bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Matthew 9
Matthew 9
Lao Bible 2012 (ພຣະຄຳພີສັກສິ)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 10 →
1
ແລ້ວພຣະເຢຊູເຈົ້າກໍໄດ້ລົງເຮືອຂ້າມທະເລສາບກັບຄືນໄປທີ່ເມືອງຂອງພຣະອົງ
2
ບ່ອນນັ້ນ ພວກເຂົາໄດ້ຫາມຄົນເປ້ຍຜູ້ໜຶ່ງ ນອນຢູ່ເທິງບ່ອນນອນມາຫາພຣະອົງ, ເມື່ອພຣະເຢຊູເຈົ້າໄດ້ເຫັນຄວາມເຊື່ອຂອງຄົນເຫຼົ່ານັ້ນ ພຣະອົງຈຶ່ງກ່າວແກ່ຄົນເປ້ຍນັ້ນວ່າ, “ລູກເອີຍ, ຈົ່ງຊື່ນໃຈເຖີດ ບາບກຳຂອງເຈົ້າໄດ້ຮັບການອະໄພແລ້ວ.”
3
ແລ້ວທຳມະຈານບາງຄົນກໍຄິດໃນໃຈ ແລ້ວເວົ້າກັນວ່າ, “ຄົນນີ້ເວົ້າໝິ່ນປະໝາດພຣະເຈົ້າ.”
4
ພຣະເຢຊູເຈົ້າໄດ້ຮູ້ຄວາມຄິດຂອງພວກເຂົາ ພຣະອົງຈຶ່ງໄດ້ກ່າວວ່າ, “ເປັນຫຍັງພວກເຈົ້າຈຶ່ງຄິດບໍ່ດີເຊັ່ນນີ້?
5
ອັນໃດງ່າຍກວ່າກັນ ທີ່ຈະເວົ້າວ່າ, ‘ບາບກຳຂອງເຈົ້າໄດ້ຮັບການອະໄພແລ້ວ’ ຫລືຈະເວົ້າວ່າ ‘ຈົ່ງລຸກຂຶ້ນແລະຍ່າງໄປ?’
6
ແຕ່ເຮົາຢາກຈະໃຫ້ພວກເຈົ້າຮູ້ວ່າ ບຸດມະນຸດມີສິດອຳນາດເທິງແຜ່ນດິນໂລກນີ້ ທີ່ຈະອະໄພບາບກຳໃຫ້ມະນຸດໄດ້.” ດັ່ງນັ້ນ ພຣະອົງຈຶ່ງເວົ້າກັບຄົນເປ້ຍນັ້ນວ່າ, “ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງເຈົ້າ ແລະເມືອເຮືອນສາ.”
7
ຄົນເປ້ຍໄດ້ລຸກຂຶ້ນ ແລະເມືອເຮືອນຂອງຕົນ.
8
ເມື່ອປະຊາຊົນໄດ້ເຫັນເຫດການນີ້ພວກເຂົາຈຶ່ງຢ້ານ ແລະພາກັນສັນລະເສີນພຣະເຈົ້າທີ່ໃຫ້ສິດອຳນາດຢ່າງນີ້ແກ່ມະນຸດ.
9
ເມື່ອພຣະເຢຊູເຈົ້າຈາກທີ່ນັ້ນ ແລະຍ່າງຜ່ານໄປເຫັນຊາຍຄົນໜຶ່ງຊື່ວ່າ ມັດທາຍ ກຳລັງນັ່ງຢູ່ທີ່ດ່ານພາສີ ພຣະອົງກ່າວແກ່ລາວວ່າ, “ຈົ່ງຕາມເຮົາມາ.” ຝ່າຍມັດທາຍກໍລຸກຂຶ້ນ ແລະຕິດຕາມພຣະອົງໄປ.
10
ຂະນະທີ່ພຣະເຢຊູເຈົ້າຮ່ວມຮັບປະທານອາຫານຄໍ່າ ທີ່ເຮືອນຂອງມັດທາຍ ມີຄົນເກັບພາສີກັບຄົນນອກສິນທຳຫລາຍຄົນໄດ້ມາຮ່ວມຮັບປະທານນຳພຣະເຢຊູເຈົ້າ ແລະພວກສາວົກຂອງພຣະອົງ.
