bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Matthew 11
Matthew 11
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 12 →
1
ຫລັງຈາກພຣະເຢຊູເຈົ້າສັ່ງສອນສາວົກສິບສອງຄົນຂອງພຣະອົງຈົບແລ້ວ, ພຣະອົງກໍໄດ້ຈາກທີ່ນັ້ນໄປສັ່ງສອນ ແລະ ເທດສະໜາໃນເມືອງຕ່າງໆຂອງແຂວງຄາລີເລ.
2
ເມື່ອໂຢຮັນຜູ້ທີ່ໄດ້ຖືກຂັງຢູ່ໃນຄຸກ ໄດ້ຍິນຂ່າວກ່ຽວກັບກິດຈະການຂອງພຣະຄຣິດເຈົ້າແລ້ວ, ເພິ່ນຈຶ່ງໄດ້ໃຊ້ພວກລູກສິດຂອງເພິ່ນໄປ
3
ຖາມພຣະອົງວ່າ, “ທ່ານແມ່ນຜູ້ທີ່ຈະມານັ້ນບໍ, ຫລື ພວກຂ້ານ້ອຍຈະຕ້ອງຄອຍຖ້າຜູ້ອື່ນອີກ?”
4
ພຣະເຢຊູເຈົ້າຕອບວ່າ, “ຈົ່ງກັບໄປລາຍງານຕໍ່ໂຢຮັນຕາມສິ່ງທີ່ພວກເຈົ້າໄດ້ຍິນ ແລະ ໄດ້ເຫັນຄື:
5
ຄົນຕາບອດເບິ່ງເຫັນໄດ້, ຄົນເປ້ຍຍ່າງໄດ້, ຄົນຂີ້ທູດ ຖືກຊຳລະໃຫ້ສະອາດ, ຄົນຫູໜວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ ແລະ ຂ່າວປະເສີດກໍໄດ້ປະກາດແກ່ຄົນຍາກຈົນ.
6
ຜູ້ໃດທີ່ບໍ່ສະດຸດກ່ຽວກັບເລື່ອງຂອງເຮົາກໍເປັນສຸກ”.
7
ຂະນະທີ່ພວກລູກສິດຂອງໂຢຮັນກຳລັງຈະຈາກໄປ, ພຣະເຢຊູເຈົ້າກໍເລີ່ມກ່າວເຖິງເລື່ອງໂຢຮັນແກ່ປະຊາຊົນວ່າ: “ພວກເຈົ້າທັງຫລາຍອອກໄປຖິ່ນແຫ້ງແລ້ງກັນດານເພື່ອຢາກເບິ່ງຫຍັງ? ຢາກເບິ່ງຕົ້ນອໍ້ໄຫວໄປມາຕາມລົມພັດບໍ?
8
ຖ້າບໍ່ແມ່ນ, ພວກເຈົ້າອອກໄປເບິ່ງຫຍັງ? ເບິ່ງຄົນນຸ່ງເຄື່ອງທີ່ລະອຽດຈົບງາມບໍ? ບໍ່ແມ່ນ, ບັນດາຄົນທີ່ນຸ່ງເຄື່ອງທີ່ຈົບງາມກໍຢູ່ໃນວັງຂອງກະສັດ.
9
ດັ່ງນັ້ນ ພວກເຈົ້າອອກໄປເບິ່ງຫຍັງ? ໄປເບິ່ງຜູ້ທຳນວາຍບໍ? ແມ່ນແລ້ວ, ເຮົາບອກພວກເຈົ້າວ່າທ່ານຜູ້ນັ້ນຍິ່ງໃຫຍ່ກວ່າຜູ້ທຳນວາຍອີກ.
10
ເພິ່ນແມ່ນຜູ້ທີ່ພຣະຄຳພີຂຽນໄວ້ເຖິງວ່າ: “‘ເຮົາຈະໃຊ້ທູດຂອງເຮົາໄປກ່ອນໜ້າທ່ານ, ເພື່ອຈັດຕຽມຫົນທາງໄວ້ລ່ວງໜ້າສຳລັບທ່ານ’.
