢືນກ່າວໂທດພວກເຈົ້າ ເພາະນາງໄດ້ເດີນທາງມາແຕ່ທີ່ສຸດແຜ່ນດິນໂລກເພື່ອຟັງຄຳສັ່ງສອນອັນເຕັມໄປດ້ວຍສະຕິປັນຍາຂອງກະສັດໂຊໂລໂມນ ແລະທີ່ນີ້ມີຜູ້ໜຶ່ງທີ່ຍິ່ງໃຫຍ່ກວ່າກະສັດໂຊໂລໂມນ.”
43
“ເມື່ອຜີຊົ່ວຮ້າຍອອກຈາກຄົນໜຶ່ງແລ້ວ ມັນກໍທຽວໄປມາໃນຖິ່ນແຫ້ງແລ້ງກັນດານຊອກຫາບ່ອນພັກເຊົາ ແຕ່ມັນຫາບໍ່ໄດ້
44
ມັນເວົ້າວ່າ, ‘ເຮົາຈະກັບຄືນເມືອເຮືອນບ່ອນທີ່ເຮົາໄດ້ໜີມາ.’ ດັ່ງນັ້ນ ມັນຈຶ່ງກັບຄືນໄປ ແລະພົບເຮືອນເປົ່າຫວ່າງຢູ່ທັງສະອາດແລະຕົບແຕ່ງໄວ້ຢ່າງດີ.
45
ແລ້ວມັນກໍອອກໄປນຳເອົາຜີຊົ່ວຮ້າຍເຈັດໂຕ ທີ່ໂຫດຫ້ຽມຮ້າຍກາດຍິ່ງກວ່າມັນອີກມາອາໄສຢູ່ທີ່ເຮືອນນັ້ນ, ໃນທີ່ສຸດ ບັ້ນປາຍຂອງຄົນນັ້ນ ກໍຈະຢູ່ໃນສະພາບທີ່ຊົ່ວລົງກວ່າຕອນຕົ້ນອີກ ນີ້ແຫຼະ ຄືສິ່ງທີ່ຈະເກີດຂຶ້ນກັບຄົນຊົ່ວໃນຍຸກນີ້.”
46
ຂະນະທີ່ພຣະເຢຊູເຈົ້າກຳລັງກ່າວກັບປະຊາຊົນຢູ່ນັ້ນ ມານດາແລະບັນດານ້ອງຊາຍຂອງພຣະອົງໄດ້ມາຖ້າຢູ່ຂ້າງນອກ ເພື່ອຢາກເວົ້າກັບພຣະອົງ.
47
ດັ່ງນັ້ນ ຈຶ່ງມີຄົນໜຶ່ງເວົ້າຕໍ່ພຣະອົງວ່າ, “ທ່ານເອີຍ ມານດາແລະບັນດານ້ອງຊາຍຂອງທ່ານ ຢືນຖ້າຢູ່ຂ້າງນອກຢາກເວົ້າກັບທ່ານ.”
48
ພຣະເຢຊູເຈົ້າກ່າວແກ່ຄົນນັ້ນວ່າ, “ຜູ້ໃດເປັນມານດາ ແລະຜູ້ໃດເປັນນ້ອງຊາຍຂອງເຮົາ?”
49
ແລ້ວພຣະອົງກໍຊີ້ໄປທີ່ພວກສາວົກຂອງພຣະອົງແລ້ວກ່າວວ່າ, “ນີ້ແຫຼະ ຄືມານດາແລະນ້ອງຊາຍຂອງເຮົາ
50
ຜູ້ໃດທີ່ປະຕິບັດຕາມນໍ້າພຣະໄທພຣະບິດາຂອງເຮົາ ຜູ້ຊົງສະຖິດຢູ່ໃນສະຫວັນ ຜູ້ນັ້ນແຫຼະ ເປັນນ້ອງຊາຍ, ນ້ອງສາວ ແລະມານດາຂອງເຮົາ.”
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28