11
ເມື່ອພວກຟາຣີຊາຍໄດ້ເຫັນເຊັ່ນນີ້ ຈຶ່ງຖາມພວກສາວົກຂອງພຣະເຢຊູເຈົ້າວ່າ, “ເປັນຫຍັງອາຈານຂອງພວກເຈົ້າຈຶ່ງຮ່ວມພາເຂົ້າກັບຄົນເກັບພາສີ ແລະຄົນບາບທັງຫລາຍ?”
12
ພຣະເຢຊູເຈົ້າໄດ້ຍິນຄຳຖາມຂອງພວກເຂົາ ຈຶ່ງຕອບວ່າ, “ຄົນທີ່ມີສຸຂະພາບດີບໍ່ຕ້ອງການໝໍ ມີແຕ່ຄົນເຈັບປ່ວຍເທົ່ານັ້ນທີ່ຕ້ອງການໝໍ.
13
ຈົ່ງໄປຄົ້ນເບິ່ງເລື່ອງນີ້ໝາຍເຖິງຫຍັງ ຕາມທີ່ພຣະຄຳພີມີກ່າວວ່າ, ‘ເຮົາປະສົງຄວາມເມດຕາ ແຕ່ບໍ່ແມ່ນເຄື່ອງບູຊາ.’ ເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນສິນທຳ, ແຕ່ມາເອີ້ນເອົາຄົນບາບທັງຫລາຍ.”
14
ຕໍ່ມາ ມີພວກສິດຂອງໂຢຮັນບັບຕິສະໂຕໄດ້ມາຫາພຣະເຢຊູເຈົ້າ ແລະຖາມວ່າ, “ດ້ວຍເຫດໃດ ພວກຂ້ານ້ອຍກັບພວກຟາຣີຊາຍຈຶ່ງຖືສິນອົດອາຫານຢູ່ເລື້ອຍ ສ່ວນພວກສາວົກຂອງທ່ານພັດບໍ່ຖື?”
15
ພຣະເຢຊູເຈົ້າໄດ້ຕອບວ່າ, “ເພື່ອນຂອງເຈົ້າບ່າວຕ້ອງໂສກເສົ້າ ໃນເມື່ອເຈົ້າບ່າວຍັງຢູ່ກັບພວກເຂົາຊັ້ນບໍ? ຄົງເປັນໄປບໍ່ໄດ້ ແຕ່ວັນນັ້ນຈະມາເຖິງ ຄືເມື່ອເຈົ້າບ່າວຈະຕ້ອງພາກຈາກພວກເຂົາໄປ ເມື່ອນັ້ນແຫຼະ ພວກເຂົາຈຶ່ງຈະຖືສິນອົດອາຫານ.”
16
“ບໍ່ມີຜູ້ໃດດອກທີ່ຫຍິບຕາບເສື້ອຄຸມເກົ່າດ້ວຍຜ້າໃໝ່, ດ້ວຍວ່າຜ້າໃໝ່ຈະຫົດ ແລະເຮັດໃຫ້ເສື້ອຄຸມເກົ່າຂາດເປັນຮູໃຫຍ່ຕື່ມອີກ.
17
ບໍ່ມີຜູ້ໃດດອກທີ່ຖອກເຫຼົ້າອະງຸ່ນ ໃໝ່ໃສ່ຖົງໜັງເກົ່າ. ດ້ວຍວ່າ, ຖົງໜັງນັ້ນຈະແຕກ ເຫຼົ້າອະງຸ່ນຈະໄຫລອອກ ແລະທັງຖົງໜັງກໍຈະເສຍໄປ, ແຕ່ຕ້ອງໃຊ້ຖົງໜັງໃໝ່ໃສ່ເຫຼົ້າອະງຸ່ນໃໝ່ ແລະທັງສອງຢ່າງກໍຈະຢູ່ໃນສະພາບດີ.”