11
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ໃນບັນດາຜູ້ທີ່ເກີດຈາກແມ່ຍິງ ບໍ່ມີຜູ້ໃດຍິ່ງໃຫຍ່ກວ່າໂຢຮັນບັບຕິສະໂຕ; ແຕ່ຜູ້ຕໍ່າຕ້ອຍທີ່ສຸດໃນອານາຈັກສະຫວັນກໍຍິ່ງໃຫຍ່ກວ່າເພິ່ນ.
12
ຕັ້ງແຕ່ສະໄໝໂຢຮັນບັບຕິສະໂຕ ຈົນເຖິງທຸກວັນນີ້, ອານາຈັກສະຫວັນກໍກຳລັງຖືກຍາດຊີງເອົາຢ່າງຮຸນແຮງ ແລະ ຄົນທີ່ມີໃຈຮຸນແຮງກໍເປັນຜູ້ຍາດຊີງເອົາໄດ້.
13
ເພາະວ່າພວກຜູ້ທຳນວາຍທຸກຄົນ ແລະ ກົດບັນຍັດທັງປວງໄດ້ທຳນວາຍມາຈົນເຖິງໂຢຮັນ.
14
ແລະ ຖ້າພວກເຈົ້າເຕັມໃຈຍອມຮັບເອົາຖ້ອຍຄຳນີ້, ໂຢຮັນກໍຄືເອລີຢາຜູ້ທີ່ຈະມາ.
15
ຜູ້ໃດມີຫູ, ກໍຈົ່ງຟັງເອົາ.
16
“ເຮົາຈະປຽບທຽບຄົນໃນສະໄໝນີ້ຄືກັບອັນໃດດີ? ພວກເຂົາກໍປຽບເໝືອນເດັກນ້ອຍທີ່ກຳລັງນັ່ງຢູ່ກາງຕະຫລາດ ແລະ ຮ້ອງໃສ່ກັນວ່າ:
17
“‘ພວກເຮົາເປົ່າປີ່ໃຫ້ພວກເຈົ້າ, ແລະ ພວກເຈົ້າກໍບໍ່ຟ້ອນລຳ, ພວກເຮົາຮ້ອງເພງໄວ້ອາໄລ, ແລະ ພວກເຈົ້າກໍບໍ່ໂສກເສົ້າ’.
18
ເພາະວ່າໂຢຮັນມາທັງບໍ່ກິນ ຫລື ບໍ່ດື່ມ, ແລະ ພວກເຂົາກໍເວົ້າວ່າ, ‘ເພິ່ນມີຜີມານຮ້າຍສິງຢູ່’.
19
ບຸດມະນຸດມາທັງກິນ ແລະ ດື່ມ ແລະ ພວກເຂົາກໍເວົ້າວ່າ, ‘ເບິ່ງແມ ລາວເປັນຄົນກິນຫລາຍ ແລະ ຄົນມັກເມົາ, ທັງເປັນເພື່ອນຂອງຄົນເກັບພາສີ ແລະ ຄົນບາບທັງຫລາຍ’. ແຕ່ສະຕິປັນຍາຂອງພຣະອົງກໍໄດ້ຮັບການພິສູດແລ້ວວ່າຖືກຕ້ອງໂດຍຜົນຂອງປັນຍານັ້ນເອງ”.
20
ແລ້ວພຣະເຢຊູເຈົ້າເລີ່ມຕິຕຽນເມືອງຕ່າງໆທີ່ສ່ວນຫລາຍພຣະອົງໄດ້ສະແດງການອັດສະຈັນ, ເພາະວ່າພວກເຂົາບໍ່ໄດ້ຖິ້ມໃຈເກົ່າເອົາໃຈໃໝ່.
21
“ວິບັດແກ່ເຈົ້າ, ເມືອງໂຂຣາຊິນ! ວິບັດແກ່ເຈົ້າ, ເມືອງເບັດຊາອີດາ! ເພາະຖ້າການອັດສະຈັນທີ່ສະແດງໃນພວກເຈົ້າໄດ້ຖືກສະແດງທີ່ເມືອງຕີເຣ ແລະ ເມືອງຊີໂດນແລ້ວ, ພວກເຂົາກໍຄົງຖິ້ມໃຈເກົ່າເອົາໃຈໃໝ່ແຕ່ດົນ ແລະ ນຸ່ງຜ້າກະສອບເຂົ້າແລ້ວນັ່ງເທິງຂີ້ເຖົ່າ.
22
ແຕ່ເຮົາບອກພວກເຈົ້າວ່າ, ໃນວັນພິພາກສາ ໂທດເມືອງຕີເຣ ແລະ ເມືອງຊີໂດນຈະເບົາກວ່າໂທດຂອງພວກເຈົ້າ.
23
ສ່ວນເຈົ້າ, ເມືອງກາເປນາອູມເອີຍ, ເຈົ້າຈະຖືກຍົກຂຶ້ນພຽງຟ້າສະຫວັນບໍ? ບໍ່ເລີຍ, ເຈົ້າຈະຕ້ອງລົງໄປນະລົກ. ເພາະຖ້າການອັດສະຈັນທີ່ໄດ້ສະແດງໃນພວກເຈົ້າໄດ້ຖືກສະແດງທີ່ເມືອງໂຊໂດມແລ້ວ, ເມືອງນັ້ນກໍຄົງຍັງຕັ້ງຢູ່ມາຈົນເຖິງທຸກວັນນີ້.
24
ແຕ່ເຮົາບອກພວກເຈົ້າວ່າ, ໃນວັນພິພາກສາ ໂທດຂອງເມືອງໂຊໂດມຈະເບົາກວ່າໂທດຂອງພວກເຈົ້າ”.
25
ໃນເວລານັ້ນ ພຣະເຢຊູເຈົ້າໄດ້ກ່າວວ່າ, “ຂ້າແດ່ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າແຫ່ງສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍຂໍສັນລະເສີນພຣະອົງ ເພາະພຣະອົງໄດ້ປິດບັງສິ່ງເຫລົ່ານີ້ໄວ້ຈາກຜູ້ສະຫລາດ ແລະ ຜູ້ມີສະຕິປັນຍາ, ແຕ່ໄດ້ເປີດເຜີຍໃຫ້ແກ່ບັນດາເດັກນ້ອຍຮູ້.
26
ແມ່ນແລ້ວ ພຣະບິດາເຈົ້າເອີຍ, ເພາະພຣະອົງພໍໃຈຢ່າງນັ້ນ.
27
“ພຣະບິດາເຈົ້າຂອງເຮົາມອບທຸກສິ່ງໃຫ້ແກ່ເຮົາ. ບໍ່ມີຜູ້ໃດຮູ້ຈັກພຣະບຸດນອກຈາກພຣະບິດາເຈົ້າ ແລະ ບໍ່ມີຜູ້ໃດຮູ້ຈັກພຣະບິດາເຈົ້ານອກຈາກພຣະບຸດ ແລະ ບັນດາຜູ້ທີ່ພຣະບຸດໄດ້ເລືອກທີ່ຈະເປີດເຜີຍພຣະອົງ.
28
“ບັນດາຜູ້ທີ່ອິດເມື່ອຍ ແລະ ແບກພາລະໜັກຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ.
29
ຈົ່ງເອົາແອກຂອງເຮົາແບກໄວ້ ແລະ ຮຽນຮູ້ຈາກເຮົາ ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບ ແລະ ຖ່ອມລົງ, ແລ້ວຈິດໃຈຂອງພວກເຈົ້າຈະໄດ້ພົບຄວາມເຊົາເມື່ອຍ.
30
ເພາະແອກຂອງເຮົານັ້ນກໍພໍເໝາະ ແລະ ພາລະຂອງເຮົາກໍເບົາ”.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
Recommended Reading
Commentary
Matthew Commentaries
→
Devotional
Matthew Devotional Guide
→
Get This Bible
Lao (ພຣະຄຳພີລາວສະບັບສະໄໝໃໝ່) Study Bible
→