18
ໃນຂະນະທີ່ພຣະເຢຊູເຈົ້າກຳລັງກ່າວຖ້ອຍຄຳເຫຼົ່ານີ້ຢູ່ນັ້ນ, ກໍມີເຈົ້ານາຍຢິວຄົນໜຶ່ງມາຂາບລົງຕໍ່ໜ້າພຣະອົງ ແລະເວົ້າວ່າ, “ລູກສາວຂອງຂ້ານ້ອຍຫາກໍສິ້ນໃຈຕາຍ, ແຕ່ຂໍໂຜດໄປວາງມືໃສ່ນາງດ້ວຍເຖີດ ແລ້ວນາງກໍຈະຄືນມີຊີວິດອີກ.”
19
ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງລຸກຂຶ້ນໄປກັບເຈົ້ານາຍຄົນນັ້ນ ແລະພວກສາວົກກໍຕິດຕາມພຣະອົງໄປດ້ວຍ.
20
ພໍດີໃນຂະນະນັ້ນ ມີຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກໄດ້ສິບສອງປີແລ້ວ ນາງຫຍັບເຂົ້າມາເບື້ອງຫລັງພຣະເຢຊູເຈົ້າ ແລະບາຍເສື້ອຄຸມຂອງພຣະອົງ.
21
ນາງຄິດໃນໃຈວ່າ, “ຖ້າເຮົາພຽງແຕ່ບາຍເສື້ອຄຸມຂອງເພິ່ນເທົ່ານັ້ນ ເຮົາກໍຈະດີພະຍາດໄດ້.”
22
ພຣະເຢຊູເຈົ້າຫັນຫລັງກັບມາ ແລະເຫັນນາງຈຶ່ງກ່າວວ່າ, “ລູກຍິງເອີຍ ຈົ່ງຊື່ນໃຈເທີ້ນ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ.” ໃນເວລາດຽວກັນນັ້ນເອງນາງກໍດີພະຍາດ.
23
ແລ້ວພຣະເຢຊູເຈົ້າກໍເຂົ້າໄປທີ່ເຮືອນຂອງເຈົ້ານາຍຄົນນັ້ນ ແລະໄດ້ເຫັນຄົນເປົ່າຂຸ່ຍ ກັບຄົນທີ່ມາງັນເຮືອນດີວຸ້ນວາຍອຶກກະທຶກຢູ່
24
ພຣະອົງຊົງກ່າວວ່າ, “ໃຫ້ທຸກຄົນອອກໄປ ເດັກຍິງຜູ້ນີ້ບໍ່ໄດ້ຕາຍດອກ ນາງພຽງແຕ່ນອນຫລັບຢູ່ເທົ່ານັ້ນ.” ແລ້ວທຸກຄົນກໍພາກັນຫົວຂວັນພຣະອົງ.
25
ເມື່ອປະຊາຊົນເຫຼົ່ານັ້ນອອກໄປໝົດແລ້ວ ພຣະອົງໄດ້ເຂົ້າໄປຈັບມືຂອງນາງ ແລະນາງກໍລຸກຂຶ້ນ.
26
ແລ້ວເລື່ອງກ່ຽວກັບເຫດການທີ່ໄດ້ເກີດຂຶ້ນນີ້ ກໍຊ່າລືໄປທົ່ວທັງຂົງເຂດນັ້ນ.
27
ເມື່ອພຣະເຢຊູເຈົ້າຈາກບ່ອນນັ້ນແລະຜ່ານໄປ ກໍມີຊາຍຕາບອດສອງຄົນຕິດຕາມພຣະອົງໄປ ແລະຮ້ອງຂຶ້ນວ່າ, “ບຸດດາວິດເອີຍ ໂຜດເມດຕາພວກຂ້ານ້ອຍແດ່ທ້ອນ.”
28
ເມື່ອພຣະອົງໄດ້ເຂົ້າໄປໃນເຮືອນແລ້ວ, ຊາຍຕາບອດສອງຄົນນັ້ນ ກໍເຂົ້າມາຫາພຣະອົງ ພຣະອົງຖາມພວກເຂົາວ່າ, “ພວກເຈົ້າເຊື່ອວ່າເຮົາຊົງໂຜດຮັກສາພວກເຈົ້າໃຫ້ຫາຍດີໄດ້ບໍ?” ພວກເຂົາຕອບວ່າ, “ເຊື່ອ ທ່ານເອີຍ”.
29
ແລ້ວພຣະອົງກໍໄດ້ບາຍຕາຂອງພວກເຂົາ ແລະກ່າວວ່າ, “ໃຫ້ເປັນໄປຕາມຄວາມເຊື່ອຂອງພວກເຈົ້າເຖີດ.”
30
ແລ້ວຕາຂອງພວກເຂົາກໍກັບເຫັນຮຸ່ງ. ພຣະເຢຊູເຈົ້າສັ່ງຫ້າມພວກເຂົາຢ່າງເຂັ້ມງວດໜັກແໜ້ນວ່າ, “ຢ່າບອກເລື່ອງນີ້ໃຫ້ຜູ້ໃດຮູ້ເປັນເດັດຂາດ.”
31
ແຕ່ເມື່ອພວກເຂົາຈາກໄປແລ້ວ ພວກເຂົາກໍປະກາດຂ່າວກ່ຽວກັບພຣະອົງ ໃຫ້ຊ່າລືໄປທົ່ວທັງຂົງເຂດນັ້ນ.
32
ເມື່ອພວກເຂົາກຳລັງອອກໄປນັ້ນ ກໍມີບາງຄົນນຳຊາຍປາກກືກຜູ້ໜຶ່ງທີ່ມີຜີມານຮ້າຍສິງຢູ່ ມາຫາພຣະເຢຊູເຈົ້າ.
33
ແຕ່ພໍພຣະອົງຂັບໄລ່ຜີມານຮ້າຍນັ້ນອອກໄປແລ້ວ ຄົນປາກກືກຜູ້ນັ້ນກໍເວົ້າໄດ້ ຄົນທັງຫລາຍງຶດປະຫລາດໃຈ ແລະພາກັນເວົ້າວ່າ, “ບໍ່ເຄີຍເຫັນເຫດການຢ່າງນີ້ຈັກເທື່ອໃນຊາດອິດສະຣາເອນ.”
34
ແຕ່ພວກຟາຣີຊາຍເວົ້າວ່າ, “ແມ່ນນາຍຜີມານຮ້າຍ ທີ່ໃຫ້ຣິດອຳນາດແກ່ລາວຂັບໄລ່ຜີມານຮ້າຍອອກ.”
35
ພຣະເຢຊູເຈົ້າໄດ້ໄປທຸກເມືອງທຸກບ້ານ ແລະພຣະອົງໄດ້ສັ່ງສອນຢູ່ໃນທຳມະສາລາຂອງພວກເຂົາ ແລະປະກາດຂ່າວປະເສີດເລື່ອງອານາຈັກສະຫວັນ ຕະຫລອດທັງຊົງໂຜດຮັກສາຄົນໃຫ້ຫາຍດີຈາກການເຈັບໄຂ້ໄດ້ປ່ວຍ ແລະພະຍາດໂຣຄານາໆຊະນິດ.
36
ເມື່ອພຣະອົງເຫັນປະຊາຊົນຢ່າງຫລວງຫລາຍ ພຣະອົງກໍມີໃຈສົງສານຄົນເຫຼົ່ານັ້ນ ເພາະພວກເຂົາກັງວົນເປັນທຸກໃຈແລະຂາດທີ່ເພິ່ງ ເໝືອນຝູງແກະທີ່ບໍ່ມີຜູ້ລ້ຽງ.
37
ສະນັ້ນ ພຣະອົງຈຶ່ງກ່າວແກ່ພວກສາວົກຂອງພຣະອົງວ່າ, “ເຂົ້າທີ່ພໍເກັບກ່ຽວກໍຫລາຍແທ້ ແຕ່ຄົນງານຍັງມີໜ້ອຍຢູ່.
38
ເຫດສະນັ້ນ ພວກເຈົ້າຈົ່ງພາວັນນາອະທິຖານຂໍນຳເຈົ້າຂອງການເກັບກ່ຽວໃຫ້ສົ່ງຄົນງານມາຫລາຍຂຶ້ນ ເພື່ອການເກັບກ່ຽວຂອງຕົນສາ.”
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 10 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28